ສີສັນວັດທະນະທຳ ອາຊຽນ ໃນງານມະໂຫລານລະຄອນຕຸກກະຕາສາກົນຄັ້ງທີ 3 ປີ 2012 ຢູ່ ຮ່າໂນ້ຍ

(vovworld) - ບັນດາ​ລາຍການ​ລະຄອນ​ຕຸກກະຕາ ​ໂດຍ​ນັກ​ສິລະ​ປິນບັນດາ​ປະ​ເທດ ອາ​ຊຽນ ສະ​ແດງ​ໃນ​ງານ​ມະ​ໂຫລານລະຄອນ​ຕຸກ​ກະຕາ​ສາກົນ​ຄັ້ງ​ທີ 3 ປີ 2012 ຢູ່ ຮ່າ​ໂນ້ຍ ​ແມ່ນ​ມີ​ຫລາຍ​ຮູບ​ຫລາຍ​ແບບ​ທາງດ້ານ​ເນື້ອ​ໃນ ​ແລະອຸດົມສົມບູນທາງດ້ານ​ປະ​ເພດ. ບັນດາ​ລາຍການ​ລະຄອນ​ຕຸກກະຕາ​ໄດ້​ວາດ​ພາບ​​ໃຫ້​ເຫັນເລື່ອງ​ລາວພື້ນ​ເມືອງ ​ແລະ ສ່ອງ​ແສງ​​​ເ​ຖິງບັນຫາ​ຕ່າງໆ​​ໃນ​ຊີວິດ​ທີ່​ທັນ​ສະ​ໄຫມ, ບັນດາ​ນັກ​ສິລະ​ປະກອນ​ລະຄອນຕຸກກະຕາ​ໄດ້​ນຳ​ມາໃຫ້​ງານ​ມະໂຫລານລະຄອນ​ຕຸກ​ກະ​ຕາສາກົນລາ​ຍການ​ທີ່​ມີສີສັນ​ພິ​ເສດສະ​ເພາະ, ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວກັບ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ.

        ນັກ​ສິລະ​ປິນມາ​ຈາກ 6 ປະ​ເທດ ອາ​ຊຽນ ລວມມີ: ອິນ​ໂດ​ເນ​ເຊຍ, ຟິລີບ​ປີນ, ລາວ, ກຳປູ​ເຈຍ, ​ໄທ ​ແລະ ປະ​ເທດ​ເຈົ້າພາບ​ຫວຽດນາມ ​ໄດ້​ນຳ​ເອົາ​ບັນດາ​ລາຍການລະຄອນ​ຕຸກກະຕາ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ຊາດ​ຕົນມາສະ​ແດງ​ໃນ​ງານ​ມະໂຫລານ​ລະຄອນ​ຕຸກກະຕາ ຊື່​ງດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ຫວ່າງ​ແລ້ວ​ນີ້.

ສີສັນວັດທະນະທຳ ອາຊຽນ ໃນງານມະໂຫລານລະຄອນຕຸກກະຕາສາກົນຄັ້ງທີ 3 ປີ 2012 ຢູ່ ຮ່າໂນ້ຍ - ảnh 1
ງານມະໂຫລານລະຄອນຕຸກກະຕາສາກົນຄັ້ງທີ 3
ພາບ:hanoimoi.com

        ທ່ານ​ກຳລັງ​ຮັບ​ຟັງ​ສຽງ​ດົນຕີ​ໃນ​ລະຄອນ​ຕຸກກະຕາ “ການ​​ຕາຍຂອງ Rahwana - ຊຶ່ງ​ແມ່ນບົດລະຄອນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ພື້ນ​ເມືອງ​ຂອງ ອິນ​ໂດ​ເນ​ເຊຍ ​ຜ່ານ​ການສະ​ແດງ​ບົດ​ລະຄອນຢ່າງ​ຟົດຟື້ນ ​ແລະ ມີ​ຊີວິດ​ຊີວາ ຂອງ​ນັກ​ສິລະ​ປິນ ອິນ​ໂດ​ເນ​ເຊຍ​​ອັນໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ. ພິ​ເສດ​ໃນ​ລາຍການ​ສະ​ແດງ​ຂອງ​ຕົນ, ບັນດາ​ນັກ​ສິລະ​ປິນ ອິນ​ໂດ​ເນ​ເຊຍ ຍັງ​ຍາດ​ເວລາ​ເພື່ອ​​​ແລກປ່ຽນໂອ້​ລົມ​ກັບ​ຜູ້​ຊົມ ຫວຽດນາມ ຍິ່ງ​ເຮັດ​ໃຫ້​ບັນຍາ​ກາດ​ມີ​ຄວາມໃກ້ຊິດ​ສະຫນິດສະຫນົມ​ກວ່າ.

