ວິທະຍຸກະຈາຍສຽງຫວຽດນາມແລະກົມປະຊາສຳພັນໄທ ຊຸກຍູ້ການພົວພັນມູ່ງໄປເຖິງປະຊາຄົມອາຊຽນ


(vovworld)- ໃນ​ຕະ​ຫລອດ 17 ປີ​ຜ່ານ​ມາ, ນັບ​ແຕ່​ເມືື່ອ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແລະ ກົມ​ປະ​ຊາ​ສຳ​ພັນ​ໄທ (PRD) ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ສະ​ບັບ​ທຳ​ອິດ, ສອງ​ຝ່າຍ​ໄດ້​ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ​ຢ່າງບໍ່​ຢຸດຢັ້ງ. ພິ​ເສດ ໃນ 2,3 ປີ​ມານີ້ ເພື່ອ​ກະ​ກຽມ​ໃຫ້​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນສຳ​ເລັດໃນ​ທ້າຍ​ເດືອນ 12/2015 ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ ແລະ ໂທ​ລະ​ພາບ​ຂອງ​ສອງ​ຝ່າຍ ໄດ້​ປະ​ກອບ​ສ່ວນບໍ່​ແມ່ນ​ຫນ້ອຍ​​ເຂົ້າໃນ​ການ​ໂຄ​ສະ​ພາບ​ພາບ​ພົດ, ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ​ຂອງ​ແຕ່​ລະ​ປະ​ເທດ, ບັນ​ດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ປະ​ຊາ​ຄົມ ອາ​ຊຽນ ໃກ້​ຊິດ​ຕິດ​ແທດ​ກັບ​ສາ​ທາ​ລະ​ນະ​ຊົນ​ກວ່າ. ໃນ​ລາຍ​ການ​ຊາຍ​ຄາ​ອາ​ຊຽນ​ພາກນີ້ ພວກ​ເຮົາ​ຂໍ​ທົບ​ທວນ​ຄືນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແລະ ກົມ​ປະ​ຊາ​ສຳ​ພັນ​ໄທ ໃນ​ໄລ​ຍະ​ຜ່ານ​ມາ.

ວິທະຍຸກະຈາຍສຽງຫວຽດນາມແລະກົມປະຊາສຳພັນໄທ ຊຸກຍູ້ການພົວພັນມູ່ງໄປເຖິງປະຊາຄົມອາຊຽນ - ảnh 1
ການ​ປະ​ຊຸ​ມ​ລະ​ຫວ່າງ VOV  ແລະ NBT

         ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ, ສອງ​ຝ່າຍ​ໄດ້​ຊຸກ​ຍູ້​ການ​ແລກ​ປ່ຽນ​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ ດ້ວຍ​ເວ​ລາ​ອອກ​ອາ​ກາດ​​ປະ​ມານ 5-7 ນາ​ທີ, ​​ເນື້ອ​ໃນ​ແມ່ນ​ແນະ​ນຳ​ກ່ຽວ​ກັບ​​ດ້ານວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ປະ​ຊາ​ຊົນ​ຂອງ​ແຕ່​ລ​ະ​ປະ​ເທດ, ການ​ເຄື່ອນ​ໄຫວ​ຂອງ​ແຕ່​ລ​ະປະ​ເທດ​ໃນ​ວິ​ວັດ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ. ລະ​ອຽດ​ຄື: ໃນ​ປີ 2015 ຜ່ານ​ມາ, ວິ​ທະ​ຈຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ໄທ ໄດ້​ສົ່ງ ​48 ລາຍ​ການ ໃຫ້​ວິ​ທະ​ຍຸ​ກະ​ຈາຍ​ສຽ​ງ​ຫວຽດ​ນາມ (VOV). VOV ກໍ​ໄດ້​ສົ່ງ 48 ລາຍ​ການ​ກະ​ຈາຍ​ສຽງ​ໃຫ້ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ໄທ​. ພິ​ເສດ ພາ​ຍ​ຫລັງ ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ລະ​ຫວ່າງ VOV ແລະ ກົມ​ປະ​ຊາ​ສຳ​ພັນ​ໄທ ຄັ້ງ​ທີ 6 ປີ 2014, VOV ໄດ້​ສະ​ເຫນີວ່າ: ແຕ່​ລະ​ເດືອນ ​ຕ້ອງແລກ​ປ່ຽນ​​ຕື່ມ​ອີກລາຍ​ການ​ດົນ​ຕີ ດ້ວຍ​ເວ​ລາ​ອອກ​ອາ​ກາດ​ແມ່ນ 30 ນາ​ທີ. ບັນ​ດາ​ລາຍ​ການ​ດົນ​ຕີນັ້ນ​ແມ່ນ​ແນະ​ນ​ຳກ່ຽວ​ກັບ​ດົນ​ຕີ​, ບົດ​ເພງ​ຂອງ​ເຂດ​ແຄ້ວນຂອງຫວຽດ​ນາມ ແລະ​ໂຄ​ສະ​ນາ​ຈຸ​ດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ຫວຽດ​ນາມ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ​ລະ​ຫວ່າງ​ສອງ​ປະ​ເທດ, ດ​ຣຈະ​ຣຸນ​ ໄຊ​ສອນ  ຮອງ​ປະ​ທານ​ກົມ​ປະ​ຊາ​ສຳ​ພັນ​ໄທ ໃຫ້​ຮູ້​ວ່າ:

ສຽງ ດ​ຣຈະ​ຣຸນ​ ໄຊ​ສອນ 


        ຄຽງ​ຄູ່​ກັບ​ຂົງ​ເຂດກະ​ຈາຍ​ສຽງ, ໂທ​ລະ​ພາບ​ກໍ​ແມ່ນ​ຂົງ​ເຂດ​ຊື່ງ​ສອງ​ຝ່າຍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ພົ້ນ​ເດັ່ນ​ແມ່ນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖາ​ນີໂທ​ລະ​ພາບ​ໄທ (NBT) ຂຶ້ນ​ກັບ​ກົມ​ປະ​ຊາ​ສຳ​ພັນ​ໄທ ແລະ ຊ່ອງ​ໂທ​ລະ​ພາບ VOVTV ໃນ​ການ​ຜະ​ລິດ​ ​ຮູບ​ເງົາ​ສາ​ລະ​ຄະ​ດີ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມີນ. ດ້ວຍ​ເວ​ລາອອກ​ອາ​ກາດ​ປະ​ມານ 25 ນາ​ທີ, ຮູບ​ເງົາ​ເລື່ອງນີ້​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​​ມີ​ຄວາມເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ພາ​ລະ​ກິດ ແລະ ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ, ຜູ້​ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ບັນ​ດາ​ຜູ້​ຊົມ​ໄດ້​ສົ່ງ​ຈົດ​ໝາຍ​ສະ​ເຫນີ​ສະ​ຖາ​ນີໂທ​ລະ​ພາບ​ແຫ່ງ​ຊາດ​ໄທສາຍ​ຮູບ​ເງົາ​ດັ່ງ​ກ່າວ​​    ອີ​ກ​ຄັ້ງ​ໃຫມ່. ທ່ານ ສະ​ຣຸ​ສັກ ຫັນ​ສາ​ຈະ​ລິ​ກອນ, ພະ​ນັກ​ງານ​ຮັບ​ຜິດ​ຊອບ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ໄທ(NBT) ແລະ VOV ໃຫ້​ຮູ້​ວ່າ:

        ສຽງ ທ່ານ ສະ​ຣຸ​ສັກ

ປີ 2015 ຜ່ານ​ມາ, ໂຄງ​ການ​ຮ່ວມ​ຜະ​ລິດ​ລາຍ​ການ​ໂທ​ລະ​ພາບ​ກ່ຽວ​ກັບ​ຫົວ​ຂໍ້ “ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ ຕາ​ເວັນ​ຕົກ” ເລີ່ມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ.

VOV ໄດ້​ສົ່ງ​ກຸ່ມ​ພະ​ນັກ​ງານຜະ​ລິດລາຍ​ການ​ລວມ​ມີ 5 ຄົນ​ຊື່ງ​ແມ່ນ ນັກ​ຂ່າວ, ບັນ​ນາ​ທິ​ການ, ຜູ້​ຖ່າຍ​ທຳ​ຮູບ​ເງົາໄປ​ຍັງ​ໄທ ເພື່ອ​ປຶກ​ສາ​ຫາ​ລື​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໂຄງ​ການ. ຕາມ​ນັ້ນ​ແລ້ວ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ໄທ ໄດ້​ສະ​ເຫ​ນີ​ປະ​ຕິ​ບັດ ຮູບ​ເງ​ົ​າ​​ເລື່ອງສັ້ນ 20 ​ມ້ວນ, ແຕ່​ລະ​​ມ້ວນແກ່​ຍາວ 5 ນາ​ທີ. ໃນ​ນັ້ນ 7 ມ້ວນ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ໄທ, 3 ​ ມ້ວນ ​ແມ່ນປະ​ຕິ​ບັດ​ຢູ່​ລາວ ແລະ 3 ມ້ວນ ແມ່ນ​ປະ​ຕິ​ບັດ​ຢູ່ ມຽນ​ມາ. VOV ແລະ NBT ຈະ​ປະ​ຕິ​ບັດ​ສ່ວນ​ວຽກ​​ງານຂອງ​ຕົນ​ຢູ່ ຫວຽດ​ນາມ ແລະ ໄທ, ຫລັງ​ຈາກນັ້ນ ຈະ​ສົມ​ທົບກັນ​ເພື່ອ​ປະ​ຕິ​ບັດ​ລາຍ​ການ​ຢູ່​ລາວ ແລະ ມຽນ​ມາ. ຄາດ​ວ່າ ຮູບ​ເງົາ​ດັ່ງ​ກ່າວ​ຈະ​​​ຜະ​ລິດສຳ​ເລັດໃນ​ປີ 2016. ນີ້​ກໍ​ແມ່ນ​ແບບ​ຢ່າງ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.

