ສິງກະໂປເພີ່ມທະວີການຫນູນຊ່ວຍສາທາລະນະສຸກວົງຄະນາຍາດ

(vovworld)- ຊາວ​ສິງ​ກະ​ໂປ 520.000 ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ແຜນ​ຮ່າງ​ຫ​ນູນ​ຊ່ວຍ​ສາ​ທາ​ລະ​ນະ​ສຸກວົງ​ຄະ​ນາ​ຍາດ​ໃຫມ່, ໃນ​ນັ້ນ ມີ​ເລື່ອງສຳ​ພັດ​ກັບ​ລະ​ດັບ​ລາຍ​ຮັບ​ປານ​ກາງຕຳ່ ແລະ ອຸດ​ຫ​ນູນ​​ການ​ເບີ່​ງ​ແຍງ​ສຸຂະພາບ ແລະ ປົວ​ແຂ້ວ. ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ສຳ​ລັບ​ຜູ້​ປະ​ສົບ​ກັບ​ຄວາ​ມ​ຫ​ຍຸ້ງ​ຍາກ​ຢູ່​ສິງ​ກະ​ໂປ​ໃນ​ໂອ​ກາດ​ປີ​ໃຫມ່.

        ນັບ​ແຕ່​ເດືອນ 1/2014, ຜູ້​ອາ​ຍຸ​ສູງ ແລະ ສະ​ມາ​ຊິກ​​ໃນ​ຄອບ​ຄົວ​ ທີ່ມີ​ລາຍ​ຮັບ​ສະ​ເລ່ຍ​ແຕ່​ລະ​ເດືອນ​ເທົ່າ​ກັບ​ຫລື​ຕ່ຳ​ກວ່າ 1.800 USD/ຄົນ​ ຢູ່​ສິງ​ກະ​ໂປ ໄດ້​ຮັບ​ການ​ຫ​ນູນ​ຊ່ວຍ​ຈາກ​ໂຄງ​ການ​ຫ​ນູນ​ຊ່ວຍ​ສາ​ທາ​ລະ​ນະ​ສຸກ​ວົງ​ຄະ​ນາ​ຍາດ. ໂຄງ​ການ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ຜູ້​ມີ​ລາຍ​ຮັບ​ຕ່ຳ​ໄດ້​ຮັບ​ບໍ​ລິ​ການ​ເບິ່ງ​ແຍງ​​ສຸຂະພາບ ດ້ວຍ​ລາ​ຄາ​ພິ​ເສດຄື: ຫນູນ​ຊ່ວຍ​​ໃຫ້​ແກ່ການ​ກວດ​ບັນດາພະຍາດທົ່ວ​ໄປ​ເທື່ອ​ລະ 18,5 USD, ສ່ວນ​ພະຍາດ​ຫນັກ ​ເທື່ອ​ລະ 120 USD ຫລື 480 USD/ປີ. ປະຈຸ​ບັນ, ຄົນ​ເຈັບ​ເກືອບ​ເຄິ່ງຫນຶ່ງ​ຢູ່​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ 600 ຫ້ອງ ​ແລະ ຫ້ອງ​ກວດ​ພະຍາດ​ຫລາຍ​ຂະ​ແຫນງ 370 ຫ້ອງ ​​ໄດ້​ເຂົ້າ​ຮ່ວມ​ລາຍການ​ຫນູນ​ຊ່ວຍ​ສາທາລະນະ​ສຸກ​ວົງ​ຄະນາ​ຍາດ. ທ່ານ Gan Kim yong, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ສິງກະ​ໂປ ​ໃຫ້​ຮູ້​ວ່າ:

        “​ນັບ​ແຕ່​ປີ 2014 ​ເປັນ​ຕົ້ນ​ໄປ, ລາຍການ​ຫນູນ​ຊ່ວຍ​ສາທາລະນະ​ສຸກ​ວົງ​ຄະນາ​ຍາດ ຈະ​ມີ​ການ​ປ່ຽນ​ແປງ. ບັນດາ​ສະມາຊິກ​ໃນ​ຄອບຄົວ​ທີ່ມີອາຍຸ​ຕຳ່​ກວ່າ 40 ປີ​ ກໍ​ແມ່ນ​ເປົ້າ​ໝາຍ​​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ລາຍການ. ສຳລັບ​ບັນດາ​ຄອບຄົວ​ຫນຸ່ມ​ທີ່ມີ​ເງື່ອນ​ໄຂ​ຢ່າງພຽງພໍ, ​ກໍ່​ສາມາດຈົດ​ທະບຽນ​ເຂົ້າ​ຮ່ວມ​ໄດ້. ​ທັງຄອບຄົວ​ພຽງ​​ແຕ່ຈົດ​ທະບຽນ​ລວມສະບັບດຽວໃຫ້​ທຸກ​ຄົນ​ໃນ​ຄອບຄົວ​”

