ສູນພາສາ ແລະ ຄວາມຮູ້ ຫວຽດ - ແຜ່ຂະຫຍາຍຄວາມຮັກຕໍ່ພາສາ ຫວຽດ, ວັດທະນະທຳ ຫວຽດນາມ ຢູ່ ປະເທດໄທ

(VOVWORLD) -

ໃນທ້າຍປີ 1990, ມີຊາວ ໄທ ຫຼາຍຄົນຕ້ອງການຮຽນພາສາ ຫວຽດ, ຊອກຮູ້ນະໂຍບາຍກ່ຽວກັບການລົງທຶນ, ກໍ່ຄືວິທີການໄປທ່ຽວຢູ່ ຫວຽດນາມ. ຍ້ອນບັນດານະໂຍບາຍຊອກຮູ້ກ່ຽວກັບ ຫວຽດນາມ ນັ້ນ ໄດ້ເຮັດໃຫ້ ຖຸຍຮ່າ, ຄູສອນພາສາ ຫວຽດ ແລະ ວັດທະນະທຳ ຫວຽດນາມ, ໜ່ວຍງານພາສາຝ່າຍຕາເວັນອອກ, ພະແນກວັນນະຄະດີຂອງມະຫາວິທະຍາໄລຈຸລາລົງກອນ ມີແນວຄວາມຄິດຢາກເປີດສູນພາສາ ແລະ ຄວາມຮູ້ ຫວຽດ (VLK). ໃນລາຍການຊາຍຄາ ອາຊຽນ ພາກນີ້, ເຊີນທ່ານຮັບຟັງບົດຂຽນດ້ວຍຫົວຂໍ້ “ສູນພາສາ ແລະ ຄວາມຮູ້ ຫວຽດ - ແຜ່ຂະຫຍາຍຄວາມຮັກຕໍ່ພາສາ ຫວຽດ, ວັດທະນະທຳ ຫວຽດນາມ ຢູ່ ປະເທດໄທ” ຂອງນັກຂ່າວ VOV.


ສູນພາສາ ແລະ ຄວາມຮູ້ ຫວຽດ - ແຜ່ຂະຫຍາຍຄວາມຮັກຕໍ່ພາສາ ຫວຽດ, ວັດທະນະທຳ ຫວຽດນາມ ຢູ່ ປະເທດໄທ - ảnh 1ການເຄື່ອນໄຫວຫໍ່ເຂົ້າຕົ້ມຂອງສູນ

ໃນໂອກາດບຸນປີໃໝ່ປະຈຳຊາດຜ່ານມາ, ເອື້ອຍ ຖຸຍຮ່າ ພ້ອມກັບບັນດາສະມາຊິກຂອງສູນພາສາ ແລະ ຄວາມຮູ້ ຫວຽດ ຢູ່ ບາງກອກ ໄດ້ຈັດງານຫໍ່ເຂົ້າຕົ້ມ - ເຊິ່ງເປັນຮີດຄອງປະເພນີທີ່ຂາດບໍ່ໄດ້ໃນໂອກາດບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມ. ນະທີ່ນີ້, ນັກສຶກສາ ຫວຽດນາມ ແລະ ເພື່ອນມິດ ໄທ ຫຼາຍຄົນ ໄດ້ຫໍ່ເຂົ້າຕົ້ມເອງເປັນອັນທຳອິດໃນຊີວິດຕົນ. ເອື້ອຍ ໂດ໋ຖຸຍຮ່າ, ຜູ້ກໍ່ຕັ້ງສູນ ໄດ້ແບ່ງປັນວ່າ:

“ກ່ອນບຸນປີໃໝ່ປະຈຳຊາດ, ສູນກໍ່ໄດ້ຈັດງານຫໍ່ເຂົ້າຕົ້ມປະຊາຄົມໃຫ້ທຸກໆຄົນ, ພຽງແຕ່ຕ້ອງສົ່ງຈົດທະບຽນມາກ່ອນເທົ່ານັ້ນ ເພື່ອກະກຽມວັດຖຸດິບຄື: ໃບຕອງ, ເຂົ້າສານ, ຖົ່ວເຫຼືອງ. ມີບາງປີ, ຄູສອນຢູ່ບັນດາໂຮງຮຽນມັດທະຍົມຕອນປາຍ ຫຼື ມະຫາວິທະຍາໄລຂອງໄທ ກໍໄດ້ພານັກສຶກສາໄທ ມາທີ່ສູນ ເພື່ອຊອກຮູ້ກ່ຽວກັບວັດທະນະທຳຂອງຊາວຫວຽດນາມ ອີກດ້ວຍ”.

