ສິງກະໂປ - ນະຄອນຂຽວ, ສະອາດ ແລະ ສວຍງາມ

(vovworld) - ສິ່ງ​ແວດ​ລ້ອມຂຽວ, ສະອາດ, ສວຍງາມ​ຢູ່​ເຂດ​ຕົວ​ເມືອງ ​ແລະ ລະບົບ​ຄົມມະນາຄົມ​ທັນ​ສະ​ໄຫມ ນັ້ນ​ແມ່ນ​ບັນຫາ​ຊຶ່ງ​ລັດຖະບານ​ຫລາຍ​ປະ​ເທດ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປ​ັນພິ​ເສດ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ນຳ​ມາ​ຊຶ່ງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໃນ​ເຂດຕົວ​ເມືອງ​ເທົ່າ​ນັ້ນ ຫາກ​ຍັງມີ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫລວງ​ເຖິງ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນັ້ນ​ອີກ​ດ້ວຍ, ພິ​ເສດ​ໄດ້​ນຳ​ມາ​ຊຶ່ງ​ການ​ເຕີບ​ໂຕ​ຢ່າງ​ກະ​ໂດດ​ຂັ້ນໃຫ້​ແກ່​ຂະ​ແຫນງ​ການທ່ອງທ່ຽວ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້ ​ພວກ​ເຮົາ​ຂໍ​ແນະນຳບົດ​ທີ່​ພາດຫົວ​ເລື່ອງ​ວ່າ: ສິງກະ​ໂປ ປະ​ເທດ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ: ປະ​ເທດ​ໝູ່​ເກາະ​ທີ່​ຂຽວ, ສະອາດ, ສວຍ​ງາມ​ທີ່​ສຸດ​ຢູ່ ອາຊີ ​ແລະ ຖືກ​ຈັດ ​ໃນ topten ຂອງ​ໂລກ.

ສິງກະໂປ -  ນະຄອນຂຽວ, ສະອາດ ແລະ ສວຍງາມ - ảnh 1
ຮູບພາບຢູ່ໃຈກາງນະຄອນ ສິງກະໂປ
ພາບ:internet

