ວິສາຫະກິດ ໄທ ສົນໃຈເຖິງອຸດສາຫະກຳຜະລິດເຄື່ອງປະກອບຂອງຫວຽດນາມ


(vovworld)- ງານ​ວາງ​ສະ​ແດງ​ກົນ​ຈັກ​ອຸດ​ສາ​ຫະ​ກຳ ​VietNam Manufacturing Exhibition ຄັ້ງ​ທີ 8 ປີ 2016 ໂດຍ​ບໍ​ລິ​ສັດ Reed Tradex ຂອງ​ໄທ ຈັດ​ຕັ້ງ ຫວ່າງ​ແລ້ວນີ້​ຢູ່ ຮ່າ​ໂນ້ຍ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດກວ່າ 200 ແຫ່ງ​ທີ່​ມາ​ຈາກ 20 ປະ​ເທດ. ງານ​ວາງ​ສະ​ແດງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຢູ່​ຫວຽດ​ນາມ ພົບ​ປະ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ ແນ​ໃສ່​ແລກ​ປ່ຽນ​ສິນ​ຄ້າ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ນຳ​ໃຊ້​ໃນ​ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ. ​ສຳ​ລັບ ບັນ​ດາ​ວິ​ສາ​ຫະ​ກິດ​ໄທ, ນີ້​ແມ່ນ​ກາ​ລະ​ໂອ​ກາດ​ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ເປີດ​ກ້​ວາງ​ຕະ​ຫລາດ​​ໃນ​ຂົງ​ເຂດ​ຊື່ງ​ໄທ ມີ​ບົດ​ຮຽນ​​ກວ່າຫວຽດ​ນາມ.

ວິສາຫະກິດ ໄທ ສົນໃຈເຖິງອຸດສາຫະກຳຜະລິດເຄື່ອງປະກອບຂອງຫວຽດນາມ - ảnh 1
ວິ​ສາ​ຫະ​ກິດ​ໄທ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ

        ບໍ​ລິ​ສັດ SP Vision Technology ຈຳ​ກັດ ຊື່ງ​ແມ່ນ​ບໍ​ລິ​ສັດ​ສະ​ຫນອງສະ​ເພາະ​ບໍ​ລິ​ການ​ອອກ​ແບບ, ຕິດ​ຕັ້ງ​​​ເຄື່ອງຈັກວັດ​ແທກ​ແສງ ແລະ ບໍ​ລິ​ສັດ Prolog Titanium ຜະ​ລິດ ແລະ ສະ​ຫນອງ​ບັນ​ດາ​ປະ​ເພດ​ສິ​ນ​ຄ້າ​ກ່ຽວ​ກັບ Titan ແມ່ນ 2 ໃນ​ຈຳ​ນວນ 28 ບໍ​ລິ​ສັດຂອງ​ໄທ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້. ແຕກ​ຕ່າງ​ກັນ​ກັບ​ບໍ​ລິ​ສັດ​ອື່ນ​ສ່ວນ​ຫລາຍ​ຂອງ​ໄທທີ່​ໄດ້​ຮັບ​ການ​ລົງ​ທຶນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ຈາກ​ຕ່າງ​ປະ​ເທດ ຜ່ານ​ຮູບ​ການ​ສ້າງ​ຕັ້ງ​ໂຮງ​ງານ​ຢູ່​ໄທ, ບໍ​ລິ​ສັດ SP Vision Technology ​ຈຳ​ກັດ ແລະ ບໍ​ລ​ິ​ສັດ Prolog Titanium ແມ່ນ​ວິ​ສາ​ຫະ​ກິດ​ໂດຍຄົນ​ໄທ​ເປັນ​ເຈົ້າ​ຂອງ. ນອກ​ຈາກ​ຄວາ​ມ​ສາ​ມາດ​ສະ​ຫນອງ​ບໍ​ລິ​ການ​ໃຫ້​ຕະ​ຫລາດພາຍ​ໃນປະ​ເທດ​ແລ້ວ​, ບໍ​ລິ​ສັດ​ທັງ​ສອງນີ້​ພວມ​ຊອກ​ຫາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ອ້າຍ ສົມ​ພົງ ເລີດ​ຜົນ​ໄພ​ໂຣດ, ຜູ້​ອຳ​ນວຍ​ການ​ຮັບ​ຜິດ​ຊອບ​ການ​ດຳ​ເນີນທຸ​ລະ​ກິດ​ຂອງ​ບໍ​ລິ​ສັດ SP Vision Technology ແລະ ​ອ້າຍອະ​ພິດ​ເດັດ ກົງ​ສີ​ຣີ​ເຣືອງ, ຜູ້​ອຳ​ນວຍ​ການ​ຮັບ​ຜິດ​ຊອບ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ marketing ຂອງ​ບໍ​ລິ​ສັດ Prolog Titanium ໃຫ້​ຮູ້​ວ່າ:

