ສຸກ​ສາ​ລາ​ທະ​ຫານ​ທົ່ງ​ແປ: ຊາຍ​ຄາ​ມິດ​ຕະ​ພາບ​ຢູ່​ເຂດ​ຊາຍ​ແດນ ລາວ - ຫວຽດ

(VOVWORLD) - ສຸກສາລາທະຫານ ແມ່ນຮູບແບບເບິ່ງແຍງດູແລສຸຂະພາບເບື້ອງຕົ້ນຢູ່ບັນດາເຂດຊາຍແດນ ໂດຍຄ້າຍທະຫານປ້ອງກັນຊາຍແດນຮັບຜິດຊອບ. ຮູບແບບດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ ໄດ້ເຂົ້າເຖິງດ້ານສາທາລະນະສຸກ. ບໍ່ພຽງແຕ່ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ ຫວຽດນາມ ເທົ່ານັ້ນ, ຮູບແບບນີ້ຍັງໄດ້ທະວີຄູນ ແລະ ພັດທະນາຢູ່ເຂດຊາຍແດນຂອງບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັບ ຫວຽດນາມ ເປັນຕົ້ນແມ່ນ ລາວ ແລະ ກຳປູເຈຍ ອີກດ້ວຍນອກຈາກເປັນບ່ອນກວດ ແລະ ປິ່ນປົວພະຍາດ, ສຸກສາລາທະຫານຫວຽດນາມ ຢູ່ທົ່ງແປ ແຂວງ ບໍລິຄຳໄຊ ພາກກາງຂອງລາວ  ຍັງເປັນຂົວຕໍ່ມິດຕະພາບ, ເປັນບ່ອນທີ່ເຂັ້ມຂຸ້ນໄປດ້ວຍນ້ຳໃຈມິດຕະພາບລະຫວ່າງທະຫານ ຫວຽດນາມ ກັບ ປະຊາຊົນ ລາວ. 
ສຸກ​ສາ​ລາ​ທະ​ຫານ​ທົ່ງ​ແປ: ຊາຍ​ຄາ​ມິດ​ຕະ​ພາບ​ຢູ່​ເຂດ​ຊາຍ​ແດນ ລາວ - ຫວຽດ - ảnh 1ສຸກສາລາທະຫານ ທົ່ງແປ ພົ້ນເດັ່ນຂຶ້ນດ້ວຍທຸງຊາດຂອງປະເທດ ລາວ - ຫວຽດນາມ (ພາບ: VOV)

