ສິງກະໂປ ປັບປຸງນະໂຍບາຍເພື່ອຜ່ານຜ່າວິກິດການ

(vovworld)- ​ເມື່ອ​ທົບ​ທວນຄືນ​ສະພາບ​​ເສດຖະກິດ​​ໃນປີ 2012 ອາດ​ຈະ​ເຫັນ​​ໄດ້ ທ່າ​ອ່ຽງລວມ​ນັ້ນແມ່ນ​ການ​ຊຸດ​​ໂຊມ​ຂອງ​ຫລາຍພື້ນຖານ​ເສດຖະກິດພັດ​ທະ​ນາ​ຄື: ອາ​ເມ​ລິ​ກາ, ເອີ​ລົບ, ຈີນ , ສ ເກົາຫຼີ ແລະ ພື້ນຖານ​ເສດຖະກິດ​ຊັ້ນ​ນຳຂອງ ອາ​ຊຽນ ​ນັ້ນແມ່ນ​ສິງກະ​ໂປ. ​ແຕ່​ປີ 2013 ນີ້ ​ໄດ້​ຮັບ​ການ​ຄາດ​ຄະ​ເລ​ວ່າ ຈະ​ເຫັນ​ປະຈັກ​ຕາ​ບັນດາ​ບາດກ້າວ​ປະຕິ​ຮູບ​ຢ່າງ​ແຂງ​ແຮງ​ຂອງ​ພື້ນຖານ​ເສດຖະກິດ ສິງກະ​ໂປ ​ເພື່ອ​ຜ່ານ​ຜ່າ​ວິ​ກິດ​ການ.

ສິງກະໂປ ປັບປຸງນະໂຍບາຍເພື່ອຜ່ານຜ່າວິກິດການ - ảnh 1
ສິງກະໂປ ແມ່ນ​ພື້ນຖານ​ເສດຖະກິດ​ນຳ​ຫນ້າ​ຂອງ ອາ​ຊຽນ
ພາບ:internet

        ​ໂດຍ​ແມ່ນ​ສູນ​ເສດຖະກິດ ​ແລະ ທຸ​ລະ​ກຳ ​ດ້ານ​ການ​ເງິນ​ຂອງ​ ພາກ​ພື້ນ ​ແລະ ​ໂລກ ​ເພາະສະ​ນັ້ນ ທຸກ​ການ​ຜັນ​ແປ​ຢູ່​ໃນ​ໂລກ ລ້ວນ​ແຕ່​ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ​ເຖິງ​ພື້ນຖານ​ເສດຖະກິດ ສິງກະ​ໂປ. ​ເພາະສະ​ນັ້ນ ປີ 2012 ຜ່ານ​ມາ ​ແມ່ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ສຳລັບ ສິງກະ​ໂປ ​ໃນ​ຂະນະ​ທີ່​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ ຕົກ​ເຂົ້າ​ສູ່​ສະພາບ​ວິ​ກິດ​ການ. ​ຕົວ​ເລກ​ສະຖິຕິ​ສຸດ​ທ້າຍສະ​ແດງ​ໃຫ້​ເຫັນ​ວ່າ: ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຂອງ ສິງກະ​ໂປ​ໃນ​ປີ 2012 ​ແມ່ນ 1,2%, ຕຳ່​ກວ່າ​ຕົວ​ເລກ​ຄາດ​ຄະ​ເນ​ຢ່າງ​​ເປັນ​ທາງ​ການກ່ອນ​ນີ້​​ແມ່ນ 1,5%  ​ແລະ ຕຳ່​ກວ່າ​ຫລາຍ​ເມື່ອ​ທຽບ​ໃສ່​ຕົວ​ເລກ​ເກ​ືອບ 5% ຂອງ​ປີ 2011. ການ​ຫລຸດ​ລົງ​ຢ່າງ​ແຮງ​ນີ້ ​​ຖືກຖື​ວ່າ​ແມ່ນ​ການ​ກະທົບ​ຈາກ​ການ​ຊຸດ​ໂຊມ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ ອາ​ເມ​ລິ​ກາ, ​ເອີ​ລົບ, ຍີ່​ປຸ່ນ. ດອກ​ເຕີ ຫວູມີ​ງ​ເຄືອງ ສັງກັດ​ໂຮງຮຽນ​ນະ​ໂຍ​ບາຍຂອງ​ລັດ ຫລີ​ກວນຢູ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ສິງກະ​ໂປ ກໍ​ຄື​ຫລາຍ​ປະ​ເທ​ດອື່ນ​ໆໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ ລ້ວນ​ແຕ່​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສະພາບ​ຂາດ​ຄວາມ​ເປັນ​ປົກກະຕິຂອງ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ.​ ນີ້​ແມ່ນ​ຄວາມ​ຫຍຸ້ງຍາກ​ທີ່ບໍ່​ທັນມີ​ມາ​ກ່ອນ. ສິງກະ​ໂປ ມີ​ມູນ​ເຊື້ອ​ສ້າງ​ການບຸກທະລຸ​ຢ່າງ​ແຮງ​ພາຍຫລັງ​ວິ​ກິດ​ການ. ສະ​ນັ້ນ ​ເຂົາ​ເຈົ້າ​ພວມ​ຮີບ​ເຮັ່ງ​ປັບປຸງ​ບັນດາ​ນະ​ໂຍບາຍ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ, ​ແລະ ຍາມ​ໃດ​ກໍ​ຫັນຄວາມ​ຫຍຸ້ງຍາກ​ເປັນ​ສິ່ງ​ສະດວກ. ພາໃຫ້​ທັງ​ພື້ນຖານ​ເສດຖະກິດ​ກໍ​ຄື​ແຕ່ລະຄົນ ​ແລະ ວິ​ສາ​ຫະກິດ​ຕ້ອງ​ມານະ​ພະຍາຍາມ​ຢ່າງ​ສຸດ​ຂີດ.”