ສຳລັບນ້ອງ ໂດ໋ທິຖຸຍຮັ່ງ, ນັກສຶກສາຂະແໜງມະນຸດວິທະຍາ, ມະຫາວິທະຍາໄລຈຸລາລົງກອນແລ້ວ, ນີ້ແມ່ນຄັ້ງທີ 4 ທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວນີ້:

“ປີໃດນ້ອງກໍ່ເຂົ້າຮ່ວມການເຄື່ອນໄຫວໃນບຸນເຕັດກັບສູນ, ຍ້ອນນ້ອງຮູ້ສຶກວ່າ ບັນດາການເຄື່ອນໄຫວນີ້ມ່ວນຫຼາຍ. ທີໜຶ່ງແມ່ນໄດ້ກິນອາຫານຫວຽດນາມ ໃນໂອກາດບຸນເຕັດ, ເຮັດໃຫ້ເຮົາບັນເທົາຄວາມຄິດຮອດຄອບຄົວ. ທີສອງແມ່ນ, ນ້ອງກໍ່ໄດ້ແບ່ງປັນບັນດາເລື່ອງລາວຂອງຕົນກັບຊາວຫວຽດນາມ ຄົນອື່ນ, ເມື່ອລົມກັນແບບນັ້ນ ເຮົາຮູ້ສຶກມີຄວາມສະໜິດຕິດພັນ ແລະ ການເຊື່ອມຕໍ່ຫຼາຍກ່ວາອີກ”.

ການຫໍ່ເຂົ້າຕົ້ມແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງສູນ VLK ໃນໂອກາດບຸນປີໃໝ່ປະຈຳຊາດຜ່ານມາ. ນອກນັ້ນ, ສູນຍັງໄດ້ແນະນຳບັນດາຈຸດວັດທະນະທຳອັນດີງາມຂອງຊາວຫວຽດນາມ, ຕົວຢ່າງຄື: ຍາມຕົ້ນປີເຂົ້າວັດ, ບູຊາພະພູດທະຮູບ, ຊອກຫາກ່ຽວກັບປະຫວັດສາດ ວັດທະນະທຳຂອງວັດຫວຽດ ແຫ່ງຕ່າງໆຢູ່ ບາງກອກ. ບັນດາສະມາຊິກເຂົ້າຮ່ວມການເຄື່ອນໄຫວລ້ວນແຕ່ແມ່ນເພື່ອຄວາມຮັກຕໍ່ປະເທດ ຫວຽດນາມ, ຢາກເຄື່ອນໄຫວເພື່ອໂຄສະນາວັດທະນະທຳ ຫາກບໍ່ແມ່ນເພື່ອຈຸດປະສົງເສດຖະກິດ ແລະ ລາຍຮັບ. ນອກຈາກບຸນປີໃໝ່ປະຈຳຊາດ, ງານບຸນເຂົ້າປະດັບດິນ ແລະ ພິທີສວດມົນພາວະນາຢູ່ວັດ ຫວຽດ ແຫ່ງຕ່າງໆຢູ່ນະຄອນຫຼວງ ບາງກອກ ແມ່ນການເຄື່ອນໄຫວປະຈຳປີ ເຊິ່ງສູນ VLK ຈັດຂຶ້ນນັບແຕ່ປີ 2009. ເອື້ອຍ ຖຸຍຮ່າ ເວົ້າຄວາມໃນໃຈສູ່ຟັງວ່າ:

“ເມື່ອໄດ້ຮູ້ວ່າຢູ່ ໄທ ມີວັດຫວຽດ ຫຼາຍແຫ່ງທີ່ມີອາຍຸກ່ວາ 200 ປີ, ຂ້າພະເຈົ້າຢາກເຮັດວຽກງານໃດໜຶ່ງເພື່ອແນະນຳບັນດາວັດຫວຽດ ແຫ່ງນັ້ນໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ໄທ, ແນະນຳວັດທະນະທຳອັນດີງາມຂອງຫວຽດນາມໃຫ້ ປະຊາຄົມຊາວໄທ ເພື່ອໃຫ້ເຂົາເຈົ້າຮູ້ວ່າ: ຖ້າວ່າຢູ່ ໄທ ມີວັນແມ່ແຫ່ງຊາດ ວັນທີ 12 ສິງຫາ ນັ້ນ, ຫວຽດນາມ ກໍ່ມີງານບຸນເຂົ້າປະດັບດິນ ໃນວັນເພັງເດືອນ 7 ໄລ່ຕາມຈັນທະປະຕິທິນ ກໍ່ກົງກັບເດືອນ ສິງຫາ, ເຮົາເອີ້ນວັນບຸນນັ້ນແມ່ນວັນແມ່, ວັນພໍ່, ແມ່ນວັນບຸນຕອບບຸນແທນຄຸນບັນພະບຸລຸດ”.

