ວັນບຸນວັດທະນະທຳເພື່ອສັນຕິພາບ-ວັນບຸນແຫ່ງນ້ຳໃຈມິດຕະພາບ


(vovworld)- “ວັນ​ບຸນ​ວັດ​ທະ​ນະ​ທຳ​ເພື່ອ​ສັນ​ຕິ​ພາບ” ​ດຳ​ເນີນ​ໄປ​ຢູ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຫວ່າງ​ແລ້ວນີ້ ແມ່ນ​ການ​ເຄື່ອ​ນ​ໄຫວ​ສຸດ​ທ້າຍ​ໃນ​ບັນ​ດາ​ເຫດ​ການ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ, 15 ປີ​ແຫ່ງວັນ​ນ​ະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ຮັບ​ການ​ເຊີດ​ຊູ​ຈາກ UNESCO ວ່າ ແມ່ນ​ນະ​ຄອນ​ເພື່ອ​ສັນ​ຕິ​ພາບ. ສານ​ຂອງວັນ​ບຸນ​ດັ່ງ​ກ່າວ​ແມ່ນ “ສາ​ກົນ​ຍາມ​ໃດ​ກໍ່​ຮ່ວມ​ກັບ​ຫວຽດ​ນາມ ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ​ໃນ​ທົ່ວ​ໂລກ, ໃນ​ນັ້ນ ອາ​ຊຽນ ແມ່ນ​ພື້ນ​ຖານ​ອັນ​ໝັ້ນ​ຄົງ​ເພື່ອ​ສ້າງ​ທ່ວງ​ທ່າ​ໃຫ້​ຫວຽດ​ນາມ ເປັນ​ເພື່ອນ​ມິດ​ກັບ​ທຸກ​ປະ​ເທດ. ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ດຳ​ເນີນ​ໄປ​ໃນ​ໂອ​ກາດນີ້, ໃນ​ນັ້ນ ​ມີ​ຮ້ານວາງ​ສະ​ແດງ​ຂອງສະ​ຖານ​ທູດ​ຕ່າງ​ປະ​ເທດ​ຈຳ​ນວນ​ຫ​ນຶ່ງ​ປະ​ຈຳ ຮ່າ​ໂນ້ຍ.

ວັນບຸນວັດທະນະທຳເພື່ອສັນຕິພາບ-ວັນບຸນແຫ່ງນ້ຳໃຈມິດຕະພາບ - ảnh 1
ຮ້ານ​ວາງ​ສະ​ແດງ​ຂອງ​ສະ​ຖານ​ທູດ​ລາວ​ປະ​ຈຳ​ຮ່າ​ໂນ້ຍ
ພາບ:vov

        ສະ​ຖານ​ທູດ 12 ​ປະ​ເທດ ປະຈຳ​ຫວຽດນາມ, ໃນ​ນັ້ນ ມີ​ສະ​ຖານ​ທູດ​ບາງ​ປະ​ເທດ​ອາ​ຊຽນ​ຄື: ລາວ, ກຳ​ປູ​ເຈຍ, ໄທ, Timor Leste, ນອກນັ້ນ​ຍັງ​ມີ​ສະ​ຖານ​ທູດ​ລັດ​ເຊຍ, ກູ​ບາ, ປາ​ແລດ​ສະ​ຕີນ… ພ້ອມ​ກັນ​ເຂົ້າ​ຮ່ວມ​ວັນ​ບຸນ​ດັ່ງ​ກ່າວ ດ້ວຍ​ບັນ​ດາ​ຮ້ານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ. ຕາມ​ທ່ານ​ນາງ ຫງວຽນ​ກີມ​ເຮືອງ, ພະ​ນັກ​ງານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ ຮ່າ​ໂນ້ຍ ແລ້ວ, ງານ​ວາງ​ສະ​ແດງ​​ແນະ​ນຳ​ໃຫ້​ຊາວ​ນະ​ຄອນ​ຫລວງຮ່າ​ໂນ້ຍ ເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ, ພິ​ເສດ ແມ່ນ​ບັນ​ດາ​ປະ​ເທດ ອາ​ຊຽນ. ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ມີ​ຫລາຍ​ຈຸດ​ທີ່ຄ້າຍ​ຄື​ກັນ ​ອັນ​ໄດ້ສ້າງ​ຄວາມ​ສະ​ດວກໃນ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ກໍ​ຄື​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.

