ວິ​ລະ​ກຳສູ້ຮົບ​ຂອງວິ​ລະ​ຊົນ ຟ້າມ​ມິງ​ຢ໊າມ ຢູ່​ທົ່ງ​ໄຫ​ຫີນ​ ຊຽງ​ຂວາງ

(VOVWORLD) -ເມື່ອກ້າວຂຶ້ນເງີບຫີນຢູ່ກາງຟ້າມີລົມພັດມາຢ່າງແຮງອາກາດໜາວຫຼາຍຂ້າພະເຈົ້າເບິ່ງທ້ອງຟ້າທີ່ມີໝອກຂາວປົກຄຸມໄປທົ່ວຈົນເຮັດໃຫ້ພວກຂ້າພະເຈົ້າຫ່າງກັນແຕ່ 3 ແມັດ ແຕກໍໍ່ເຫັນກັນເລີຍຂ້າພະເຈົ້າຄິດວ່າ ການບຸກໂຈມຕີຄັ້ງນີ້ ທີໜຶ່ງແມ່ນຕ້ອງຍາດໄດ້ໄຊຊະນະທີສອງແມ່ນບໍ່ມີວັນກັບຄືນເມືອເລີຍກອງຮ້ອຍຂອງສັດຕູມີເຖິງ 52 ຄົນແຕ່ພວກຂ້າພະເຈົ້າມີແຕ່ 6 ຄົນເຖິງວ່າແມ່ນເຂດນ້ອຍໆກໍຕາມ ແຕ່ເປັນສະຖານທີ່ທຸລະກັນດານອັນຕະລາຍທີ່ສຸດສະນັ້ນ ພວກສັດຕູຈຶ່ງທ້າທັງກອງພັນໃຫຍ່ 2000 ຄົນ ເພາະວ່າມັນແມ່ນພູມີສັນຖານພຽງໜຶ່ງດຽວ”.
  ຖ້າເລົ່າເລື່ອງລາວກ່ຽວກັບນັກຮົບອາສາສະໝັກ ຫວຽດນາມ ຢູ່ ລາວ, ຄວາມສາມັກຄີໃນການຮ່ວມສຳພັນສູ້ຮົບລະຫວ່າງ ຫວຽດນາມ - ລາວ ແມ່ນບໍ່ມີວັນສິ້ນສຸດ. ບັນເລື່ອງລາເຫຼົ່ານັ້ນ ໄດ້ປະກອບສ່ວນສ້າງເປັນໜ້າປະຫວັດສາດອັນສະຫງ່າລາສີ ແລະ ມູນເຊື້ອສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງປະຊາຊົນສອງປະເທດ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອ ລາວ ຄົບຮອບ 72 ປີ ຄືວັນທີ 30/10/1949 30/10/2021, ພວກຂ້າພະເຈົ້າຂໍແນະນຳມາຍັງທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານ ທະຫານດັກກົງດ້ວຍົນງານທີ່ດັງກ້ອງກັງວານຢູ່ທົ່ງໄຫຫີນ ຊຽງຂວາງ ສະໄໝຕ້ານຈັກກະພັດ ອາເມລິກາ - ນັກວິລະຊົນ ຟ້າມມິງຢ໊າມ ຜູ້ດຽວທີ່ໄດ້ຕີປະລາໄຊສັດຕູທັງກອງຮ້ອຍ. ນັກວິລະຊົນທ່ານນີ້ ໄດ້ຮັບນາມມະຍົດ ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ ຈາກປະທານປະເທດ ຫວຽດນາມ ເມື່ອປີ 2018.

