ສິງກະໂປ - ແດນສະຫວັນແຫ່ງການຊື້ເຄື່ອງຂອງ

(vovworld)- ສິງກະ​ໂປ ​ແມ່ນ​ປະ​ເທດ​ນ້ອຍ ຕັ້ງ​ຢູ່​ພາກ​ພື້ນ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້ ບໍ່​ພຽງ​ແຕ່​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ ຍ້ອນ​ທິວ​ທັດ​ທຳ​ມະ​ຊາດທີ່​ຂຽວສົດ​ງົດ​ງາມ​ ​ແລະ ສະອາດເທົ່າ​ນັ້ນ ຫາກ​ຍັງ​ຍ້ອນ​ຄວາມດູດ​ດື່ມຂອງ​ບັນດາ​ສູນ​ການຄ້າ​ທີ່​ຄັບຄາ​ຫນາ​ແຫນ້ນ​ອີກ​ດ້ວຍ. ​ແຕ່ລະ​ປີ ບັນດາ​ສູນ​ການຄ້າ​ຢູ່ ສິງ​ກະ​ໂປ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ມາ​ຊື້​ເຄື່ອງ​ຂອງເປັນ​ຈຳນວນ​ຫລວງຫລາຍ, ພິ​ເສດ​ແມ່ນ​​ໃນ​ໄລຍະ​ເວລາ​ Great Singapore Sale. ​

        ສິງກະ​ໂປ ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ ​ແມ່ນ​ແດນ​ສະຫວັນ​ແຫ່ງ​ການ​ຊື້​ເຄື່ອງ​ຂອງ. ​ໃນ​ແຕ່​ລະ​ຕາລາງ​ກິ​ໂລ​ແມັດ ຢູ່ ສິງ​ກະ​ໂປ ​ແມ່ນ​ຮ້ານ​ຄ້າ​ເປັນ​ຈຳນວນ​ຫລວງຫລາຍ. ບັນດາ​ຄຸ້ມ​ຖະຫນົນ​ທີ່ມີ​ຮ້ານຄ້າ​ໃຫຍ່ຫລາຍ​ແຫ່ງ​ຄື: Orchard Road, Chinatown, Bugis ຫລື ຮ້ານ​ຄ້າ​ນັບ​ຮ້ອຍ​ຮ້ານ​ຢູ່ ຊັ້ນ​ລຸ່ມ​ສະຖານີ​ລົດ​​ໄຟ​ໃຕ້​ດິນ ລ້ວນ​ແຕ່​ຂາຍ​ເຄື່ອງຂອງດ້ວຍຍີ່​ຫໍ້​ທີ່​ມີ​ຊື່ສຽງ​ຂອງ​ໂລກ… ອັນ​ໄດ້​ຕອບ​ສະຫນອງ​ຄວາມ​ຕ້ອງການຂອງ​ຜູ້​ມັກ​ຊື້​​ເຄື່ອງຂອງ​. ​ແຕ່ລະ​ປີ ​ນັບ​ແຕ່ຕົ້ນ​ເດືອນ 6 ຮອດ​ທ້າ​ຍ​ເດືອນ 7 ຫລື ວັນ​ບຸນ ​​ຄຼິດສະມາດ, ປີ​ໃຫມ່, ບັນດາ​ສູນ​ການຄ້າ​ຢູ່ ສິງ​ກະ​ໂປ ​ເຄີ​ຍມີ​ລາຍການ Great Singapore Sale. ໃນ​ຈຸດ​ເວລາ​ນີ້, ບັນດາ​ຮ້ານຄ້າ​ເຄີຍ​ເປີດ​ປະຕູ​ຮອດ​ເວລາ 12 ​ໂມງ ກາງຄືນ, ຊ້ຳ​ບໍ່​ໜຳ ບາງ​ສູນ​ການ​ຄ້າ​​ຍັງເປີດ​ປະຕູ​ ຕະຫລອດ 24 ຊົ່ວ​ໂມງ​ເພື່ອຮັບ​ໃຊ້ລູກ​ຄ້າ ​ແລະ ມີສິນຄ້າ​ບາງ​ປະ​ເພດ​​ໄດ້ຫລຸ​ດລາຄາລົງ​ 70%. ມາ​ຢ້ຽມຢາມ ສິງກະ​ໂປ ນັກ​ທ່ອງ​ທ່ຽວ ສາມາດ​ຊື້​ສິນຄ້າໄດ້​ທຸກປະ​ເພດທີ່​ມີ​ຄວາມຕ້ອງການ ຈາກ​ເຄື່ອງ​ທີ່​​ລະນຶກ, ​ເຄື່ອງ​​ໃຊ້​ໃນ​ຄອບຄົວ ຕະຫລອດ​ຮອດ​ເຄື່ອງ​ເອ​ເລັກ​ໂຕ​ນິກ, ​ໂສ້ງ​ເສື້ອ ​ແລະ​ອື່ນໆ ຢູ່​ບັນດາ​ສູນການ​ຄ້າ, ຮ້ານ​ຄ້າ​ຍ່ອຍ ຫລື ຕະຫລາດ​ຂອງ​ຊາວ​ຝ່າຍຕາ​ເວັນ​ອອກ.

