ສີສັນປະເທດມາເລເຊຍ

(vovworld)- ນັບ​ມື້​ນັບ​ມີ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ຫລາຍ​ຄົນ​ມາ​ຢ້ຽມຢາມ​ປະ​ເທດ​ມາ​ເລ​ເຊຍ ​ເພາະວ່າ ບໍ່​ພຽງ​ແຕ່​ມີ ນະຄອນຫລວງ ກົວ​ລາ​ລຳ​ເປີ ທີ່​ສວຍ​ງາມ, ​​ໃຫຍ່​ໂຕ​ມະ​​ໂຫຖານ ​ແລະ ທັນ​ສະ​ໄຫມ​​ສ້າງຄວາມດູດ​ດື່ມໃຫ້ແກ່ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ມີ Kota Kinababu ຊື່​ງ​ແມ່ນ​ສະຖານ​ທີ່​ມີ​ທິວ​ທັດ​ທະ​ມະ​ຊາດ​ສວຍ​ງາມ, ​ມີຄວາມສະຫງົບ​ສຸກ ​ແລະ ​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ​ “​​ແດນ​ສະຫວັນ​ຂອງ​​​ເຂດເກາະ” ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລ​ທາງ​ທິດຕ​າ​ເວັນ​ຕົກ​ຂອງ Sabah ຊື່​ງ​ແມ່ນ​ສະຖານ​ທີ່​ມີ​ສາຍພູ Kinabalu ທີ່​ໃຫຍ່​ໂຕ​ມະ​ໂຫຖານ.

ສີສັນປະເທດມາເລເຊຍ - ảnh 1

        ​ແດນ​ສະຫວັນ Kota Kinabalu ​ຄື​ດັ່ງ​ເກາະ​ທີ່​ສວຍ​ງາມ, ​ໃຫຍ່​ໂຕ​ມະ​ໂຫຖານ. ຢູ່​ທີ່​ນີ້ ທ່ານ​ສາມາດ​ອາບ​ນ້ຳ​ທະ​ເລ​ຫລື​​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ຕ່າງໆ​ຢູ່​ຫາດ​ຊາຍ​ທະ​ເລ ກໍ​ຄື​ລ່າ​ເນື້ອ, ຕີກອັບ​, ​ອາບແດດ​ຢູ່​ບັນດາ ​ເຂດ resort. ມາ​ຢ້ຽມຢາມ Kota Kinabalu,​ ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ວ່າ​ຕົນ​​ເອງ​ພວມ​ຢູ່​ເຂດ​ບ້ານ​ນາ​ທີ່​ສະຫງົບ​ສຸກ​.

        ຍ້ອນ​ເຫດ​ນັ້ນ Kota Kinabalu ຊາວ​ທ້ອງ​ຖິ່ນ​ເຄີຍ​ເອີ້ນ​​ໂດຍ​ຫຍໍ້​ວ່າ KK, Kota Kinabalu ມີ​ສະຖານ​ທີ່​ຫລາຍ​ແຫ່ງ​ ​ພາຍ​ໃນ ​ແລະ ນອກ​ຕົວ​ເມືອງ ກໍ​ໄດ້ດຶງ​  ດູ​ດນັກ​ທ່ອງ​ທ່ຽວມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫລວງຫລາຍ ​ແລະ ກໍ​ແມ່ນ​ສູນ​ການ​ຄ້າ​ສຳຄັນຂອງ​ພາກ​ຕາ​ເວ​ັນອອກ ມາ​ເລ​ເຊຍ. ​ເອື້ອຍ ​ໂດ​ຟານ​ຫວີງ​ຫາຍ, ​ເຮັດ​ວຽກ​ຢູ່​ກົມ​​ໃຫຍ່​ທ່ອງ​ທ່ຽວ ມາ​ເລ​ເຊຍ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ສະຖານ​ທີ່​ຊື່​ງນັກ​ທ່ອງ​ທ່ຽວ​ຫວຽດນາມ ບໍ່​ທັນ​ຮູ້ຈັກ​ເຖິງ. ​ແຕ່​​ແຫ່ງ​ນີ້​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​​ເພື່ອ​​ໃຫ້​ບັນດາ​ຄູ​ບ່າວ​ສາວ​ມາ​ຖ່າຍຮູບ​ແຕ່ງງານ, ​​ໄປ  ຮາ​ນີມູນ, ທຸກ​ຄົນ​ມາ​ນີ້​ເພື່ອ​ຢ່ອນ​ອາລົມ ​ແລະ ສູບ​ອາກາດ​ປອດ​ໂປ່​ງ. ກົມ​ສົ່ງ​ເສີມ​ການທ່ອງທ່ຽວ​ມາ​ເລ​ເຊຍ ​ໄດ້​ເປີດ​ສາຍ​ການບິນ​ໂດຍ​ກົງ​ເພື່ອ​ປະຢັດ​ເວລາ​​, ຈັດ​ຕັ້ງບັນດາ​ລາຍການ​ບຸລິມະສິດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.”

