ວຽກງານການກໍ່ສ້າງວິຊາຊີບຍຸຕິທຳໃຫ້ແກ່ພະນັກງານລາວ

(VOVWORLD) - ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານ ລາວ ໄດ້ວາງແຜນຍຸດທະສາດ ແລະ ແຜນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຮອດປີ 2020, ໜຶ່ງໃນບັນດາເນືື້ອໃນທີ່ສຳຄັນທີ່ສຸດ ນັ້ນແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດໃນຂົງເຂດກົດໝາຍ.

ປີ 2018 ເປັນຄັ້ງທີ 4, ສະຖາບັນຍຸຕິທຳ ຫວຽດນາມ ສືບຕໍ່ໄດ້ຮັບໜ້າທີ່ຈັດຕັ້ງຊຸດອົບຮົມວິຊາຊີບໃຫ້ແກ່ບັນດາພະນັກງານຂະແໜງຍຸຕິທຳຂອງປະເທດ ລາວ. ນີ້ທັງແມ່ນຄວາມເອກອ້າງທະນົງໃຈ ທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະຖາບັນຍຸຕິທຳ ຫວຽດນາມ ທີ່ປະກອບສ່ວນເຂົ້າໃນວຽກງາບຳລຸງກໍ່ສ້າງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານຂະແໜງຍຸຕິທຳ, ກົດໝາຍຂອງລາວ.

ວຽກງານການກໍ່ສ້າງວິຊາຊີບຍຸຕິທຳໃຫ້ແກ່ພະນັກງານລາວ - ảnh 1 ພິທີໄຂຊຸດອົບຮົມວິຊາຊີບປະຕິບັດຄຳຕັດສິນຂອງສານແພ່ງໃຫ້ແກ່ຄູອາຈານ, ພະນັກງານ ສປປ.ລາວ

ຫວ່າງແລ້ວນີ້, ທີ່ສະຖາບັນຍຸຕິທຳ ຫວຽດນາມ ໄດ້ດຳເນີນພິທີໄຂຊຸດອົບຮົມວິຊາຊີບປະຕິບັດຄຳຕັດສິນຂອງສານແພ່ງໃຫ້ແກ່ຄູອາຈານ, ພະນັກງານ ສປປ.ລາວ ຊຶ່ງພວມປະຕິບັດວຽກງານໃນຂົງເຂດປະຕິບັດຄຳຕັດສິນຂອງສານແພ່ງ. ຊຸດອົບຮົມວິຊາຊີບລວມມີສຳມະນາກອນດີເດັ່ນ 30 ຄົນ ທີ່ມາຈາກສະຖາບັນຍຸຕິທຳທັງ 3 ພາກ (ເໜືອ, ກາງ, ໃຕ້ )ແລະ ບັນດາພະນັກງານພວມປະຕິບັດວຽກງານຄຸ້ມຄອງໃນຂົງເຂດປະຕິບັດຄຳຕັດສິນຂອງສານແພ່ງຂອງກະຊວງຍຸຕິທຳ ແລະ ບັນດາພະແນກຍຸຕິທຳທ້ອງຖິ່ນຂອງ ລາວ.  ໃນ 20 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຈັດຕັ້ງການກໍ່ສ້າງສຳມະນາກອນ ລາວ ໄດ້ 44 ຄົນ. ໃນນັ້ນ, ປີ 2002 ບຳລຸງສ້າງໃຫ້ນັກສຳມະນາກອນ 4 ຄົນກ່ຽວກັບວິຊາຊີບການພິພາກສາ, ປີ 2009 ກໍ່ສ້າງໃຫ້ນັກສຳມະນາກອນ 20 ຄົນກ່ຽວກັບວຽກງານທະບຽນສານ, ປີ 2010 ກໍ່ສ້າງໃຫ້ນັກສຳມະນາກອນ 20 ຄົນກ່ຽວກັບວິຊາຊີບການປະຕິບັດຄຳຕັດສິນຂອງສານ ແລະ ປີ 2018, ສະຖາບັນຍຸຕິທຳ ຫວຽດນາມ ສືບຕໍ່ຈັດຕັ້ງຊຸດອົບຮົມວິຊາຊີບໃຫ້ບັນດາພະນັກງານຂະແໜງຍຸຕິທຳ ລາວ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ດ່ວານຈູງກຽນ ຫົວໜ້າສະຖາບັນຍຸຕິທຳ ຫວຽດນາມ ໃຫ້ຮູ້ວ່າ:

