ວິທະຍຸກະຈາຍສຽງຫວຽດນນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ເພີ່ມທະວີການຮ່ວມມືມຸ່ງໄປເຖິງການສື່ສານທັນສະໄຫມ


(vovworld)- ​ໃນ​ສະພາວະ​​ໂລກະ​ພິວັດ​ຢ່າງ​​ແຮງ, ພາບ​ພົດ​ດ້ານ​ສຶ່ສານ​ພວມ​ປ່ຽນ​ແປງ​ໃນ​​ແຕ່​ລະ​ມື້ ​ແຕ່​ລະ​ຊົ່ວ​ໂມງ ​ແລະ ບັນດາ​ພາຫະນະ​ສື່ສານ ​ນັບ​ມື້​ນັບ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ສື່​ສານ​ຢ່າງ​ຟົດ​ຟື້ນ,  ພັດທະນາ​ແບບ​ຍືນ​ຍົງ, ຮ່ວມ​ສຳພັນ​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ,  ​ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ຮັບ​ຮູ້​ຄວນ​ເພີ່ມ​ທະ​ວີ​ການຮ່ວມ​ມືກວ່າ​ອີກ ​ເພື່ອ​​ເຊື່ອມ​ໂຍງ​ກັບ​ທ່າ​ອ່ຽງ​ສື່​ສານ​ທັນ​ສະ​ໄຫມ.

       

ວິທະຍຸກະຈາຍສຽງຫວຽດນນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ເພີ່ມທະວີການຮ່ວມມືມຸ່ງໄປເຖິງການສື່ສານທັນສະໄຫມ - ảnh 1
ຄະ​ນະ​ການ​ນຳ LNR ຖ່າຍ​ຮູບ​ກັບ​ນັກ​ຂ່າວ​
ລາຍ​ການ​ພາກ​ພາ​ສາ​ລາວ VOV

        ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ບັນລຸ​ໄດ້ໝາກຜົນຫລາຍ​ຢ່າງ​​ທີ່​ຫນ້າ​ຊື່ນ​ຊົມ. ​​ແຕ່ລະ​ປີ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໄດ້​ແລກປ່ຽນ​ຄະນະ​ການ​ນຳ, ນັກ​ຂ່າວ, ບັນນາທິການ, ພະນັກງານ​ດ້ານ​ເຕັກນິກ ​ແລະ​ໂຄສົກ ມາ​ຮຳ່ຮຽນ, ຢ້ຽມຢາມ, ​ແລກປ່ຽນ​ບົດຮຽນ, ວິຊາ​ການ ​ແລະ ຂຽນ​ຂ່າວ, ບົດ​ ​ເນື່ອງ​ໃນ​ໂອກາດ​ດຳ​ເນີນ​ບັນດາ​ເຫດການ​ສຳຄັນ​ຂອງ​ສອງ​ປະ​ເທດ. ຕາມ​ທ່ານ ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ ຮອງຜູ້ອຳນວຍ​ການ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ ​ແລ້ວ, ສອງ​ຝ່າຍ​ໄດ້​ແລກປ່ຽນ​​ເອກະສານ, ບົດ​ຄວາມ, ສາລະ​ຄະດີ, ລາຍການ​ເພງ ​ເພື່ອ​​ແນະນຳ​ກ່ຽວ​ກັບ​ປະ​ເທດ​ຊາດ,​ ​ປະຊາຊົນ,​ ບັນດາ​ຜົນງານ​ໃນ​ທຸກ​ຂົງ​ເຂດ​ຂອງ​ສອງ​ປະ​ເທດ ຫວຽດນາມ ​ແລະ​ລາວ.

ສຽງ ​ທ່ານ ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ


        ດ້ວຍ​ຈິດ​ໃຈ​ປະຕິບັດ​​ບັນດາ​ສັນຍາ​​ຮ່ວມ​ມື​ສອງ​ຝ່າຍ ​ໃນ​ຂົງ​ເຂດ​ກະຈາຍສຽງ ລະຫວ່າງ​ສອງ​ປະ​ເທດ ນັບ​ແຕ່​ປີ 1990 ມາ​ຮອດ​ປະຈຸ​ບັນ ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຄື້ນກະຈາຍສຽງ, ​ໂທລະພາບ ​ໃຫ້​ແກ່​​ປະ​ເທດເພື່ອນລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຊ່ວຍ​ເຫລືອ ລາວ ກໍ່ສ້າງ​ ວິທະຍຸກະຈາຍສຽງ FM ​ແລະ​ວິທະຍຸ​ກະຈາຍສຽງ ​ໂທລະພາບ ຢູ່ ສອງ​ແຂວງ​ພາກ​ເຫນືອ​ ຂອງ​ລາວ. ເພື່ອ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ ສອງ​ຝ່າຍ, ໃນ​ການ​ຢ້ຽມ​ຢາມ ແລ​ະ​ເຮັດ​ວຽກ​ຢູ່​ຫວຽດ​ນາມ ຫວ່າງ​ແລ້ວນີ້ ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ ໂດຍ​ທ່ານ ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ ນຳ​ຫນ້າ,  ການ​ນຳ​ວິ​ທະ​ຍຸ VOV ແລະ ວິ​ທະ​ຍຸ LNR  ໄດ້​ເຫັນ​ດີ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ກາ​ນ​ອອກ​ອາ​ກາດ​ຂ່າວ, ບົດ, ສາ​ລະ​ຄະ​ດີ, ບັນ​ດາ​ລາຍ​ການ​ສິ​ລ​ະ​ປະ​ວັນ​ນະ​ຄະ​ດີ ແລະ ບັນ​ດາ​ຜົນ​ງານ​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ຂົງ​ເຂດ​ອື່ນ​ຂອງ​ແຕ່​ລະ​ປະ​ເທດ​ຫລາຍກວ່າ​ອີກ.