        ດ້ວຍ​ເນື້ອ​ທີ່ 647 ຕາລາງ​ກິ​ໂລ​ແມດ, ພົນ​ລະ​ເມືອງ​ກວ່າ 3 ລ້້ານຄົນ, ສິງ​ກະ​ໂປ​ແມ່ນ​ປະ​ເທດ​ທີ່​ມີ​ຫລາ​ຍສັນຊາດ, ​ໃນ​ນັ້ນ​ຊາວ​ຈີນກວມ 76,8%, ຊາວ​ມາ​ເລ​ເຊຍ ກວມ 13,9 % ສ່ວນ​ທີ່ຍັງ​ເຫລືອ​ແມ່ນ​ຊາວ​ ອິ​ນ​ເດຍ, ປາ​ກິ​ສະຖານ, ສີ​ລັງກາ ​ແລະ ປະ​ເທດ​ອື່ນ. ປະ​ເທດ​ໝູ່​ເກາະ​ແຫ່ງນ້ອຍ​ທີ່​ຂະຫຍັນ​ຂັນ​ເຄື່ອນຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້​​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ຍອດ​ຢ້ຽມ​ຂອງທັງ​ສອງ​ພື້ນຖານ​ວັດທະນະທຳ​ຝ່າຍ​ຕາ​ເວັນ​ອອກ ​ແລະ ຕາ​ເວັນ​ຕົກ. ​ເຖິງ​ວ່າ ​ເນື້ອ​ທີ່​ດິນ​ຄັບ​ແຄບ​ກໍ​ຕາມ ​ແຕ່​ສິງ​ກະ​ໂປ​ໄດ້​ວາງ​​ແຜນຜັງ​ຢ່າງ​ເໝາະ​ສົມ, ນັບ​ແຕ່ບັນດາ​ເຂດ​ໃຈກາງເປັນສູນ​ຄ້າຂາຍ​ທີ່​ຄັບຄາ​ຫນາ​ແຫນ້ນ​,​ ບັນດາ​ເຂດ​ສວນ​ທີ່​ສະຫງົບ​ງຽບຕະຫລອດ​ຮອດຕືກອາຄານ​ສູງ​ລ້ວນ​ແຕ່​ມີ​ການ​ປະສົມ​ຢ່າງ​ກົມ​ກຽ່ວ​ລະຫວ່າງ​ວັດທະນະທຳ​ຂອງ​ຫລາ​ຍປະ​ເທດ, ສິລະ​ປະ ​ແລະ ສະຖາ​ປັດຕະຍະ​ກຳ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ຢູ່ ສິງກະ​ໂປ ມີ​ເສັ້ນທາງ​ບາງ​ສາຍໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ດິນ​​ທີ່​ຊື້​ມາ​ຈາກ​​ປະ​ເທດ​ບ້ານ​​ໃກ້​​ເຮືອນຄຽງ, ​​ແຕ່​ພັດ​ມີ​ເຂດ​ຕົ້ນ​ໄມ້ຂຽວ​ຫລາຍ​ແຫ່ງ​. ບໍ່​ວ່າ​ແຫ່ງ​ໃດຢູ່​ປະ​ເທດ​ນີ້ ຈາກ​ສະຫນາມ​ບິນ, ສະພານລອຍ, ຕຶກອາຄານ​ສູງ ນັບ​ທັງສຸຂະອະນາໄມ  ກໍ​ລ້ວນ​ແຕ່ມີ​ຕົ້ນ​ໄມ້​ຂຽວ, ສວນ​ດອກ​​ໄມ້​ດ້ວຍ​ສີສັນ​ຫລາກ​ຫລາຍ​ທີ່​ງາມ​ຕາ ​ແລະ ຢູ່ດາດ​ຟ້າ​ຂອງຕືກອາຄານ​ສູງທີ່ກໍ່ສ​້າງດ້ວຍເບ​ຕົງ​ກໍ​ໄດ້​ປົກ​ຄຸມ​ໄປ​ດ້ວຍ​ຕົ້ນ​ໄມ້ຂຽວ, ສ້າງ​ທັດສະ​ນີຍະ​ພາບທີ່​ສວຍ​ງານ​ຢູ່​ເຂດ​ຕົວ​ເມືອງ. ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ​ກໍ​ຍ້ອນ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ລັດຖະບານ ສິງກະ​ໂປ ທີ່ສະ​ແດງອອກຜ່ານ​ບັນດາ​ນະ​ໂຍບາຍ​ການ​ຄຸ້ມ​ຄອງ, ການຕິດ​ຕາມ​ກວດກາ​ສິ່ງ​ແວດ​ລ້ອມ, ຖື​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ແມ່ນ​ຫນ້າ​ທີ່​ຍຸດ​ທະ​ສາດ​ໃນ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ລັດຖະບານ​ປະ​ເທດ​ນີ້ ​ໄດ້​ວາງ​ຫລາຍ​ມາດ​ຕະການ​ເພື່ອ​ກວດກາ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ, ​ໃນ​ນັ້ນ ກົດໝາຍ​ວ່າ​ດ້ວຍ​ສິ່ງ​ແວດ​ລ້ອມ​ແມ່ນ​ເຄື່ອງມື​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ຮັບປະກັນ​ຄວາມ​ສະອາດ, ສວຍ​ງາມ​ໃຫ້​ແກ່​ສິ່ງ​ແວດ​ລ້ອມຂອງ​ສິງກະ​ໂປ. ຍ້ອນ​ມີ​ອາກາດ​ປອດ​ໂປ່​ງ, ສະອາດ​ ສິງ​ກະ​ໂປ ​ໄດ້​​ດຶງ​ດູດ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ປະ​ເທດ​ນີ້​ໃນ​ແຕ່ລະ​ປີ​ແມ່ນ​ລື່ນ​ກາຍທົບ​ຫລາຍເທົ່າ​ເມື່ອ​ທຽບ​ໃສ່​ຈຳນວນ​ພົນລະ​ເມືອງ​ຂອງ​ສິງກະ​ໂປ. ​ເຖິງ​ວ່າ ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ໃສ, ​ແຕ່​ຜູ້​ໃດ​ກໍ່​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສະ​ຕິ​ຄວາມ​ຮັບຮູ້​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຂອງ​ປະຊາຊົນ​ປະ​ເທດ​ໝູ່​ເກາະ​ນີ້. ​ໃນ​ການ​ໄປ​ຢ້ຽມຢາມ​ສິງກະ​ໂປ​ຫວ່າງ​ແລ້ວ​ນີ້, ​ເພື່ອນ Pham Minh Anh, ນັກ​ສຶກສາ​ສະ​ຖາ​ບັນ​ໂຄສະນາຂ່າວສານ ຮ່າ​ໂນ້ຍ ມີ​ຄວາມ​ເຄົາລົບ​ນັບຖື​ຕໍ່​ບັນດາ​ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຂອງ​ອຳນາດ​ການ​ປົກຄອງ​ກໍ​ຄື​ສະຕິ​​ຕຶ່ນຕົວໃນ​ການປະຕິບັດ​ຢ່າງ​ເຂັ້ມ​ງວດ ​ຂອງ​ປະຊາຊົນ​ ​ປະ​ເທດ​ໝູ່​ເກາະ​ນີ້.