ສິງກະໂປ - ແດນສະຫວັນແຫ່ງການຊື້ເຄື່ອງຂອງ - ảnh 1
ບັນຍາກາດ​ຢູ່ Orchard ອຶກ​ກະ​ທຶກຄຶກ​ໂຄມ ​ແລະ ຄັບ​ຄາຫນາ​ແຫນ້ນ
ພາບ: internet

        ​ໃນ​ບັນດາ​ເຂດ​ການ​ຄ້າ​ທີ່​ລື​ຊື່​ຢູ່ ສິງກະ​ໂປ ຕ້ອງ​ເວົ້າ​ເຖິງ​ຄຸ້ມ​ຖະຫນົນ Orchard. ນີ້​ແມ່ນ​​ສູນການຄ້າ​ຕົ້ນຕໍ ຢູ່ ສິງ​ກະ​ໂປ ​ຊຶ່ງ​ແມ່ນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວ​ທຸກ​ຄົນ​ມັກແວ່​ຢາມ​ເມື່ອ​ຢ້ຽມຢາມ ສິງ​ກະ​ໂປ. ຢູ່​ລຽບ​ຕາມ​ສອງ​ຟາກ​ທາງ Orchard, ມີ​ຄວາມສວຍ​ງາມ, ສະອາດ ​ແລະ ​ໄດ້​ປະດັບ​ປະດາ​ດ້ວຍໂຄມ​ໄຟ, ດອກ​ໄມ້ ທີ່​ມີສີສັນ​ຫລາກ​ຫລາຍ ພ້ອມ​ກັບ​ຕົ້ນ​ໄມ້​ຂຽວ​ສົດ​ງົມ​ງາມ, ພິ​ເສດ​ແມ່ນ​ບັນຍາກາດ​ອຶກ​ກະ​ທຶກ ຄຶກ​ໂຄມ​ແລະ ຄັບຄາ​ຫນາ​ແຫນ້ນ​ຂອງລູກ​ຄ້າ​ທີ່ມາຈາກ​ຫລາຍ​ປະ​ເທດ​ໃນ​ໂລກ. ບັນດາ​ສູນ​ການ​ຄ້າ​ຢູ່ Orchard ​ຕັ້ງ​ລຽນຕິດກັນ. ສິ່ງ​ທີ່​ສະດວກ​ເມື່ອ​ມາ​ຢ້ຽມຢາມ​ເຂດ Orchard Road, ນອກຈາກ​​ຂີ່ລົດ​ແທກ​ຊີ, ລົດ​ເມ ​ແລ້ວ, ນັກ​ທ່ອງ​ທ່ຽວ​ສາມາດ​ຂີ່ລົດ​ໄຟ​ໃຕ້​ດິນ​ໄດ້. ຍ້ອນ​ວ່າ ຢູ່​ເທິງ​ສະຖານີ​ລົດ​ໄຟ​ແມ່ນ​ສູນການ​ຄ້າ​ໃຫຍ່, ຈາກ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ຍ່າງ​ອອກ​​ໄປຖະຫນົນ Orchard ຢ່າງ​ງາຍ​ດ່າ​ຍ ​ເພື່ອ​ຄົ້ນ​ຫາ​ບັນດາ​ສູນ​ການຄ້າ​ຢູ່​ສາຍ​ທາງ​ນີ້. ​ເພາະສະ​ນັ້ນ ລົດ​ໄຟ​ໃຕ້​ດິນ ​ແມ່ນ​ພາຫະ​ນະ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ເລືອກ​ເຟັ້ນກວ່າ​ໝູ່ ​ເມື່ອ​ໄປ​ຊື້​ເຄື່ອງ​ຂອງ​ຢູ່ Orchard.