ເມື່ອຫາກໍລົງຈາກລົດ, ຢູ່ຕໍ່ໜ້າພວກຂ້າພະເຈົ້າແມ່ນເຮືອນຊັ້ນດຽວທີ່ສະອາດ, ເປັນລະບຽບຮຽບຮ້ອຍ ພົ້ນເດັ່ນຂຶ້ນດ້ວຍທຸງຊາດຂອງປະເທດ ລາວ - ຫວຽດນາມ. ຮູບພາບນ້ຳສ້າງ, ສວນຜັກຢູ່ແຈເດີ່ນທາງໜ້າເຮືອນ ກໍເປັນທີ່ລຶ້ງເຄີຍສຳລັບນັກຂ່າວ ຫວຽດນາມ ຄື ພວກຂ້າພະເຈົ້າ. ບັນການົກນ້ອຍກໍພາກັນຮ້ອງ, ສົ່ງສຽງຕ້ອນຮັບພວກຂ້າພະເຈົ້າ. ຖ້າຫາກວ່າ ບໍ່ມີປ້າຍຊື່, ບໍ່ເຂົ້າໄປໃນ, ກໍມີໜ້ອຍຄົນທີ່ຄິດວ່າ ນີ້ແມ່ນບ່ອນກວດ ແລະ ປິ່ນປົວພະຍາດໃຫ້ແກ່ປະຊາຊົນລາວນັບພັນຄົນໃນແຕ່ລະປີ. ທ່ານໝໍ ຫງວຽນຫວຽດດຶກ, ຫົວໜ້າສຸກສາລາທະຫານ ບ້ານທົ່ງແປ ແລະ ພະຍາບານ ຕວ່ານ ອອກມາຕ້ອນຮັບດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລ້ວພາພວກຂ້າພະເຈົ້າໄປຢາມແຕ່ລະຫ້ອງ ພ້ອມທັງແນະນຳໃຫ້ຮູ້ວ່າ: “ສຸກສາລາທະຫານ ບ້ານ ທົ່ງແປ ແມ່ນໂຄງການໂດຍກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ຄະນະກຳມະການປະຊາຊົນແຂວງ ຮ່າຕິງ ສົມທົບກັນສ້າງຂຶ້ນ ເພື່ອແບ່ງເບົາຄວາມຮັບຜິດຊອບໃນການກວດ ແລະ ປິ່ນປົວພະຍາດໃຫ້ແກ່ພໍ່ແມ່ປະຊາຊົນເຂດຊາຍແດນແຂວງ ບໍລິຄຳໄຊ - ເຊິ່ງເປັນແຂວງແຮກສ່ຽວ ແລະ ມີຊາຍແດນຕິດກັບແຂວງ ຮ່າຕິງ ຂອງ ຫວຽດນາມ”. ທ່ານໝໍ ດຶກ ໃຫ້ຮູ້ຕື່ມອີກວ່າ:

        “ສຸກສາລາທະຫານ ທົ່ງແປ ໄດ້ກໍ່ສ້າງເມື່ອທ້າຍປີ 2007 ແລະ ນຳເຂົ້າເຄື່ອນໄຫວແຕ່ປີ 2008 ເພື່ອຮັບປະກັນວຽກງານປ້ອງກັນຊາຍແດນລະຫວ່າງສອງແຂວງ ບໍລິຄຳໄຊ ແລະ ແຂວງ ຮ່າຕິງ. ຈຸດປະສົງຕົ້ນຕໍແມ່ນ ກວດ ແລະ ປິ່ນປົວພະຍາດໃຫ້ແກ່ພໍ່ແມ່ປະຊາຊົນລາວ ເຂດຊາຍແດນ. ໄປຄຽງຄູ່ກັນນັ້ນ, ກໍຊ່ວຍໃຫ້ພໍ່ແມ່ປະຊາຊົນເຂດຊາຍແດນພັດທະນາກະສິກຳ, ເສດຖະກິດ ເພື່ອຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ”.

ສຸກ​ສາ​ລາ​ທະ​ຫານ​ທົ່ງ​ແປ: ຊາຍ​ຄາ​ມິດ​ຕະ​ພາບ​ຢູ່​ເຂດ​ຊາຍ​ແດນ ລາວ - ຫວຽດ - ảnh 2ສຸກສາລາທະຫານທົ່ງແປ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການກວດ ແລະ ປິ່ນປົວພະຍາດຂອງຫົວໜ່ວຍສາທາລະນະສຸກຂັ້ນຮາກຖານ (ພາບ: VOV)