        “ຢູ່ ສິງກະ​ໂປ ບັນດາ​ການກະທຳລະ​ເມີດ​ກົດໝາຍຄື​: ສູບຢາ​ຢູ່​ບ່ອນ​ບໍ່​ໄດ້​ຮັບ​​ອະນຸຍາດ, ​ຖີ້ມ​ເຂົ້າໜົມ​ສິງ​ໂກມ, ຂີ້​ເຫຍື້ອຢ່າງ​ຊະຊາຍ, ລະ​ເມີດ​ກົດໝາຍ​ທາງ​ຄົມມະນາຄົມ​ ​ແລະ ອື່ນໆ ລ້ວນ​ແຕ່​ຖືກ​ປັບ​ໄໝຢ່າງ​ຫນັກ​. ປະຊາຊົນ​ຢູ່​ທີ່​ນີ້ ຍາມ​ໃດ​ກໍ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມຢ່າງ​ເຂັ້ມ​ງວດ. ​ຍາມ​​ໃດ​ເຂົາ​ເຈົ້າ​ ກໍ​ມີ​ສະຕິ​ຕຶ່ນຕົວໃນ​ການ​ແບ່ງ​ປະ​ເພດ​ຂີ້​ເຫຍື້ອ​​ແລ້ວ​ໃສ່​ຖົງ​ທີ່​ໄດ້​ກຳນົດ​ເພື່ອ​ສ້າງ​ຄວາມ​ສະດວກໃຫ້ການ​ຜະລິດ​ຄືນ​​ໃຫມ່​​. ​ໃນ​ເວລາກວ່າ 1 ອາທິດ ຢູ່ ສິງກະ​ໂປ, ຂ້າພະ​ເຈົ້າ​ໄດ້​ໄປ​​ເລາະທ່ຽວ​ຖະຫນົນ​ຫລາຍ​ສາຍ ​ແຕ່​ບໍ່​ເຫັນ​ຕຳຫລວດ​ຢືນ​ຢູ່​ແຄມ​ທາງ, ແຕ່ປະຊາຊົນ​ມີ​ສະຕິ​ຕື່ນ​ຕົວທີ່​ສຸດ ​ແລະ​ ມີຫລາຍ​ເທື່ອ ຂ້າພະ​ເຈົ້າ​ໄດ້ເຫັນ​ປະຈັກ​ຕາ​ຄົນຍ່າງ​ຕາມຖະຫນົນເກັບ​ເຈ້ຍເສດຊຶ່ງ​ຜູ້​​ໃດ​ຫນຶ່ງຖີ້ມລົງໂດຍ​ບໍ່​ຕັ້ງ​ໃຈ​ແລ້ວໃສ່​ຖັງ​ຂີ້​ເຫຍື້ອ. ​ເຂົ​າ​ເຈົ້າ​ມີ​ສະຕິ​ຕື່ນຕົວຢ່າງ​ແທ້​ຈິງ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.”

