ວິ​ວັດ​ການ​ຮຽນ​ພາ​ສ​າ​ຫວຽດ​ ຂອງ ອະ​ພິ​ຈິດ ມິງວົງ​ທຳ - ອ້າຍ​ບ່າວຜູ້​ໄທ​ພິ​ການທາງສາຍ​ຕາ

(VOVWORLD) -  ຄົນຕ່າງປະເທດຮຽນພາສາຫວຽດກໍຍາກແລ້ວ, ແຕ່ສຳລັບຄົນພິການທາງສາຍຕາຮຽນພາສາຫວຽດແມ່ນຍິ່ງຍາກກວ່າທົບຫຼາຍເທົ່າ. ແຕ່ ອະພິຈິດ ມິງວົງທຳ -ອ້າຍບ່າວມາຈາກ ບາງກອກ ປະເທດໄທ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ມີຄວາມເມົາມົວກັບການຮຽນພາສາຫວຽດທີ່ສຸດ. ລາວເປັນຜູ້ທີ່ຍາດໄດ້ຄະແນນສູງສຸດຂອງພະແນກ ຫວຽດນາມວິທະຍາ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນໂຮ່ຈີມິນ ປີ 2018. ຫວ່າງມໍ່ໆມານີ້, ບົດເສັງດ້ວຍຫົວຂໍ້ “ຫວຽດນາມ ໃນສາຍຕາຂອງຂ້ອຍ” ຂອງ ອະພິຈິດ ຍາດໄດ້ລາງວັນທີໜຶ່ງໃນການເສັງ ປາຍປາກກາ VSL 2019 ໂດຍທາງໂຮງຮຽນຈັດຕັ້ງ. ຕໍ່ໄປນີ້, ພວກເຮົາຈົ່ງພ້ອມກັນທຳຄວາມຮູ້ຈັກກັບອ້າຍບ່າວຄົນນີ້ ຜ່ານສາລະຄະດີຂອງນັກຂ່າວມິງງອກ.

12 ໂມງ 15 ນາທີຂອງທຸກໆວັນໃນອາທິດ, ໃນຊຸດເຄື່ອງນຸ່ງໂສ້ງຢີນ, ເສື້ອຂາວທີ່ສຸພາບພ້ອມດ້ວຍກະເປົາພາຍສີດຳ ແລະ ໄມ້ຄ້ອນເທົ້ານໍາທາງຂອງຕົນ, ອະພິຈິດໄດ້ມີໜ້າຢູ່ທາງໜ້າປະຕູ-ບ່ອນທີ່ມີລົດຈັກຮັບຈ້າງພວມລໍຖ້າ ເພື່ອສົ່ງລາວໄປໂຮງຮຽນ.

ວິ​ວັດ​ການ​ຮຽນ​ພາ​ສ​າ​ຫວຽດ​ ຂອງ ອະ​ພິ​ຈິດ ມິງວົງ​ທຳ - ອ້າຍ​ບ່າວຜູ້​ໄທ​ພິ​ການທາງສາຍ​ຕາ - ảnh 1ອາພີຈິດ ມິງວົງຄໍາ  

        ໂຮງຮຽນຂອງອະພິຈິດຕັ້ງຢູ່ເມືອງ 1 ຫ່າງຈາກເຮືອນຂອງລາວບໍ່ໄກປານໃດ, ຂີ່່ລົດຈັກໃຊ້ເວລາປະມານ 5 – 7 ນາທີ. ເມື່ອລົງຈາກລົດ, ອະພິຈິດຖືເອົາໄມ້ຄ້ອນເທົ້າຄອ່ຍໆຊອກທາງເພື່ອເຂົ້າໄປໃນຫ້ອງ. ເຖິງວ່າ ຊົ່ວໂມງຮຽນທຳອິດຈະເລີ່ມຕົ້ນຕອນ 13 ໂມງ ກໍຕາມ ແຕ່ ອະພິຈິດ ຍາມໃດກໍພະຍາຍາມມາໄວ ເພື່ອກະກຽມ. ລາວນັ່ງໂຕະແຖວທຳອິດໃນຫ້ອງຮຽນ. ໂດຍຕ່າງກັບຕຳລາຮຽນຂອງນັກສຶກສາຄົນອື່ນໆ, ຕຳລາຮຽນຂອງ ອະພິຈິດແມ່ນຕົວໜັງສືນູນ ແລະ ເຄື່ອງບັນທຶກສຽງ ຍີ່ຫໍ່ ໂຊນີ ແມ່ນເຄື່ອງມືທີ່ຂາດບໍ່ໄດ້ໃນກະເປົາຂອງລາວ ເຊິ່ງໄດ້ວາງໄວ້ເປັນລະບຽບເທິງໜ້າໂຕະ. ອາຈານ ເຢືອງທູເຮືອງ, ອາຈານສອນວິຊາພາສາຫວຽດ ບໍາລຸງ, ພະແນກຫວຽດນາມວິທະຍາ, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດນະຄອນໂຮ່ຈີມິນ ມີຄວາມປະທັບໃຈເປັນພິເສດຕໍ່ນັກສຶກສາຄົນດັ່ງກ່າວ.