“ສະຖາບັນຍຸດຕິທຳ ຫວຽດນາມ ມີຄວາມເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຮັບການມອບໝາຍຈາກກະຊວງຍຸຕິທຳ ຫວຽດນາມ ໃຫ້ເປັນຫົວໜ່ວຍປະຕິບັດໂຄງການໜູນຊ່ວຍສະຖາບັນຍຸຕິທຳ ລາວ. ບົນພື້ນຖານບັນດາບົດຮຽນທີ່ສະສົມໄວ້ໄດ້ໃນປະຫວັດສາດ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ. ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການເປີດບັນດາຊຸດອົບຮົມໃຫ້ແກ່ຄູອາຈານ, ພະນັກງານຂະແໜງຍຸຕິທຳ ລາວ.ພິທີໄຂຊຸດອົບຮົມວິຊາຊີບມື້ນີ້ແມ່ນໜຶ່ງໃນບັນດາໝາກຜົນເບື້ອງຕົ້ນໃຫ້ແກ່ຄວາມມານະພະຍາຍາມຜັນຂະຫຍາຍປະສິດທິຜົນບັນດາການເຄື່ອນໄຫວຂອງໂຄງການ”.

ວຽກງານການກໍ່ສ້າງວິຊາຊີບຍຸຕິທຳໃຫ້ແກ່ພະນັກງານລາວ - ảnh 2 ທ່ານ ດ່ວານຈູງກຽນ ຫົວໜ້າສະຖາບັນຍຸຕິທຳ ຫວຽດນາມ

ການເຄື່ອນໄຫວຮ່ຳຮຽນ, ຄົ້ນຄວ້າຢູ່ສະຖາບັນຍຸຕິທຳ ຫວຽດນາມ ຍັງພົບພໍ້ກັບຄວາມຫຍຸ້ງຍາກຫລາຍຢ່າງ, ຍ້ອນວ່າຕ້ອງນຳໃຊ້ຫລາຍຄຳສັບທີ່ກ່ຽວຂ້ອງເຖິງວິຊາສະເພາະ, ການຮ່ຳຮຽນຕ້ອງມີນາຍແປພາສາ. ວັດຈະນານຸກົມ, ເອກະສານຄົ້ນຄວ້າດ້ວຍພາສາລາວຍັງຈຳກັດຢູ່. ເພືຶ່ອຊ່ວຍໃຫ້ພວກເພື່ອນລາວແກ້ໄຂສະພາບການດັ່ງກ່າວ ແລະ ຮັບເອົາບົດຮຽນໄດ້ຢ່າງວ່ອງໄວນັ້ນ, ນອກຈາກຊົ່ວໂມງຂຶ້ນຫ້ອງຮຽນແລ້ວ, ບັນດາຄູອາຈານຍັງມາຊ່ວຍໃຫ້ພວກເພື່ອນລາວໃນການຮ່ຳຮຽນຢູ່ຫໍພັກ. ອາຈານ ຫງວຽນແທງກົງ ພະນັກງານຫ້ອງການວິຊາການ ແລະ ວຽກງານສະຖາບັນ ໃຫ້ຮູ້ວ່າ:

ສະຖາບັນຍຸຕິທຳ ຫວຽດນາມ ໄດ້ເລືອກເອົາບັນດາຄູອາຈານເຂົ້າຮ່ວມການສິດສອນໂດຍກົງສຳລັບອົບຮົມ. ນີ້ແມ່ນບັນດາຄູອາຈານທີ່ມີລະດັບວິຊາສະເພາະ, ມີປະສົບການໃນພາກຕົວຈິງຢ່າງຫລວງຫລາຍ, ມີວິທີການສອນດີ. ດ້ວຍລັກສະນະພິເສດສະເພາະຂອງຊຸດບຳລຸງສ້າງນີ້, ສະຖາບັນຍຸຕິທຳໄດ້ຈັດຕັ້ງຊຸດອົບຮົມວຽກງານສິດສອນກ່ຽວກັບຄວາມຮຽກຮ້ອງຕ້ອງການ, ເນື້ອໃນ, ວິທີການສອນໃຫ້ແກ່ບັນດາຄູອາຈານເມື່ອເຂົ້າຮ່ວມຊຸດອົບຮົມໃຫ້ພວກເພື່ອນລາວ.

