ສິງກະໂປ ຍົກສູງຄຸນນະພາບບັນດາຫໍພິພິດທະພັນ


(vovworld)- ຫໍພິພິດທະພັນ ​ແລະ ປູຊະນີຍະສະຖານ​ປະຫວັດສາດ 11 ​ແຫ່ງ​ຢູ່​ສິງກະ​ໂປ​ຫາ​ກໍ​ຕົກ​ລົງ​​ເປີດ​ປະຕູ​​ເພື່ອ​ຮັບແຂກ​ມາ​ຢ້ຽມຊົມ​ໂດຍ​ບໍ່​ເກັບ​ຄ່າ. ສະພາ​ມໍລະດົກ​ແຫ່ງ​ຊາດ​ສິງກະ​ໂປ​ປາດ​ຖາຫນາ​ວ່າ, ດ້ວຍ​ນະ​ໂຍບາຍ​ໃຫມ່​ນີ້​ຈະ​ດຶງ​ດູດ​ປະຊາຊົນ ​ແລະ ​ແຂກ​ຕ່າງປະ​ເທດ​ທີ່​ອາ​ໄສຍາ​ວນານ​ຢູ່​ສິງກະ​ໂປ​ມາ​ຊອກ​ຮູ້ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ​ສິງກະ​ໂປ. ນີ້​ແມ່ນ​ສ່ວນ​ຫນຶ່ງ​ໃນ​ຍຸດ​ທະ​ສາດ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ຫໍພິພິດທະພັນ​ຂອງ​ສິງກະ​ໂປ.

ສິງກະໂປ ຍົກສູງຄຸນນະພາບບັນດາຫໍພິພິດທະພັນ - ảnh 1
ຫໍພິພິດທະພັນແຫ່ງຊາດ ສິງກະໂປ
ພາບ:internet

        ລາຍການ​ເປີດ​ປະຕູ​ບັນດາ​ຫໍພິພິດທະພັນນີ້​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ຫໍພິພິດທະພັນ ​ແລະ ປູຊະນີຍະສະຖານ​ປະຫວັດສາດ​ທີ່​ລື​ຊື່​ຂອງ​ສິງກະ​ໂປ​ຫລາຍ​ແຫ່ງ​ຄື: ຫໍພິພິດທະພັນສີ​ວິ​ໄລ ອາຊີ, ຫໍພິພິດທະພັນ​ແຫ່​ງຊາດ​ສິງກະ​ໂປ, ຫໍພິພິດທະພັນສິລະ​ປະ, ສູນ​ມໍລະດົກ​ມາ​ເລ​ເຊຍ. ພິ​ເສດ ​​ເມື່ອ​ຕອບ​ສະຫນອງ​ບັນດາ​ລາຍການ ລະດູ​ແລ້ງ​ໃຫ້​ແກ່​ເດັກນ້ອຍ​ປີ 2013, ບັນດາ ຫໍພິພິດທະພັນ​ດັ່ງກ່າວ​ລ້ວນ​ແຕ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ລະ​ຫລິ້ນ​ຕ່າງ​ໆ​ເພື່ອ​ສະຫງວນ​ໃຫ້​ແກ່​ເດັກນ້ອຍ​ຄື: ​ແຕ່ງອາຫານ​ພື້ນ​ເມືອງ Ang Ku Kueh, ​ທາ​ສີ…. ​ເອື້ອຍ Hafiza Latif ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ຄອບຄົວ​ຂ້າພະ​ເຈົ້າ​ມາ​ຊອກ​ຮູ້​ຕື່ມກ່ຽວ​ກັບປະ​ເທດ​ຊາດ.

        “ພວກ​ຂ້າພະ​ເຈົ້າ​ແມ່ນ​ຜູ​້​ເປັນ​ພໍ່​ເປັນ​ແມ່ ​ແຕ່​ບາງ​ເທື່ອ​ກໍ​ບໍ່​ເຂົ້າ​ໃຈ​ປານ​​ໃດ​ກ່ຽວ​ກັບ​ສິງກະ​ໂປ. ສະ​ນັ້ນ ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ​ຊອກ​ຮູ້​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ ​​ເພື່ອ ສອນ​ໃຫ້​ລູກ​ຫລານ​ຂອງ​ຕົນ. ​ເມື່ອ​ມາ​ຢ້ຽມຢາມ ຫໍພິພິດທະພັນ ພວກ​ເດັກນ້ອຍ​ດີ​ໃຈ​ຫລາຍ​ເພາະວ່າ​ຢູ່​ທີ່​ນີ້​ຍັງ​ຈັດການ​ເຄື່ອນ​ໄຫວ​ລະ​ຫລິ້ນ​ຕ່າ​ງ​ສະຫງວນໃຫ້​ແກ່​ເດັກນ້ອຍ.”