        “ເຖິງວ່າຕາບໍ່ເຫັນຮຸ່ງກໍຕາມ ແຕ່ ອະພິຈິດໄດ້ຕັ້ງໃຈຟັງທຸກເນື້ອໃນອາຈານສອນ ພ້ອມທັງຂໍອະນຸຍາດອັດສຽງບົດສອນຂອງອາຈານໄວ້. ເມື່ອຟັງຄືນບົດສອນຂອງອາຈານ ມີບ່ອນໃດບໍ່ເຂົ້າໃຈ ລາວກໍໂທຫາອາຈານ ອະທິບາຍໃຫ້ ແລະ ເຮັດໃຫ້ອະພິຈິດ ກໍນັບມື້ນັບເກັ່ງພາສາຫວຽດ”.

        ອະພິຈິດໃຫ້ຮູ້ວ່າ ລາວມັກຮຽນບັນດາຊົ່ວໂມງຮຽນພາສາຫວຽດບຳລຸງຄືແນວນີ້ຂອງອາຈານ. ເພາະວ່າ, ຜ່ານແຕ່ລະຊົ່ວໂມງຮຽນ, ອະພິຈິດຈະຮູ້ກ່ຽວກັບໄວຍາກອນ ແລະ ຄຳສັບໃໝ່ຫຼາຍກວ່າ. ພາສາຫວຽດ ມີຈັງຫວະຂຶ້ນໆລົງໆຄືດັ່ງຈັງຫວະຂອງບົດເພງ ເຮັດໃຫ້ ອະພິຈິດ ຍິ່ງຮຽນຍິ່ງເມົາມົວ. ດ້ວຍນ້ຳສຽງອັນອົບອຸ່ນ ແລະ ອອກສຽງຖືກພໍສົມຄວນ, ອະພິຈິດ ແບ່ງປັນກ່ຽວກັບບຸນຫວາດສະໜາຂອງລາວກັບ ພາສາຫວຽດ ເມື່ອລາວຫາກໍມີອາຍຸ 6, 7 ປີ ສູ່ຟັງວ່າ:

        “ດົນໆ ຢູ່ເຮືອນຂ້າພະເຈົ້າຈັບຄື້ນຂອງລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງຫວຽດນາມໄດ້ເທື່ອໜຶ່ງ. ຕອນທຳອິດ, ຂ້າພະເຈົ້າຮູ້ສຶກວ່າແປກຫູ ແຕ່ຍິ່ງຟັງໄປຍິ່ງເຫັນວ່າ ພາສາຫວຽດມີຈັງຫວະມ່ວນ. ຂ້າພະເຈົ້າ ກໍເລີຍຮຽນແບບສຽງຂອງບັນດາບັນນາທິການຫວຽດນາມ ເຖິງວ່າຕອນນັ້ນ ຂ້າພະເຈົ້າຍັງບໍ່ທັນເຂົ້າໃຈຫຍັງເລີຍ. ພໍ່ແມ່ຂ້າພະເຈົ້າກໍຮູ້ສຶກປະຫຼາດໃຈວ່າ ເປັນຫຍັງ ລູກຂອງຕົນຈຶ່ງມັກຮຽນພາສາຫວຽດປານນັ້ນ ໃນເມື່ອຂ້າພະເຈົ້າພຽງແຕ່ເປັນເດັກນ້ອຍໄທຄົນໜຶ່ງໂດຍບໍ່ມີຫຍັງກ່ຽວພັນເຖິງຫວຽດນາມເລີຍ.”