ຖານທີ່ໝັ້ນ 1433 ແມ່ນສະຖານທີ່ທີ່ຫວາດສຽວຫຼາຍ, ມັນເປັນພູຜາຫີນທີ່ສູງຊັນ, ຕ້ອງປີນຂັ້ນໄດໄມ້ໄຜ່ ຈຶ່ງຂຶ້ນໄປໄດ້. ປີກໂຈມຕີຂຶ້ນໄປ 3 ຄົນ, ແຕ່ມີສອງຄົນເສຍຊີວິດ, ຍັງເຫຼືອແຕ່ ສະຫາຍຢ໊າມ ຄົນດຽວທີ່ຕີປະລາໄຊສັດຕູທັງກອງຮ້ອ. ຫຼັງຈາກນັ້ນ, ສະຫາຍໄດ້ສົ່ງສົບຂອງເພື່ອນຮ່ວມກົມກອງສອງຄົນນັ້ນລົງຕີນພູແລ້ວນຳໄປຝັງ. ຊຸມປີມໍ່ມານີ້, ສະຫາຍເອງເປັນຜູ້ທີ່ກັບມາສະໜາມຮົບແຫ່ງດັ່ງຫ່າວ ແລ້ວນຳເອົາອັດຖິຂອງສອງສະຫາຍຮ່ວມກົມກອງນັ້ນ ກັບເມືອບ້ານເກີດເມືອງນອນ. ຖ້າຫາກວ່າ ບໍ່ມີສະຫາຍຢ໊າມ ອັດຖິຂອງເພື່ອນຮ່ວມກົມກອງສອງຄົນນັ້ນກໍຊອກບໍ່ເຫັນ”.

ນັ້ນແມ່ນຄຳແບ່ງປັນຂອງນັກຮົບເກົ່າ ບຸ່ຍມິງເຊີນ ກ່ຽວກັບເພື່ອນຮ່ວມກົມກອງຂອງຕົນ - ນັກຮົບວິລະຊົນ ຟ້າມມິງຢ໊າມ, ຫົວໜ້າໝວດກອງຮ້ອຍດັກກົງ c24, ກອງພັນໃຫຍ່ 866 ດ້ວຍຜົນງານອັນເລີດລ້ຳລືຊາ ຄົນດຽວຕີປະລາໄຊກອງຮ້ອຍສັດຕູຢູ່ ຖານທີ່ໝັ້ນ 1433. ນີ້ແມ່ນໜຶ່ງໃນບັນດາບັ້ນຕໍ່ສູ້ຫຼັກແຫຼ່ງແກ່ນສານຂອງບັ້ນຮົບ Z (12/1971 – 4/1972) ເພື່ອແນໃສ່ສ້າງເງື່ອນໄຂສະດວກ ແລະ ເປີດຊ່ອງທາງໃໝ່ບຸກໂຈມຕີເຂົ້າຖານທີ່ໝັ້ນ ລອງແຈ້ງ - ເມືອງເອກຂອງສັດຕູ ເຊິ່ງເປັນບ່ອນທີ່ສັດຕູຍາມໃດກໍຖືວ່າ “ເຂດດິນແດນທີ່ສັກສິດບໍ່ສາມາດແຕະຕ້ອງໄດ້, ທະຫານ ຫວຽດນາມ ບໍ່ສາມາດບຸກໂຈມຕີເຂົ້າໄດ້”. ນີ້ກໍແມ່ນໜຶ່ງໃນບັນດາບັ້ນຮົບ ເຊິ່ງນັກຮົບວິລະຊົນ ຟ້າມມິງຢ໊າມ ບັນລຸໄດ້ຜົນງານທີ່ພົ້ນເດັ່ນ.