        ​ໃນ​ມື້​ທຳ​ອິດເປີດ​ປະຕູ, ບັນດາ ຫໍພິພິດທະພັນ, ​ເຂດ​ປູຊະນີ​ຍະສະ​ຖານ​ປະຫວັດສາດ​ໄດ້​ຕ້ອນຮັບ​ແຂກ​​ມາ​ຢ້ຽມ​ຊົມ 10.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນກວ່າ 2000 ​ເທື່ອ​ຄົນ​ເມື່ອ​ທຽບ​ໃສ່​ລະດັບ​ສະ​ເລ່ຍຂອງ​ແຕ່ລະ​ມື້. ອ້າ​ຍ Kovitam Thilag  ​ເຊື້ອ​ຊາດ​ອິນ​ເດຍ ດຳລົງ​ຊີວິດ​ຢູ່​ສິງກະ​ໂປ​ເປັນ​ເວລາ 8 ປີ ​​ແລ້ວໄດ້​ແບ່ງປັນ​ວ່າ:

        “ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ລູກ​ຂອງ​ຕົນ, ພໍ່​​ແມ່​ຂອງ​ຕົນ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ສິງກະ​ໂປ, ກ່ຽວ​ກັບ​ປະຫວັດສາດ​​ຂອງ​ປະ​ເທ​ດນີ້. ສິ່ງ​ດັ່ງກ່າວ​ມີຄ​ວາ​ມໝາຍ​ທີ່​ສຸດ.”

ສິງກະໂປ ຍົກສູງຄຸນນະພາບບັນດາຫໍພິພິດທະພັນ - ảnh 2
​ໃນ 10 ປີຜ່ານມາ, ຈຳນວນ​ແຂກ​ເຂົ້າຢ້ຽມ​ຊົມ​ບັນດາ ຫໍພິພິດທະພັນ​ສິງກະ​ໂປ​ໄດ້​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ
ພາບ: internet

        ນັບ​ແຕ່​ເມື່ອ​ລາຍການ​ເປີດ​ປະຕູ​ໂດຍ​ບໍ່​ເກັບ​ຄ່າ​ ໄດ້​ຮັບ​ການ​ປະຕິບັດ​ຢູ່ຫໍພິພິດທະພັນ, ຈຳນວນ​ຜູ້​ເຂົ້າ​ຫນ້າ​ເວັບ, ​ຮຽກຮ້ອງ​​ສະຫນອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນດາ​ລາຍການ​ຢ້ຽມ​ຊົມ​ຢູ່​ ຫໍພິພິດທະພັນ​ແຫ່ງ​ຊາດ ສິງກະ​ໂປ ​ໄດ້​ເພີ່ມ​ຂຶ້ນ 20%. ​ເປັນ​ທີ່​ຈະ​ແຈ້ງ​​ແລ້ວ​ວ່າ ລາຍການ​ດັ່ງ​ກ່າວ​ໄດ້​ປະກອບສ່ວນ​ສົ່ງ​ເສີມ​ປະຊາຊົນ​ຊອກ​ຮູ້​ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ​ຂອງ​ສິງກະ​ໂປ ຜ່ານ​ນັ້ນ​ຮັກສາ​ສີສັນ​ຊາດ. ສິງກະ​ໂປ​ພວມມຸ່ງ​ໄປ​ເຖິງ​ການ​ສ້າງ ຫໍພິພິດທະພັນ ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ວາງສະ​ແດງ​ບັນດາ​ວັດຖຸ​ພັນ ຮັບ​ໃຊ້​ການ​ຄົ້ນ​ຄ້ວາ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະຖານ​ທີ່​ລະ​ຫລິ້ນ​ຢ່ອນ​ອາລົມ​ຂອງ​​ເດັກ​ນ້ອຍ​ອີກ​ດ້ວຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ ຫໍພິພິດທະພັນ​ສິງ​ປະ​ໂປ​ສືບ​ຕໍ່​ຊອກ​ຫາ​ການ​ປະດິດ​ສ້າງ​ໃຫມ່, ກ້າວ​ໄປ​ເຖິງ​ການ​ເຊື່ອມ​ໂຍງ​ກັບບັນດາຫໍພິພິດທະພັນ ສາກົນ. ທ່ານ​ນາງ Cheryl Koh ຜູ້ອຳນວຍການ​ອົງການ​ສື່ສານ, ສັງກັດ​ສະພາ​ມໍລະ​ດົກ​​ແຫ່ງ​ຊາດ​ສິງກະ​ໂປ​ໃຫ້​ຮູ້​ວ່າ:

        “ຄວາມ​ຈິງ, ຫໍພິພິດທະພັນ ​ແມ່ນ​ສະຖານ​ທີ່​ພົວພັນ​ຕິດ​ຕໍ່, ພວກ​ຂ້າພະ​ເຈົ້າ​ພວມ​ສ້າງຫໍພິພິດທະພັນ​​ກາຍ​ເປັນ​ແຫ່ງ​ທີ່ດູດ​ດື່ມ​​ກວ່າ ດ້ວຍ​ວິທີ​ສັບ​ຊ້ອນ, ຈັດ​ວາງ, ນຳ​ໃຊ້​ບັນດາ​ວັດຖຸ​ພັນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ການ​ອອກ​ແບບ​ລາຍການ​​ເຄື່ອນ​ໄຫວ​ໃຫ້​ເໝາະ​ສົມກວ່າ.”

        ​ໃນ 10 ປີຜ່ານມາ, ຈຳນວນ​ແຂກ​ເຂົ້າຢ້ຽມ​ຊົມ​ບັນດາ ຫໍພິພິດທະພັນ​ສິງກະ​ໂປ​ໄດ້​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ, ຈາກ 1,1 ລ​້ານ​ເທ່ືອ​ຄົນ​ໃນ​ປີ 2003 ຂຶ້ນ​ເຖິງ 2,8 ​ເທື່ອ​ຄົນ​ໃນ​ປີ 2012. ມີ ຫໍພິພິດທະພັນ​ຫລາຍ​ແຫ່ງ ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ຂາດ​ບໍ່​ໄດ້​ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເມື່ອ​ມາ​ຢ້ຽມຢາມ​ສິງກະ​ໂປ​. ​ຫນຶ່ງ​ໃນ​ຈຳນວນ ຫໍພິພິດທະພັນ​ດັ່ງກ່າວ​ແມ່ນ ຫໍພິພິດທະພັນ​ແຫ່ງ​ຊາດ​ສິງກະ​ໂປ, ຊື່​ງ​ແມ່ນ ຫໍພິພິດທະພັນ​ໃຫຍ່​ກວ່າ​ໝູ່ ​ແລະ ຖືກກໍ່​ສ້າງ​​ມາ​ແຕ່ດົນ​ນານ​ກວ່າ​ໝູ່​ຂອງ​ປະ​ເທດ​ສິງກະ​ໂປ. ຫໍພິພິດທະພັນ​ແຫ່ງ​ນີ້​ຍັງ​ຮັກສາ​ວັດ​ຖຸພັນອັນ​ລ້ຳ​ຄ່າຂອງ​ຊາດ 11 ຢ່າງ, ​ໃນ​ນັ້ນ ມີ​ສີ​ລາ​ປະຫວັດສາດ​ທີ່ມີ​ມາ​ແຕ່​ສັດຕະວັດ​ທີ 13.​ ນອກ​ນັ້ນ ຜູ້​ນິຍົມ​ສິລະ​ປະ​ລ້ວນ​​ແຕ່​ມາ​ຢ້ຽມຢາມ ຫໍພິພິດທະພັນ​ສິລະ​ປະ​ສິງກະ​ໂປ​ເພື່ອ​ໄດ້​ຮັບ​ຊົມ​ບັນດາ​ຜົນ​ການ​ປະດິດ​ແຕ່ງມາ​ຈາກ 130 ປະ​ເທດ​ໃນ​ໂລກ. ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງບັນດາຫໍພິພິດທະພັນ ​ແລະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວມາ​ຢ້ຽມ​ຊົມ, ລັດຖະບານ​ສິງກະ​ໂປ​ຈະ​ຫັກ​ເງິນ​ປະມານ 62 ລ້ານ​ໂດ​ລາ​ສິງກະ​ໂປ​​ໃນ​ງົບປະມານ​ປີ 2013 ​ເພື່ອ​ເກັບ​ຊື້ ​ແລະ ອະນຸລັກຮັກສາ​ບັນດາຜົນ​ຜະລິດ​ຕະພັນສິລະ​ປະ, ວັດ​ຖຸພັນ​ໃນ 5 ປີ​ຈະ​ມາ​ເຖິງ.​ ສະ​ນັ້ນ ບັນດາ ຫໍພິພິດທະພັນພວມ​ຕັ້ງຫນ້າ​ຮຽບຮຽງ​ວັດ​ຖຸພັນ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງ​ສິງກະ​ໂປ​ຄື: ຜະລິດ​ຕະພັນ​ສິລະ​ປະ, ອຸປະກອນ​ສ່ວນ​ບຸກຄົນ.

 


ຂ່າວ/ບົດ​ອື່ນ