ສືບທອດ ແລະ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ


(vovworld)- ເຖິງວ່າຫາ​ກໍ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເມື່ອຕົ້ນ​ປີ 2016, ແຕ່​ທ່ານ Ibnu Hadi, ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມແຫ່ງສາ​ທາ​ລະ​ນະ​ລັດ ​ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ​ມີ​ຄວາມສຸດ​ຈິ​ດ​ສຸດ​ໃຈ​ໃນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປ​ະ​ເທດ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ. ຕາມ​ທ່ານ Ibnu Hadi ແລ້ວ, ສອງ​ປະ​ເທດ ມີ​ຫລາຍ​ຈຸດ​ຄ້າຍ​ຄື​ກັນ ແລະ ສາ​ມາດ​ຫນູນ​ຊ່ວຍ​ເຊິ່ງ​ກັນ ແລະ​ກັນ​ໃນ​ພາກ​ພື້ນ ເພື່ອ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ ແລະ ຂອງ​ພາກ​ພື້ນ ເວົ້າ​ລວມ​ໄດ້. ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 71 ປີ​ແຫ່ງວັນ​ເອ​ກະ​ລາດ​ປະ​ເທດ​ສາ​ທາ​ລະ​ນະ​ລັດ ອິນ​ໂດ​ເນ​ເຂຍ (17/8/1945-17/8/2016), ທ່ານ Ibnu Hadi ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ໄດ້​​ຍາດ​ເວ​ລາໂອ້​ລົມ​ກັບ​ນັກ​ຂ່າວ​ເຮືອງ​ຈາ ກ່ຽວ​ກັບ​ຫົວ​ເລື່ອງ “ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.”

ສືບທອດ ແລະ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ -  ອິນໂດເນເຊຍ - ảnh 1
ທ່ານ Ibnu Hadi ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ
ພາບ:internet

              “ຄວາມ​ຈິງ, ຊັບ​ສົມ​ບັດ​ອັນ​ລຳ​້​ຄ່າ​ຂອງ​ສອງ​ປະ​ເທດ ແມ່ນ​ສາຍ​ພົວ​ພັນ​ທີ່​ມີ​ມາ​ແຕ່​ດົນ​ນານ. ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ ອາ​ຊຽນ ທຳ​ອິດ ຊື່ງ​ອິນ​ໂດ​ເນ​ເຊຍ​ໄດ້ສ້າງ​ສາຍ​ພົວ​ພັນ, ແມ່ນ​ປະ​ເທດ​ທຳ​ອິດ​ເປີດ​ສະ​ຖານ​ທູດ ແລະ ກໍ​ເປັນ​ປະ​ເທດ​ທຳ​ອິດ​ສົ່ງ​ທູດ​ທະ​ຫານ​ມາ​ເຮັດ​ວຽກ​ໃນ​ສະ​ຖານ​ທູດ. ພວກ​ເຮົາ​ປາດ​ຖະ​ຫນາ​ວ່າ ສາຍ​ພົວ​ພັນ​ນັບ​ມື້​ນັບ​​ໄດ້​ຮັບ​ການຮັດ​ແຫນ້ນກວ່າ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ພາກ​ພື້ນ.”

        ນັ້ນ​ແມ່ນ ການ​​ສັງ​ເກດ​ຂອງ​ທ່ານ Ibnu Hadi ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ  ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ. ວັນ​ທີ 30/12/1955, ປະ​ທາ​ນາ​ທິບ​ໍ​ດີ Sukartno ແລະ ປະ​ທານ​ໂຮ່​ຈິ​ມີນ ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ສາຍ​ພົວ​ພັນ​ທາ​ງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ. ສອງ​ປະ​ເທດ​ໄດ້​ຮຽງ​ບ່າ​ຮຽງ​ໄຫລ່​ໃນ​ການ​ຕໍ່​ສູ້​ຍາດ​ເອົາເອ​ກະ​ລາດ​ມາ​ໃຫ້​ປະ​ເທດ​ຊາດ. ອິນ​ໂດ​ເນ​ເຊຍ ຍາດ​ເອົາ​ເອ​ກະ​ລາດ​ເມື່ອ​ວັນ​ທີ 17/8/1945 ແລະ ຫວຽດ​ນາມ ສະ​ຖາ​ປະ​ນາ​ປະ​ເທດ ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ ຫລັງ​ຈາກນັ້ນ 15 ວັນ (2/9/1945). ນັບ​ແຕ່ເວ​ລານັ້ນ​ເປັນ​ຕົ້ນ​ໄປ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ພັດ​ທະ​ນາ​ແລະ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.

