ສິງກະໂປສົ່ງເສີມປະຊາຊົນເລືອກເຟັ້ນຄາບອາຫານຮັບປະກັນສຸຂະພາບ

(vovworld)-ສ່ວນອາຫານບັນຈຸ 500 ກາ​ລໍລີຢູ່​ຮ້ານ​ອາຫານ, ​ເຄື່ອງ​ດືມ​ມີ​ນ້ຳຕານ​ຫນ້ອຍຢູ່​ໂຮງຮຽນ ​ແລະ ຫັນອາຫານ​ໄດ້​ຮັບ​ການ​​ປຸງ​ແຕ່ງ​​ເປັນຫລາຍ​ແນວ ​ແມ່ນ 3 ມາດ​ຕະການ​ຊື່​ງສະພາ​​ສົ່ງ​ເສີມ​ສຸຂະພາບຂອງ​ສິງກະ​ໂປ ຍົກ​ອອກ​ມາ ​ເພື່ອ​ປັບປຸງ​ລະບອບ​ທາດ​ບຳລຸງ​ໃຫ້​ແກ່​ປະຊາຊົນ. ບັນດາ​ມາດ​ຕະການ​ນີ້ ຈະ​ໄດ້​ຮັບ​ການ​ປະຕິບັດ​ໃນ 6 ​ເດືອນ ​ແລະ ຫວັງ​ວ່າ​ຈະ​ສ້າງ​ຄວາມ​ຊີ​ນ​ເຄີຍ​ໃນ​ການ​ກິນ​ດື່ມ “ຮັບປະກັນ​ສຸຂະພາບ” ​ແລະ ປະລິມານກາ​ລໍ​ລີ ຫນ້ອຍ ຢູ່ ປະ​ເທດ​ສິງກະ​ໂປ.

ສິງກະໂປສົ່ງເສີມປະຊາຊົນເລືອກເຟັ້ນຄາບອາຫານຮັບປະກັນສຸຂະພາບ - ảnh 1
ຊາວ​ສິງກະ​ໂປ ຈຳນວນ 60% ​ແມ່ນ​​ໄປຮັບ​ປະທານ​ອາຫານ
​ຢູ່​ຮ້ານ​ອາຫານ
ພາບ:internet

        ສະພາສົ່ງ​ເສີມ​ສຸ​ຂະ​ພາບຂອງ​ສິງກະ​ໂປ ຫາ​ກໍ່​ຜັນ​ຂະຫຍາຍ​ໂຄງການ“ຄາບ​ອາຫານ​ຮັບປະກັນສຸຂະພາບ” ​ເພື່ອ​ປັບປຸງ​ທາດ​ບຳລຸງ​ໃຫ້​ແກ່​ປະຊາຊົນ. ​ໂຄງການ​ດັ່ງກ່າວ​ແມ່ນ​ອີງ​ໃສ່​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ທາດ​ບຳລຸງ​ແຫ່ງ​ຊາດ​ຊື່​ງ​ໄດ້​ຮັບ​ການ​ປະຕິບັດ​​ເມື່ອ​ປີ 2010. ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ໃຫ້​ເຫັນ​ວ່າ: ຊາວ​ສິງກະ​ໂປ ມີ​ຄວາມ​ຊີ​ນ​ເຄີຍ​ເລືອກ​ເຟັ້ນບັນດາ​ຄາບ​ອາຫານ​ທີ່​ບັນຈຸກາ​ລໍ​ລີຫລາຍ​ກວ່າ​ລະດັບ​ທີ່​ຈຳ​ເປັນ. ຊາວ​ສິງກະ​ໂປ ຈຳນວນ 60% ​ແມ່ນ​​ໄປຮັບ​ປະທານ​ອາຫານ​ຢູ່​ຮ້ານ​ອາຫານສະ​ເລ່ຍອາທິດ​ລະ 4 ​ເທື່ອ. ບັນດາ​ຄາບ​ອາຫານ ບັນຈຸ​​ແຕ່ 700-800 ກາ​ລໍລີ. ​ໃນ​ຂະນະ​ນັ້ນ ຜູ້​ຫນຶ່ງ​​ຕ້ອງການພຽງ 500 ກາ​ລໍລີ​ເທົ່າ​ນັ້ນ. ​ຖ້າ​ຫາກ​ຮັບ​ປະທານ​ອາຫານ​ຢູ່​ຮ້ານ​ອາທິດ​ລະ 3 ​ເທື່ອ ກໍ​ເຮັດ​ໃຫ້ປະລິມານ ກາ​ລໍ​​ລີ ໃນ​ແຕ່ລະຄົນ​​ເຫຼືອ​ເຟື່ອ. ສິ່ງ​ດັ່ງກ່າວ​​ເຮັດໃຫ້ຫລາຍ​ຄົນອ້ວນພີ​ແລະ ບໍ່​ຮັບປະກັນສຸຂະພາບ​.

