ວິສາຫະກິດຫວຽດນາມແກ້ໄຂຄວາມຫຍຸ້ງຍາກມຸ່ງໄປເຖິງການເຊື່ອມໂຍງ


(vovworld)- ປະ​ຊາ​ຄົ​ມ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2015. ເຂົ້າ​ຮ່ວມ​ຕະ​ຫລາດ​ລວ​ມ​ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ ແຕ່​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ພາກ​ພື້ນ, ໃນ​ນັ້ນ ມີ​ຫວຽດ​ນາມ.

ວິສາຫະກິດຫວຽດນາມແກ້ໄຂຄວາມຫຍຸ້ງຍາກມຸ່ງໄປເຖິງການເຊື່ອມໂຍງ - ảnh 1

        ຜົນ​ປະ​ໂຫຍດ​ໃຫຍ່​ສຸດ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂາ​ອອກ​ຂາ​ເຂົ້າ​ເມື່ອ​ເຂົ້າ​ຮ່ວມ​ຕະ​ຫລາດ​ລ​ວມ ອາ​ຊຽນ ນັ້ນ​ແມ່ນ​ ຄ່າ​ທຳ​ນຽມ, ພາ​ສີ​ຂອງ​ຫລາຍ​ປະ​ເພດ​ສິນ​ຄ້າ​ແມ່ນ​ຢູ່​ໃນ​ລະ​ດັບ 0%. ນີ້​ແມ່ນ​ກຳ​ລັງ​ຫນູນ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຊອກ​ຫາ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ. ຄຽງ​ຄູ່​ກັນ​ນັ້ນ, ຂັ້ນ​ຕອນ​ແກ້​ໄຂ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ກໍ​ມີ​ຄວາມ​ສະ​ດວກກວ່າ ຍ້ອນ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ລັດ​ຖະ​ບານ ດ້ວຍ​ບັນ​ດາ​ກົນ​ໄກ​ລວມ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກທຸກ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ . ດ​ຣ ຫງວຽນ​ແອງ​ທູ, ​ຮອງອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ໄດ້​ມີ​ຂໍ້​ຕົກ​ລົງ​ຮັບ​ຮູ້​ເຊິ່ງ​ກັນ ແລະ​ກັນ ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ, ​ແຕ່ ບັນ​ດາ​ປະ​ເທດ ຕ້ອງ​ມີໃບ​ຢັ້ງ​ຢືນ​ຄ້າຍ​ຄື​ກັນ​ອີກ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ນັ້ນ​ແມ່ນ​ວິ​ວັດ​ການບໍ່​ແມ່ນ​ໄລ​ຍະ​ສັ້ນ ອາດ​ຈະ​ແມ່ນສອງ​ສາມ​ປີ. ສິ່ງ​ດັ່ງ​ກ່າວ​ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ວາງ​ອອກ​ທິດ​ທາງ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ.”

        ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ໝາຍ​ຄວາມ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ແກ້ງ​ແຍ້ງ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ພາກ​ພື້ນ. ສິ່ງ​ດັ່ງ​ກ່າວ​ໄດ້​ວາງ​ອອກ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ປະ​ຈຸ​ບັນ​ຍັງ​ຫນຸ່ມ​ແຫນ້ນ, ບໍ່​ທັນ​ມີ​ບົດ​ຮຽນຫລາຍ. ຕາມ​ທ່ານ ຫງວຽນ​ເຊີນ, ຮອງ​ຫົວ​ຫນ້າ​ຫ້ອງ​ການ​ຄະ​ນະ​ຊີ້​ນຳ​ລະ​ຫວ່າງ​ຂະ​ແຫນງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ກະ​ຊວງ​ອຸ​ດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ແລ້ວ, ເພື່ອ​ຕອບ​ສະ​ຫນອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕະ​ຫລາດ​ເຊື່ອມ​ໂຍງ​, ກຳ​ລັງ​ແຮງ​ຂອງວິ​ສາ​ຫະ​ກິດ​ເອງ ແມ່ນ​ປັດ​ໄຈ​ຫລັກ​ແຫລ່ງ​ຕັດ​ສິນ​ຜົນ​ສຳ​ເລັດ​​ຫລື​ການ​ປະ​ລາ​ໄຊໃນ​ວິ​ວັດ​ການ​​ແຫ່ງ​ການເຂົ້າ​ຮ່ວມ​ຕະ​ຫລາດ​ໃນ​ພາກ​ພື້ນ.

                “ພວກ​ເຮົາ​ພວມ​ເສຍ​ທີ່​ຕັ້ງ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ສຳ​ລັບ​ຄົນ​ງານ​ຕ່າງ​ປະ​ເທດ. ເພາະ​ສະ​ນັ້ນ ຂ້າ​ພະ​ເຈົ້າ​ຖື​ວ່າ ພວກ​ເຮົາ​ຕ້ອງ​ສັບ​ຊ້ອນ​ວຽກ​ງານ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ແຮງ​ງານ​​ຂອງຫວຽດ​ນາມ, ໃນ​ນັ້ນ ລວມ​ທັງ ຄວາມ​ຮູ້, ຄຸນ​ສົມ​ບັດ, ທັກສະ​ໃນ​ການ​ດຳ​ລົງ​ຊີ​ວິດ..ພວກ​ເຮົາ​ຕ້ອງ​ສ້າງ​ຖັນ​ແຖວ​​ຄົນງານ​​ທີ່ມີ​ຄຸນ​ນະ​ພາບ​ສັງ​ລວມ​ເພື່ອຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ລວມ​ໄດ້.”

