ວິ​ສາ​ຫະກິດ ​ໄທ ປະ​ຈໍາ ຫວຽດນາມ ​ໃນ​ໄລຍະ​ເກີດ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -  ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ ຫາກຍັງກໍ່ຄວາມຫຍຸ້ງຍາກໃຫ້ວິສາຫະກິດ ອີກດ້ວຍ. ຜົນຂອງການສໍາຫຼວດກ່ຽວກັບຜົນສະທ້ອນຂອງໂລກລະບາດໂຄວິດ - 19 ຕໍ່ບັນດາວິສາຫະກິດ ໄທ ປະຈໍາ ຫວຽດນາມ ຫຼາຍກວ່າວິສາຫະກິດສະມາຊິກ 52 ແຫ່ງ ຂອງສະຫະສະມາຄົມວິສາຫະກິດ ໄທ ປະຈໍາ ຫວຽດນາມ (TBA) ໃນເດືອນ ມີນາຜ່ານມາ ໄດ້ສະແດງໃຫ້ເຫັນວ່າ: ລະບົບສະໜອງ ແລະ logistic ຖືກຜົນສະທ້ອນໜັກໜ່ວງກວ່າ, ໂດຍກວມເອົາ 21,8%. ສິ່ງດັ່ງກ່າວ ເຮັດໃຫ້ການຜະລິດ ແລະ ລາຍຮັບຂອງບັນດາວິສາຫະກິດຫຼຸດລົງ.  ເຖິງຢ່າງໃດກໍຕາມ, ບັນດາວິສາຫະກິດ ໄທ ຍາມໃດກໍປະຕິບັດຖືກຕ້ອງຕາມຂໍ້ກໍານົດຂອງລັດຖະບານຫວຽດນາມໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນຄວາມປອດໄພໃຫ້ແກ່ຊາວຜູ້ອອກແຮງງານ ແລະ ຊອກຫາທິດທາງເພື່ອນໍາວິສາຫະກິດຜ່ານຜ່າໄລຍະອັນຫຍຸ້ງຍາກນີ້.

 

        ເຖິງວ່າມີປະສົບການເຄື່ອນໄຫວ ມາເປັນ 13 ປີ ແລະ ມີໂຮງຈັກຜະລິດອາໄຫຼ່ລົດໂອໂຕ, ລົດຈັກ ຢູ່ຮ່າໂນ້ຍແລ້ວກໍຕາມ, ແຕ່ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ - 19, ບໍລິສັດ Thai Summit Intereats ຫວຽດນາມຈໍາກັດ ກໍປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ທ່ານ ພີຣະພົງ ບົວທົນ, ຮອງຜູ້ອໍານວຍການໃຫຍ່ບໍລິສັດ  Thai Summit Intereats ຫວຽດນາມ ໃຫ້ຮູ້ວ່າ:

          ເຖິງວ່າປະສົບກັບຄວາມຫຍຸ້ງຍາກຄືແນວນັ້ນກໍຕາມ ແຕ່ດ້ວຍຄໍາຂວັນທີ່ວ່າ “Before we build parts, we build people” (ອາດເຂົ້າໃຈວ່າ: ກ່ອນທີ່ພວກເຮົາຜະລິດອາໄຫຼ່ອອກມາ, ພວກເຮົາຕ້ອງສ້າງຄົນ), ຄະນະການນໍາກຸ່ມບໍລິສັດ Thai Summit ແລະ ບໍລິສັດ  Thai Summit Intereats ຫວຽດນາມ ຈໍາກັດຍາມໃດກໍຮັກສານະໂຍບາຍເບິ່ງແຍງດູແລໃຫ້ຊາວຜູ້ອອກແຮງງານໃຫ້ດີທີ່ສຸດ, ໂດຍສະເພາະແມ່ນໃນໄລຍະເກີດໂລກລະບາດ. ທ່ານ ປີຣະພົງ ບົວທົນ ໃຫ້ຮູ້ຕື່ມອີກວ່າ:

ວິ​ສາ​ຫະກິດ ​ໄທ ປະ​ຈໍາ ຫວຽດນາມ ​ໃນ​ໄລຍະ​ເກີດ​ໂລກລະບາດ​ໂຄ​ວິດ - 19 - ảnh 1 ສະມາຄົມວິສາຫະກິດ ໄທ ຢູ່ພາກເໜືອຫວຽດນາມ ໂອ້ລົມກັບທ່ານເອກອັກຄະລັດຖະທູດ ໄທປະຈໍາ ຫວຽດນາມ ກ່ຽວກັບສະພາບການຂອງວິສາຫະກິດໃນໄລຍະຜ່ານມາ 