ພາຍຫຼັງ 14 ປີ ນັບແຕ່ເມື່ອໄດ້ຟັງສຳນຽງສຽງເວົ້າຂອງພາສາຫວຽດມາເປັນຄັ້ງທຳອິດນັ້ນ ອະພິຈິດ ຈຶ່ງມີໂອກາດໄດ້ມາຢາມຫວຽດນາມ. ຄາວນັ້ນ, ອະພິຈິດ ເວົ້າໄດ້ບາງຄຳທັກທາຍ ເຊິ່ງ ລາວຮຽນນຳໝູ່ເພື່ອນເທົ່ານັ້ນ.

        “ຄາວນັ້ນ, ຂ້າພະເຈົ້າ ເວົ້າໄດ້ບາງຄຳຄື “ຊີນຈ່າວ”, “ບາວຍຽວ” ຊື່ໆ. ເພາະວ່າ ຕາຂ້າພະເຈົ້າບໍ່ເຫັນຮຸ່ງ ສະນັ້ນ ພຽງແຕ່ມະໂນພາບກ່ຽວກັບທິວທັດທຳມະຊາດທີ່ສວຍສົດງົດງາມຂອງຮ່າໂນ້ຍ ຜ່ານການເລົ່າການພັນລະນາຂອງໝູ່ເພື່ອນທີ່ໄປນຳກັນ. ເມື່ອຍ່າງເລາະຢູ່ຮ່າໂນ້ຍ, ຂ້າພະເຈົ້າໄດ້ຍິນສຽງລົດຈັກ ແລະ ສຽງບີບແກຫຼາຍ. ຂ້າພະເຈົ້າກໍໄດ້ຖາມໝູ່ກ່ຽວກັບເຮືອນຊານຢູ່ຫວຽດນາມເປັນແນວໃດ, ໝູ່ຂ້າພະເຈົ້າໄດ້ພັນລະນາວ່າ ເຮືອນຂອງຄົນຫວຽດເຖິງວ່ານ້ອຍ ແຕ່ຍາວສູງຂຶ້ນ ແລະ ຄອບຄົວໃດກໍຂາຍເຄື່ອງ. ຂ້າພະເຈົ້າຍັງຈື່ໄດ້ວ່າ ຕົນເອງໄດ້ໄປຢ້ຽມຢາມຫໍພິພິທະພັນກອງທັບຫວຽດນາມ ແລະ ໄດ້ຈັບໄດ້ບາຍບັນດາຊາກເຮືອບິນທີ່ວາງສະແດງຢູ່ຫັ້ນ.”

ພາຍຫຼັງການມາທ່ອງທ່ຽວຫວຽດນາມເປັນເວລາສັ້ນໆນັ້ນ, ອະພິຈິດໄດ້ສັນຍານຳຕົນເອງວ່າ ຕົນເອງຈະຕ້ອງກັບມາຫວຽດນາມອີກຄັ້ງໜຶ່ງ. ທ້າຍປີ 2011, ພາຍຫຼັງຮຽນຈົບພະແນກກົດໝາຍ - ມະຫາວິທະຍາໄລ ທຳມະສາດ, ອະພິຈິດ ໄດ້ຖາມຕົນເອງວ່າ ນອກຈາກຂະແໜງກົດໝາຍ ແລະ ເສບດົນຕີແລ້ວ ຕົນເອງຍັງມັກເຮັດຫຍັງອີກ. ແລະຄຳຕອບແມ່ນມັກຮຽນພາສາຫວຽດ. ສະນັ້ນ, ປີ 2013,  ອະພິຈິດ ໄດ້ຕັດສິນໃຈຂໍອອກວຽກ, ທ້ອນເງິນທ້ອນຄຳ ມາຫວຽດນາມ ລົງທະບຽນຮຽນພາສາຫວຽດ. ເພື່ອກາຍເປັນນັກສຶກສາທີ່ດີເດັ່ນຄືໃນວັນນີ້ໄດ້, ອະພິຈິດ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງໃນການຮຽນ.

