ສື່ມວນຊົນ ອາຊຽນ ພ້ອມແລ້ວໃຫ້ການສ້າງຕັ້ງປະຊາຄົມ ອາຊຽນ ປີ 2015


(vovworld)- ຍັງ​ມີ​ເວ​ລາບໍ່​ທັນ​ຮອດ​ເດືອນ​ຫນຶ່ງ, ປະ​ຊາ​ຄ​ົມ ອາ​ຊຽນ ຈະ​ກາຍ​ເປັນ​ປະ​ຊາ​ຄົມ​ຮ່ວມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ 3 ເສົາ​ຄ້ຳຄື: ການ​ເມືອງ ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ ສັງ​ຄົມ. ນີ້​ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຮ່ວມ​ສ​ຳ​ພັນ ແລະ ສ່ອງ​ແສງ​ໃຫ້​ເຫັນ​ການ​ເຕີບ​ໃຫຍ່​ຂອງ ອາ​ຊຽນ ພາຍ​ຫລັງ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ. ໃນ​ສະ​ພາບ​ການ ທີ່​ຕັ້ງ​ບົດ​ບາດ​ຂອງ ອາ​ຊຽນ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ ທັງ​ຢູ່​ໃນພາ​ກ​ພື້ນ ແລະ ໃນ​ໂລກ, ​ຈ​ຳ​ເປັນຕ້ອງ​ມີ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ ຂອງ​ສື່ມວນ​ຊົນ​ໃນ​ການ​ເພີ່ມ​ທະ​ວີ​ວຽກ​ງານ​ຖ​ະ​ແຫລງ​ຂ່າວ, ໂຄ​ສະ​ນາ​, ຮັກ​ສາ​ສັນ​ຕິ​ພ​າບ, ຄວາ​ມ​ສາ​ມັກ​ຄີ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ສື່ມວນຊົນ ອາຊຽນ ພ້ອມແລ້ວໃຫ້ການສ້າງຕັ້ງປະຊາຄົມ ອາຊຽນ ປີ 2015 - ảnh 1
ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 18 ຂອງ CAJ
ພາບ:internet

        ໃນ​ຕະ​ຫລອດ 40 ປີ​ຜ່ານ​ມາ, ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ ອາ​ຊຽນ ລ້ວນ​ແຕ່​ມີ​ການ​ປະ​ກອບ​ສ່ວນ​ຂອງ​ສ​ະ​ຫະ​ພັນ​ບັນ​ດາ​ນັກ​ຂ່າວ ອາ​ຊຽນ (CAJ). ນີ້​ແມ່ນ​ອົງ​ການ​​ອາ​ຊີບ ຂອງ​ບັນ​ດານັກ​ຂ່າວ​ໃນ​ພາກ​ພື້ນ ໄດ້​ມີ ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ຫນ້າ ຕ່າງໆ ແລະ ປະ​ກອບ​ສ່ວນ​ໃຫ້​ການ​ພັດ​ທະ​ນາ​ລວມ​ຂອງ​ພາກ​ພື້ນ. ພິ​ທີ​ສ​ະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ CAJ ແລະ ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 18 ຂອງ CAJ ແມ່ນ​ມີ​ຄວາມ​ໝາຍ​ພິ​ເສດ ຊື່ງ​ດຳ​ເນີນ​ໄປ​ກົງ​ກັບ​ໂອ​ກາດ​ກະ​ກຽມ​ໃຫ້​ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຖື​ວ່າ: ບັນ​ດາ​ອົງ​ການ​ສື່ມວນ​ຊົນ, ສື່​ສານ ແລະ ບັນ​ດາ​ນັກ​ຂ່າວຢ​ູ່​ພາຍ​ໃນ​ປະ​ເທດ ຕ້ອງ​ເປັນ​ຜູ້​ນຳ​ຫນ້າ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​​ອັນສູງສົ່ງ​ແມ່ນ​ນຳ​ຫາງ​ສຽງ​ມຸ້ງໄປ​ສູ່​ບັນ​ດາ​ຄຸນ​ຄ່າ​ດີ​ງາມກວ່າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວັດ​ທະ​ນາ​ຖາວນ​ຂອງ​ປະ​ຊາ​ຄົມ​ ອາ​ຊຽນ ແລະ ໂລກ.