ສູນພາສາ ແລະ ຄວາມຮູ້ ຫວຽດ - ແຜ່ຂະຫຍາຍຄວາມຮັກຕໍ່ພາສາ ຫວຽດ, ວັດທະນະທຳ ຫວຽດນາມ ຢູ່ ປະເທດໄທ - ảnh 2ສຸນກໍ່ໄດ້ຈັດວັນບຸນເຂົ້າປະດັບດິນ

 

ເພື່ອນ ວັງນະກອນ ພົນລົກ ຢູ່ແຂວງ ນະຄອນ ພະນົມ, ເຊິ່ງເປັນຊາວ ໄທ ເຊື້ອຊາດ ຫວຽດນາມ ແບ່ງປັນວ່າ:

“ຖ້າຫາກວ່າຢູ່ ໄທ ມີວັນແມ່ແຫ່ງຊາດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດນັ້ນ, ວັນບຸນເຂົ້າປະດັບດິນ ໄດ້ຈັດຂຶ້ນເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ທີ່ນີ້ຮູ້ສຶກໄດ້ເຖິງຄວາມຮັກຕໍ່ບ້ານເກີດເມືອງນອນ, ສຳລັບຄອບຄົວຂອງຕົນຫຼາຍກວ່າອີກ. ໃນບັນດາປະເທດສະມາຊິກ ອາຊຽນ, ວັດທະນະທຳຫວຽດນາມ ແລະ ໄທ ມີຫຼາຍຈຸດຄ້າຍຄືກັນ, ຄືວັນບຸນ ສົງການຂອງໄທ ຄ້າຍຄືບຸນປີໃໝ່ປະຈຳຊາດຢູ່ ຫວຽດນາມ, ວັນແມ່ແຫ່ງຊາດ ກໍຄ້າຍຄືວັນບຸນເຂົ້າປະດັບດິນຂອງຊາວ ຫວຽດ”.

ໃນຊ່ວງເວລານີ້, ເມື່ອປະເທດຕ່າງໆໃນທົ່ວໂລກໄດ້ເປີດປະຕູຄືນໃໝ່ພາຍຫຼັງໂລກລະບາດ ໂຄວິດ  - 19, ສູນ VLK ຍັງສືບຕໍ່ດຳເນີນບັນດາການເຄື່ອນໄຫວທີ່ຟົດຟື້ນ ເພື່ອເຊື່ອມຕໍ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ໄທ, ເສີມຂະຫຍາຍ ແລະ ໂຄສະນາບັນດາຈຸດຄວາມງາມຂອງວັດທະນະທຳໃນເຂດດິນແດນ ໄທ. ເຖິງວ່າ ຄາກັບວຽກງານຫຼາຍກ່ໍຕາມ, ແຕ່ເອື້ອຍ ຖຸຍຮ່າ ແລະ ບັນດາສະມາຊິກໃນສູນ VLK ຍາມໃດກໍ່ລໍຄອຍໂອກາດໄດ້ເປີດຊຸດຮຽນພາສາຫວຽດ ຄືນໃໝ່ ໃຫ້ລູກຫຼານໃນຄອບຄົວ ໄທ - ຫວຽດ ເຊິ່ງມີພໍ່ ຫຼື ແມ່ແມ່ນຊາວໄທ ທີ່ກຳເນີດຢູ່ ໄທ ແລະ ບໍ່ມີເງື່ອນໄຂສຳຜັດກັບພາສາຫວຽດ ແລະ ວັດທະນະທຳຫວຽດນາມ ຫຼາຍປານໃດ. ຍັງມີຫຼາຍໂຄງການໃນຕໍ່ໜ້າ, ສູນ VLK ຍັງເມົາມົວກັບພາລະກຳແຜ່ຂະຫຍາຍຄວາມຮັກຕ່ໍພາສາຫວຽດ, ວັດທະນະທຳຫວຽດນາມ ຢູ່ປະເທດໄທ./.

ຕອບກັບ

ຂ່າວ/ບົດ​ອື່ນ