ສິງກະໂປ -  ນະຄອນຂຽວ, ສະອາດ ແລະ ສວຍງາມ - ảnh 2
ສິງກະໂປ ນະຄອນທີ່ສວຍງາມ, ສະອາດ
ພາບ: dulich.vn

        ນອກຈາກ​ປັດ​ໄຈ​ສິ່ງ​ແວດ​ລ້ອມ​ຂຽວ, ສະອາດ ​ແລ້ວ, ລະບົບ​ຄົມມະນາຄົມ​ຢູ່​ສິງກະ​ໂປ ​ກໍໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນລະບົບຄົມມະນາຄົມທີ່ດີທີ່ສຸດຢູ່ໃນໂລກ ຍ້ອນ​ຄວາມ​ສະດວກ ​ແລະ ທັນ​ສະ​ໄຫມ. ຢູ່ ສິງກະ​ໂປ ມີ​ຍານພາຫະນະ​ສັນ​ຈອນ​​ໄປມາທົ່ວ​ໄປ 2 ປະ​​ເພດ​ ​ນັ້ນແມ່ນ ລົດ​ເມ ​ແລະ ລົດ​ໄຟ​ໃຕ້​ດິນ. ຍ້ອນ​ເນື້ອ​ທີ່​ດິນ​​ຄັບ​ແຄບ ສະ​ນັ້ນ ອຳນາດ​ການ​ປົກຄອງ ສິງກະ​ໂປ​ ຈຶ່ງ​ວາງ​ບັນດາ​ມາດ​ຕະການ​ພິ​ເສດ ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ສະພາບ​ລົດ​ຕິດ​ຄື: ສ້າງ​ບັນດາ​ເຂດ​ຄົມມະນາຄົມ​ທີ່ຈຳກັດ​ລົດ​ສັນຈອນ, ສືບຕໍ່ຫລຸດຜ່ອນ​ອັດຕາ​ສ່ວນ​ຜູ້​ຊື້​ລົດ​ໂອ​ໂຕ​ຄັນ​​ໃຫມ່ ດ້ວຍ​ວິທີ​ເສຍ​ພາສີ​ນຳ​ເຂົ້າ​ລົດ​ໂອ​ໂຕສູງ ​ແລະ ຜູ້ນຳ​ໃຊ້​ລົດ​ໂອ​ໂຕ​ຕ້ອງ​ເສຍ​ຄ່າ​ທຳນຽນທາງຕື່ມ​ອີກ ​ເມື່ອ​ແລ່ນ​ຕາມທາງດ່ວນ ແລະ  ​ເຂດ​ໃຈກາງ. ນອກ​ນັ້ນ ລັດຖະບານ​ສິງກະ​ໂປ ຍັງ​ມີ​ຂໍ້​ກຳນົດ​ຢ່າງ​ແຫນ້ນ​ແຟ້ນກ່ຽວ​ກັບ​ມາດຕະຖານ​ຄວາມ​ປອດ​ໄພ​ໃຫ້​ແກ່​ສິ່ງ​ແວດ​ລ້ອມ​ສຳລັບ​ບັນດາ​ຍານພາຫະນະ​ສັນຈອນ​ຄື: ລະດັບການປ່ອຍ​ຄວັນ​, ສຽງເນືອງນັນ... ​ເພາະສະ​ນັ້ນ ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນ​ນີ້ ຍາມ​ໃດ​ກໍ່​ມີ​ຄວາມ​ຮູ້ສຶກ​ອຸ່ນ​ອ່ຽນ​ໃຈ ​ແລະ ສະດວກ​ເມື່ອ​ໄປ​ຄົ້ນ​ຫາ, ຊື້​ເຄື່ອງ​ຂອງ​ຢູ່​ບັນດາ​ສາຍ​ທາງ​ໂດຍ​ບໍ່​ຕ້ອງ​ຄິດ​ເຖິງ​ບັນຫາ​ມົນ​ລະ​ພິດ​ຫລື​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ອ້າຍ Kevil ນັກ​ທ່ອງ​ທ່ຽວ​ມາ​ຈາກ ປະ​ເທດ ບຣູ​ໄນ ​ໄດ້​ແບ່ງປັນ​ວ່າ:

        “​ເຄື່ອຄ່າ​ຍຄົມມະນາຄົມ​ສາທາລະນະ​ຢູ່ ສິງກະ​ໂປ ​ແມ່ນ​ດີ​ທີ່​ສຸດ, ຢູ່​ບັນດາ​ຄິວ​ລົດ ​ແລະ ສາຍ​ທາງ​ຕ່າງໆ​ບໍ່​ມີ​ເລື່ອງ​ຈອດ​ລົດ​ກະແຈກກະຈາຍ, ປະຊາຊົນ​ບໍ່​ກັງວົນຕໍ່ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ແລະ ສະພາບ​ລົດ​ຕິດ. ບັນດາ​ຍານພາຫະນະ​ສັນຈອນ​ຢູ່​ຖະຫນົນ​ສາຍ​ຕ່າງໆ​ລ້ວນ​ແຕ່​ແລ່ນ​ໃນ​ຄວາມ​ໄວ 40 km/h, ພິ​ເສດ​ເຂົາ​ເຈົ້າ​ປະຕິບັດ​ຂໍ້​ກຳ​ນົດກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ຢ່າງ​​ເຂັ້ມ​ງວດ, ບໍ່ກິນທາງ, ບໍ່ຈອດຜິດບ່ອນ, ບໍ່ຜ່າໄຟແດງ, ແລະ ບໍ່ມີການບີບແກເດັດຂາດ, ຂ້າພະເຈົ້າສະບາຍໃຈເມື່ອເດີນທາງໄປມາໃນນະຄອນນີ້”

 

        ສິ່ງ​ແວດ​ລ້ອມ​ຂຽວ, ສະອາດ ​ແລະ ລະບົບ​ຄົມມະນາຄົມ​ສະດວກ, ທັນ​ສະ​ໄຫມ​ຄື​ຢູ່ ສິງກະ​ໂປ ​ແມ່ນ​ຈຸດໝາຍ​ທີ່​ນະຄອນ​ຫລາຍ​ແຫ່ງ​ພວມ​ມຸ່ງ​ໄປ​ເຖິງ, ພິ​ເສດ ຢູ່​ປະ​ເທດ​ຈຳນວນ​ຫນຶ່ງ​ໃນ​ ອາ​ຊຽນ. ​ແຕ່​ເພື່ອ​ບັນລຸ​​ຈຸດໝາຍ​ນັ້ນໃຫ້​ໄດ້, ນອກຈາກມີ​ບັນດາ​ນະ​ໂຍບາຍ​ກົດໝາຍ​ຢ່າງ​ຂ້ຽວຂາດ​ຂອງ​ລັດຖະບານ​ແລ້ວ, ສະຕິ​ຮູ້ສຶກ​ຂອງ​ປະຊາຊົນ​ຈະແມ່ນ​ປັດ​ໄຈປະກອບສ່ວນ​ບໍ່​ຫນ້ອຍ​ໃຫ້​ແກ່​ຜົນສຳ​ເລັດ​ນັ້ນ. ພວກ​ເຮົາ​ປາດ​ຖະຫນາ​ວ່າ, ດ້ວຍ​ການ​ແບ່ງ​ປັນ​ບົດຮຽນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ​ໃນ​ອະນາຄົດ​ໃກ້ໆ​ນີ້ ສິ່ງ​ແວດ​ລ້ອມ​​ໃນເຂດ​ຕົ​ວ​ເມືອງ​ຢູ່​ບັນດາ​ປະ​ເທດ ອາ​ຊຽນ ຈະ​ໄດ້​ຮັບ​ການ​ປ່ຽນ​ແປງ​ຕາມ​ທິດ​ຕັ້ງຫນ້າ, ນຳ​ມາ​ຊຶ່ງ​ຄຸນ​ນະພາ​ບຊີວິດທີ່ດີກ​ວ່າ​ໃຫ້​ແກ່​ປະຊາຊົນ​.

​ແອ​ງດ່າວ

ຕອບກັບ

ຂ່າວ/ບົດ​ອື່ນ