       ສຸກສາລາທະຫານບ້ານ ທົ່ງແປ ມີຕຽງນອນທັງໝົດ 8 ຕຽງ, ຫ້ອງກວດພະຍາດ ແລະ ແຈກຢາ 1 ຫ້ອງ, ຫ້ອງເອັກໂກ 1 ຫ້ອງ ແລະ ຫ້ອງປິ່ນປົວ 1 ຫ້ອງ ພ້ອມກັບອຸປະກອນການແພດທົ່ວໄປ. ເຖິງວ່າບຸກຄະລາກອນມີຄວາມຈຳກັດ, ມີພຽງແຕ່ ທ່ານໝໍ 1 ຄົນ ແລະ ພະຍາບານ 1 ຄົນ ເທົ່ານັ້ນ ແຕ່ດ້ວຍຄວາມສາມາດດ້ານວິຊາສະເພາະ ແລະ ຄວາມສຸດຈິດສຸດໃຈຂອງແພດໝໍ 2 ຄົນ, ສຸກສາລາແຫ່ງນີ້ ກໍສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການກວດ ແລະ ປິ່ນປົວພະຍາດຂອງຫົວໜ່ວຍສາທາລະນະສຸກຂັ້ນຮາກຖານ.  ສຸກສາລາທະຫານ ບ້ານ ທົ່ງແປ ໄດ້ກາຍເປັນສະຖານທີ່ກວດ ແລະ ປິ່ນປົວພະຍາດທີ່ໜ້າໄວ້ເນື້ອເຊື່ອໃຈຂອງພໍ່ແມ່ປະຊາຊົນ 9 ບ້ານຂອງແຂວງ ບໍລິຄຳໄຊ. ມີບາງມື້, ຈຳນວນຄົນເຈັບມາກວດ ແລະ ປິ່ນປົ່ວພະຍາດໄດ້ຂຶ້ນເຖິງ 40 – 50 ຄົນ, ແຕ່ໃນມື້ທີ່ພວກຂ້າພະເຈົ້າມານັ້ນ, ມີແຕ່ 2 ຄົນ ມາໃສ່ນ້ຳ, ສະນັ້ນ, ທ່ານໝໍ ດຶກ ຈຶ່ງມີເວລາແບ່ງປັນກ່ຽວກັບວຽກງານຂອງຕົນຕື່ມອີກ.

  “ກ່ຽວກັບວຽກງານວິຊາສະເພາະ, ຢູ່ທີ່ນີ້, ພວກຂ້າພະເຈົ້າໄດ້ກວດ ແລະ ປິ່ນປົວພະຍາດຄົບທຸກຊະນິດ ນັບແຕ່ພະຍາດກ່ຽວກັບຫົວໃຈ, ລະບົບຫາຍໃຈ, ຜິວໜັງ, ພະຍາດຂອງຜູ້ເຖົ້າຜູ້ແກ່ ຫຼື ຂອງເດັກນ້ອຍ. ພື້ນຖານດ້ານວັດຖຸຢູ່ນີ້ກໍ່ຍັງຈຳກັດຢູ່, ແຕ່ກໍມີອຸປະກອນການແພດຄົບຖ້ວນເພື່ອກວດ ແລະ ປິ່ນປົວພະຍາດເບື້ອງຕົ້ນ. ອີງຕາມແຕ່ລະອາການຂອງພະຍາດ, ພວກຂ້າພະເຈົ້າຈະມີວິທີປິ່ນປົວ ຫຼື ຊ່ວຍສຸກເສີນໃນເບື້ອງຕົ້ນ ແລະ ໃຫ້ຄຳປຶກສາສົ່ງໄປໂຮງໝໍຂັ້ນເທິງ ຫຼື ໄປກວດ, ປິ່ນປົວຢູ່ ຫວຽດນາມ”.

       ນອກຈາກການກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນຢູ່ສຸກສາລາແລ້ວ, ທ່ານໝໍ ດຶກ ແລະ ພະຍາບານ ຕວ່ານ ກໍບໍ່ຫວັ່ນຕໍ່ການລົງໄປແຕ່ລະບ້ານ ເພື່ອກວດພະຍາດໃຫ້ແກ່ປະຊາຊົນຢູ່ກັບທີ່ ບໍ່ວ່າຈະເປັນຕອນກາງເວັນ ຫຼືຕອນກາງຄືນ. ແຕ່ລະປີ, ສຸກສາລາແຫ່ງນີ້ ໄດ້ກວດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນນັບຮ້ອຍເທື່ອຄົນ, ຄາດວ່າ, ໃນຊຸມປີຜ່ານມາລວມມູນຄ່າເປັນນັບຮ້ອຍລ້ານດົ່ງ. ເພາະສະນັ້ນ, ປະຊາຊົນຢູ່ທີ່ນີ້ ຍາມໃດກໍເຊື່ອໝັ້ນ, ຮັກແພງ ແລະ ເຄົາລົບນ້ຳໃຈ, ຄວາມສຸດຈິດສຸດໃຈ, ຄວາມຮັບຜິດຊອບ ແລະ ຄວາມມານະພະຍາຍາມຂອງບັນດາແພດໝໍທີ່ມີຍົດທະຫານ ຫວຽດນາມ.

