ວັນບຸນເຕັກໂນໂລຊີຂໍ້ມູນຂ່າວສານຢູ່ສິງກະໂປ

(vovworld)-​ເມື່ອ​ເວົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​, ຫລາຍ​ຄົນ​ຈະ​ຄິດ​ວ່າ ຂົງ​ເຂດ​ນີ້​ພຽງ​ແຕ່​ເໝາະ​ສົມ​ກັບ​ໄວ​ຫນຸ່ມ​ທີ່​ມີ​ຫົວຄິດ​ປະ​ດິດສ້າງ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ຢາກ​ຊອກ​ຮູ້, ຄົ້ນ​ຫາ​ສິ່ງ​ທີ່​ໃຫມ່​ອ່ຽມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ວັນ​ບຸນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ທີ່​ຖືກ​ຈັດ​ຂຶ້ນ​ຢູ່ ​ເຂດ Tampines, ສິງກະ​ໂປ ​ໃນ​ຕົ້ນ​ເດືອນ 3/2014 ​ໄດ້​ດຶງ​ດູດ​ຜູ້​ອາຍຸ​ສູງ​ນັບ​ຮ້ອຍໆ​ຄົນ​ເຂົ້າ​ຮ່ວມ. ​ເຫດການ​ນີ້ ບໍ່​ພຽງ​ແຕ່​ຊ່ວຍ​ຜູ້​ອາຍຸ​ສູງ​ມີ​ໂອກາດ​ສຳ​ພັດ​ກັບ​ການ​ໝູ​ນ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ປະຈຸ​ບັນ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຄວາມ​ສະຫນິດ​ຕິດ​ພັນ​ລະຫວ່າງ​ບັນດາ​ລຸ້ນຄົນ ​ແລະ ​ເຊີ​ດຊູ​ຈິດ​ໃຈ“ຮຳ່ຮຽນ​ຕະຫລອດ​ຊີວິດ” ອີກ​ດ້ວຍ​.

            ​ວັນ​ບຸນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ຖື​ດຈັດ​ຂຶ້ນ​ຢູ່​ໂຮງຮຽນ 15 ​ແຫ່ງ ຂຶ້ນ​ກັບ​ເຂດ Tampines ສິງກະ​ໂປ. ວັນ​ບຸນ​ປີ​ນີ້ ລວມມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື:ກອ​ງປະຊຸມ​ສຳ​ມະ​ນາ​ແນະນຳ​ບັນດາ​ລາຍການ​ໝູນ​ໃຊ້​ເຕັກ​​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານ, ​ແນະນຳ​ການ​ຝືກຫັດ​ວິທີ​ນຳ​ໃຊ້​ຄອມ​ພິວ​ເຕີ​ໃຫ້​ແກ່​ຜູ້​ອາຍຸ​ສູງ. ປ້າ Doris Poon ອາຍຸ 55 ປີ, ​ເປັນ​ແມ່​ເຮືອນ ​ໄດ້​ແບ່ງປັນ​ວ່າ:

        “ປະຈຸ​ບັນ ຂ້າພະ​ເຈົ້າ​ຮູ້ຈັກວິທີ​ນຳ​ໃຊ້​ອິນ​ເຕີ​ແນັດ​ແລ້ວ. ຂ້າພະ​ເຈົ້າ​ກໍ​ຮູ້​ຈັກ​ວິທີ​ເຂົ້າ Facebook, ຖ່າຍຮູບ​ ​ແລ້ວ​ນຳ​ເອົາຮູບ​ຂຶ້ນ Facebook ອີກດ້ວຍ.”

 

ວັນບຸນເຕັກໂນໂລຊີຂໍ້ມູນຂ່າວສານຢູ່ສິງກະໂປ - ảnh 1
ພາບປະກອບ:internet

ວັນ​ບຸນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ Tampines ​ໂດຍ​ແມ່ນ​ອົງການ​ພັດທະນາ Infocomm ຂອງ​ສິງກະ​ໂປ ສົມ​ທົບ​ກັບ​ສະພາ​ຜູ້​ອາຍຸ​ສູງ ​ແລະ ຄະນະ​ກຳມະການຜູ້​ອາຍຸ​ສູງ​ເຂດ Tampines ຈັດ​ຕັ້ງ. ​ໂດຍ​ໄດ​້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2010, ​ວັນ​ບຸນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໄດ້​ຫນູນ​ຊ່ວຍ​​ໃຫ້​​ຜູ້​ອາຍຸ​ສູງ 1950 ຄົນ​ ຮຽນ​ບັນດາ​ວິ​ທີນຳ​ໃຊ້​ຄອມ​ພິວ​ເຕີ​ຄື: ​ວິທີ​ເຂົ້າ​ອິນ​ເຕີ​ແນັດ ​ແລະ ການ​ ຫລິ້ນ​ເກັມ​ອອນ​ໄລ.