        ​ເມື່ອ​ເວົ້າ​ເຖິງ​ທິດ​ທາງ​ການ​ຮ່ວມ​ມື​ລະ​ຫວ່າງ VOV ແລະ LNR ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ ຫວູ​ຫາຍ, ຮອງຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        ໃນ​ໄລຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​, ຈັດ​ຕັ້ງ​ບັນດາ​ຄະນະ​ຂັກຂ່າວ​ໄປ​ຂຽນຂ່າວ/ບົດ​ກ່ຽວ​ກັບ​ສະພາບ​ການ​ຂອງ 2 ປະ​ເທດ. ເລື່ອງ​ແລກປ່ຽນ​ບັນດາ​ລາຍການ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ວິທີ​​ແບ່ງປັນ​ ຂໍ້​ມູນ FPT, ທັງ​ໄວ້, ມີ​ຄຸນ​ນະພາ​ບດີ, ທັງ​ຮັບປະກັນ​ດ້ານ​ເຕັກນິກ. ບັນດາ​ເນື້ອ​ໃນ​ແລກປ່ຽນ​ຕົ້ນ​ຕໍ່​ແມ່ນ: ລາຍການ​ເພງ, ລາຍ​ການທ່ອງທ່ຽວ, ແນ​ະນຳ​ບັນດາ​ແບບຢ່າງ​ດີ​ເດັ່ນ​ຂອງ 2 ປະ​ເທດ. ນອກນັ້ນ 2 ຝ່າຍ​ສາມາດ​ຂຸດ​ຄົ້ນ​ຂໍ້​ມູນ​ຂ່າວ​ເຊິ່ງກັນ ແລະ ກັນ​ຜ່ານບັນ​ດາ​ເວັບ​ໄຊ​​ຂອງ VOV​ແລະ LNR ເພື່ອ​ແນະ​ນຳ​ໃຫ້​ຜູ້​ຊົມ​ທັງ​ຫວຽດ​ນາມ ແລະ ລາວ.”

.

ວິທະຍຸກະຈາຍສຽງຫວຽດນນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ເພີ່ມທະວີການຮ່ວມມືມຸ່ງໄປເຖິງການສື່ສານທັນສະໄຫມ - ảnh 2
ທ່ານ​ຫວູ​ຫາຍ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ຕ​ອ້ນ​ຮັບ
ຄະ​ນະ​ການ​ນຳ LNR

        ຄຽງ​ຂ້າງ​ການ​ໂຄສະນາ​ເຜີຍ​ແຜ່ ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ພັກ, ລັດ ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ສອ່ງ​ແສງ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາ​ຜົນງານ​ຂອງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ ຊີວິດ, ການ​ເມືອງ, ​ເສດຖະກິດ, ສັງຄົມ, ​ໂຄສະນາ​​ເຜີຍ​ແຜ່ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານລະຫວ່າງ ຫວຽດນາມ ​ແລະ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ຍັງ​ຖື​ການໂຄສະນາ​​ເຜີຍ​ແຜ່ກ່ຽວ​ກັບ ອາ​ຊຽນ​ເປັນ​ສຳ​ຄັນ. ຕາມ​ທ່ານ​ ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ ,ຮອງ​ຜູ້ອຳນວຍ​ການ​ວິທະຍຸ​ກະຈາຍສຽງ​ແຫ່​ງຊາດ​ລາວ​ແລ້ວ, ​​ວິ​ທະ​ຍຸ​ກະ​ຈາຍ​ສຽງແຕ່ລະ​ປະ​ເທດ​ລ້ວນ​ແຕ່​ສ້າງ​ລາຍການ​ສະ​ເພາະ​ກ່ຽວ​ກັບ​ອາ​ຊຽນ, ​ໃນ​ນັ້ນ​ສອ່ງ​ແສງ​ຢ່າງ​ຮອບດ້ານ​ກ່ຽວ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ກໍ​ຄື​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ.

ສຽງ ວໍ​ລະ​ສັກ ປ​ຣະ​ວົງ​ວຽງ​ຄຳ

 

        ບັນດາ​ຮູບ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ ​ແລະ​ມີປະສິດທິ​ຜົນ ລະຫວ່າງ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ບໍ່​ພຽງ​ແຕ່​​ປະ​ກອບ​ສ່ວນ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ ແລະ ລາວ​ເວົ້າ​ສະ​ເພາະ ແລະ ​ລະ​ຫວ່າງບັນ​ດາ​ປະ​ເທດ ອາ​ຊຽນ ເວົ້າ​ລວມ ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ນຳ​ຂະ​ແຫນງ​ກະ​ຈາ​ຍສຽງ​ຂອງ​ແຕ່ລະ​ປະ​ເທດ​ນັບ​ມື້​ນັບ​ພັດທະນາ ​ແລະ ​ທັດ​ທຽມ​ກັບ​ຂະ​ແຫນງ​ກະຈາຍສຽງ​ຂອງ​ບັນດາ​ປະ​ເທດ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​ອີກ​ດ້ວຍ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