        “ສະບາຍ​ດີ, ຂາ້ພະ​ເຈົ້າ​ຊື່ວ່າ ຊູນ​ບັກ,…. ຂ້າພະ​ເຈົ້າ​ຮັກ​​ແພງ ຫວຽດນາມ, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ແມ່ນ​ປະ​ເທດ​ອ້າຍ​ນ້ອງ. ຂອບ​ໃຈ….

        ຖ້າ​ກອງ​ສິລະ​ປະກອນ​ຕຸກກະຕາ  Wayang Ajen ຂອງ​ອິນ​ໂດ​ເນ​​ເຊຍ ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ຜູ້​ຊົມ ດ້ວຍ​ການ​ຈັດລາຍການຢ່າງ​ລະອຽດ​ລະ​ອໍແລະ ຈຳນວນນັກ​ສິລະ​ປິນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ,  ​ລາຍການ ​ລະຄອນ​ຕຸກກະຕາ​ຂອງ​ກອງ​ສິລະ​ປະກອນ​ຕຸກກະຕາ Hunchangforn Pupet Group ມາ​ຈາກ​ໄທ ​ໂດຍ​ນັກ​ສິລະ​ປິນ ສອງ​ຄົນ​ທີ່​ມີ​ຊ່ືວ່າ Jo ​ແລະ Na ສະ​ແດງ ດ້ວຍຮູບ​ການ​ສະ​ແດງ​ແຕກ​ຕ່າງ​ກັນ​, ປະສົມ​ກັບ​ສຽງດົນ​ຕີ​ພື້ນ​ເມືອງ ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ຍິ່ງ​ມີ​ຄວາມ​ຮູ້ສຶກປະ​ທັບ​​ໃຈ. ເອື້ອຍ ສຸດ​ທະວີ ຫລື​ເອີ້ນ​ວ່າ Na ​ໃຫ້​ຮູ້​ວ່າ:

        ສຽງ​​ນາງ ສຸ​ທະວີ


        ນອກຈາກ​ສະ​ແດງ​ໃຫ້​ເຫັນ​ສີສັນ​ວັດທະນະທຳ​ຂອງ​ປະ​ເທດ​ຕົນ, ຫນຶ່ງ​ໃນ​ບັນດາ​ຫົວ​ເລື່ອງ​ພົ້ນ​ເດັ່ນ​ຊຶ່ງ​ບັນດາ​ນັກ​ສິລະ​ປິນນຳ​ມາສະ​ແດງ​ໃນ​ງານ​ໂຫລານລະຄອນ​ຕຸກກະຕາ​ສາກົນ​ຄັ້ງ​ນີ້ ​ແມ່ນ​ບັນຫາປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ​ໃນ​ນັ້ນ​ມີ​ບົດ​ລະຄອນ​ທີ່​ມີ​ຊື່ວ່າ: “ ຍັກຂີ້​ເຫຍື້ອ” ຂອງ​ກອງ​ສິລະ​ປະກອນ​ລະຄອນ​ຕຸກກະຕາ ຟິລິບ​ປີນ ​ເພື່ອ​ ​ສົ່ງ​ສານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​ໃນ​ໂລກ​ຂອງ​ພວກ​ເຮົາ​ຜ່ານ​ການ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຈາກ​ວົງ​ຄະນາ​ຍາດ ​ແລະ ສຶກສາ​ໃຫ້​ພວກ​ນ້ອງ​ນ້ອຍ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການປົກປັກຮັກສາສິ່ງແວດລ້ອມ. ສ່ວນ​ລາຍການ​ສະ​ແດງ​ຂອງ​ກອງ​ສິລະ​ປະກອນຕຸກກະຕາ ສປປ ລາວ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ບັນຫາ​ປົກ​ປັກ​ຮັກສາ​ປ່າ​ຂອງ​ປະ​ເທດ​ລ້ານ​ຊ້າງ. ນັກ​ສິລະ​ປິນ ​ເລີດ​ມະນີ ອິນ​ສີ​ຊຽງ​ໃຫມ່ ​ໃຫ້​ຮູ້​ວ່າ:

ສຽງ ​ນັກສິລະປິນ ເລີດ​ມະນີ


        ​ໃນ​ງານ​ມະໂຫລານລະຄອນ​ຕຸກກະຕາ​ສາກົນ​ຄັ້ງ​ນີ້, ກອງ​ສິລະ​ປະກອນ ປະ​ເທດ​ເຈົ້າພາບ ຫວຽດນາມ ​ໄດ້​ ສະ​ແດງ​ຫລາຍລາ​ຍການກວ່າ​ໝູ່,​ ລວມມີ 8 ລາຍການ ນັບ​ທັງ​ຕຸກກະຕາ​ນ້ຳ ​ແລະ ຕຸກກະຕາ ເທິງບົກ ດ້ວຍ​ຫລາຍ​ຮູບ​ການ​ທີ່​ອຸດົມສົມບູນ ​ແລະ ຫລາຍ​ຮູບ​ຫລາຍ​ແບບ, ທັງ​​​​ມີ​ລັກສະນະພື້ນ​ເມືອງ ​ແລະ ທັນ​ສະ​ໄຫມ. ພິ​ເສດ ບັນດາ​ບົດ​ລະຄອນ​ຕຸກກະຕາ​ນ້ຳ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ, ​ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ບົດ​ລະຄອນ: ປະຊາຊົນ​ຮ່ວມ​ຊາດ​ຄຳ​ສັບ​ທີ່​ສັກກະ​ລະ​ບູຊາ ຂອງ​ໂຮງ​ລະຄອນ​​ຕຸກກະຕານ້ຳ ທັງ​ລອງເຊິ່ງແມ່ນລາຍການ​ໄດ້​ຮັບ​ລາງ​ວັນ​ສູງ​ສຸດ​ຢູ່​ງານ​ມະໂຫລານ​ລະຄອນ​ຕຸ​ກະ​ຕາ​ສາກົນຄັ້ງ​ນີ້ ຫລື ລາຍການ​ສະແດງ ລະຄອນ​ຕຸກກະຕາ “ສະພາບ​ແວດ​ລ້ອມ​ທີ່​ປອດ​ໃສ” ຂອງ​ໂຮງ​ລະຄອນ​​ຕຸກກະຕາ ຫວຽດນາມ ​ທີ່ໄດ້​ຮັບ​ລາງວັນ​​ເງິນ. ນັກ​ສິລະ​ປິນ Dalang Wawan Gunawan Ajen ກອງ​ສິລະ​ປະກອນ ອິນ​ໂດ​ເນ​ເຊຍ ​ໄດ້​ແບ່ງປັນ​ຄວາມ​ຮູ້ສຶກ​ຂອງ​ຕົນ​ກ່ຽວ​ກັບ​ບົດລະຄອນຕຸກກະຕາ​ນ້ຳຂອງ ຫວຽດນາມ​ ວ່າ:

        “ບົດ​ລະຄອນ​ຕຸກກະຕາ​ນ້ຳ ຂອງ ຫວຽດນາມ ​ແມ່ນ​ສ້າງ​ຄວາ​ມດຸູດດື່ມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ. ຕຸກກະຕາ​ນ້ຳ​ໄດ້​ສະ​ແດງ​​ເທິງນ້ຳ ດ້ວຍ​ອຸປະກອນ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຂ້າພະ​ເຈົ້າ​ບໍ່​ຄິດ​ໄດ້​ວ່າ ​ຕຸ​ກກະຕາ​ພັດໄດ້​ຮັບ​ການສະ​ແດງ​​​ໃນ​ນ້ຳ​ຄື​ແນວ​ນີ້. ລະຄອນຕຸກກະຕາ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສະ​ແດງ​​ເທິງບົກ…”