        ​ເຂົ້າ​ຮ່ວມ​ລາຍການ​ນີ້, ຜູ​້ອາຍຸ​ສູງ​​ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ແນະນຳ​​ວິທີ​ນຳ​ໃຊ້​ຄອມພິວ​ເຕີ ຈາກ​ນັກຮຽນ​ຜູ້​ຫນຶ່ງ. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ຄົນ​ລຸ້ນຕ່າງໆ​ຢູ່​ສິງກະ​ໂປ ມີ​ຄວາມ​ໃກ້ຊິດຕິດ​ແທດ​ກວ່າ. ​ເພື່ອນ Toh Yan Liem ​ແບ່ງປັນ​ວ່າ:

“ ຫລານ​ຮູ້ສຶກ​ວ່າ ຕົນ​ເອງ ​ໄດ້​ຮຽນ​ສິ່ງ​ໃດ​ຫນຶ່ງທີ່​ໃຫມ່​ອ່ຽມ. ມີຫລາຍ​ຄົນ​ຄິດ​ວ່າ ​ເປັນ​ການຍາກ​​ໃນ​ການແນະນຳ​​ໃຫ້ຜູ້​ອາຍຸ​ສູງຫລື​ຈະ​ເສຍ​ເວລາ​ຫລາຍ. ​ແຕ່​ຄວາມ​ຈິງ ​ແລ້ວ ພວກ​ເຮົາ​ ​ມີ​ພຽງຄວາມ​ອົດທົນ​ແມ່ນ​ຈະຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໄດ້. ຫລານ​ຈະ​ພະຍາຍາມ​ກາຍ​ເປັນ​ຄູ​ສອນ​ດີ.”

ການ​ພັດທະນາ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຢ່າງ​ວ່ອງ​ໄວ​ໄດ້​ເຮັດ​ໃຫ້​ຜູ້​ອາຍຸ​ສູງ​ບໍ່​ໄປ​ທັນ​ກັບ​ການ​ພັດທະນາ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວັນ​ບຸນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໄດ້​ເຮັດ​ໃຫ້​ຜູ້​ອາຍຸ​ສູງ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ກວ່າ ​ເມື່ອ​ໄດ້​ຄົ້ນ​ຫາ​ເຕັກ​ໂນ​ໂລ​ຊີ, ​ຕິດ​ຕໍ່​ພົວພັນ​ກັບ​ໝູ່ເພື່ອນ​ຜ່ານ​​ເຄືອ​ຂ່າຍ​ອີ​ນ​ເຕີ​ແນັດ​ ຫລື​ເຂົ້າ​​ຫລິ້ນ​ເກັມ​ທາງ​ອອນ​ໄລ. ຍິ່ງ​ກວ່າ​ເວລາ​​ໃດ​ໝົດ, ຜ່ານ​ລາຍການ​ນີ້, ຜູ້​ອາຍຸ​ສູງ ພວມ​ປຸກລຸກຈິດ​​ໃຈ​ຮຳ່ຮຽນ​ຕະຫລອດ​ຊີວິດ​​ໃຫ້​​ລຸ້ນຫນຸ່ມ ສິງກະ​ໂປ. ທ່ານ Heng Swee Keat, ທີ່​ປຶກສາ​ຄະນະ​ຈັດ​ຕັ້ງ​ເຫດການ​ໃຫ້​ຮູ້​ວ່າ:

“ພວກ​ເຮົາ​ຕ້ອງ​ສ້າງ​ກາລະ​ໂອກາດ​ຫລາຍ​ຢ່າງ​​ເພື່ອ​ໃຫ້​ຜູ້​ອາຍຸ​ສູງມີ​ວິຖີຊີວິດ​​ແບບຂະຫຍັນ​ຂັນ​ເຄື່ອນ ​ແລະ ​​​ມີ​ສຸຂະພາບ​ແຂງ​ແຮງ​ກວ່າ​. ພວກ​ເຮົາ​ຄວນ​ສ່ົງ​ເສີມ​ຊາວ​ສິງກະ​ໂປ​ທຸກ​ຄົນ, ບໍ່​ວ່າ​ອາຍຸ​ຫລາຍ​ປານ​ໃດ ​ແລະ ລະດັບ​ຄວາມຮູ້​ແນວ​ໃດ ສືບ​ຕໍ່​ຮຳ່​ຮຽນ ​ແລະ ຄົ້ນ​ຫາ​ໂລກ. ຕາມ​ວິທີ​ນີ້, ພວກ​ເຮົາ​ຈະ​ມີ​ສັງຄົມ​ທີ່ຟົດ​​​ຟື້ນ​ກວ່າ ​ແລະ ພົນລະ​ເມືອງ​ມີ​ຊີວິດ​ອີ່ມ​ໜຳ​ສຳລານ ​ແລະ ມີ​ຄວາມ​ໝາຍ​ກວ່າ.”

ສິງກະ​ໂປ ​ແມ່ນ​ປະ​ເທດ​ຫນຶ່ງ ຍາມ​ໃດ​ກໍ​ຂາດ​ແຄນ​​ແຫ​ລ່ງຄົນ​ງານ, ພວມ​​​ແມ່ນ​ປະ​ເທດ​ມີ​ຈຳນວນພົນລະ​ເມືອງ​ອາຍຸ​ສູງ​ກວມ​ສ່ວນ​ຫລາຍ. ສະ​ນັ້ນ ບັນດາ​ລາຍການ​ຄື ວັນ​ບຸນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຄວາມ​ປິ​ຕິ​ຊົມ​ຊ່ືນ​ໃຫ້​ແກ່​ຜູ້​ອາຍຸ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເຮັດ​ສ​້າງ​ແບບ​ແຜນການ​ດຳລົງ​ຊີວິດ​ຢ່າງ​ສົດໃສ​ຢູ່​ປະ​ເທດ​ສິງກະ​ໂປ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