ສິງກະໂປ - ແດນສະຫວັນແຫ່ງການຊື້ເຄື່ອງຂອງ - ảnh 2
ຖະຫນົນ Orchard
ພາບ:internet

        ບັນຍາກາດ​ຢູ່ Orchard ອຶກ​ກະ​ທຶກຄຶກ​ໂຄມ ​ແລະ ຄັບ​ຄາຫນາ​ແຫນ້ນ ດ້ວຍ​ສູນ​ການຄ້າ​ຂະໜາດໃຫຍ່​ຫລາຍ​ແຫ່ງ ​ແລະ ຍາມ​ໃດ​ກໍ​ຂາຍ​ສິນຄ້າ​ຍີ່​ຫໍ້​ຫລ້າ​ສຸດ​ຂອງ​ໂລກ. ບັນດາ​ສູນ​ການ​ຄ້າ​ຄື: ION Orchard, Orchard Central, Delfi Orchard, Lucky Plaza, OG Orchard Poin, Parazon, Orchard Plaza … ລ້ວນ​ແຕ່​ຂາຍ​ສິນຄ້າ​ທຸກ​ປະ​ເພດ, ຈາກ​​ໂສ້ງ​ເສື້ອ, ​ເຄື່ອງ​ສຳອາງ, ​ເຄື່ອງ​​ໃຊ້​​ໃນ​ຄອບຄົວ, ຕະຫລອດ​ຮອດ​ເຄື່ອງ​ສິລະ​ປະ​ຫັດຖະ​ກຳ, ​ເຄື່ອງ​ເອ​ເລັກ​ໂຕ​ນິກ, ນັກ​ທ່ອງ​ທ່ຽວ​ສາມາດ​ເລືອກ​ເຟັ້ນ​​ເຄ່ື່ອງຂອງ​ທຸກ​ປະ​ເພດທີ່​ມີ​ຄວາມຕ້ອງການ. ​ເພື່ອນ ​ເຈີ​ນກົງ​ຮ່ວາງ, ນັກ​ສຶກສາ​ປີ​ທີ 3, ສະ​ຖາ​ບັນສື່ສານ ​ແລະ ​ໂຄສະນາ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ພາຍຫລັງ​ຊື້​ໄດ້​​ເຄື່ອງ​ຂອງ​ທີ່​ຕົນ​ມັກ ດ້ວຍ​ລາຄາ​ ຫຼຸດ​ລົງ​ເຖີງ 70%.

        “ນ້ອງ​ຮູ້ສຶກ​ແປກ​ປະຫຼາດ​ໃຈຕໍ່​ຂອບ​ຂະໜາດ​ທີ່ໃຫຍ່​ໂຕ​ມະ​ໂຫຖານຂອງ​ບັນດາ​ສູນ​ການ​ຄ້າ​ຢູ່ ສິງ​ກະ​ໂປ.  ບັນດາ​ສູນ​ການຄ້າ​ດັ່ງກ່າວ​ບໍ່​ພຽງ​ແຕ່​ຂາຍ​ສິນຄ້າ​ທຸກ​ປະ​ເພດ​ເທົ່າ​ນັ້ນ ຫາກ​ຊາວ​ສິງກະ​ໂປ ຍັງ​ປະດັບ​ປະດາ​ຮ້ານຄ້າ​ຢ່າງ​ສວຍງາມ​ອີກ​ດ້ວຍ. ສິ່ງ​ພິ​ເສດ ນ້ອງ​ຊື້​ໄດ້​​ເຄື່ອງ​ຂອງບາງ​ຢາງທີ່​ຕົນ​ມັກ ​ດ້ວຍ​ລາຄາ​ຖືກ. ສຳລັບ​ນັກ​ສຶກສາ​ຄື​ພວກ​ນ້ອງ ຍາກ​ທີ່​ຈະມີໂອກາດ​ຄື​ແນວ​ນີ້. ຊື້​ເຄື່ອງ​ຂອງຢູ່ ສິງກະ​ໂປ ນ້ອງ​ຮູ້ສຶກ​​ອຸ່ນ​ອ່ຽນ​ໃຈ​ຕໍ່​ຄຸນ​ນະພາ​ບສິນຄ້າຢູ່​ທີ່​ນີ້.

        ບໍ່​ພຽງ​ແຕ່​ຂາຍ​ສິນຄ້າ​ທຸກ​ປະ​ເທດ​ເທົ່າ​ນັ້ນ, ສູນ​ການຄ້າ​ຢູ່ ສິງ​ກະ​ໂປ ຍັງມີ​ເຂດ​ຂາຍຂອງ​ກິນ, ຮ້ານ​ກາ​ເຟ, ​ເຂດ​ບັນ​ເທິງ ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ເມື່ອ​​ໄປ​ຊື້​ເຄື່ອງ​ຂອງອີກ​ດ້ວຍ.  ອ້າ​ຍ Kaung ນັກ​ທ່ອງ​ທ່ຽວ ມາ​ຈາກ ມ້ຽນ​ມາ ມີ​ຄວາມ​​ເພີ່ງ​ພໍ​ໃຈ​ທີ່​ສຸດພາຍຫລັງ​ໄປ​ຢ້ຽມຢາມ Orchard Road.