ວິ​ລະ​ກຳສູ້ຮົບ​ຂອງວິ​ລະ​ຊົນ ຟ້າມ​ມິງ​ຢ໊າມ ຢູ່​ທົ່ງ​ໄຫ​ຫີນ​ ຊຽງ​ຂວາງ - ảnh 1ນັກວິລະຊົນຟ້າມມິງຢ໊າມຜູ້ດຽວທີ່ໄດ້ຕີປະລາໄຊສັດຕູທັງກອງຮ້ອຍ (ພາບເອກະສານ)
ຂ້າພະເຈົ້າໄດ້ເຂົ້າຮ່ວມ 4 5 ບັ້ນຮົບແລ້ວ, ໃນນັ້ນ ບັ້ນຮົບ Z ແມ່ນບັ້ນຮົບທີ່ໄດ້ສ້າງຄວາມປະທັບໃຈ ແລະ ພົ້ນເດັ່ນທີ່ສຸດ. ບັ້ນຮົບນີ້ ມີຄວາມສຳຄັນຫຼາຍ ແລະ ຖານທີ່ໝັ້ນເຊິ່ງ ພວກຂ້າພະເຈົ້າຮັບຜິຊອບແມ່ນບັ້ນຕໍ່ສູ້ແກ່ນສານ - ຖານທີ່ໝັ້ນ 1433. ເມື່ອກ້າວຂຶ້ນເງີບຫີນຢູ່ກາງຟ້າ, ມີລົມພັດມາຢ່າງແຮງ, ອາກາດໜາວຫຼາຍ, ຂ້າພະເຈົ້າເບິ່ງທ້ອງຟ້າທີ່ມີໝອກຂາວປົກຄຸມໄປທົ່ວຈົນເຮັດໃຫ້ພວກຂ້າພະເຈົ້າຫ່າງກັນແຕ່ 3 ແມັດ ແຕກໍໍ່ເຫັນກັນເລີຍ. ຂ້າພະເຈົ້າຄິດວ່າ ການບຸກໂຈມຕີຄັ້ງນີ້ ທີໜຶ່ງແມ່ນຕ້ອງຍາດໄດ້ໄຊຊະນະ, ທີສອງແມ່ນບໍ່ມີວັນກັບຄືນເມືອເລີຍ. ກອງຮ້ອຍຂອງສັດຕູມີເຖິງ 52 ຄົນ, ແຕ່ພວກຂ້າພະເຈົ້າມີແຕ່ 6 ຄົນ. ເຖິງວ່າແມ່ນເຂດນ້ອຍໆກໍຕາມ ແຕ່ເປັນສະຖານທີ່ທຸລະກັນດານອັນຕະລາຍທີ່ສຸດ. ສະນັ້ນ ພວກສັດຕູຈຶ່ງທ້າທັງກອງພັນໃຫຍ່ 2000 ຄົນ ເພາະວ່າມັນແມ່ນພູມີສັນຖານພຽງໜຶ່ງດຽວ”.

ຖານທີ່ໝັ້ນ 1433 ແມ່ນສະຖານີບັນຊາເຮືອບິນຖີ້ມລູກລະເບີດໃສ່ເປົ້າໝາຍຕ່າງໆຢູ່ເຂດທົ່ງໄຫຫີນ ຊຽງຂວາງ ທັງແມ່ນບ່ອນເວນຍາມ ອີກດ້ວຍ. ປະຈຳການຢູ່ທີ່ນີ້ ມີກອງຮ້ອຍທະຫານສືບສວນພິເສດຂອງ ວາງປາວ ແລະ ມີເຮືອບິນແຮລີກອບເຕີລຳລຽງສະບຽງອາຫານ, ອາວຸດຍຸດໂທປະກອນທີ່ທັນສະໄໝເປັນປະຈຳ ແລະ ໄດ້ຮັບການປ້ອງກັນຢ່າງລະມັດລະວັງທີ່ສຸດ, ຍາກທີ່ຈະເຂົ້າໄປໃກ້ໄດ້. ເພາະສະນັ້ນ, ປີກບຸກໂຈມຕີມີທັງໝົດ 6 ຄົນ ແຕ່ມີແຕ່ ທ່ານ ຢ໊າມ ກັບເພື່ອນຮ່ວມກົມກອງ 2 ຄົນ ລຸຍເຂົ້າບ່ອນລີ້ຊ້ອນຂອງສັດຕູໄດ້. ເຖິງວ່າຖືກຂາດຂັ້ນໃນທຸກດ້ານ, ແຕ່ດ້ວຍຈິດໃຈແຂງແກ່ນປານເຫຼັກກ້າ ພ້ອມດ້ວຍປືນ AK ໜຶ່ງກະບອກ, ໝາກຟາດັກກົງ 16 ໜ່ວຍ, ໝາກແຕກ 4 ໜ່ວຍ, ທ່ານ ຢ໊າມ ພ້ອມດ້ວຍໝູ່ຮ່ວມກົມກອງຍັງຕັດສິນໃຈລຸຍຂຶ້ນລົບລ້າງຖານທີ່ໝັ້ນແຫ່ງນີ້.