ວິສາຫະກິດຫວຽດນາມແກ້ໄຂຄວາມຫຍຸ້ງຍາກມຸ່ງໄປເຖິງການເຊື່ອມໂຍງ - ảnh 2
ຄົນ​ງານ​ຫວຽດ​ນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ
ພາບ:cand.com

 ຄຽງ​ຄູ່​ກັນ​ນັ້ນ ຫນຶ່ງ​ໃນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເມື່ອ​ເຂົ້າ​ຮ່ວມ​ຕະ​ຫລາດ​ທີ່ກວ້າງ​ໃຫຍ່​​ລະ​ດັບ​ພາກ​ພື້ນ ນັ້ນ​ແມ່ນ​ຮົ້ວ​ກີດ​ຂວາງດ້ານ​ພາ​ສາ. ​ເມື່ອ​ຕີ​ລາ​ລວມ, ຄວາມ​ສາ​ມາດ​ນຳ​ໃຊ້​ດ້ານ​ພາ​ສາຕ່າງ​ປະ​ເທດ​ຂອງ​ບັນ​ດາ​ການ​ນຳ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍັງ​ຈຳ​ກັດ​ຢູ່, ໃນ​ຂ​ະ​ນະ​ທີ່​ນຳ​ພາ​ວິ​ສາ​ຫະ​ກິດ​ຕົນ​ເຂົ້າ​ຮ່ວມ​ຕະ​ຫລາດ​ທີ່​ຫຍຸ້ງ​ຍາກບໍ່​ແມ່ນ​ສິ່ງ​ງ່າຍ​ດາຍ. ກ່ຽວ​ກັບ​ໄລ​ຍະ​ສັ້ນ, ບັນ​ຫານີ້ຍັງບໍ່​ທັນສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ຈຸດ​ອ່ອນ​ຂອງວິ​ສາ​ຫະ​ກິດ, ແຕ່​ໃນ​ອະ​ນາ​ຄົດ, ສິ່ງ​ດັ່ງ​ກ່າວ​ຈະ​ກີດ​ຂວາງ​ການ​ພັດ​ທະ​ນາຂອງວິ​ສາ​ຫະ​ກິດ​ເມື່ອ​ເຂົ້າ​ຮ່ວມ​ຕະ​ຫລາດ​ພາກ​ພື້ນ ແລະ ​ສາ​ກົນ.  ນັ້ນ​ແມ່ນ​ສິ່ງ​ທີ​່ ​ເອື້ອຍ ຫງວຽນ​ຮົ່ງ​ກວຽນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້​ນ​ສ່ວນ Onyx, ຊື່ງ​ແມ່ນ​ວິ​ສາ​ຫະ​ກິດ​ແຫ່ງ​ຫນຶ່ງ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສະ​ຫນອງ​ອຸ​ປະ​ກອນ​ການ​ແພດ ມີ​ຄວາມເປັນ​ຫ່ວງມາ​ແຕ່​ດົນ​ແລ້ວ.

        “ປະ​ຈຸ​ບັນ ມີ​ພຽງ​ການ​ນຳ ແມ່ນ​ນຳ​ໃຊ້​ພາ​ສາ​ອັງ​ກິດ​ໄດ້​ດີເທົ່າ​ນັ້ນ ສ່ວນ​ພາ​ລະ​ກອນບໍ່​ທັນ​ຮູ້​ຫລາຍ. ໃນ​ອະ​ນາ​ຄົດ ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ສົ່ງ​ອອກ​ຫລາຍ ສິ່ງນີ້​ຈະເປັນ​ຮົ້ວ​ກີດ​ຂວາງ​ໃຫຍ່. ສະ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ໄດ້​ຄິດ​ໄລ່​ເຖິງ​ການ​ເປີດ​ຊຸດ​ສອນ​ພາ​ສາ​ອັງ​ກິດ​ໃຫ້​ແກ່​ຄົນ​ງານ ເພື່ອ​ສາ​ມາດ​ສຳ​ຜັດ​ກັບ​ບັນ​ດາ​ຕະ​ຫລາດ​ອື່ນ​ໄດ້.”

        ອ​າດ​ຈະ​ເວົ້າ​ໄດ້​ວ່າ ຕະ​ຫລາດ​ ອາ​ຊຽນ ແມ່ນ​ແຫ່ງ​ທີ່​ເຕັມ​ໄປ​ດ້ວຍ​ກາ​ລະ​ໂອ​ກາດ ແຕ່​ຄວາມ​ສ່ຽງ​ບໍ່​ແມ່ນ​ຫນ້ອຍ. ເພື່ອ​ສາ​ມາດ​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ໃນ​ວິ​ວັດ​ການ​ແຊກ​ຊືມ​ເຂົ້າ​ກັບ​ຕະ​ຫລາດ​ລວມນັ້ນ ຕ້ອງ​ມີ​ການ​ຫນູນ​ຊ່ວຍ ແລະ ບໍ​ລິ​ຫານ​ຈາກ​ ລັດ​ຖະ​ບານ. ແລະ ສິ່ງ​ສຳ​ຄັນ​ກວ່າ​ໝູ່ ແມ່ນ​ຄວາມຮັບ​ຮູ້​ຂອງ​​ວິ​ສາ​ຫະ​ກິດແຕ່​ລະ​ແຫ່ງ ເພື່ອ​ວາງ​ທິດ​ທາງ​ລະ​ອຽດ, ຍຸດ​ທະ​ສາດ​ຍາວ​ນານ​ເພື່ອ​ສາ​ມາດ​ສືບ​ຕໍ່​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ໝັ້ນ​ຄົງ, ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