ວິທະຍຸກະຈາຍສຽງຫວຽດນາມແລະກົມປະຊາສຳພັນໄທ ຊຸກຍູ້ການພົວພັນມູ່ງໄປເຖິງປະຊາຄົມອາຊຽນ - ảnh 2
ການ​ນຳ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ໄທ​ຕ້ອນ​ຮັບ​ນັກ​ຂ່າວ VOV ມາ​ຝຶກ​ງານ

ໄປ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ຈາຍ​ສຽງ, ໂທ​ລະ​ພາບ, ສອງ​ຝ່າຍ​ກໍ​ໄດ້​ຍູ້​ແຮງ​ການ​ແລກ​ປ່ຽນ​ບັນ​ດາ​ຄະ​ນະ​ນັກ​ຂ່າວ, ພະ​ນັກ​ງານ​ໄປ​ຢ້ຽມ​ຢາມ, ຝືກ​ອົບ​ຮົມຢູ່​ທັງ​ສອງ​ປະ​ເທດ. ເມື່ອ​ຕີ​ລາ​ຄ່າ​ກ່ຽວ​ກັບ​ໝາກ​ຜົນ​ການ​ຮ່ວມ​ມື​ດັ່ງ​ກ່າວ, ທ່ານ ຫວູ​ຫາຍ ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ VOV ໃຫ້​ຮູ້​ວ່າ:

        “ໄລ​ຍະ​ຜ່ານ​ມາ, ການ​ຮ່ວມ​ມື​ລະ​ຫວ່າງ VOV ແລະ ກົມ​ປະ​ຊາ​ສຳ​ພັນ​ໄທ​ແມ່ນ​ດີ​ງາມ​ທີ່​ສຸດ. ພວກ​ເຮົາ​ໄດ້​​ຈັດສົ່ງ​ບັນ​ນາ​ທິ​ການ, ນັກ​ຂ່າວ​ໄປ​ຮ່ຳ​ຮຽນ​ເຊິ່ງ​ກັນ ແລະ​ກັນ. ບັນ​ນາ​ທິ​ການ, ນັກ​ຂ່າ​ວ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ໄທ ມາ​ຝືກ​ງານ​ຢູ່ ລາຍ​ການ​ພາກ​ພາ​ສາ​ໄທ​ຂອງ VOV 5. ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ຜະ​ລິດ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ໄທ ແລະ ບຳ​ລຸງ​​ດ້ານ​ພາ​ສາ​ໄທ​ໃຫ້​ນັກ​ຂ່າວ, ໂຄ​ສົກ​ລາຍ​ການ​ພາກ​ພາ​ສາໄທ.”

        ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສື່​ສານ​ລະ​ຫວ່າງ​ຫວຽດ​ນາມ ແລະ ໄທ ລ້ວນ​ແຕ່​ຕ້ອງ​ເຄົາ​ລົບ​ຫລັກ​ການ​ສື່​ສານ​ລວມ​ຂອງ ອາ​ຊຽນ. ຕາມ​ນັ້ນ​ແລ້ວ ສອງ​ຝ່າຍ​ຈະ​ພ້ອມ​ກັນ​ປຶກ​ສາ​ຫາ​ລື, ວາງ​ແຜນ​ການ, ນະ​ໂຍ​ບາຍ​ລະ​ອຽດ​ໃນ​ການ​ແລກ​ປ່ຽນ, ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ຜະ​ລິດ​ບັນ​ດາ​ລາຍ​ການ, ສາ​ລະ​ຄະ​ດີ, ແລກ​ປ່ຽນ​ນັກ​ຂ່າວ, ​ແລກ​ປ່ຽນບົດ​ຮຽນ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ໃຫ້​ນັບ​ມື້​ນັບ​ສະ​ຫ​ນິດ​ຕິດ​ພັນ​ກວ່າ ດ້ວຍ​ຄາດ​ໝາຍ​ຕອບ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ນັບ​ມື້​ນັບ​ສູງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຈຸດ​ໝາຍ​ລວມ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ປະ​ຊາ​ຄົມ​ອາ​ຊຽນ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