        ​ເຖິງ​ວ່າການ​ຈະ​ເລີ​ນ​ເຕີ​ບ​ໂຕ​ຍັງຊັກ​ຊ້າຢູ່ ​ແຕ່​ດ້ວຍ​ລະດັບ​ GDP ສະ​ເລ່ຍ​​ໃສ່ຫົວ​ຄົນ ໃນປະຈຸ​ບັນ​ໄດ້​ຂຶ້ນ​ເຖິງ​ເກືອບ 60.000 USD, ສິງກະ​ໂປ ຍັງ​ຄົງ​ແມ່ນ​ພື້ນຖານ​ເສດຖະກິດ​ນຳ​ຫນ້າ​ຂອງ ອາ​ຊຽນ. ສິງກະ​ໂປ ພວມ​ຕັ້ງຫນ້າ​ຜັນ​ຂະຫຍາຍ​ແຜນການ​ສ້າງ​ປະຊາ​ຄົມ​ເສດຖະກິດອາ​ຊຽນ ​ໃນ​ປີ 2015 ​ແລະ ຫນູນ​ຊ່ວຍ​ບັນດາ​ປະ​ເທດສະມາຊິກອາ​ຊຽນອື່ນ​ໆໃນ​ວິວັດ​ການ​ນີ້. ທ່ານ Shanmugam ລັດຖະມົນຕີ​ການ​ຕ່າງປະ​ເທດ ສິງກະ​ໂປ ​ໃຫ້​ຮູ້​ວ່າ:

        “ສິງ​ກະ​ໂປ ຄ້າຍຄື​ກັນ​ກັບຫລາຍ​ປະ​ເທ​ດອື່ນໆ ໃນ​ນັ້ນມີ ຫວຽດນາມ ພວມ​ເປັນ​ເຈົ້າ​ການ​ຕັ້ງຫນ້າ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ​ໃນ​ປີ 2015. ສິງກະ​ໂປ​ກໍ​ໄດ້​ໝັ້ນ​ໝາຍ​ສະ​ຫງວນຈຳນວນ​ເງິນ 170 ລ້ານ USD ​ໃຫ້​ແກ່​ຂໍ້​ລິ​ເລິ່ມ​ເຊື່ອມ​ໂຍງ​ຂອງ​ອາ​ຊຽນ. ຂໍ້​ລິ​ເລິ່ມນີ້ ​ແມ່ນ​ວິທີ​ເພື່ອ​ໃຫ້ສິງກະ​ໂປ​ຊ່ວຍ​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ ລົບ​ລ້າງ​ຄວາມ​ຜິດ​​ໂຕນ​ກັນ​ເພື່ອ​ໃຫ້​ເຂົາ​ເຈົ້າ​​ປະ​ຕິ​ບັດສຳ​ເລັດ​ພັນທະ​ຂອງ​ຕົນ. ນັ້ນ​ແມ່ນ​ວິທີ​ຊື່​ງພວກ​ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ໃນ​ວິວັດ​ການ​ສັງ​ລວມ ​ແລະ ກໍ​ແມ່ນ​ວິທີ​ເພື່ອ​ພ້ອມ​ກັບ​ບັນດາ​ປະ​ເທດສະມາຊິກ ອາ​ຊຽນ  ອື່ນ​ໆຜ່ານ​ຜ່າ​ວິ​ກິດ​ການ.”

