ວັດ Shwedagon ຢູ່ Yangon ປະເທດມຽນມາ- ສະຖານທີ່ດຶງດູດນັກທ່ອງທ່ຽວ

(vovworld)- Yangon ເມືອງຫລວງເກົ່າຂອງ ມຽນມາ ຫ່າງຈາກນະຄອນຫລວງ ຮ່າໂນ້ຍປະມານ 1 ຊົ່ວໂມງເຄິ່ງເມື່ອເດີນທາງດ້ວຍການຂີ່ຍົນ. Yangon ມີຊື່ສຽງດ້ວຍ ວັດຄຳ Shwedagon ກາຍເປັນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລວງຫລາຍໃນໄລຍະສອງສາມປີມານີ້. ໃນລາຍການຊາຍຄາອາຊຽນພາກນີ້ ພວກເຮົາຂໍແນະນຳ ວັດ Shwedagon ຂອງ Yangon. 

ວັດ Shwedagon ຢູ່ Yangon ປະເທດມຽນມາ- ສະຖານທີ່ດຶງດູດນັກທ່ອງທ່ຽວ - ảnh 1
ວັດ Shwedagon 
ພາບ:tourdulichmyanmar.vn

        ຍາມເຊົ້າຢູ່ Yangon ຕາມທາງຫລວງເຂົ້າໃຈໄປກາງນະຄອນ ການສັນຈອນຖືກຕິດຂັດເຕັມດ້ວຍລົດໂອໂຕເປັນຈຳນວນຫລວງຫລາຍ, ແຕ່ບໍ່ເຫັນມີລົດຈັກຄັນໃດເລີຍ. ຢູ່ສອງຟາກທາງ ແມ່ນບັນດາອາຄານເກົ່າແກ່ທີ່ໃຫຍ່ໂຕຊື່ງໄດ້ຮັບການປຸກສ້າງຕາມສະຖາປັດຕະຍະກຳຫົວເມືອງຂຶ້ນອັງກິດ ປະສົມປະສານກັບບັນດາກິດຈະກຳທັນສະໄຫມພວມໄດ້ຮັບການກໍ່ສ້າງ. ຕາມທາງຍ່າງ, ມີຜູ້ຊາຍຫລາຍຄົນນຸ່ງຜ້າສະຫລົງ longyis ແລະ ນຸ່ງເສື້ອເຊີດ, ປາກຄ້ຽວໝາກພວມຍ່າງໄປ. ແມ່ຍິງນຸ່ງສີ້ນດ້ວຍສີສັນຫລາກຫລາຍ, ແກ້ມສອງເບື້ອງ ແລະ ຫນ້າຜາກແມ່ນທາແປ້ງ Thanaka ສີເຫລືອງ, ໃສ່ເກີບແຕະ.  ເຖິງວ່າຫ່າງຈາກໃຈກາງນະຄອນ Yangon ປະມານ 5 ກີໂລແມັດ, ແຕ່ພົ້ນເດັ່ນຂຶ້ນໃນທ້ອງຟ້າສີຄາມແມ່ນທາດຄຳເຫລືອງປະກາຍຂອງວັດ Shwedagon, ແມ່ນຫນຶ່ງໃນບັນດາກິດຈະກຳສະຖາປັດຕະຍະກຳສາສະຫນາພຸດທີ່ສັກກະລະບູຊາ ແລະ ໃຫຍ່ໂຕມະໂຫຖານກວ່າໝູ່ຢູ່ ມຽນມາ. ເປັນຄັ້ງທຳອິດໄດ້ຊົມທາດຄຳໃຫຍ່ຄືແນວນີ້, ເອື້ອຍ ຮ່ວາງມີງເຟືອງ ນັກທ່ອງທ່ຽວມາຈາກຫວຽດນາມ ແບ່ງປັນວ່າ:

        “ເມື່ອເຫັນພະທາດຂ້າພະເຈົ້າຕົກສະເຫງີ້ຕໍ່ຄວາມສວຍງາມ ແລະ ໃຫຍ່ໂຕມະໂຫຖານ, ຜູ້ຂັບລົດ taxi ອະທິບາຍວ່າ, ຖ້າຢືນຢູ່ບໍ່ວ່າບ່ອນໃດໃນ yangon ກໍສາມາດຫລຽວເຫັນ ວັດຄຳ Shwedagon ໄດ້. ຍາມແລງຂອງມື້ໃດ, ແມ່ ແລະ ເມຍຂອງອ້າຍກໍເຂົ້າວັດເພື່ອຖະຫວາຍດອກໄມ້ ແລະທຳພິທີບູຊາ. ສະເພາະອ້າຍ ຊຸມມື້ທ້າຍອາທິດຈຶ່ງມີເວລາເຂົ້າວັດ.”

