ສປປລາວສະເຫລີມສະຫລອງ17ປີແຫ່ງວັນເຂົ້າເປັນສະມາຊິກອາຊຽນ

ສປປລາວສະເຫລີມສະຫລອງ17ປີແຫ່ງວັນເຂົ້າເປັນສະມາຊິກອາຊຽນ - ảnh 1


(vovworld)- ຕອນ​ເຊົ້າ​ວັນ​ທີ 2/8 ຢູ່​ນະຄອນຫລວງ ວຽງ​ຈັນ, ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໄດ້​ຈັດ​ຕັ້ງ​ການ​​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 17 ປີ​ແຫ່ງ​ວັນ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ(23/7/1997-23/7/2014) ສະ​ເຫລີ​ມສະຫລອງ 47 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ (8/8/1967-8/8/2014). ພາຍຫລັງ 17 ປີ ​ແຫ່ງ​ວັນ​ເຂົ້າ​ເປັນ​ສະມາ​ຊິກອາ​ຊຽນ, ລາວ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​​ເຂົ້າ​ໃນ​ບັນດາ​ເຫດການ​ກ່ຽວ​ຂອ້ງ​ເຖິງ ອາ​ຊຽນ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຄື​: ກອງ​ປະຊຸມ​ສຸດ​ຍອດ​ຜູ້​ບັນຊາ​ການ​ກອງທັບ​ເຮືອ​ຄັ້ງ​ທີ 10, ກອງ​ປະຊຸມ​ປ້ອງ​ກັນ, ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 9, ກອງ​ປະຊຸມ​ລັດຖະມົນຕີ​ຄົມມະນາຄົມ ອາ​ຊຽນ ຄັ້ງ​ທີ 19, ກອງ​ປະຊຸມ​ລັດຖະມົນຕີ​ປ່າ​ໄມ້ ອາ​ຊຽນ ຄັ້ງ​ທີ 35, ກອງ​ປະ​ຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນຄັ້ງ​ທີ 12… ນອກ​ນັ້ນ ລາວ ກໍ​ພວມ​ຕັ້ງຫນ້າກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 35, ມູ່ງ​ໄປ​ສູ່​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ປີ 2015 ​ແລະ ກະກຽມ​ຮັບ​ຕຳ​ແຫນ່​ງປະທານ ອາ​ຊຽນ ​ໃນ​ປີ 2016.

 

 

ຂ່າວ/ບົດ​ອື່ນ