        “ຮ້ານ​ວາງ​ສະ​ແດງ​ຂອງ ສະ​ຖານ​ທູດ 12 ປະ​ເທດ ແມ່ນ​ແນ​ໃສ່​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ຫັດ​ຖະ​ກຳ, ອາ​ພອ​ນ​ພື້ນ​ເມືອງ​ກໍ​ຄື​ແນະ​ນຳ​ພາບ​ພົດ​ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ບາງປະ​ເທດ​ອາ​ຊຽນ, ເອີ​ລົບ, ອາ​ເມ​ລິ​ກາ​ລ​າ​ຕີນ.”

ວັນບຸນວັດທະນະທຳເພື່ອສັນຕິພາບ-ວັນບຸນແຫ່ງນ້ຳໃຈມິດຕະພາບ - ảnh 2
ຜູ້​ຊົມ​ຖ່າຍ​ຮູບ​ກັບ​ຄູ່​ບາວ​ສາວ​ນຸ​ຸ່ງ​ອາ​ພອນ​ພ​ື້ນ​ເມືອງ​
ຂອງ Timor Leste
ພາບ:vov

        ຮ້ານ​ວາງ​ສະ​ແດງ​ຂອງ​ສະ​ຖານ​ທູດ Timor Leste ແມ່ນ​ຮ້ານ​ທຳ​ອິດ​ຊື່ງ​ຜູ້​ຊົມ​ສາ​ມາດ​ແວ່​ຢາມ. ບັນ​ດາ​ຜະ​ລິດ​ຕະ​ພັນ​ນຳ​ມາ​ວາງ​ສະ​ແດງ​ໃນ​ຮ້ານນີ້ ແມ່ນ​ແຜ່ນ​ແພ​ພື້ນ​ເມືອງ​ດ້ວຍ​ສີ​ສັນ​ຫລາກ​ຫລາຍ ພ້ອມ​ກັບ​ບັນ​ດາ​ຮູບ​ພາບ, ​ໃບ​ໂຄ​ສະ​ນາ​ແນະ​ນຳ​ຂະ​ແຫນງ​ທ່ອງ​ທ່ຽວ​ຂອງ​ປະ​ເທດນີ້. ຜູ້​ຊົມ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ ແມ່ນ​ຮູບ​ພາບ​ຂອງ​ຄູ​ບ່າວ​ສາວ Timor Leste ນຸ່ງ​ຊຸດ​ອາ​ພອນ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ທ່ານ Agusing Preter, ເລ​ຂາ​ທີ່ຫ​ນຶ່ງ​ສະ​ຖານ​ທູດ Timor Leste ປະ​ຈຳ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ໂອ​ກາດ​ດີ​ທີ່​ສຸດ​ເພື່ອ​ແນະ​ນຳ​ປະ​ເທດ​ຊາດ ​ແລະ ຊາວ Timor Leste ຢ່າງກວ້າງ​ຂວາງ​ເຖິງ​ຜູ້​ຊົມ, ພິ​ເສດ​ແມ່ນ​​ຊາວນະ​ຄອນ​ຫລວງ ຮ່າ​ໂນ້ຍ.

        “​ປະ​ເທດພວກ​ຂ້າ​ພະ​ເຈົ້າ​ແມ່ນປະ​ເທດ​ມີ​ພື້ນ​ຖານວັດ​ທະ​ນະ​ທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ພວກ​ຂ້າ​ພະ​ເຈົ້າ​ຢາກ​ແນະ​ນຳ​ໃຫ້​ເພື່ອນ​ມິດ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ Timor Leste.”

        ຕໍ່​ຈາກ​ຮ້ານ​ວາງ​ສະ​ແດງ​ຂອງ​ສະ​ຖານ​ທູດ Timor Leste ແມ່ນ​ຮ້ານ​ວາງ​ສະ​ແດງ​ຂອງ​ສະ​ຖານ​ທູດ​ລາວ. ມາ​ຢ້ຽມ​ຢາມ​ຮ້ານ​ວາງ​ສະ​ແດງນີ້ ຜູ້​ຊົມ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ພື້ນ​ເມືອງ​ເຮັດ​ດ້ວຍ​ເງິນ​ທີ່​ລະ​ອຽດ​ລະ​ອໍ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ຊົມ​ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອ​ງ​ປະ​ເທດ​ລາວ, ໄດ້​ດື່ມ​ຈອກ​ກາ​ເຟ​ຫລື​ຈອກ​ເບຍ​ລາວ ໂດຍ​ສາວ​ລາວ​​ໃນ​ຊຸດ​ອາ​ພອນ​ພື້ນ​ເມືອງ​​ເຊື້ອ​ເຊີນອີກ​ດ້ວຍ. ທ່ານ​ນາງ ທອງ​ມີ, ທີ່​ປຶກ​ສາ​ດ້ານ​ວັດ​ທະ​ນະ​ທຳ​ການ​ສຶກ​ສາ ສະ​ຖານ​ທູດ​ລາວ ປະ​ຈຳ​ຫວຽດ​ນາມ ແບ່ງ​ປັນ​ວ່າ:

ສຽງ​ທ່ານ​ນາງ ທອງ​ມີ


        ບັ​ນດ​າ​ຮ້ານ​ວາງ​ສະ​ແດງ​ຂອງ​ສະ​ຖານ​ທູດ​​ປະ​ເທດຕ່າງໆ ໄດ້​ນຳ​ມາ​ໃຫ້​ຜູ້​ຊົມ​ຄວາມ​ຮູ້​ສຶກ​ແຕກ​ຕ່າງ​ກັນ, ເຂົາ​ເຈົ້າ​ມານີ້ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​​ຊຸດ​ອາ​ພອນ​ພື້ນ​ເມືອງ​ຂອງປະ​ເທດຕ່າງໆ​ໃນອາ​ຊຽນ, ໄດ້​ຮັບ​ຊົມ​ບັນ​ດາ​ຜ​ະ​ລິ​ດ​ຕະ​ພັນ​ສິ​ລະ​ປະ​ຫັດ​ຖະ​ກຳ ແລະ ໄດ້​ຮັບ​ປະ​ທານ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​​ປະ​ເທດຕ່າງໆ.. ເພື່ອນ ຫວູ​ດີງ​ຮຽວ, ນັກ​ສຶກ​ສາ​ປີ​ທີ 1 ສະ​ຖາ​ບັນ​ການ​ເມືອງ​ການ​ປົກ​ຄອງ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ:

        “ງານ​ວາງ​ສະ​ແດງ​ໄດ້​ຊ່ວຍ​ໃຫ້​ນ້ອງ​ເຂົ້າ​ໃຈ​ຕື່ມອ​ີກ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ຫລາຍ​ປະ​ເທດ, ເປັນ​ຕົ້​ນ​ແມ່ນ​ວັດ​ທະ​ນະ​ທຳ​ບັນ​ດາ​ປະ​ເທດ ອາ​ຊຽນ. ນ້ອງ​ເຫັນ​ວ່າ ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ມີ​ຫລາຍ​ຈຸດ​ຄ້າຍ​ຄື​ກັນ​ກັບ​ຫວຽດ​ນາມ ແລະ ນອກນັ້ນ ກໍ​ມີ​ຈຸດ​ແຕກ​ຕ່າງ​ກັນ ນ້ອງ​ສາ​ມາດ​ເຂົ້າ​ໃຈ​ໄດ້​ຜ່ານ​ບັນ​ດາ​ຮູບ​ພາບ, ບັນ​ດາ​ເຍື່ອງ​ອາ​ຫານ​ຊື່ງ​ເຂົາ​ເຈົ້າ​ນຳ​ມາ​ໃຫ້. ​ພິ​ເສດ​ບັນ​ດາ​ບົດ​ເພງ​ຂອງ​ລາວ ແລະ ໄທ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ທີ່​ສຸດ.”

        ໃນ​ຂອບ​ເຂດ​ວັນ​ບຸນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ເຊີດ​ຊູ ແລະ ມອບ​ນາມ​ມະ​ຍົດ “ພົນ​ລະ​ເມືອງ​ກິ​ຕິ​ມະ​ສັກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ” ໃຫ້​ແກ່​ແຂກ​ຕ່າງ​ປະ​ເທດ 12 ທ່ານ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ກິດ​ຈະ​ການ​ສ້າງ​ສາ​ນະ​ຄອນ​ຫລວງ. ທ່ານ​ພີມ​ມະ​ສອນ ເລືອງ​ຄຳ​ມາ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ເລ​ຂາ​ຄະ​ນະ​ພັກ​ແຂວງ ຫລວງ​ນ້ຳ​ທ່າ ເປັນ​ກຽດ​ໄດ້​ຮັບ​ນາມ​ມະ​ຍົດ​ດັ່ງ​ກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