        ​ເພາະສະ​ນັ້ນ ​ໂຄງການ “ຄາບ​ອາຫານ​ຮັບປະກັນສຸຂະພາບ” ​ແມ່ນ​ສຸມ​ໃສ່​ການ​ຫລຸດຜ່ອນປະລິມານ​ກາ​ລໍ​ລີ ​ໃນ​​ອາຫານ​ທີ່​ຂາຍ​ຢູ່​ຮ້ານ​​​ລົງ​ລະດັບ 500 ກາ​ລໍ​ລີ/ສ່ວນ. ດ້ວຍຈຸດໝາຍ​ຮອດ​ປີ 2020 ຈະ​ມີ​​ອາຫານ 180 ລ້ານ​ສ່ວນ, ​ເທົ່າ​ກັບ 20% ​ສ່ວນ​ອາຫານ​ທັງ​ໝົດຢູ່​ຮ້ານ​ອາຫານຕ່າງໆບັນລຸ​ມາດຖານ​ນີ້. ປະຈຸ​ບັນ ມີ​ຮ້ານ​ອາຫານ 18 ​ບໍລິສັດສະຫນອງ​ບໍລິການ​ກິນ​ດື່ມ ​ດ້ວຍ​ປະ​ມານ 700 ​ຮ້ານ​ເຂົ້າ​ຮ່ວມ​ໂຄງການ. ລັດຖະບານ ສິງກະ​ໂປ ປາດ​ຖະຫນາວ່າ, ທ້າຍ​ປີ​ນີ້ ຈະ​​ເພີ່ມ​ບໍລິສັດ​ສະໜອງ​ບໍລິການ​​ຂຶ້ນ​ກວ່າ 30 ​ແຫ່ງ. ຫນຶ່ງ​ໃນ​ຈຳນວນ​ເຫລົ່າ​ນັ້ນ,  Pisent Co ​ໄດ້ປຸງ​ແຕ່ງອາຫານ 11 ​ເຍື່ອງ​ ທີ່​ມີ​ປະລິມານ​ກາ​ລໍ​ລີ ຫນ້ອຍ ຄື: spagetty ສິນ​ທະ​ເລ ຫລື Pizza ຂອງທະ​ເລ​ເມ​ດີ​ເຕ​ຮາ​ເນຍ ​ດ້ວຍລາຄາ​​ຖືກ​ກວ່າ 40% ​ເມື່ອ​ທຽບ​ໃສ່​​ອາຫານ​ທຳ​ມະ​ດາ. ທ່ານ​ນາງ Tan Yilin, ຜູ້​ຊ່ວຍ​ວຽກ​ຜູ້ອຳນວຍການ maketing ຂອງ​ລະບົບ​ຮ້ານ​ອາຫານ Pisent Co ​ໃຫ້​ຮູ້​ວ່າ:

        “​ແນ່​ນອນ​ວ່າ ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ກຳ​ໄລ, ​ເພາະວ່າ ພວກ​ຂ້າພະ​ເຈົ້າ​​ໄດ້​ມີ​ອາຫານ​ເຍື່ອງ​ໃໝ່​. ຈຸດໝາຍ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສຸມ​ໃສ່​ຕະຫລາດ​​​ໃໝ່ທີ່ຮັບປະກັນ​ໃຫ້ສຸຂະພາບ”