          “ຕອນຍັງບໍ່ມີໂຮງໝໍແຫ່ງນີ້ ກໍປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ. ຈຳນວນໜຶ່ງທີ່ເຂົາມີລົດມີລາງ ເຂົາກໍໄປໂຮງໝໍທ່າແຂກ, ໂຮງໝໍວຽງຈັນ. ແຕ່ນັບແຕ່ເມື່ອທະຫານ ຫວຽດນາມ ມາຕັ້ງສຸກສາລາຢູ່ນີ້ ໄດ້ສ້າງຄວາມສະດວກຫຼາຍຢ່າງ. ເຖິງວ່າເປັນໂຮງໝໍນ້ອຍ ແຕ່ມີຄວາມຮັບຜິດຊອບສູງ, ບົ່ງມະຕິພະຍາດຖືກຕ້ອງ. ບາງເທື່ອຄົນເຈັບມາຫຼາຍ, ຕຽງບໍ່ພໍ, ທ່ານໝໍກໍໃຫ້ໄປນອນຢູ່ຫ້ອງພະນັກງານ ແລະ ໃຫ້ການຊ່ວຍເຫຼືອ. ຫຼາຍຄົນຢູ່ວຽງຈັນ, ຢູ່ແຄມຂອງ ກໍຍັງມາປິ່ນປົວນຳ ທ່ານໝໍ ດຶກ. ຂ້າພະເຈົ້າເອງກໍດີຍ້ອນເພິ່ນ.”

        “ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍ ເມື່ອທ່ານໝໍ ດຶກ ໄດ້ມາປະຈຳຢູ່ສຸກສາລາທະຫານ ທົ່ງແປ ນີ້. ເພິ່ນເປັນຄົນມີຈິດໃຈດີ, ອົບເອື້ອອາລີກັບພໍ່ແມ່ປະຊາຊົນ, ກັບກຳລັງທະຫານພວກເຮົາ, ປິ່ນປົວພະຍາດໄດ້ເປັນຢ່າງດີ. ນອກຈາກນັ້ນແລ້ວ, ເພິ່ນກໍຍັງເຮັດໜ້າທີ່ເຄື່ອນໄຫວປະສານສົມທົບໃນການກວດກາຫຼັກໝາຍຊາຍແດນຢ່າງເປັນປະຈຳ, ທັງເປັນພາສາແປ ທັງເບິ່ງແຍງສຸຂະພາບ ອັນໄດ້ສ້າງເງື່ອນໄຂໃນການສົມທົບລະຫວ່າງສອງກຳລັງພວກເຮົາໃນຫຼາຍໆດ້ານ”.

        “ສຸກສາລາ ທະຫານ ສສ. ຫວຽດນາມ ມາຕັ້ງຢູ່ບ້ານທົ່ງແປນີ້ ໄດ້ປິ່ນປົວພໍ່ແມ່ປະຊາຊົນໄດ້ດີຫຼາຍ. ເວລາປະຊາຊົນເຈັບເປັນໄດ້ມາກວດ, ປິ່ນປົວພະຍາດເປັນຢ່າງດີ. ປະຊາຊົນບ້ານທົ່ງແປຂໍສະແດງຄວາມຂອບໃຈມາຍັງສຸກສາລາມິດຕະພາບທະຫານຊາຍແດນ ຫວຽດນາມ”.