ວັດ Shwedagon ໄດ້ຮັບການກໍ່ສ້າງເປັນຄັ້ງທຳອິດໃນລະຫວ່າງສັດຕະວັດທີ 6 – 10, ຢູ່ໂນນພູ Singuttara ທີ່ສັກກະລະບູຊາ. ໃນເນື້ອທີ່ 50.000 ຕາແມັດ, ວັດແຫ່ງນີ້ມີຍອດທາດດ້ວຍຄວາມສູງ 98 ແມັດ,  ຟອກດ້ວຍຄຳຈາກສັດຕະວັດນີ້ໄປສູ່ສັດຕະວັດອື່ນ ແລະ ຄຳທີ່ເອົາມາຟອກທາດນັ້ນແມ່ນຂອງປະຊາຊົນມາຖະຫວາຍ. ມຽນມາ ມີພົນລະເມືອງກວ່າ 4 ລ້ານຄົນ, ໃນນັ້ນເກືອບ 84% ແມ່ນເຊື່ອຖືສາສະຫນາພຸດ. ເຖິງວ່າໄດ້ຜ່ານການຜັນແປຫລາຍຢ່າງຂອງປະຫວັດສາດກໍຕາມ, ແຕ່ວັດ Shwedagon ຍັງຄົງໄດ້ຮັບການຮັກສາ ແລະ ບູລະນະປະຕິສັງຂອນຈາກປະຊາຊົນເປັນປະຈຳ. ພ້ອມກັນນັ້ນ ອຳນາດການປົກຄອງນະຄອນ Yanggon ກໍໄດ້ກຳນົດວ່າ, ບັນດາອາຄານຢູ່ທີ່ນີ້ບໍ່ໄດ້ກໍ່ສ້າງເກີນຄວາມສູງຂອງວັດ Shwedagon ທີ່ສັກກະລະບູຊານີ້.

Shwedagon ມີ 4 ປະຕູເຂົ້າອອກ ແລະ ຖືກຕັ້ງຢູ່ 4 ທິດ. ເມື່ອເຂົ້າວັດ  ຜູ້ໃດກໍຕ້ອງປົດເກີບໃສ່ຖົງແລ້ວຖືໄປນຳ ແລະ ແປງເຄື່ອງນຸ່ງໃຫ້ເປັນລະບຽບກ່ອນທີ່ເຂົ້າວັດ. ສີຂຽວຂອງບັນດາຕົ້ນໄມ້ໃຫຍ່ໃນບໍລິເວນວັດ ຍິ່ງເຮັດໃຫ້ສີເຫລືອງເຫລື້ອມຂອງວັດພົ້ນເດັ່ນຂຶ້ນ. ໃຊ້ເວລາປະມານ 10 ນາທີທ່ານຈຶ່ງຂຶ້ນໄປຮອດປະສາດຕົ້ນຕໍ  ໄດ້, ຢູ່ສອງຟາກທາງຂຶ້ນໄປແມ່ນຮ້ານຂາຍເຄື່ອງບູຊາມີກີ່ນຫອມດອກໄມ້ ແລະ ໄມ້ເກດສະຫນາໄປທົ່ວບໍລິເວນ. ວັດຕົ້ນຕໍແມ່ນຟອກຄຳດ້ວຍສະຖາປັດຕະຍະກຳທີ່ລະອຽດລະອໍຄ່ອຍໆປະກົດຕົວຂຶ້ນສູງຈາກຫນ້າດິນປະມານ 6,4 ແມັດ, ພົ້ນເດັ່ນກວ່າເມື່ອທຽບໃສ່ທາດຢູ່ອ້ອມຂ້າງ. ຢູ່ອ້ອມທາດຕົ້ນຕໍມີ 4 ທາດນ້ອຍກວ່າ ແລະ ຕັ້ງຢູ່ 4 ທິດ ແລະ ທາດນ້ອຍກວ່າ 60 ທາດຢູ່ກະແຈກກະຈາຍ. ເສັ້ນທາງເຂົ້າວັດຖືກປູດ້ວຍ ພົມເພື່ອໃຫ້ນັກທ່ອງທ່ຽວເຂົ້າຢ້ຽມຊົມວັດຫລີກລ້ຽງຄວາມຮ້ອນຈາກແສງແດດກະທົບໃສ່ຫີນ.