        ມີ​ສະຖານ​ທີ່​ຫນຶ່ງອີກ ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຜູ້​ນິຍົມ​​ຢ້ຽມຊົມ ​ແລະ ອາບ​ນຳ້​ທະ​ເລ​ທີ່​ຂຽວ​ສະອາດ, ດຳ​ນ້ຳ​ຊົມ​ຫີນ​ປະ​ກາ​ລັງ, ​ເຂົ້າ​ຮ່ວມ​ບັນດາ​ປະ​ເພດກິລາ​ໃຕ້​ນ້ຳ. ມາ​ແຫ່ງ​ນີ້ ນັກ​ທ່ອງ​ທ່ຽວ ຈະ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ຫາດ​ຊາຍ​ທະ​ເລ​ທີ່​ຮົກ​ເຮື້ອ​ເປົ່າ​ຫວ່າງ​ຍາກ​ທີ່​ຈະ​ມີ​ຢູ່ບອ່ນ​ໃດ​ໃນ​ໂລກ​. ພິ​ເສດກວ່າ ​ເມື່ອ​ໄດ້​ອາບ​ນ້ຳ​ທະ​ເລ​ຢູ່​ເກາະ Manukan, ​ຊື່​ງ​ແມ່ນ​ເກາະ​ມີ​ຫາດ​ຊາຍ​ທະ​ເລຂາ​ວ, ນຳ້​ທະ​ເລ​ຂຽວ​ສະອາດ ດ້ວຍ​ປາ, ຫີນ​ປະກາ​ລັງ ທຸກ​ຊະນິດ ພ້ອມ​ກັບ​ບັນດາ resort ທັນ​ສະ​ໄຫມ​ຫລາຍ​ແຫ່ງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ,​ນັກ​ທ່ອງ​ທ່ຽວ ພຽງ​ແຕ່​ຢືນ​ຢູ່​​ແຄມ​ທະ​ເລ​ເພື່ອຮັບ​ຊົມ​ປາ​ເທ່ົາ​ນັ້ນ ຫາກ​ບໍ່​ໄດ້​​​ເອົາ​ອາຫານ​ໃຫ້​ປາ ​ເພື່ອ​ຮັບປະກັນ​ສິ່ງ​​ແວດລ້ອມ​ສະອາດ​ໃຫ້​ເກາະ​. ​ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດເຂົ້າ​ຮ່ວມປະ​ເພດ​ກິລາ​ດຳ​ນ້ຳ ​ເພື່ອ​ຄົ້ນ​ຫາ​ມະຫາ​ສະໝຸດ​ຢູ່​ຄວາມ​ເລິກ 6-10 ​ແມັດ. ​​ແລະ ບັນດາ​ຫີນ​ປະກາ​ລັງ​ທີ່​ສວຍ​ງາມ, ສີນ​ທະ​ເລ​ມີ​ສີສັນ​ຫລາກ​ຫລາຍ​ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມພຽງເທື່ອຫນຶ່ງເທົ່ານັ້ນ ຫາກ​ຍັງເຮັດ​ໃຫ້​​ຫລາຍ​ຄົນຢາກ​ກັບ​ຄືນ​ມາ​ຢ້ຽມຢາມ​ເກາະ​ແຫ່ງ​ນີ້​ອີກ​ຫລາຍ​ຫນຶ່ງ. ອ້າ​ຍ ຟານ​ແທງ​ເລີມ, ຜູ້ອຳນວຍການ​ບໍລິສັດ Vietravel ​ໃຫ້​ຮູ້​ວ່າ:

        “ Sabah ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເກາະ​ທ່ອງ​ທ່ຽວ​ຊີວະ​ພາບ​ທີ່​ດູດ​ດື່ມ. ພວກ​ເຮົາ​ກໍ​ຮູ້​ໄດ້​ວ່າ ​​ແຫ່ງ​ທີ່​ລື​ຊື່​ທີ່​ສຸດ​ຢູ່​ທີ່​ນີ້​ແມ່ນ​ຈອມ​ພູ Kinabalu. ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ສະຖານ​ທີ່​ດຳ​ນ້ຳ​ຊົມ​ຫີນ​ປະ​ກາ​ລັງ​ສວຍ​ງາມ​ກວ່າ​ໝູ່​ຢູ່ ພາກ​ພື້ນ ອາຊີ, ນັ້ນ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນອັນ​ໃຫຍ່​ຫລວງ​ຂອງ​ຂະ​ແຫນງທ່ອງທ່ຽວ​ ມາ​ເລ​ເຊຍ ​ແລະ ອາດ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດນາມ ​ເປັນ​ຈຳນວນ​ຫລວງຫລາຍ. ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​​ດຳລົງ​ຊີວິດ​ພ້ອມ​ກັບ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຢູ່​ທີ່​ນີ້ ​ເພື່ອ​ສາມາດປຽບທຽບວັດທະນະທຳ​ຂອງ​ບັນດາ​ເຜົ່າ​ຫວຽດນາມກັບ​ວັດທະນະທຳ​ບັນດາ​ເຜົ່າ ຢູ່ມາ​ເລ​ເຊຍ.”

ສີສັນປະເທດມາເລເຊຍ - ảnh 2
ດຳນ້ຳຊົມຫີນປະກາລັງ
ພາບ:internet

        ຄຽງ​ຄູ່​ກັນ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ຮ່ວມ​ບັນດາ​ປະ​ເພດ​ກິລາ​ພະ​ຈົນ​ໄພ​ຢູ່​ທະ​ເລ​. ນອກ​ນັ້ນ ຢູ່​ເທິງ​ເກາະ ຍັງ​ມີ​ທາງ​ຊອຍ​ທຳ​ມະ​ຊາດຫລາຍ​ສາຍ ​ເພື່ອ​ໃຫ້​ທ່ານ​ຄົ້ນ​ຫາ ​ແລະ ຮັບ​ຊົມ​ນົກ​ທຸກ​ປະ​ເພດ. ພາຍຫລັງ​ໄດ້​ອາບ​ນ້ຳ​ທະ​ເລ​ແລ້ວ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ປະທານ​ອາຫານພື້ນ​ເມືອງຂອງ​ທ້ອງ​ຖິ່ນ ​ແລະ ບັນດາ​ເຍື່ອງ​ອາຫານ​ສິນ​ທະ​ເລ​ສົດ​ທີ່​ແຊບນົວອີກ​ດ້ວຍ.

        ​ໄປ​ທ່ອງ​ທ່ຽວ​ບໍ່ພຽງ​ແຕ່​ແມ່ນ​ຄົ້ນ​ຫາ​ບັນດາ​ສະຖານ​ທີ່, ຢ້ຽມ​ຊົມ​ບັນດາ​ທິວ​ທັດ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ສຳຄັນ​ກວ່າ​ ແມ່ນຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທຳ​ບັນດາ​ເຜົ່າ, ​ເຂດ​ພາກ​ຊື່​ງພວກ​ເຮົາ​ໄດ້​ໄປ​ຜ່ານອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