        “ໃນ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ ຍັງ​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ​ຫລາຍ​ຢ່າງ, ວາງ​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ, ເປັນ​ຕົ້ນ ​ແມ່ນ​​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ. ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ສ້າງ​ສະ​ພາບ​ແວດ​ລ້ອມ​ຢ່າງ​ສະ​ດວກ​ໃຫ້​ການ​ພັດ​ທະ​ນາ ຄວນ​ມີ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ ຂອງ​ສື່ມວນ​ຊົນ ອາ​ຊຽນ ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ບັນ​ດາ​ຊາດ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ ກໍ​ຄື ​ຖື​ຄວາມຍຸ​ຕິ​ທຳແມ່ນ​ສິ່ງ​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​, ຄວາມບໍ່​ລົງ​ລອຍ​ກັນ ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ຍາມ​ໃດ​ຫວຽດ​ນາມ ​ກ​ໍ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຕັ້ງ​ຫນ້າ, ມ​ີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທຸກ​ການ​ເຄື່ອນ​ໄຫວ​ຂອງ ອາ​ຊຽນ, ເປັນ​ຕົ້ນ​ແມ່ນ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ.”

        ບໍ່​ພຽງ​ແຕ່ ຫວຽດ​ນາມ ເທົ່າ​ນັ້ນ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອື່ນ ຂອງ CAJ ລ້ວນ​ແຕ່​ພວມ​ຕັ້ງ​ຫນ້າ​ກະ​ກຽມ​ໃຫ້​ແກ່​ການສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ຜ່ານ​ບົດ​ບາດ​ຂອງ​ບັນ​ດາ​ນັກ​ຂ່າວ​ເພື່ອ​ກຳ​ນົດ​ທິດ​ໂຄ​ສະ​ນາ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ຄວາ​ມ​ສາ​ມັກ​ຄີ​ໃນ​ພາກ​ພື້ນ. ທ່ານ Teguh Susanto, ປະ​ທານ​ສ​ະ​​ມາ​ຄົ​ມ ​ນັກ​ຂ່າວ ອິນ​ໂດ​ເນ​ເຊຍ ແບ່ງ​ປັນ​ວ່າ:

        “ທຸກພາ​ຫະ​ນະ​ສື່ມວ​ນ​ຊົນ​ ຢູ່ ອິນ​ໂດ​ເນ​ເຊຍ ລ້ວນ​ແຕ່​ມີ​ບັນ​ດາ​ລາຍ​ການ​ພິ​ເສດ​ກ່ຽວ​ກັບ ອາ​ຊຽນ, ເນື້ອ​ໃນ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ດ້ານວັດ​ທະ​ນະ​ທຳ, ຂ່າວ​ສົດ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ພື້ນ ອາ​ຊຽນ. ຄຽງ​ຄູ່​ກັນ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ສ້າງ​ຕັ້ງ ໂຮງ​ຮຽນ​ສື່ມວນ​ຊົນ ອາ​ຊຽນ ໃນ​ປີ 2014. ທິດ​ທາງ​ໃຫມ່ ແມ່ນ​ນັບ​ແຕ່ນີ້​ຮອດ​ປີ 2017 ຈະ​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ພົບ​ປະ​ແລກ​ປ່ຽນນັກ​ຂ່າວ, ເຊີນ​ບັນ​ດາ​ນັກ​ຂ່າວ​ໃນ​ພາກ​ພື້ນ​ມາ​ຮຽ​ນຢູ່​ໂຮງ​ຮຽນ ບໍ່​ພຽງ​ແຕ່​ຄວາມ​ຊຳ​ນານ​ງານ​ສື່ມວນ​ຊົນ ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ​ອີກ​ດ້ວຍ.”