ສຸກ​ສາ​ລາ​ທະ​ຫານ​ທົ່ງ​ແປ: ຊາຍ​ຄາ​ມິດ​ຕະ​ພາບ​ຢູ່​ເຂດ​ຊາຍ​ແດນ ລາວ - ຫວຽດ - ảnh 3ນອກຈາກເປັນບ່ອນປິ່ນປົວພະຍາດ, ສຸກສາລາ ຍັງເປັນບ່ອນແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງປະເທດ (ພາບ: baohatinh.vn)

ທັດສະນີຍະພາບຂອງສຸກສາລາ ກໍຄືກັນກັບທັດສະນີຍະພາບຂອງຄອບຄົວ ຫວຽດນາມ ຢູ່ເຂດຊົນນະບົດ - ບ່ອນທີ່ມີແພດໝໍທີ່ເປັນທະຫານ ຫວຽດນາມ ແລະ ຄົນເຈັບ ລາວ ພ້ອມກັນເບິ່ງແຍງດູແລ, ຮັກແພງເຊິ່ງກັນ ແລະ ກັນ. ຮູບພາບຍາດຕິພີ່ນ້ອງຄົນເຈັບຖືເຂົ້າ, ຜັກ, ປາ ມາສຸກສາລາ ພ້ອມກັນແຕ່ງກິນລວມກັບທ່ານໝໍ ຫວຽດ ໄດ້ກາຍເປັນຮູບພາບທີ່ລຶ້ງເຄີຍເມື່ອມາແຫ່ງນີ້. ບັນດາແພດໝໍ ກໍມີໂອກາດໄດ້ທຳຄວາມເຂົ້າໃຈກັບປະຊາຊົນ, ຝຶກເວົ້າພາສາຢ່າງລຽນໄຫຼ, ຊອກຮູ້ກ່ຽວກັບຮີດຄອງປະເພນີ ແລ້ວຜ່ານນັ້ນ ກໍໂຄສະນາເຜີຍແຜ່ກ່ຽວກັບວິທີເບິ່ງແຍງດູແລ ແລະ ປິ່ນປົວພະຍາດດ້ວຍການແພດທີ່ທັນສະໄໝ ແທນໃຫ້ບັນດາຮີດເກົ່າຄອງເດີມຄືໄຫວ້ບູຊາຂັບໄລ່ຜີສາງນາງຮ້າຍ. ຜ່ານນັ້ນ, ສຸຂະພາບຂອງພໍ່ແມ່ປະຊາຊົນເຂດຊາຍແດນ ກໍນັບມື້ນັບໄດ້ຍົກສູງຂຶ້ນ, ອຸ່ນອຽນໃຈອອກແຮງງານທຳການຜະລິດ, ພັດທະນາເສດຖະກິດ ແລະ ສ້າງໝູ່ບ້ານນັບມື້ນັບສະອາດ, ສວຍງາມ, ສີວິໄລກວ່າເກົ່າ. ບໍ່ພຽງແຕ່ເທົ່ານັ້ນ, ສຸກສາລາ ຍັງແມ່ນຂົວຕໍ່ເພື່ອໃຫ້ກອງບັນຊາການທະຫານປ້ອງກັນຊາຍແດນແຂວງຮ່າຕິງ ປະຕິບັດວຽກງານການຕ່າງປະເທດ, ເພື່ອສ້າງຄວາມຜູກພັນລະຫວ່າງຄະນະພັກ, ອຳນາດການປົກຄອງຕາແສງ, ເມືອງ, ແຂວງ ແລະ ນັບທັງສູນກາງ ໄປເຮັດວຽກ ແລະ ຊ່ວຍເຫຼືອລາວ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນວຽກງານເພີ່ມພູນຄູນສ້າງສາຍພົວພັນລະຫວ່າງ ຫວຽດນາມ - ລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