ສິງກະໂປສົ່ງເສີມປະຊາຊົນເລືອກເຟັ້ນຄາບອາຫານຮັບປະກັນສຸຂະພາບ - ảnh 2

        ​ໂຄງການ​ຄາບ​ອາຫານ​ຮັບ​ປະກັນ​ສຸຂະພາບ​ແມ່ນ​ສືບຕໍ່​ສຳ​ເລັດ​ຜົນ​ຂອງ​ໂຄງການ Hoker, ​ເຊິ່ງ​ແມ່ນ​ໂຄງການ​ຍົກ​ສູງ​ຄຸນ​ນະພາ​ບສ່ວນ​ອາຫານ ຊື່​ງ​ໄດ້​ຮັບ​ການ​ປະຕິບັດ​ທົດ​ລອງ​ໃນ​ປີ 2012. ​ໂຄງການ Hoker ສຸມ​ໃສ່​ບັນດາ​ເປົ້າ​ໝາຍ​ແມ່ນ​ຜູ້​​ເລາະຂາຍ​ອາຫານ​​ຕາມ​ທາງ, ສົ່ງ​ເສີມ ​ແລະ ຫນູນ​ຊ່ວຍ​ດ້ານ​ການ​ເງິນ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສະ​ຫນອງອາຫານ​ທີ່​ມີ​ປະ​​ໂຫຍ​ດຕໍ່​ສຸຂະພາບ. ຜູ້​​ເລາະຂາຍ​ອາຫາ​ນ​ຕາມ​ທາງ 350 ຄົນ ​ໄດ້​ເຂົ້າ​ຮ່ວມ ​ແລະ ພິສູດ​ລັກສະນະ​ໝັ້ນ​ຄົງ​ຂອງ​ແນວ​ຄວາມ​ຄິດ​ນີ້. ສະ​ນັ້ນ ປີ 2014, ລັດຖະບານ ສິງກະ​ໂປ ​ໄດ້​ເປີດ​ກວ້າງ​ຮູບ​ແບບ​ນີ້​ເຖິງ​ບັນດາ​ຮ້ານ​ອາຫານ, ລະບົບ​ຮ້ານ​ອາຫານ​ຮັບ​ໃຊ້​ການ​ກິນ​ດື່ມ. ທ່ານ Zee Yoong Kang, ຜູ້ອຳນວຍການ​ຝ່າຍບໍລິຫານ ສະພາ​ສົ່ງ​ເສີມ​ສຸຂະພາບ ​ໄດ້​ຢືນຢັນ​ກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ບ້ວງ​ຫນູນ​ຊ່ວຍທີ່​ສະຫງວນ​ໃຫ້​ແກ່​ຮ້ານ​ອາຫານ​ເຂົ້າ​ຮ່ວມ​ໂຄງການນີ້.

        “ມີ​ຄວາມ​ແຕກ​ຕ່າງ​ກັນ​ດ້ານລາຄາ ລະຫວ່າງ​ອາຫານທີ່​ມີ​ປະ​ໂຫຍ​ດ​ຕໍ່ສູ​ຂະ​ພາບ ​ແລະ ບໍ່​ມີ​ປະ​ໂຫຍ​ດຕໍ່​ສຸຂະພາບ. ການຫນູນ​ຊ່ວຍ​ເພື່ອ​ສົ່ງ​ເສີ​ມຮ້ານ​ອາຫານ​ສະ​ຫນອງ​ອາຫານ​ທີ່​ຮັບປະກັນ​ໃຫ້ຜູ້​ໃຊ້​ສອຍ. ​ເມື່ອ​ມີ​ຫຼາຍຮ້ານ​ອາຫານເຂົ້າຮ່ວມ​ລາຍການ​ນີ້, ຄວາມຜິດດ່ຽງ​ດ້ານລາ​ຄາ​ກໍ່ຈະ​ຫລຸດ​ລົງ.”

        ​ໄປ​ຄຽງ​ຄູ່ກັບ​ໂຄງການ“ຄາບ​ອາຫານ​ຮັບ​ປະກັນ​ສຸຂະພາບ”, ສະພາ​ສົ່ງ​ເສີມ​ສຸຂະພາບ​ຍັງ​ເຮັດ​ວຽກ​ກັບ​ບໍລິສັດ​ຜະລິດ​ເຄື່ອງ​ດື່ມ ​ເພື່ອ​ສະຫນອງ​ຜະລິດ​ຕະພັນ​ມີ​ນ້ຳຕານ​ຫນ້ອຍ ​ແລະ ​ເພີ່ມ​ປະລິມານ​ຜະລິດ​ຕະພັນ​ນີ້ ​ເພື່ອຮັບ​ໃຊ້​ໃນ​ໂຮງຮຽນ ​ແລະ ອົງການ. ຂະ​ແຫນງ​ຜະລິດ​ອາຫານ​ ກໍ​ໄດ້ຮັບ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ລະບົບ​ຊັບ​ພະ​ສິນຄ້າ​ຢູ່ ສິງກະ​ໂປ ຈະ​ຫັນ​ບັນດາ​ຜະລິດ​ຕະພັນ​ທີ​ປະລິມານ​ກາ​ລໍ​ລີ​ຕຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ດ້ວຍ 3 ມາດ​ຕະການ​ດັ່ງກ່າວ, ລັດຖະບານ ສິງກະ​ໂປ ຫວັງ​ວ່າຈະ​ສ້າງ​ຄວາມ​ຊີ​ນ​ເຄີ​ຍ​ກິນ​ດື່ມທີ່​ຮັບປະກັນ​ສຸຂະພາບ, ມີ​ປະລິມານກາ​ລໍ​ລີ​ ​ແລະ ນ້ຳຕານ ຫນ້ອຍ​ໃນ​ໝູ່​ປະຊາຊົນ ​.

ຕອບກັບ

ຂ່າວ/ບົດ​ອື່ນ