ສຽງ​ອ້າຍສົມ​ພົງ

ສຽງ​ອ້າຍ ອະ​ພິດ​ເດັດ

        ໂດຍ​ກຳ​ແຫນ້ນ​ຄວາມ​ຕ້ອງ​ການ​ເຊື່ອມ​ຕໍ່​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຄວາມ​ຕ້ອງ​ການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ກ້າວ​ຫນ້າ​ໃນ​ການ​ພັດ​ທະ​ນາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຫ​​ຫນ​ູນ​ຊ່ວຍ​ຂອງ​ຫວຽດ​ນາມ, ບໍ​ລິ​ສັດ Reed Tradex ຊື່ງ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ແຖວ​ຫນ້າ​​ຂອງພາກ​ພື້ນ ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້ ​ເຂົ້າ​ຮ່ວ​ທ​ງານ​ວາງ​ສະ​ແດງ Vietnam Manufacturing Exhibition ​ມາຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ນັບ​ແຕ່​ປີ 2008, ເມື່ອ​ຫວຽດ​ນາມ ເລີ່ມ​​​ສົນ​ໃຈເຖິງ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​​ຜະ​ລິດ​ເຄື່ອງ​ປະ​ກອບ​ໃນ​ກ​ານຜະ​ລິດ​ລົດ​ໂອ​ໂຕ, ລົກ​ຈັກ….. ທ່ານ ດວງ​ເດັດ ຢວຍ​ຄວ​າມ​ດີ, ຮອງ​ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ, ທັງ​ເປັນ​ຜູ​້​ອຳ​ນວຍ​ການ​ໃຫຍ່ ຫວຽດ​ນາມ, ບໍ​ລິ​ສັດ Reed Tradex ໃຫ້​ຮູ້​ວ່າ:

        ສຽງ​ທ່ານ ດ​ວງ​ເດັດ

        ຕາ​ມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ​ສະ​ຖານ​ທູດ ​ໄທ ແລ້ວ: ມາ​ຮອດ​ປະ​ຈຸ​ບັນ ມີ​ວິ​ສາ​ຫະ​ກິດ​ໄທ​ 2000 ແຫ່ງ ຢາກ​ລົງ​ທຶນ ແລະ ໄດ້​ຈົດ​ທະ​ບຽນ​ກັບ​ສະ​ຖ​ານ​ທູດ​ໄທ ປະ​ຈຳ​ຫວຽດ​ນາມ. ໃນ 2 ເດືອນ​ຕົ້ນ​ປີນີ້, ບັນ​ດາ​ນັກ​ລົງ​ທຶນ​ໄທ ໄດ້​ລົງ​ທຶນ 7 ຕື້ 880 ລ້ານ USD ເຂົ້າ 428 ໂຄງ​ການ​ຢູ່​ຫວຽດ​ນາມ. ເຂົາ​ເຈົ້າ​ສ່ວນ​ຫລາຍສຸມ​ໃສ່​ລົງ​ທຶນເຂົ້າ​ໃນ​ວິ​ວັດ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ ດ້ວຍ 220 ໂຄງ​ການ, ມີ​ມູນ​ຄ່າ 7 ຕື້ USD, ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ບໍ​ລິ​ສັດ Thai Sumit ຊື່ງ​ແມ່ນ​ບໍ​ລິ​ສັດ​ມີ​ເງິນ​ລົງ​ທຶນ​ຂອງ​ຍີ່​ປຸ່ນ, ຜະ​ລິດ​ສະ​ເພາະ​ເຄື່ອງ​ອາ​ໄຫລ່​ລົດ​ໂອ​ໂຕ​ໃຫຍ່ກວ່າ​ໝູ່​ຢູ່​ໄທ. ທ່ານ ດວງ​ເດັດ ຢວຍ​ຄວ​າມ​ດີ ໃຫ້​ຮູ້​ຕື່ມ​ອີກວ່າ:

        ສຽງ​ທ່ານ ດວງ​ເດັດ

​ນອກ​ຈາກ Thai Summit ແລ້ວ, ບັນ​ດາ​ບໍ​ລິ​ສັດ​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ໄທ ກໍ​ສົນ​ໃຈ​ເຖິງ​ຕະ​ຫລາດ​ຫວຽດ​ນາມ. ບໍ​ລິ​ສັດ Interroll Thai ສະ​ຫນອງ​ສະ​ເພາະລູກກິ້ງ​ລຳ​ລຽງຮັບ​ໃຊ້​ບັນ​ດາ​ໂຮງ​ງານອ​ຸດ​ສາ​ຫະ​ກຳ ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ສະ​ວິດ ມີ ໂຮງ​ຈັກ 14 ແຫ່ງ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ ເລີ່ມ​ຕົ້ນ​ເປີດກວ້າງ​ຕະ​ຫລາດ​ຢູ່ ຫວຽດ​ນາມ ​ນັບ​ແຕ່ 5 ປີ​ກ່ອນນີ້.  ທ່ານ ອຳ​ນາດ ປະ​ກອບ​ສຸກ, ຜູ້​ອຳ​ນວຍ​ການ​​ຮັບ​ຜິດ​ຊອບ​ການພັດ​ທະ​ນາ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບໍ​ລິ​ສັດ Interrol Thai ໃຫ້​ຮູ້​ວ່າ: ເພື່ອ​ພັດ​ທະ​ນາ​ຕະ​ຫລາດ​ຫວຽດ​ນາມ. Interrol ໄດ້​ເລີ່ມ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຂອງ​ຫວຽດ​ນາມ ເພື່ອ​ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ.

ວິສາຫະກິດ ໄທ ສົນໃຈເຖິງອຸດສາຫະກຳຜະລິດເຄື່ອງປະກອບຂອງຫວຽດນາມ - ảnh 2
ງານ​ວາງ​ສະ​ແດງVietnam Manufacturing Exhibition

ສຽງ​ທ່ານ ອຳ​ນາດ

        ງານ​ວາງ​ສະ​ແດງ Vietnam Manufacturing Exhibition ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຖອດ​ຖອນ​ບົດ​ຮຽນ​ຈາກ​ໄທ​ໃນ​ການ​ພັດ​ທະ​ນາ​ ອຸດ​ສາ​ຫະ​ກຳ​​ຜະ​ລິດ​ເຄື່ອງ​ປະ​ກອບ. ເພາະ​ສະ​ນັ້ນ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ໄດ້​ປະ​ສານ​ສ​ົມ​ທົບ​​ຈັດ​ຕັ້ງເວ​ທີ​ປາ​ໄສ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ​ປາ​ຊີ​ຟີກ ແລະ ສັນ​ຍາ​ການ​ຄ້າ​ເສ​ລີ ​ລະ​ຫວ່າງຫວຽດ​ນາມ - ພັນ​ທະ​ມິດ ເອີ​ລົບ ເຖິງ​ບັນ​ດາ​ຂະ​ແຫນງ​ ອຸດ​ສາ​ຫະ​ກຳ​​ຜະ​ລິດ​ເຄື່ອງ​ປະ​ກອບຫວຽດ​ນາມ ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ. ບັນ​ດາ​ການ​ເຄື່ອນ​ໄຫວນີ້ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ແລກ​ປ່​ຽນ, ແບ່ງ​ປັນ​ບົດ​ຮຽນ ແລະ ຊອກ​ຫາ​ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​​ຜະ​ລິດ​ເຄື່ອງ​ປະ​ກອບ.

ຕອບກັບ

ຂ່າວ/ບົດ​ອື່ນ