ສິງກະໂປເພີ່ມທະວີການຫນູນຊ່ວຍສາທາລະນະສຸກວົງຄະນາຍາດ - ảnh 1
ສິງກະ​ໂປ ​ແມ່ນ​ປະ​ເທດ​ມີ​ລະບົບ​ສາທາລະນະ​ສຸກ​ດີ​ທີ່​ສຸດ
photo:internet

        ບັນດາ​ການ​ປ່ຽນ​ແປງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ສະມາຊິກ​ຫນຸ່ມ​ໃນ​ບັນດາ​ຄອບຄົວ​ມີ​ລາຍ​ຮັບ​ຕຳ່​ໄດ້​ເຂົ້າ​ຮ່ວມ​ລາຍການ​ຫນູນ​ຊ່ວຍ​ສາທາລະນະ​ສຸກ​ວົງ​ຄະນາ​ຍາດ. ​ເລື່ອງ​ເປີດ​ກວ້າງ​ເປົ້າ​ໝາຍ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ນັ້ນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ຫນ້ອຍ​ເຖິງ​ງົບປະມານ​ສິງກະ​ໂປ. ​ແຕ່ການ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ດ້ານ​ສາທາລະນະ​ສຸກ​ໄດ້​ຮັບ​ຖື​ວ່​າ​ແມ່ນ​ບຸລິມະສິດ​ຂອງ​ສິງກະ​ໂປ​ໃນ​ປີ​ນີ້. ຄຽງ​ຄູ່ລາຍການ​ຫນູນ​ຊ່ວຍ​ສາທາລະນະ​ສຸກ​ວົງ​ຄະນາ​ຍາດ, ລັດຖະບານ ສິງກະ​ໂປ ຍັງ​ສະຫນອງ​ບ້ວງ​ເງິນ​ຫນູນ​ຊ່ວຍ​ສາທາລະນະ​ສຸກ ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ລຸ້​ນຄົນ​ນຳຫນ້າ​ຂອງ​ປະ​ເທດ​ອີກ. ທ່ານ​ Tharman Shanmugaratnam, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ເງິນ​ສິງກະ​ໂປ ​ໃຫ້​ຮູ້​ວ່າ: ລາຍການ​ສະ​ແດງ​ຄວາມ​ຮູ້​ບຸ​ນຄຸນ​ລຸ້ນຄົນ​ນຳ​ຫນ້າ​ຂອງ​ປະ​ເທດ​ ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ເດືອນ 2 ຈະ​ມາ​ເຖິງ.

        “ບ້ວງ​ເງິນ​ຫນູນ​ຊ່ວຍ​ດັ່ງກ່າວ​ແມ່ນ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ, ​ເພື່ອ​ເຊີດ​ຊູ​ການ​ປະກອບສ່ວນ​ຂອງ​ລຸ້ນຄົນນຳ​ຫນ້າ​ໃນປະເທດ. ລາຍການນີ້ຊ່ວຍໃຫ້ບັນດາ​ຜູ້​ມີອາຍຸ​ກວ່າ 60 ປີ ມີ​ຄວາມຜາ​ສຸກ ​ແລະ ມີອາຍຸຍືນ​ກວ່າ.”