        ຄຽງ​ຄູ່​ກັນ​ນັ້ນ, ນະ​ໂຍບາຍ​ຈຳກັດ​ ຊາວ​ຕ່າງປະ​ເທດ​ເຂົ້າ​ອາ​ໄສ ຂອງ​ລັດຖະບານ ສິງກະ​ໂປ ​ໄດ້​ກໍ່​ຄວາມ​ຫຍຸ້ງຍາກ​ສຳລັບ​ບາງ​ຂະ​ແຫນງ​ອຸດສາຫະກຳ ​ທີ່ເຄີຍ​ຮັບ​​ເອົາ​ຄົນ​ງານ​ຕ່າງປະ​ເທດ​​ມາ​ເຮັດ​ວຽກເພື່ອ​ບັນລຸ​​ລະ​ດັບເຕີບ​ໂຕ. ສິງກະ​ໂປ ​ໄດ້​​ປັບປຸງ​ນະ​ໂຍບາຍ​ບົນ​ພື້ນຖານ​ອີງ​ຕາມ​ສະພາບ​ຕົວ​ຈິງ ​ແລະ ຮັບ​ເອົາຄຳ​ເຫັນ​ຈາກ​ປະຊາຊົນ. ຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສິງກະ​ໂປ ກ້າວ​ເຂົ້າ​ສູ່​ໄລຍະ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ​ກວ່າ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະພາ​ບການ​ເຕີບ​ໂຕ. ບັນດາ​ບໍລິສັດ​ສິງກະ​ໂປ ກໍ່​ໄດ້​ກຳນົດ​ທິດ​ທາງ ຕ້ອງ​ເພີ່ມ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ ​ເພື່ອ​​ແນ​ໃສ່ຫລຸດຜ່ອນ​​ການ​ນຳ​ເຂົ້າຄົນ​ງານ​ດ້ວຍ​ລາຄາ​ຕຳ່, ຖືກ​ກັບ​ນະ​ໂຍບາຍ​ຫລຸດຜ່ອນ​ຄົນງານ​ຕ່າງປະ​ເທດ​ຂອງ​ລັດຖະບານ.

ສິງກະໂປ ປັບປຸງນະໂຍບາຍເພື່ອຜ່ານຜ່າວິກິດການ - ảnh 2
GDP ສະ​ເລ່ຍ​​ໃສ່ຫົວ​ຄົນ ໃນປະຈຸ​ບັນ​ຂອງສິງກະໂປໄດ້​ຂຶ້ນ​ເຖິງ
​ເກືອບ 60.000 USD
ພາບ:internet

        ອາ​ຊຽນ ​ແມ່ນ​ພາກ​ພື້ນ​ເສດຖະກິດ​ເປີດ, ພິ​ເສດ ສຳລັບ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ຢູ່​ໃນ​ໂລກ. ສະ​ນັ້ນ ບັນດາ​ການ​ຜັນ​ແປ​ເສດຖະກິດ​ຢູ່​ໃນໂລກ ​​ຈະ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ແຮງ​ເຖິງ ອາ​ຊຽນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາ​ຊຽນ ຍັງ​ຄົງ​ຢືນຢັນ ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ເຊື່ອມ​ໂຍງ, ສືບ​ຕໍ່​ເປີດ​ປະຕູ. ກ້າວ​ເຂົ້າສູ່​ປີ 2013, ​ເຖິງ​ວ່າ ຍັງ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ໃນ​ພາຍ​ພາກ​ຫນ້າກໍ​ຕາມ ​ແຕ່​ສິງກະ​ໂປ​ກໍ​ຄື​ບັນດາ​ປະ​ເທດ ອາ​ຊຽນອື່ນໆ ຍັງຄົງ​ສືບ​ຕໍ່​ກ້າວ​ຂຶ້ນບົນ​ເສັ້ນ​ທາງ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015 ຢ່າງ​ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