          ກໍຄືກັນກັບ ບໍລິສັດ Thai Summit Intereats ຫວຽດນາມ, ບໍລິສັດຫຸ້ນສ່ວນ Siam – vinagolf ເຊິ່ງເປັນບໍລິສັດດໍາເນີນທຸລະກິດໃນສະເພາະຂະແໜງເດີ່ນຕີ ກອັບ ກໍຖືກຜົນສະທ້ອນເຖິງລາຍຮັບ ຍ້ອນເດີ່ນຕີກອັບຖືກປິດປະຕູການບໍລິການ, ການກໍ່ສ້າງກໍຖືກອຶກອັກຊັກຊ້າ ຍ້ອນບໍ່ສາມາດນໍາເຂົ້າເຄື່ອງອາໄຫຼ່ ແລະ ຈ່າຍຄ່າໃຊ້ຈ່າຍປະຈໍາວັນ, ເຊັ່ນ: ຕັດຫຍ້າ ແລະ ຫົດນໍ້າ. ສ່ວນບໍລິສັດ CP ກຸ່ມບໍລິສັດ ຝຸຖ໋າຍ (ຝຸຖ໋າຍ Group) ເຊິ່ງເປັນບໍລິສັດເຄື່ອນໄຫວໃນຂົງເຂດການຄ້າ, ດໍາເນີນທຸລະກິດ ແລະ ຈໍາໜ່າຍບັນດາຜະລິດຕະພັນເຄື່ອງໃຊ້ສອຍ ພັດປະສົບກັບບັນຫາທີ່ແຕກຕ່າງກັນ. ທ່ານ ອະດິຫວັດ ແຜນທັດ, ຮອງຜູ້ອໍານວຍການຝ່າຍຈັດຕັ້ງບຸກຄະລາກອນ ແລະ ລະບຽບການບໍລິຫານ ຂອງບໍລິສັດ CP ກຸ່ມບໍລິສັດ ຝຸຖ໊າຍ ໃຫ້ຮູ້ວ່າ:

        ຕໍ່ໜ້າບັນດາຄວາມຫຍຸ້ງຍາກເຫຼົ່ານີ້, ນອກຈາກການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຂອງລັດຖະບານຫວຽດນາມໃຫ້ເປັນຢ່າງດີແລ້ວ, ວິສາຫະກິດໄທ ຫຼາຍແຫ່ງຍັງວາງອອກຮູບແບບຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຊອກຫາບັນດາກາລະໂອກາດດໍາເນີນທຸລະກິດ, ສິນຄ້າ ຫຼື ການບໍລິການໃໝ່ໃຫ້ເໝາະສົມກັບສະພາບການ ແລະ ທ່າອ່ຽງການບໍລິໂພກ, ອຸປະໂພກໃນອະນາຄົດອີກດ້ວຍ. ທ່ານ ຈິນນະຈົດ ໂມອ່ອນ, ຜູ້ຊ່່ວຍວຽກ ຮອງຜູ້ອໍານວຍການໃຫຍ່ ຮັບຜິດຊອບຝ່າຍການຕະຫຼາດ ແລະ ການຂາຍຂອງ PRIME, ປະທານ ສະມາຄົມວິສາຫະກິດໄທ ຢູ່ພາກເໜືອຫວຽດນາມ ໃຫ້ຮູ້ວ່າ:

        ທ່ານ ຈິນນະຈົດ ໂມອ່ອນ ໃຫ້ຮູ້ວ່າ: ນະໂຍບາຍຂອງຫວຽດນາມໃນການຮຽກຮ້ອງນໍາໃຊ້ບັນດາອຸປະກອນປ້ອງກັນ PPE ແລະ ນະໂຍບາຍແຍກຫ່າງໃນສັງຄົມ, ນັບທັງການແນະນໍາໃຫ້ກວດອຸນຫະພູມຮ່າງກາຍກ່ອນທີ່ຈະເຂົ້າບ່ອນເຮັດວຽກ ໄດ້ຊ່ວຍໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າ ໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ເຫັນວ່າ ເຊື້ອພະຍາດໂຄວິດ - 19 ບໍ່ໜ້າຢ້ານກົວອີກແລ້ວ.

        ປັດຈຸບັນ, ການປະຕິບັດຄໍາສັ່ງເລກທີ 19 ຂອງລັດຖະບານ ກ່ຽວກັບການຫຼຸດຜ່ອນມາດຕະການແຍກຫ່າງໃນສັງຄົມ, ໃນນັ້ນ, ອະນຸຍາດໃຫ້ບາງຂະແໜງການຜະລິດໄດ້ເຄື່ອນໄຫວຄືນໃໝ່ເປັນປົກກະຕິ ແມ່ນສັນຍານເປັນໜ້າຊື່ນຊົມ ສໍາລັບບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ, ລວມທັງວິສາຫະກິດ ໄທ ໃນການແກ້ໄຂຄວາມຫຍຸ້ງຍາກ ພາຍຫຼັງຊ່ວງໄລຍະເວລາທີ່ຖືກຊັກຊ້າຍ້ອນໂລກລະບາດໂຄວິດ - 19./.

ຕອບກັບ

ຂ່າວ/ບົດ​ອື່ນ