        “ຂ້າພະ​ເຈົ້າ​ເຫັນ​ວ່າ ສິ່ງ​ດີ​ເລີດ​ເມື່ອ​ໄປ​ຊື້​ເຄື່ອງ​ຂອງ​ຢູ່ ສິງກະ​ໂປ ​ແມ່ນ​ບັນດາ​ສູນ​ການຄ້າ​ຢູ່​ທີ່​ນີ້​​ໄດ້ເຕົ້າ​ໂຮມ​​ເຄື່ອງ​ຂອງທຸກ​ຍີ່​ຫໍ້​ທີ່​ລື​ຊື່​ຢູ່​ໃນ​ໂລກ. ບັນດາ​ສູນ​ການຄ້າ​ໄດ້​ຮັບ​ການ​ກໍ່ສ້າງ​ຕິດກັນ, ​ແມ່ນສິ່ງ​​ສ້າງ​ຄວາມສະດວກ​​ສະບາຍ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວເມື່ອ​ໄປ Shopping. ນອກ​ນັ້ນ, ທ່າ​ທີ່ຮັບ​ໃຊ້ບໍລິການ​ຂອງ​ຜູ້​ຂາຍ​ເຄື່ອງ​ກໍ​ສະຫນິດສະຫນົມ, ລະບຽບ​ການ​ຊຳລະ​ວ່ອ​ງ​ໄວ ​ແລະ ອຸດົມສົມບູນ.”

        ພາຍຫລັງ​ໄປ​ຊື້​ເຄື່ອງ​ຂອງ​ຢູ່ Orchard ​ແລ້ວ, ນັກ​ທ່ອງ​ທ່ຽວ​ເຄີຍ​​ເຂົ້າ​ບັນດາ​ຮ້ານ​ຄ້າ​ຢູ່ Chinatown, Little India. ນີ້​ແມ່ນ​ຄຸ້ມ​ຖະຫນົມ​ໂດຍ ຊາວ​ຈີນ, ຊາວ​ອິນ​ເດຍ ດຳລົງ​ຊີວິດ. ປະຈຸ​ບັນ ຄຸ້ມ​ຖະຫນົນ​ດັ່ງກ່າວ​ຍັງ​ຄົງ​ຮັກສາ​ຄຸນ​ຄ່າ​ປະ​ເພນີ ດ້ວຍ​ບັນດາ​ຮ້ານ​ຂາຍ​ເຄື່ອງ​ສິລະ​ປະ​ຫັດຖະກຳ, ​ໂສ້ງ​ເສື້ອ, ​ເຄື່ອງ​ສຳອາງ ​ແລະ ຢາ​ພື້ນ​ເມືອງ. ຢູ່​ທີ່​ນີ້, ນັກ​ທ່ອງ​ທ່ຽວ ທັງ​ຄົ້ນ​ຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ທັງ​​ຊື້​ໃຫ້​ຕົນ​​ເຄື່ອງ​​ທີ່ລະນຶກທີ່ເປັນ​ເອກະລັກ​ສະ​ເພາະ​ໃຫ້​ແກ່​ຕົນ​ໄດ້. ອ້າ​ຍ ​ແສງຟ້າ ນັກ​ທ່ອງ​ທ່ຽວລາວ ​ໃຫ້​ຮູ້​ວ່າ:

ສຽງ​ອ້າຍ​ແສງຟ້າ

        ພາຍຫລັງ​ໄປ​​ຊື້​​ເຄື່ອງ​ຂອງ​ແລ້ວ, ນັກ​ທ່ອງ​ທ່ຽວ​ສາມາດ​ພັກຜ່ອນຢູ່​ເທິງ​ຕັ່ງ​ຫີນ ຕັ້ງ​​ຢູ່​ແຄມ​ທາງ, ​ໃຕ້​ຮົ່ມ​ໄມ້, ທັງກິນ​ແກຼມ ຫລື ດື່ມ​ນ້ຳໝາກ​ໄມ້ ທັງ​ສັງ​ເກດ​ການ​ເຄື່ອນ​ໄຫວ​​ໃນຄຸ້ມ​ຖະໜົນຢູ່​​ເຂດໃຈກາງນີ້. ທຸກ​ສິ່ງ​ທຸກຢ່າງ ​ແມ່ນ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວຮູ້ສຶກ​ສະບາຍ​ໃຈ, ​ເມື່ອ​ມາ​ຢ້ຽມຢາມ ສິງກະ​ໂປ, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ໃຫ້​ຫຼາຍ​ຄົນ​ເມື່ອ​ໄດ້ມາ​ຢ້ຽມຢາມ ສິງກະ​​ແລ້ວ ລ້ວນ​ແຕ່​ຢາກ​ໄດ້​ກັບ​ມາ​ຢ້ຽມຢາມ​ອີກ​ຄັ້ງ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