        ພິ​ເສດ ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ອິນ​ໂດ​ເນ​ເຊຍ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເມື່ອ​ເດືອນ 6/2013, ສອງ​ປະ​ເທດ​ໄດ້​ຍົກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂຶ້ນ​ສູ່​ລະ​ດັບ​ສູ​ງ​ໃຫມ່. ເຫດ​ການນີ້​ໄດ້​ປະ​ກອບ​ສ່ວນ​ນຳ​ມາ​ເຊິ່ງ​ກຳ​ລັງ​ຫນູນ​ໃຫມ່​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານເສດ​ຖະ​ກິດ. ປະ​ຈຸ​ບັນ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍັງ​ໃຫຍ່​ຫລວງ​ຢູ່. ສອງ​ປະ​ເທດ​ໄດ້​ວາງ​ຄາດ​ໝາຍ​ບັນ​ລຸ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໃຫ້​ໄດ້ 10 ຕື້ USD ໃນ​ປີ 2018. ກ່ຽວ​ກັບ​ບັນ​ຫານີ້, ​ທ່ານ Ibnu Hadi ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “​ກ່ຽວ​ກັບດ້ານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ນັບ​ມື້​ນັບ​ພັດ​ທະ​ນາ​ເມື່ອ​ທຽບ​ໃສ່ກ່ອນນີ້. ປີ 2010 ມູນ​ຄ່າ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ເກືອບ 2,5 ຕື້ USD, ປ​ີ 2015 ບັນ​ລຸ 5,4 ຕື້ USD ​ແມ່ນເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ. ​ຖ້າທຽບ​ໃສ່​ກັບ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈຳ​ນວນ​ຫນຶ່ງ, ຂ້າ​ພະ​ເຈົ້າ​ຖື​ວ່າ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​​ລະ​ຫວ່າງສອງ​ປະ​ເທດ, ພິ​ເສດ ການດຶງ​ດູດ​ການ​ລົງ​ທຶນ​ຈະ​ໄດ້​ເພີ່ມ​ຂຶ້ນ​ກວ່າອີກ.​ ປະ​ຈຸ​ບັນ ຫວຽດ​ນາມ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ກາ​ລະ​ໂອ​ກາດ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ ແມ່ນ​ໃຫ​ຍ່​ຫລວງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ສົ່ງ​ອອກ​ເຂົ້າ​ສານ, ສິນ​ໃນ​ນ້ຳ, ເຄື່ອ​ງ​ຕຳ​ແຜ່ນ​ຕັດ​ຫຍິບ ຂອງ​ຫວຽດ​ນາມ ແລະ ພື້ນ​ຖານອ​ຸດ​ສາ​ຫະ​ກຳ​ຫວຽດ​ນາມ ພວມ​ພັດ​ທະ​ນາ.”

        ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ສອງ​ປະ​ເທດ ໄດ້ ແລະ ພວມ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ ອາ​ຊຽນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ ເປີດກວ້າງ. ຫວ່າງ​ແລ້ວນີ້ ຢູ່ ນອກກອງ​ປະ​ຊຸມ​ສຸດຍອດ ອາ​ຊີ - ອາ​ຟີ​ລີ​ກາ ທີ່​ອິນ​ໂດ​ເນ​ເຊຍ (4/2015), ທ່ານ​ປະ​ທານ ເຈືອງ​ເຕີນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ Joko Widodo ໄດ້​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ຄື: ການ​ຊ້ອມ​ຮົບ​ຮ່ວມ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ປ້ອງ​ກັນ​ຊາດ ແລະ ລາດ​ຕະ​ເວນ​ຮ່ວມ​ບົນ​ທະ​ເລ. ກ່ຽວ​ກັບ​ບັນ​ຫານີ້, ທ່ານ Ibnu Hadi ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຖື​ວ່າ ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ບົນ​ທະ​ເລ​ລະ​ຫວ່າງ​ສອງ​ປະ​ເທດ ຄວນ​ມີ​ແຜນ​ການ​ລະ​ອຽດ​ກວ່າ, ພິ​ເສດ ແມ່ນ​ການ​ຊ້ອມ​ຮົບ​ຮ່ວມ ແລະ ລາ​ດ​ຕະ​ເວນ​ຮ່ວມ​ບົນ​ທະ​ເລ​ລະ​ຫວ່າງ​ສອງ​ປະ​ເທດ. ໄລ​ຍະ​ມໍ່​ໆ​ມານີ້ ໄດ້​ເກີດ​ບາງ​ກໍ​ລະ​ນີ​ກ່ຽວ​ຂ້ອງ​ເຖິງ​ການ​ຫາ​ປາ​ຂອງ​ຊາວ​ປະ​ມົງ​ຫວຽດ​ນາມ, ລະ​ເມີດ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ. ແຕ່​ວ່າ​ສິ່ງນີ້​ພວກ​ເຮົາ​ລ້ວນ​ແຕ່ບໍ່​ຢາກ​ເກີດ​ຂຶ້ນ. ໃນ​ອາ​ທິດ​ກ່ອນ, ລັດ​ຖະ​ມົນ​ຕີ​ ຜູ້ຮັບ​ຜ​ິດ​ຊອບ​ບັນ​ຫາ​ທະ​ເລ ອິນ​ໂດ​ເນ​ເຊຍ ໄດ້​ພົບ​ປະ​ກັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ຮັບ​ຜິດ​ຊອບ​ຂະ​ແຫນງ​ສິນ​ໃນ​ນ້ຳ ແລະ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ສອງ​ປະ​ເທດ.”