ໃນຂະນະທີ່ນັກທ່ອງທ່ຽວພວມຕົກສະເຫງີ້ຕໍ່ຄວາມສວຍງາມຂອງວັດແຫ່ງນີ້ ພິເສດພະທາດໄດ້ຕິດຫີນປະເສີດ ແລະ ເພັດເປັນຈຳນວນຫລວງຫລາຍ, ສ່ວນຊາວ Yangon ພັດນັ່ງເທິງພື້ນຫີນຮ້ອນກົ້ມຫົວຍໍມືນົບບູຊາພະພຸດທະຮູບ 8 ອົງ ເຊິ່ງເປັນສັນຍາລັກໃຫ້ 7 ມື້ໃນອາທິດຖືກຕັ້ງຢູ່ອ້ອມຕົວພະທາດ. ສະເພາະວັນພຸດ ແມ່ນວັນຢູ່ກາງອາທິດ ສະນັ້ນໄດ້ແບ່ງພະພູດທະຮູບເປັນສອງຕອນ , ຕອນເຊົ້າ ແລະຕອນແລງ. ຕາມທັດສະນະຂອງ ປະຊາຊົນ ມຽນມາແລ້ວ, ການຫົດສົງໃຫ້ພະພຸດທະຮູບແມ່ນມີຄວາມໝາຍນຳມາເຊິ່ງຄວາມໂຊກດີໃຫ້ຕົນເອງ.

ພະພຸດທະຮູບມີຄວາມສູງເຖິງຫລັງຄາເຮືອນ ແລະ ໄດ້ຟອກຄຳ, ມີຄວາມສັກສິດ ຖືກຕັ້ງຢູ່ໃຈກາງເຂດສວດມົນ. ຫ່າງຈາກນັ້ນປະມານ 2 ແມັດ, ມີນັກບວດຜູ້ຫນຶ່ງພວມເທດສະຫນາ. ເບື້ອງຫລັງແມ່ນພຸດທະສາສະນີກະຊົນນັບສີບໆຄົນພວມນັ່ງນົບພາວະນາ ແລະ ເວົ້າຄືນຄຳເທດສະຫນານັ້ນ. ສ່ວນກຸ່ມພຸດທະສາສະນີກະຊົນອື່ນພວມກວາດພະທາດພາຍໃຕ້ແສງແດດຮ້ອນ. ເອື້ອຍເຟືອງ ນັກທ່ອງທ່ຽວມາຈາກຫວຽດນາມ ແບ່ງປັນວ່າ:

“ສຽງລະຄັງໃນວັດເຮັດໃຫ້ຂ້າພະເຈົ້າຮູ້ສຶກສະຫງົບສຸກ. ເມື່ອຍ່າງຢ້ຽມຊົມວັດ ຮູ້ສຶກເມື່ອຍແລ້ວ ກໍສາມາດນັ່ງພັກຜ່ອນຢູ່ທາດລະຄັງນີ້. ຊາວມຽນມາ ແມ່ນຜູ້ສະຫນິດສະຫນົມ ແລະ ຮັກແພງແຂກຄົນທີ່ສຸດ. ເມື່ອນັ່ງພັກຜ່ອນ ເຂົາເຈົ້າເຊີນຂ້າພະເຈົ້າດືມຊານຳຄອບຄົວຂອງເຂົາເຈົ້ານຳ ອີກ. ຢູ່ ວັດ Shwedagon ຂ້າພະເຈົ້າຮູ້ສຶກວ່າ ທຸກຄົນຄືໄດ້ຫຍັບມໍ່ໃກ້ກັນກວ່າ, ທັງໝົດກໍລ້ວນແຕ່ມຸ້ງໄປເຖິງສິ່ງດີງາມ.”

ເມື່ອຮອດຍາມແລງ, ຊາວທ້ອງຖິ່ນເຂົ້າວັດນັບມື້ນັບຫລາຍຂຶ້ນ. ໄຟແສງສີໃນ ວັດ Shwedagon ພວມແຈ້ງສະຫວ່າງຂຶ້ນ ພິເສດແມ່ນສີເຫລືອງເຫລື້ອມຂອງທາດ. ຄວາມງາມຂອງ ວັດ Shwedagon ແລະ ຄວາມຮັກແພງແຂກຄົນຂອງປະຊາຊົນຢູ່ທີ່ນີ້ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ນັກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