ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ - ໂທ​ລະ​ພາບ ໄຊ​ສົມ​ບູນ - ກິດ​ຈະ​ກຳ​ແຫ່ງ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ

(VOVWORLD) -ໃນຊຸມປີຜ່ານມາ, ວິທະຍຸກະຈາຍຽງຫວຽດນາມ ໄດ້ມີການໜູນຊ່ວຍແທດຈິງຫຼາຍຢ່າງໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ກ່ຽວກັບການບຳລຸງສ້າງເຕັກນິກເຕັກໂນໂລຢີ, ຊ່ວຍຍົກລະດັບ ແລະ ກໍ່ສ້າງສະຖານີວິທະຍຸຢູ່ທ້ອງຖິ່ນຕ່າງໆ ເພື່ອໃຫ້ປະຊາຊົນລາວສາມາດສຳຜັດກັບແຫຼ່ງຂໍ້ມູນຂ່າວສານໄດ້ຢ່າງສະດວກ. ໂຄງການກໍ່ສ້າງວິທະຍຸກະຈາຍສຽງ - ໂທລະພາບແຂວງ ໄຊສົມບູນ ໂດຍວິທະຍຸກະຈາຍສຽງຫວຽດນາມ ເປັນເຈົ້າຂອງລົງທຶນ ດ້ວຍແຫຼ່ງເງິນຊ່ວຍເຫຼືອລ້າຂອງ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ ກໍແມ່ນໜຶ່ງໃນບັນດາພະຍານຫຼັກຖານໃຫ້ແກ່ການພັດທະນາການພົວພັນລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ເວົ້າສະເພາະ ແລະ ການພົວພັນຮ່ວມມືມິດຕະພາບຮອບດ້ານແບບພິເສດ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ເວົ້າລວມ.
ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ - ໂທ​ລະ​ພາບ ໄຊ​ສົມ​ບູນ - ກິດ​ຈະ​ກຳ​ແຫ່ງ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ - ảnh 1  ກິດຈະກຳກໍ່ສ້າງສະຖານີວິທະຍຸກະຈາຍສຽງ - ໂທລະພາບ ແຂວງ ໄຊສົມບູນ 

ກິດຈະກຳກໍ່ສ້າງສະຖານີວິທະຍຸກະຈາຍສຽງ - ໂທລະພາບ ແຂວງ ໄຊສົມບູນ ໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນ ມັງກອນ ປີ 2020 ດ້ວຍຄ່າໃຊ້ຈ່າຍທັງໝົດເກືອບ 119 ຕື້ດົ່ງຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລາວ (ລວມມີທຶນສົມທົບຂອງລາວ ຈຳນວນ 1,8 ຕື້ກີບ, ປະມານ 5 ຕື້ດົ່ງ). ໂດຍຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງຈາກໂລກລະບາດໂຄວິດ - 19, ພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 10 ເດືອນ, ໂຄງການກໍ່ສ້າງສະຖານີວິທະຍຸກະຈາຍສຽງ - ໂທລະພາບ ແຂວງ ໄຊສົມບູນ ຂອງ ລາວ ບັນລຸໄດ້ຄວາມຄືບໜ້າ 80%. ໂຄງການລວມມີ : ອາຄານເຮັດວຽກຂອງພະນັກງານ, ນັກຂ່າວ ພ້ອມດ້ວຍລະບົບຫ້ອງອັດສຽງ, ຫ້ອງຖ່າຍທຳ, ຫ້ອງສົ່ງສັນຍານ, ບ່ອນພັກຜ່ອນສຳລັບພະນັກງານເຕັກນິກ, ຫ້ອງຕິດຕັ້ງເຄື່ອງຈັກຕ່າງໆ, ລະບົບຕ້ານອັກຄີໄພ ແລະ ດັບເພີງ, ລະບົບໄຟຟ້າ ແລະ ເສົາກະຈາຍຄື້ນ ມີຄວາມສູງ 75 ແມັດ. ປັດຈຸບັນ, ອາຄານຕ່າງໆກໍໄດ້ຮັບການກໍ່ສ້າງສຳເລັດໂດຍພື້ນຖານແລ້ວ ແລະ ພວມປະຕິບັດຂັ້ນຕອນຕົບແຕ່ງພາຍໃນ. ອ້າຍ ເຢືອງວັນຈູງ ກຳມະກອນພວມກໍ່ສ້າງກິດຈະກຳດັ່ງກ່າວ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າພວມຕິດຕັ້ງລະບົບໄຟຟ້າຮັບໃຊ້ການດຳລົງຊີວິດ, ລະບົບໄຟຟ້າສ່ອງແສງສະຫວ່າງ, ທີສອງແມ່ນ ໄຟຟ້າຮັບໃຊ້ລະບົບອິນເຕີແນັດ, ລວມທັງ Wifi ແລະ ສາຍເຄເບີນ. ເວົ້າລວມແລ້ວແມ່ນລະບົບໄຟຟ້າທັງໝົດ. ໄປຄຽງຄູ່ກັນນັ້ນແມ່ນລະບົບຕ້ານອັກຄີໄຟ, ດັບເພີງ ເພື່ອຮັບປະກັນໃຫ້ກິດຈະກຳດັ່ງກ່າວໄດ້ນຳເຂົ້າເຄື່ອນໄຫວຢ່າງປອດໄພ”.

ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ - ໂທ​ລະ​ພາບ ໄຊ​ສົມ​ບູນ - ກິດ​ຈະ​ກຳ​ແຫ່ງ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ - ảnh 2ຄະນະປະຕິບັດງານກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ລົງກວດກາໂຄງການ 


       
ໂດຍໄດ້ດຳເນີນການກໍ່ສ້າງໃນໄລຍະເກີດໂລກລະບາດໂຄວິດ - 19, ສະນັ້ນ, ກິດຈະກຳໄດ້ ປະສົບກັບຄວາມຫຍຸ້ງຍາກ ບໍ່ແມ່ນໜ້ອຍ ຍ້ອນຕ້ອງປະຕິບັດບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດຂອງລັດຖະບານ ລາວ. ເຖິງວ່າເປັນແນວນັ້ນກໍຕາມ, ແຕ່ຍ້ອນຄວາມໝາຍຂອງກິດຈະກຳທີ່ມີຕໍ່ການເຄື່ອນໄຫວໂຄສະນາ, ສື່ສານຂອງແຂວງໜຶ່ງທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນ ຄືແຂວງ ໄຊສົມບູນ ແລະ ເພື່ອສາຍພົວພັນຮ່ວມມືລະຫວ່າງສອງປະເທດ, ບໍລິສັດຮ່ວມມືເສດຖະກິດ COECO ຍາມໃດກໍມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ລະດົມແຫຼ່ງກຳລັງຢ່າງສຸດຂີດ ນັບທັງຊັບພະຍາກອນມະນຸດ ແລະ ວັດສະດຸກໍ່ສ້າງ ເພື່ອກໍ່ສ້າງໂຄງການ. ການນຳວິທະຍຸກະຈາຍສຽງຫວຽດນາມ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ກໍໄດ້ຊຸກຍູ້ ແລະ ແກ້ໄຂຄວາມຫຍຸ້ງຍາກຢ່າງເປັນປະຈຳ, ສ້າງເງື່ອນໄຂສະດວກເພື່ອໃຫ້ໂຄງການດັ່ງກ່າວບັນລຸຕາມຄວາມຄືບໜ້າທີ່ໄດ້ວາງອອກ.

        ໄປຢ້ຽມຢາມກິດຈະກຳກໍ່ສ້າງໃນຊຸມວັນຕົ້ນເດືອນພະຈິກ, ເມື່ອລະດູຝົນຂອງລາວຄ່ອຍໆຮ້ວຍລົງ, ກຳມະກອນຂອງບໍລິສັດ COECO ຈຳນວນຊາວ, ສາມສິບຄົນ ພວມກົ້ມໜ້າກົ້ມຕາເຮັດວຽກໃຜມັນ, ຜູ້ເຮັດຫຼັງຄາ, ຜູ້ເທເບຕົງເສົາອັງແຕນ, ຜູ້ປູພື້ນ, ຜູ້ແລ່ນສາຍໄຟຟ້າໃຕ້ດິນ... ຜູ້ໃດກໍຟ້າວຟັ່ງຫົວຂິດຫົວໄຖ ທັງໝົດກໍ່ເພື່ອເປົ້າໝາຍບັນລຸໄດ້ຕາມລະດັບຄວາມຄືບໜ້າ ແລະ ການມອບ-ຮັບກິດຈະກຳໃນຕົ້ນໄຕມາດທີ 1 ຂອງ ປີ 2021 ເພື່ອສືບຕໍ່ຜັນຂະຫຍາຍການຕິດຕັ້ງອັງແຕນ ແລະ ລາຍການອື່ນໆ. ນັກວິສະວະກອນ ຫງວຽນດິ່ງລຶວ, ຫົວໜ້າຜູ້ຄຸມກິດຈະກຳດັ່ງກ່າວ ຢັ້ງຢືນວ່າ:

        ກຳມະກອນຢູ່ກິດຈະກຳນີ້ ພວມກໍ່ສ້າງບັນດາລາຍການທີ່ຍັງເຫຼືອໃຫ້ສຳເລັດຢ່າງຮີບດ່ວນ. ອີກສອງສາມມື້, ວັດສະດຸ ແລະ ອຸປະກອນຕ່າງໆກໍຈະມາຮອດນີ້ ເພື່ອຕິດຕັ້ງ ແລະ ປະກອບໃຫ້ສຳເລັດ. ອ້າຍນ້ອງກຳມະກອນໃຜໆກໍມີຄວາມຕັດສິນໃຈວ່າ ເຖິງວ່າໂລກລະບາດຍັງແຜ່ລະບາດຢູ່ກໍຕາມ  ແຕ່ອ້າຍນ້ອງກຳມະກອນກໍຈະມານະພະຍາຍາມເພື່ອມອບກິດຈະກຳໃຫ້ເຈົ້າຂອງລົງທຶນໂຄງການຖືກຕ້ອງຕາມລະດັບຄວາມຄືບໜ້າ ແລະ ບັນລຸຄຸນນະພາບທີ່ໄດ້ວາງອອກ”.

ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ - ໂທ​ລະ​ພາບ ໄຊ​ສົມ​ບູນ - ກິດ​ຈະ​ກຳ​ແຫ່ງ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ - ảnh 3ກຳມະກອນຢູ່ກິດຈະກຳນີ້ ພວມກໍ່ສ້າງບັນດາລາຍການທີ່ຍັງເຫຼືອໃຫ້ສຳເລັດຢ່າງຮີບດ່ວນ

        ໂອ້ລົມກັບພວກຂ້າພະເຈົ້າ ເມື່ອໄປກວດກາຄວາມຄືບໜ້າຂອງກິດຈະກຳດັ່ງກ່າວ, ທ່ານ ສົມດາວີ ຄຳເມືອງຄູນ, ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ, ການທ່ອງທ່ຽວແຂວງ ໄຊສົມບູນ - ຜູ້ຮັບຜິດຊອບໂຄງການດັ່ງກ່າວ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອໂຄງການດັ່ງກ່າວໃກ້ຈະສຳເລັດ ແລ້ວແຂວງຈະມີສະຖານີວິທະຍຸກະຈາຍສຽງ - ໂທລະພາບທີ່ກວ້າງຂວາງ, ງາມຕາ, ທັນສະໄໝ, ຕອບສະໜອງໄດ້ຕາມຄວາມຕ້ອງການໃນການໂຄສະນາສື່ສານ, ຍົກສູງຊີວິດການເປັນຢູ່ທາງດ້ານວັດທະນະທຳ ແລະ ຈິດໃຈໃຫ້ແກ່ປະຊາຊົນ. ທ່ານໃຫ້ຮູ້ວ່າ ທາງພະແນກພວມຕັ້ງໜ້າກະກຽມແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບຄວາມຮູ້ດ້ານວິຊາການ ແລະ ເຕັກນິກຢ່າງພຽງພໍ ເພື່ອນຳໂຄງການດັ່ງກ່າວເຂົ້າສູ່ເຄື່ອນໄຫວ, ເສີມຂະຫຍາຍປະສິດທິພາບຂອງໂຄງການໄດ້ຢ່າງສຸດຂີດ. ທ່ານ ສົມດາວີ ຄຳເມືອງຄູນ ໃຫ້ຮູ້ວ່າ:

         ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2013, ບົນພື້ນຖານ 5 ເມືອງ ທີ່ແຍກອອກຈາກ 2 ແຂວງ ຊຽງຂວາງ ແລະ ວຽງຈັນ, ໄຊສົມບູນແມ່ນແຂວງໜຶ່ງທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບພື້ນຖານໂຄງລ່າງ. ເພາະສະນັ້ນ, ໂຄງການກໍ່ສ້າງສະຖານີວິທະຍຸກະຈາຍສຽງ - ໂທລະພາບ ຂອງແຂວງ ໂດຍຫວຽດນາມ ອຸປະຖຳນັ້ນ ຈະສ້າງເງື່ອນໄຂສະດວກແກ່ການພັດທະນາການເຄື່ອນໄຫວສື່ມວນຊົນ, ການສື່ສານຂອງທ້ອງຖິ່ນ, ປະກອບສ່ວນນຳແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ລາວ ໄປຍັງປະຊາຊົນ; ຕອບສະໜອງຄວາມຕ້ອງການໃນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ, ບັນເທິງ, ຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈໃຫ້ແກ່ປະຊາຊົນພາຍໃນແຂວງ. ກິດຈະກຳແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຂອງການພົວພັນຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ,  ເຊິ່ງແມ່ນກິດຈະກຳຂອງການພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