ວິ​ລະ​ກຳສູ້ຮົບ​ຂອງວິ​ລະ​ຊົນ ຟ້າມ​ມິງ​ຢ໊າມ ຢູ່​ທົ່ງ​ໄຫ​ຫີນ​ ຊຽງ​ຂວາງ - ảnh 2ວິລະຊົນ ຟ້າມມິງຢ໊າມ ເລົ່າຄືນບັ້ນຕໍ່ສູ້ສູ່ນັກຂ່າວ VOV
ເມື່ອພວກຂ້າພະເຈົ້າຍິງປືນບຸກໂຈມຕີແລ້ວ, ສະຖານທີ່ແຫ່ງນີ້ ບໍ່ແມ່ນຖານທີ່ໝັ້ນທີ່ມິດງຽບຄືກ່ອນແລ້ວ ຫາກໝາກແຕກໝາກຟາລະເບີດຫຼາຍຈົນແຈ້ງສະຫວ່າງທົ່ວທ້ອງຟ້າ. ເມື່ອຂ້າພະເຈົ້າຕີສຳເລັດປີກຂອງຕົນແລ້ວ ຈຶ່ງໄປຫາໝູ່ ແຕ່ເຫັນໝູ່ທັງສອງຄົນເສສະຫຼະຊີວິດແລ້ວ. ຕອນນັ້ນ ຍັງເຫຼືອແຕ່ຂ້າພະເຈົ້າຄົນດຽວເທົ່ານັ້ນ ແຕ່ສັດຕູຢູ່ທາງລຸ່ມຍັງຖີ້ມລະເບີດບຸກໂຈມຕີໂດຍບໍ່ຢຸດບໍ່ເຊົາ. ຂ້າພະເຈົ້າ ກໍເລີຍເຂົ້າໄປໃນອຸມົງຂອສັດຕູ ແລະ ເຫັນມີປືນກົນໜັກສອງລຳ ພ້ອມດ້ວຍໝາກແຕກຈຳນວນຫຼາຍ, ຂ້າພະເຈົ້າເຫັນບ່ອນໃດມີສຽງເວົ້າ ຫຼືວ່າມີເງົາຄົນລັບລໍ່, ຂ້າພະເຈົ້າກໍຍິງໂດຍທັນທີ, ຖີ້ມໝາກແຕກຈົນຮອດເວລາງຽບລົງໝົດຈຶ່ງເຊົາ. ພາຍຫຼັງຕີສຳເລັດ ແລະ ໄປກວດກາທຸກຢ່າງຮຽບຮ້ອຍແລ້ວ, ຂ້າພະເຈົ້າເອົາມືລູບຫົວ ຈຶ່ງຮູ້ວ່າຕົນເອງໄດ້ຮັບບາດເຈັບ”.

ພາຍຫຼັງສູ້ຮົບຢ່າງລືມເນື້ອລືມຕົວເປັນເວລາ 2 ຊົ່ວໂມງກວ່າ, ໃນສຸດທ້າຍບັ້ນຕໍ່ສູ້ລົບລ້າງຖານທີ່ໝັ້ນ 1433 ກໍຍາດໄດ້ໄຊຊະນະ. ທ່ານ ຢາມ ໄດ້ພັນບ່ອນບາດເຈັບຂອງຕົນ ແລະ ສົ່ງສົບຂອງໝູ່ຮ່ວມກົມກອງສອງຄົນລົງໄປຕີນພູເພື່ອຊອກຫາບ່ອນຝັງສົບ. ໄຊຊະນະຂອງບັ້ນຕໍ່ສູ້ຄັ້ງນີ້ ໄດ້ສະແດງໃຫ້ເຫັນຈິດໃຈແຂງແກ່ນແຮງກ້າ, ອົງອາດກ້າຫານ, ຄວາມເກັ່ງກ້າສາມາດຂອງທະຫານ ຫວຽດນາມ ເວົ້າລວມ ແລະ ນກວິລະຊົນ ຟ້າມມິງຢ໊າມ ເວົ້າສະເພາະ. ທ່ານ ຈ້ຽວຮົ່ງຈຽນ ຜູ້ເຄືຍເປັນທະຫານສືບສວນ ລອດເລິກທຸກສະໜາມຮົບຢູ່ເຂດທົ່ງໄຫຫີນ ຊຽງຂວາງ ແລະ ມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບທຸກພູມີສັນຖານ, ລັກສະນະຂອງສະໜາມຮົບແຕ່ລະແຫ່ງໃຫ້ຮູ້ວ່າ:

ສິ່ງທີ່ພວກເຮົາໄດ້ຟັງກ່ຽວກັບວິລະກຳຂອງນັກຮົບວິລະຊົນ ຟ້າມມິງຢ໊າມ ນັ້ນ ພຽງແຕ່ແມ່ນສ່ວນໜຶ່ງຂອງບັ້ນຮົບເທົ່ານັ້ນ, ມີແຕ່ໄດ້ເຂົ້າຮ່ວມບັ້ນຕໍ່ສູ້ນັ້ນ ຈຶ່ງຄຳນຶງໄດ້ເຖິງຄວາມດຸເດືອດ ແລະ ຜົນງານນັ້ນ ຍັງດັງກ້ອງກັງວານຢູ່ແນວຮົບ, ສ້າງເງື່ອນໄຂສະດວກໃຫ້ແກ່ສະໜາມົບພາກໃຕ້, ຫວຽດນາມ ແລະ ສະໜາມຮົບຂອງ ລາວ. ເພາະສະນັ້ນ, ເພື່ອສ້າງຂີດໝາຍ ແລະ ເຮັດໃຫ້ໄຊຊະນະນີ້ພົ້ນເດັ່ນຂຶ້ນ, ພາຍຫຼັງເຊັນສົນທິສັນຍາເມື່ອປີ 1973, ແນວຮົບໄດ້ຕັດສິນໃຈຈັດງານວາງສະແດງຄັ້ງໃຫຍ່, ສະນັ້ນຂ້າເຈົ້າຈຶ່ງມີໂອກາດໄດ້ພົບປະ ແລະ ຖ່າຍຮູບໃຫ້ແກ່ນັກຮົບວິລະຊົນ ຟ້າມມິງຢ໊າມ ແລະ ສ້າງຄວາມຊົງຈຳອັນເລິກເຊິ່ງໃຫ້ແກ່ຂ້າພະເຈົ້າ".

ວິ​ລະ​ກຳສູ້ຮົບ​ຂອງວິ​ລະ​ຊົນ ຟ້າມ​ມິງ​ຢ໊າມ ຢູ່​ທົ່ງ​ໄຫ​ຫີນ​ ຊຽງ​ຂວາງ - ảnh 3ທ່ານ ຟ້າມມິງຢ້າມ ໄດ້ຮັບນາມມາຍົດ ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ ເມື່ອປີ 2018 ຈາກປະທານປະເທດ ຫວຽດນາມ (ພາບ:baohoabinh.com.vn)

ສິ້ນສຸດບັ້ນຮົບ Z, ຫົວໜ້າໝວດ ຟ້າມມິງຢ໊າມ ໄດ້ຮັບຫຼຽນໄຊ ວິລະກຳສູ້ຮົບຊັ້ນໜຶ່ງ (1972), ນັກຮົບຜູ້ອົງອາດດີເດັ່ນ ດັບມອບຈັກກະພັດ ອາເມລິກາ (1972), ນັກຮົບແຂ່ງຂັນທົ່ວກອງທັບ (1972), ຫຼຽນໄຊນັກຮົບສະຫງ່າອົງອາດ ຊັ້ນ 3….

ບັນດາຜົນງານຂອງທ່ານ ຟ້າມມິງຢ໊າມ ໄດ້ປະກອບສ່ວນເຂົ້າໃນໜ້າປະຫວັດສາດອັນສະຫງ່າອົງອາດຂອງການພົວພັນສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບດ້ວຍຄວາມບໍລິສຸດຜຸດຜ່ອງ, ສາຍຈິດມິດໃຈອັນສັດຊື່ບໍລິສຸດລະຫວ່າງສອງຊາດ ຫວຽດນາມ - ລາວ. ຍ້ອນ “ມີຜົນງານພິເສດໃນການຕໍ່ຕ້ານຕ້ານ ອາເມລິກາ ກູ້ຊາດ”, ທ່ານ ຟ້າມມິງຢ໊າມ ໄດ້ຮັບນາມມາຍົດ ນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ ເມື່ອປີ 2018 ຈາກປະທານປະເທດ ຫວຽດນາມ. ນີ້ແມ່ນນາມມະຍົດອັນສູງສົ່ງ ຮັບຮູ້ຊຸມເດືອນປີທີ່ໜ້າເອກອ້າງທະນົງໃຈຂອງທ່ານ, ປະກອບສ່ວນສ້າງປະຫວັດສາດອັນສະຫງ່າອົງອາດຂອງທັງສອງຊາດ ຫວຽດນາມ - ລາວ: ຍາດເອົາໄຊຊະນະຕໍ່ການຮຸກຮານຂອງຈັກກະພັດ ອາເມລິກາ./.

ຕອບກັບ

ຂ່າວ/ບົດ​ອື່ນ