ເພາະວ່າຕາຂ້າພະເຈົ້າບໍ່ເຫັນຮຸ່ງ ສະນັ້ນ ຂ້າພະເຈົ້າຈຶ່ງຕ້ອງມີປື້ມຕົວໜັງສືນູນເພື່ອຮຽນ. ຂ້າພະເຈົ້າໄດ້ເອົາຕຳລາຮຽນໄປ copy ອອກເປັນຫຼາຍສ່ວນທີ່ແຕກຕ່າງກັນ ເພື່ອຫາໝູ່ຄົນຫວຽດນາມ ຕີເປັນ File word ໃຫ້. ເຂົາເຈົ້າກໍຄາວຽກຫຼາຍ ແຕ່ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອຂ້າພະເຈົ້າ. ຊ້ຳບໍ່ໜຳ, ບາງຄົນຍັງຢູ່ຕີບົດໃຫ້ຂ້າພະເຈົ້າຮອດເຊົ້າ. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ສົ່ງ file ໂຕນັ້ນ ໄປຍັງໂຮງຮຽນ ມ້າຍເອີ໊ມທຽນເອີນ ຢູ່ເມືອງ ເຕີນຝູ ເພື່ອຫາບັນດາອາຈານຢູ່ຫັ້ນ ພິມເປັນຕົວໜັງສືນູນໃຫ້. ອາດເວົ້າໄດ້ວ່າ, ຖ້າຫາກບໍ່ມີການຊ່ວຍເຫຼືອຈາກໝູ່ເພື່ອນຫວຽດນາມ ຈະບໍ່ມີຂ້າພະເຈົ້າໃນວັນນີ້”.

ບັນຫາກ່ຽວກັບຕຳລາຮຽນໄດ້ຮັບການແກ້ໄຂແລ້ວ ແຕ່ ຍັງມີຄວາມຫຍຸ້ງຍາກອີກໜຶ່ງຢ່າງ ເຊິ່ງ ອະພິຈິດ ຕ້ອງປະເຊີນໜ້າ ນັ້ນແມ່ນ ລາວບໍ່ຮູ້ອ່ານ.  ອີກຄັ້ງໜຶ່ງ, ລາວຕ້ອງໄປຫາບັນດາຄູອາຈານຢູ່ໂຮງຮຽນ ມ໊າຍເອີ໊ມທຽນເອີນ ແນະນຳການອ່ານພາສາຫວຽດ ນັບແຕ່ຫົວທີ.

ວິ​ວັດ​ການ​ຮຽນ​ພາ​ສ​າ​ຫວຽດ​ ຂອງ ອະ​ພິ​ຈິດ ມິງວົງ​ທຳ - ອ້າຍ​ບ່າວຜູ້​ໄທ​ພິ​ການທາງສາຍ​ຕາ - ảnh 2 ອາພິຈິດ ສອນ ພາສາໄທ 

ເພື່ອໃຫ້ມີເງິນໃຊ້ຈ່າຍໃນຊີວິດປະຈຳວັນ ກໍຄືປະຕິບັດຄວາມໄຝ່ຝັນຂອງຄົນ,  ອະພິຈິດ ໄດ້ເປີດຫ້ອງສອນພາສາໄທ ອອນລາຍ ແລະ ອອບລາຍ ໃຫ້ແກ່ບຸກຄົນທີ່ຮັກມັກພາສາໄທ. ໄລ່ມາຮອດປັດຈຸບັນ, ຈຳນວນຜູ້ຮຽນພາສາໄທນໍາລາວໄດ້ເພີ່ມຂຶ້ນເຖິງກວ່າ 200 ຄົນແລ້ວ. ນີ້ກໍແມ່ນໂອກາດເພື່ອໃຫ້ ອະພິຈິດ ມີໝູ່ຄົນ ຫວຽດ ຫຼາຍຂຶ້ນ ແລະ ຊ່ວຍໃຫ້ລາວໄດ້ແລກປ່ຽນ, ຍົກສູງລະດັບຄວາມຮູ້ດ້ານພາສາຫວຽດຂອງຕົນ. ອະພິຈິດຫວັງວ່າ ອີກ 2 ປີ, ພາຍຫຼັງຮຽນຈົບ ລາວຈະເປີດສູນສອນພາສາຕ່າງປະເທດ ຫຼື ເປີດເວັບໄຊສອນພາສາຫວຽດ ແລະ ໄທ ອອນລາຍ. ລາວຢາກຖ່າຍທອດໃຫ້ບັນດາຜູ້ຮຽນພາສາຫວຽດນໍາຂອງຕົນກ່ຽວກັບຄວາມຮັກທີ່ມີຕໍ່ພາສາຫວຽດ ແລະ ແນະນຳກ່ຽວກັບປະເທດຫວຽດນາມ ທີ່ສວຍສົດງົດງາມ, ປະຊາຊົນຫວຽດນາມ ໃຈດີ ແລະ ຮັກແພງແຂກຄົນໃຫ້ເຂົາເຈົ້າ. 

ຕອບກັບ

ຂ່າວ/ບົດ​ອື່ນ