        ​ທ່ານ Ibnu Hadi ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ຖື​ວ່າ ຫນ້າ​ທີ່​ຂອງ​ທ່ານ​ໃນ​ອາ​ຍຸ​ການນີ້ ບໍ່​ພຽງ​ແຕ່​ແມ່ນ​ການ​ສືບ​ທອດ​ສາຍ​ພົວ​ພັນ​ທີ່​ມີ​ຢູ່​ແລ້ວ​ກັບ​ຫວຽດາມ ເທົ່າ​ນັ້ນ ຫາກ​ຕ້ອງ​ພັດ​ທະ​ນາກວ່າ​ອີກ​ເພື່ອ​ໃຫ້​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ. ມີ​ຫລາຍ​ແຜນ​ການ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈະ​ປະ​ຕິ​ບັດ​ໃນ​ປີນີ້​ຄື: ຈັດ​ຕັ້ງ​ງານ​ຕະ​ຫລາດ​ນັດ​ການ​ຄ້າ ແລະ ການ​ທ່ອງ​ທ່ຽວ ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແລະ ຈາ​ກາ​ຕາ, ຈັດ​ຕັ້ງ​ລາຍ​ການ​ສິ​ລະ​ປະ​ສະ​ເຫລີມ​ສະ​ຫລອງ ວັນ​ເອ​ກະ​ລາດ ອິນ​ໂດ​ເນ​ເຊຍ ແລະ ສະ​ເຫລີມ​ສະ​ຫລອງ ວັນ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ.

        “ພວກ​ຂ້າ​ພະ​ເຈົ້າ​ຈະ​ເຊີ​ນ​ບັນ​ດາ​ນັກ​ຂ່າວ​ຫວຽດ​ນາມ ໄປ​ຍັງ​ອິນ​ໂດ​ເນ​ເຊຍ ໃນ​ທ້າຍ​ເດືອນ 8/2016. ນີ້​ແມ່ນ​ຄັ້ງ​ທີ 3 ພວກ​ຂ້າ​ພະ​ເຈົ້າ​ເຊີນ​ນັກ​ຂ່າວ​ໄປ​ຍັງ​ອິນ​ໂດ​ເນ​ເຊຍ ເພື່ອ​ຊອກ​ຮູ້ ແລະ​ ເພີ່​ມ​ທະ​ວີ​ການ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ກ່ຽວ​ກັບ​ປະ​ເທດ ອິນ​ໂດ​ເນ​ເຊຍ. ນອກນັ້ນ ລັດ​ຖະ​ບານ ອິນ​ໂດ​ເນ​ເຊຍ ກໍ​ສະ​ຫງວນ​ທຶນ​ການ​ສຶກ​ສາ​ຫລາຍ​ທຶນ​ໃຫ້​ແກ່​ນັກ​ຮຽນ, ນັກ​ສຶກ​ສາ ແລະ ພະ​ນັກ​ງານ​ຫວຽດ​ນາມ ຢາກ​ຊອກ​ຮູ້​ວັດ​ທະ​ນະ​ທຳ, ສັງ​ຄົມ​ກໍ​ຄື​ເຕັກ​ນິກ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ. ພວກ​ຂ້າ​ພະ​ເຈົ້າ​ພວມ​ສ້າງ​ບັນ​ດາ​ລາຍ​ການ​ທຶນ​ການ​ສຶກ​ສາ​ຍາວ​ນານ​ກວ່າ​ອີກ.”

        ຍັງ​ມີ​ຂ່າວ​ດີ​ຂ່າວ​ມ່ວນຫນຶ່ງ​ອີກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ ນັ້ນ​ແມ່ນ  ​ທ່ານ Ibnu Hadi ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ  ພວມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ແຜນ​ການ​ສ້າງ​ສາຍການ​ບິນໂດຍ​ກົງ​ຈາກ ຮ່າ​ໂນ້ຍ ໄປ​ເຖິງ ຈາ​ກາ​ຕາ, ນອກ​ຈາກ​ສາຍ​ການ​ບິນ​ນະ​ຄອນ​ໂຮ່​ຈິ​ມີນໄປ​ຍັງຈາ​ກາ​ຕາທີ່​ມີ​ຢູ່​ແລ້ວ.  ຫວັງ​ວ່າ ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຕົນ, ​ທ່ານ Ibnu Hadi ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ  ຈະ​ປະ​ຕິ​ບັດ​​ຫນ້າ​ທີ່​ການ​ທູດ​​ຂອງ​ຕົນຢູ່​ຫວຽດ​ນາມ​ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ໃນ​ພາກ​ພື້ນ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