ສປປ ລາວ - ສະຖານ​ທີ່​ທ່ອງ​ທ່ຽວ​ດີທີ່ສຸດ​ໃນ​ໂລກ​ປີ 2013

(vovworld)- ຫວ່າງ​ແລ້ວ​ນີ້, ສປປ ລາວ​ໄດ້​ຮັບ​ລາງວັນ​ສາກົນ“ສະຖານ​ທີ່​ທ່ອງ​ທ່ຽວ​ດີ​ທີ່ສຸດ​ຢູ່ໃນ​ໂລກ​ປີ 2013” ​ໂດຍ​ສະພາ​ສະຫະພາບ​ເອີ​ລົບ ກ່ຽວກັບ​ການທ່ອງທ່ຽວ ​ແລະ ການ​ຄ້າ ມອບ​ໃຫ້ ຍ້ອນ​ມີ​ບັນດາ​ຜົນງານ​ກະ​ໂດດ​ຂັ້ນ​ກ່ຽວ​ກັບ​ການ​ພັດທະນາ​ກາ​ນທ່ອງ​ທ່ຽວ​ແບບ​ຍືນ​ຍົງ, ​​ໃກ້ຊິດ​ກັບ​ທຳ​ມະ​ຊາດ, ຖືກຜົນ​ກະທົບຈາກ​ຊີວະ​ພາບ​ຕຳ່ ​ແລະ ອະນຸລັກ​ຮັກສາ​ຊີວະ​ນາ​ໆ​ພັນ​ທຳ​ມະ​ຊາດ. ​

ສປປ ລາວ - ສະຖານ​ທີ່​ທ່ອງ​ທ່ຽວ​ດີທີ່ສຸດ​ໃນ​ໂລກ​ປີ 2013 - ảnh 1

    ​        ​​ເມື່ອເວົ້າ​ເຖິງ​ປະ​ເທດ​ລາວ ​​ແມ່ນ​ເວົ້າ​ເຖິງ​ຄວາມ​ອຸດົມສົມບູນ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການທ່ອງທ່ຽວ​​ທີ່ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ. ປະ​ເທດ​ລ້ານ​ຊ້າງ​ດ້ວຍ​ງານ​ບຸນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫລາຍ​ຢ່າງ ​ແລະ ລະບົບ​ວັດວາອາ​ຮາມ​​ ປະມານ1400 ​ແຫ່ງ ຖືກ​ຕັ້ງ​ກະ​ແຈກ​ກະຈາຍ​ຢູ່​ທົ່ວ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ຈາກ​ພາ​ກ​ເຫນືອ​ຕະຫລອດ​ຮອດ​ພາກ​ໃຕ້. ຕາມ​ທ່ານ ວິ​ໄລ​ທອງ ສີ​ຊາ​ນົນ, ຫົວຫນ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ວັດທະນະທຳ​ລາວ ​ແລ້ວ, ນີ້​ແມ່ນ​ທ່າ​ໄດ້​ປຽບ​ອັນ​​ໃຫຍ່​ຫລວງ​ຂອງ​ຂະ​ແຫນງທ່ອງທ່ຽວ​ລາວ.

        ສຽງ​ທ່ານ ວິ​ໄລ​ທອງ ສີ​ຊາ​ນົນ

        ຕາມ​ທ່ານ​ ບໍ່​ແສ​ງຄຳ ວົງ​ດາລາ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ​ລາວ ​ແລ້ວ, ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ລັດຖະບານ​ລາວ​ໄດ້​ສຸມ​ໃສ່​ລົງທຶນ​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ​ວັດທະນະທຳ, ຊີວະ​ພາບ ​ແລະ ປະຫວັດສາດ. ປະຈຸ​ບັນ ລາວ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ເກືອບ 1500 ​ແຫ່ງ, ​ໃນ​ນັ້ນ ມີ ​ສະຖານ​ທີ່​ທ່ອງ​ທ່ຽວຊີວະ​ພາບເກືອບ 850 ​ແຫ່ງ,  ສະຖານ​ທີ່​ທ່ອງ​ທ່ຽວ​ວັດທະນະທຳ 435 ​ແຫ່ງ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ປະຫວັດສາດ 200 ​ແຫ່ງ. ​ໃນ​ໄລຍະ​ຜ່ານ​ມາ, ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກກໍ​ຕາມ, ​ແຕ່​ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ລາວ​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ, ສະ​ເລ່ຍ​ແຕ່ລະ​ປີ​ເພີ່ມ​ຂຶ້ນ 20,36%. ຖ້າ​ຫາກ​ເມື່ອປີ 2010, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ລາວ​ບັນລຸ 2,5 ລ້ານ​ເທື່ອ​ຄົນ, ປີ 2012 ບັນລຸ​ໄດ້ 3,3 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ ນັກ​ທ່ອງ​ທ່ຽວ​ມາ​ຈາກຫວຽດນາມ​ກວມ​ອັດຕາ​ຫລາຍ​ພໍ​ສົມຄວນ. ​ເອື້ອຍ ອະ​ມີນາ ອິນ​ທະ​ວົງ ນັກທຸລະກິດ​ລາວ​ເຊື້ອ​ຊາດ​ຫວຽດນາມ​, ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ກິລາ Phoenix Voyages Laos ຢູ່​ນະຄອນຫລວງ ວຽງຈັນ​ໃຫ້​ຮູ້​ວ່າ:

        “ນັກ​ທ່ອງ​ທ່ຽວ​ຫວຽດນາມ​ໄປ​ຢ້ຽມຢາມ​ລາວ ສະ​ເລ່ຍໃນແຕ່ເດືອນ  ມີ 4,5 ຄະນະ. ​​ສະເພະເດືອນ 10, 11 ​ແລະ 12 ​ແມ່ນ​ຈຸດ​ເວລາ​ທີ່ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ລາວ​ຫລາຍ​ສຸດ. ​ເມື່ອ​ມາ​ຢ້ຽມຢາມ​ລາວ ນັກ​ທ່ອງ​ທ່ຽວ​ສ່ວນ​ຫລາຍ​ນິຍົມທີ່ສຸດແມ່ນບັນຍາກາດສະຫງົບ​ງຽບຢູ່ທີ່ນີ້​ແລະ​ຄວາມ​ປະ​ທັບ​ໃຈຕໍ່​ທັດສະນີ​ຍະ​ພາບ​ຫລາຍ​ແຫ່ງ​ຄື: ລະບົບ​ຖ້ຳ ວຽງ​ໄຊ ​ຢູ່ແຂວງ ຫົວພັນ, ທາດຫລວງ ຢູ່​ວຽງ​ຈັນ, ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ ວັງ​ວຽງ ​ແລະ ພິ​ເສດ​ ກຸງ​​ເກົ່າ​ຫລວງ​ພະ​ບາງ ​​ແມ່ນມໍລະດົກ​ໂລກ, ຢູ່​ທີ່​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນະຄອນ​ທີ່​ສະຫງົບ​ງຽບ​ ແລະ ສ້າງຄວາມດູດດື່ມກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.”

ສປປ ລາວ - ສະຖານ​ທີ່​ທ່ອງ​ທ່ຽວ​ດີທີ່ສຸດ​ໃນ​ໂລກ​ປີ 2013 - ảnh 2

        ທ່ອງ​ທ່ຽວ​ແມ່ນ​ຂະ​ແຫນງ​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ​ທີ່​ສຸດ ​ແລະ ສວມ​ບົດບາດ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ​ລາວ. ປີ 2012,  ລາຍ​ຮັບ​ຈາກ​ຂົງ​ເຂດ​ທ່ອງ​ທ່ຽວ​ລາວ​ບັນລຸ​ກວ່າ 513 ລ້ານ USD. ຍາມ​ໃດລັດ​ຖະບານ​ລາວກໍ​ບຸລິ​ມະ​ສິດແກ່ການ​ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ປອດ​ຄວັນນີ້ ​ດ້ວຍ​ການ​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ທ່ອງ​ທ່ຽວ​ກໍ​ຄື​ໂຄສະນາ​ຜ່ານ​ບັນດາ​ພາຫະນະ​ສື່​ມວນຊົນ. ທ່ານ ວິ​ໄລ​ທອງ ສີ​ຊາ​ນົນ ຫົວ​ຫນ້າ ສະ​ຖາ​ບັນສື່​ມວນ​ຊົນ ​ແລະ ວັດທະນະທຳ​ລາວ ຖື​ວ່າ:

ສຽງ​ທ່ານ ວິ​ໄລ​ທອງ ສີ​ຊາ​ນົນ

        ລາ​ຍການທ່ອງທ່ຽວ​ຜ່ານ​ບັນດາ​ປະ​ເທດ ອາ​ຊຽນ ​ແນ່ນອນ​ວ່າ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ ​ແລະ ​ໃນລາຍການທ່ອງທ່ຽວນັ້ນ ປະ​ເທດ​ລາວ​ທີ່​ສວຍ​ງາມ​, ປຊຊ ລາວ​ເຊິ່ງແມ່ນ​ຜູ້​ສະຫນິດສະຫນົມ​ແລະ ຮັກ​ແພງ​ແຂກຄົນນັ້ນ ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ​ຢ່າງ​ທີ່ຍາກຈະລືມໄດ້ກ່ຽວກັບ ວັດທະນະທຳ​ອຸດົມສົມບູນ, ທິວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມ​ແລະໃຫຍ່​ໂຕ​ມະ​ໂຫຖານ​ແຕ່​ຍັງ​ຄົງ​ຮັກສາ​ຈຸດ​ດັ້ງ​ເດີ່ມໄວ້ໄດ້ພ້ອມກັບ​ເຂດ​ປູ​ຊະນີ​ຍະສະ​ຖານ​ທີ່​ດູດ​ດື່ມ​ຫລາຍ​ແຫ່ງ​ອີກ.

 

ຕອບກັບ

ເສກສັນ

ຮັກສາຄວາມເປັນລາວໄວ້ເດີ້ ພີ່ນ້ອງລາວທຸກຄົນ.:)

ຂ່າວ/ບົດ​ອື່ນ