        ໂດຍ​ແມ່ນ​ຫນຶ່ງ​ໃນ​ 5 ປະ​ເທດ ສະ​ມາ​ຊິກ​ນຳ​ຫນ້າ​ຂອງ ສະ​ຫະ​ພັນ CAJ, ​ສະ​ມາ​ພັນ​ນັກ​ຫນັງ​ສື​ພິມ​ໄທ ໃນ​ຊ​ຸມ​ປີ​ຜ່ານ​ມາ ກໍ​ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ຢູ່ ຫລາຍ​ຂັ້ນ​ຄື: ລາຍ​ການ​ບຳ​ລຸງ​ສ້າງ​ບັນ​ດາ​ນັກ​ຂ່າວ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ພາ​ສາ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ຄື: ພາ​ສາ​ຫວຽດ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ກຳ​ປູ​ເຈຍ, ຈັດ​ຕັ້ງ​ການ​ແລກ​ປ່ຽນ​ນັກ​ຂ່າວ​ລະ​ຫວ່າງ​ບັນ​ດາ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ໃນ​ພາກ​ພື້ນ, ຂຽນ​ບົດ​ໂຄ​ສະ​ນາ​ກ່ຽວ​ກັບ ອາ​ຊຽນ. ທ່ານ ເທບ​ໄຊ ສະ​ຢອງ, ປະ​ທານ​ສະ​ມາ​​ພັນ​ນັກ​ຫນັງ​ສື​ພິມ ໄທ ໃຫ້​ຮູ້​ວ່າ:

        ສຽງ​ທ່ານ ເທບ​ໄຊ

        ປະ​ຊາ​ຄົມ ອາ​ຊຽນ ໄດ້​ກາຍ​ເປັນ​ສູນ​ເສດ​ຖະ​ກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ດ້ວຍ​ພົນ​ລະ​ເມືອງກວ່າ 600 ລ້ານ​ຄົນ, ມີ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ​ບົດ​ບາດ​ສຳ​ຄັນ ເພື່ອ​ສັນ​ຕິ​ພາບ ແລະ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ. ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມ​ູນ​ຂ່າວ​ສານ ແລະ ສື່​ສານ ໄດ້​ເປີດ​ກາ​ລະ​ໂອ​ກາດ​ໃຫຍ່, ແຕ່​ກໍ​ວາງ​ອອກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ຮ​ຽກ​ຮ້ອງ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂໍ້​ມູນ​ຂ່າວ​ສານນັບ​ມື້​ນັບ​ວ່ອງ​ໄວ ແລະ ເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ໝູ່​ມະ​ຫາ​ຊົນ​.

        ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ 18 ຂອງ CAJ ດຳ​ເນີນ​ໃນ​ວັນ​ທີ 27/11 ຜ່ານ​ມາ​ຢູ່ ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ ຮ່າ​ໂນ້ຍ ແລະ ມອບ​ໂອ​ນ​ຕຳ​ແຫນ່ງ​ປະ​ທານ CAJ ອາ​ຍຸ​ການ 2015-2017 ໃຫ້​ນັກ​ຂ່າວ ຖ້ວນ​ຫືວ, ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ຫວຽດ​ນາມ. ນີ້​ແມ່ນ​ຄວາ​ມ​ເປັນ​ກຽດ ທັງ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ອັນ​ໃຫຍ່​ຫລວງ​ຂອງ​ສື່​ມວນ​ຊົນ ຫວຽດ​ນາມ ພ້ອມ​ທັງ​ກໍ​ເປັນ​ການຢັ້ງ​ຢື​ນ​​ສິ່ງ​ທີ່​ຫວຽດ​ນາມ ອຸ​ທິ​ດ​ສ່ວນ​ໃຫ້ CAJ ໃນ​ໄລ​ຍະ​ຜ່ານ​ມາ ຊື່ງ​ໄດ້​ຮັບ​ການ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຈາກ​ປະ​ຊາ​ຄ​ົມ​ສື່ມວນ​ຊົນ ອາ​ຊຽ​ນ.

ຕອບກັບ

ຂ່າວ/ບົດ​ອື່ນ