ເພື່ອຜັນຂະຫຍາຍບັນດາຊຸດອົບຮົມວິຊາຊີບ, ບໍ່ພຽງແຕ່ໃຫ້ສຳມະນາກອນ ລາວ ຊຸດນີ້ເທົ່ານັ້ນ ຫາກຍັງໃຫ້ບັນດາຊຸດຕໍ່ໆໄປອີກດ້ວຍ. ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຫັກເງິນຈາກແຫຼ່ງງົບປະມານຂອງຕົນ 1 ຕື້ດົ່ງ ເພື່ອລົງທຶນຕື່ມອີກອຸປະກອນຮັບໃຊ້ວຽກງານສິດສອນ ແລະ ຮ່ຳຮຽນຄື: ເຄື່ອງສາຍໂປຣເຈັກເຕີ,ໂທລະພາບ, ລະບົບເຄື່ອງສຽງ. ກ່ຽວກັບການກິນຢູ່, ສະຖາບັນຍັງບູລະນະສ້ອມແປງຫ້ອງກິນເຂົ້າທີ່ສະຫງວນໃຫ້ສຳມະນາກອນ ລາວ, ນອກນັ້ນ ຍັງຈັດແບ່ງຫ້ອງດຳເນີນຊີວິດລວມໃຫ້ນຳອີກ. ແຕ່ລະຫ້ອງຢູ່ 2 ຄົນ, ດ້ວຍບັນດາເຄື່ອງໃຊ້ທີ່ຈຳເປັນໃນການດຳເນີນຊີວີດຢ່າງຄົບຖ້ວນ. ສຳມະນາກອນ ໄຊໂຢ ທຳມະວົງ, ພະນັກງານຍຸຕິທຳແຂວງ ວຽງຈັນ ໃຫ້ຮູ້ວ່າ:

ນອກຈາກຄ່າໃຊ້ຈ່າຍໃນການກໍ່ສ້າງໄດ້ອຸປະຖຳຈາກງົບປະມານແຫ່ງລັດ ຫວຽດນາມ ແລ້ວ, ສຳມະນາກອນເຂົ້າຮ່ວມຊຸດອົບຮົມຍັງໄດ້ຮັບເງິນເດືອນຕາມກຳນົດຂອງກົດໝາຍ ຫວຽດນາມ ເຊິ່ງລວມມີເງິນໃຊ້ຈ່າຍແຕ່ລະເດືອນຕາມກຳນົດ (4.820.000 ດົ່ງ/ເດືອນ), ເງິນໜູນຊ່ວຍເຄື່ອງອຸປະກອນຂອງເບື້ອງຕົ້ນ (3,580,000 ດົ່ງ/ຄົນ/ຊຸດ) ແລະ ປີ້ຍົນໄປກັບ. ໂດຍຕາງໜ້າບັນດາສຳມະນາກອນເຂົ້າຮ່ວມຊຸດກໍ່ສ້າງ, ທ່ານຄຳໂກ້ ຈັນທະວົງ ຮອງຫົວໜ້າສະຖາບັນຍຸຕິທຳພາກກາງ ລາວ, ຫົວໜ້າຄະນະສຳມະນາກອນໃຫ້ຮູ້ວ່າ:

ວຽກງານການກໍ່ສ້າງວິຊາຊີບຍຸຕິທຳໃຫ້ແກ່ພະນັກງານລາວ - ảnh 3 ທ່ານຄຳໂກ້ ຈັນທະວົງ ຮອງຫົວໜ້າສະຖາບັນຍຸຕິທຳພາກກາງ ລາວ

ດ້ວຍບັນດາໝາກຜົນທີ່ບັນລຸໄດ້ຈາກວຽກງານກະກຽມ, ຈາກການສົມທົບກັນຢ່າງສຸດຈິດສຸດໃຈ, ພ້ອມກັບຄວາມມານະພະຍາຍາມຂອງສຳມະນາກອນແຕ່ລະຄົນ ແລະ ຄວາມຮັບຜິດຊອບຂອງບັນດາຄູອາຈານສະຖາບັນຍຸຕິທຳ ຫວຽດນາມ, ໃນໄລຍະເກືອບ 3 ເດືອນ, ຂອງຊຸດອົບຮົມຈະສຳເລັດຜົນຢ່າງດີງາມ ດ້ວຍບັນດາເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ, ແຜນການ ແລະ ລາຍການທີ່ໄດ້ວາງອອກ. ຜົນສຳເລັດຂອງຊຸດອົບຮົມນີ້ ກໍ່ແມ່ນພື້ນຖານຜົນສຳເລັດຂອງບັນດາຊຸດອົບຮົມຄັ້ງຕໍ່ໆໄປ .

ວຽກງານການກໍ່ສ້າງວິຊາຊີບຍຸຕິທຳໃຫ້ແກ່ພະນັກງານລາວ - ảnh 4 ສະຖາບັນຍຸຕິທຳ ຫວຽດນາມ ໄດ້ຫັກເງິນຈາກແຫຼ່ງງົບປະມານຂອງຕົນ 1 ຕື້ດົ່ງ ເພື່ອລົງທຶນຕື່ມອີກອຸປະກອນຮັບໃຊ້ວຽກງານສິດສອນ ແລະ ຮ່ຳຮຽນ

ຕອບກັບ

ຂ່າວ/ບົດ​ອື່ນ