        ​ໃນ​ໂອກາດ​ປີ​ໃຫມ່, ບັນດາ​ຜູ້​ເຖົ້າ​ຜູ້​ແກ່ ຢູ່ ສິງກະ​ໂປ ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກວົງ​ຄະນາ​ຍາດ. ຫວ່າງ​ແລ້ວນີ້, ​ໂຮງໝໍ ຫລາຍ​ຂະ​ແຫນງ​ຢູ່ ສິງກະ​ໂປ ດຳ​​ເນີນ​ການ​ກວດ​ສຸຂະພາບ​ຮອບດ້ານ​ໃຫ້​ຜູ້​ອາ​ຍຸ​ສູງ​ທີ່​ທຸກ​ຍາກ 26 ຄົນ ຢູ່ Bukit Merah. ​ເຂົ້າ​ຮ່ວມ​ລາຍການ ມີ ທ່ານໝໍ 25 ຄົນ, ຜູ້​ອາ​ສະໝັກ 280 ຄົນ ຊ່ື​ງລວມມີ: ພະຍາບານ​, ຜູ້​ຊ່ຽວຊານ​ສາທາລະນະ​ສຸກ ​ແລະ ພະລາກອນ​ຂອງ​ໂຮງໝໍ. ຄຽງ​ຄູ່​ກັບ​ການກວດ​ພະຍາດ, ບັນດາ​ຜູ້​ອາສາ​ສະໝັກ ຍັງ​ຊ່ວຍ​​ເຮັດອະນາ​ໄມ​ເຮືອນ​ຊານ​ໃຫ້​ແກ່​ປະຊາຊົນ, ​ເພື່ອ​ສະກັດ​ກັ້ນ ບັນດາ​ສາຍ​ເຫດ​ທີ່​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​​ເຖິງ​ສຸຂະພາບ​ກໍ່ຄື​ອຸປະຕິ​ເຫດ​ທີ່​ເກີດ​ຂຶ້ນ​ໃນ​ຄອບຄົວ​ສຳລັບ​ຜູ້​​ເຖົ້າ​ຜູ້​ແກ່ ​ແລະ ​ເດັກ​ນ້ອຍ. ປະຊາຊົນ​ກໍ​ໄດ້​ຮັບ​ບັນດາ​ຂອງຂວັນ​ຄື: ໝອນ, ຜ້າ​ຮົ່ມ, ໝໍ້​ໄຟຟ້າ. ດຣ Eugene Wong ​ແບ່ງປັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ວັດ​ແທກຄວາມດັນ​ເລືອດ​ໃຫ້​ແກ່​ບັນດາ​ຄົນ​ເຈັບ, ​ເບິ່ງ​ຄືນ​​ໃບ​ສັ່ງ​ຢາ, ຮັບປະກັນ​​ໃຫ້​ຄົນ​ເຈັບ​ກິນ​ຢາ ​ແລະ ມີ​ຢຸກຢາ​ຢ່າງພຽງພໍ ພ້ອມ​ທັງ​ແນະນຳ​ໃຫ້​ເຂົາ​ເຈົ້າ​ເບິ່ງ​ແຍ​ສຸຂະພາບ​ຂອງຕົນ​ໃຫ້​ດີກ​ວ່າ. ນີ້​ກໍ​ແມ່ນ​ໂອກາດ​ເພື​ອ່​ໃຫ້​ບັນດາ​ທ່ານໝໍ​ເຂົ້າ​ໃຈ​ຄົນ​ເຈັບ​ກວ່າ ພິ​ເສດ​ແມ່ນ​ຄົນ​ເຈັບ​ບໍ່​ໄດ້​​ນອນ​ໂຮງ​ໝໍ. ​ເຮັດ​ແນວ​​ໃດ​ເພື່ອ​ໃຫ້​ບັນດາ​ຄົນ​ເຈັບ​ສາມາດຕ້ານກັບ​ພະຍາດໄດ້. ​ ​ຫວັງ​ວ່າການ​ເຄື່ອນ​ໄຫວ​ນີ້ ຈະ​ເປັນແຫ​ລ່ງກຳລັງ​ຫນູນ​ເພື່ອ​​ໃຫ້​ທ່ານໝໍ​ສືບ​ຕໍ່​ຮັບ​ໃຊ້​ຄົນ​ເຈັບ​ດີ​ກວ່າ.”

        ສິງກະ​ໂປ ​ແມ່ນ​ປະ​ເທດ​ມີ​ລະບົບ​ສາທາລະນະ​ສຸກ​ດີ​ທີ່​ສຸດ ແລະ ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ກໍ່ຢູ່​ໃນ​ລະດັບ​ສູງ​ສຸດ. ບັນດາ​ລາຍການ​ຫນູນ​ຊ່ວຍ​ສາທາລະນະ​ສຸກ​ວົງ​ຄະນາ​ຍາດ​ໃຫມ່​ຈະ​ສືບ​ຕໍ່​ຊ່ວຍ​ໃຫ້​ປະຊາຊົນ​ສິງກະ​ໂປ​ ມີ​ຄວາມ​ຜາ​ສຸກ​ວ່າ​ໃນ​ປີ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