ສີສັນວັດທະນະທຳ ອາຊຽນ ໃນງານມະໂຫລານລະຄອນຕຸກກະຕາສາກົນຄັ້ງທີ 3 ປີ 2012 ຢູ່ ຮ່າໂນ້ຍ - ảnh 2
ລະຄອນຕຸກກະຕານ້ຳ
ພາບ: internet

        ຜ່ານ​ງານ​ມະໂຫລານ​ລະຄອນ​ຕຸກກະຕາສາກົນ​ຄັ້ງ​ນີ້, ບັນດາ​ນັກ​ສິລະ​ປິນມາ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ ມີ​ກາລະ​ໂອກາດ​ພົບ​ປະ​ແລກປ່ຽນ, ຖອດ​ຖອນບົດຮຽນ​ເຊິ່ງກັນ ​ແລະ ກັນ ​ແລະ ​ເຂົາ​ເຈົ້າ​ປາດ​ຖະຫນາ​ຢາກ​ມີ​ກາລະ​ໂອກາດ​ເພື່ອ​ຖອດຖອນ​​ເອົາ​ບົດຮຽນຈາກສິລະ​ປະ​ລະຄອນ​ຕຸກກະຕາ​ທີ່​ມາຈາກ​ບັນດາ​ປະ​ເທດ​ເພື່ອນ​ມິດ ອາ​ຊຽນ. ນັກ​ສິລະ​ປິນ Juancho Lunaria ມາ​ຈາກ ຟິລິບ​ປີນ ຍົກ​ຂໍ້​ລິ​ເລີ່​ມວ່າ:

        “​ໃນ​ງານ​ມະໂຫລານ​ລະຄອນຕຸກກະຕາ ອາ​ຊຽນ ຄັ້ງ​ທີ 4 ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​​ສະ​ເຫ​ນີ​ໃຫ້​ເຫັນການ​ແລກປ່ຽນ​ສິລະ​ປະ​ລະຄອນຕຸກກະຕາ​ລະຫວ່າງ​ບັນດາ​ປະ​ເທດ​ນຳ​ກັນ, ຕົວຢ່າງ ກອງ​ສິລະ​ປະກອນ ຟິລີບ​ປິນ ຈະ​ສະ​ແດງ​ທົດ​ລອງ​ລະຄອນ​ຕຸກກະຕາ Wayang Ajen ຂອງ​ອິນ​ໂດ​ເນ​ເຊຍ, ສ່ວນ​ກອງ​ສິລະ​ປະກອນ ອິນ​ໂດ​ເນ​ເຊຍ ສະ​ແດ​ງລະຄອນຕຸກກະຕາ​ນ້ຳຂອງ ຫວຽດນາມ. ​ເຮັດ​ຄື​ແນວ​ນັ້ນ ບັນດາ​ນັກ​ສິລະ​ປິນຈຶ່ງສາມາດ​ຮຳ່ຮຽນ​​ເອົາບົດຮຽນ​ກ່ຽວ​ກັບປະ​ເພດ​ສິລະ​ປະ​ນີ້​ໄດ້ ​ແລະ ​ຈະ​ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.”

        ງາ​ນມະໂຫລານລະຄອນຕຸກກະຕາ​ສາກົນ​ຄັ້ງ​ທີ 3 ປີ 2012 ຢູ່ ຮ່າ​ໂນ້ຍ ປ​ະສົບ​ຜົນສຳ​ເລັດ​ອັນ​ດີງາມ. ຫວຽດນາມ ​ໄດ້​ສຳ​ເລັດ​ບົດບາດ​ເປ​ັນ​ຂົ​ວ​ເຊື່ອມ​ຕໍ່​ພົວພັນ​ແລກປ່ຽນ​ວັດທະນະ​ທຳ​ລະ​ຫວ່າ​ງປະ​ເທດຕ່າງໆ, ​ໃນ​ນັ້ນ ມີບັນດາ​ປະ​ເທດ ອາ​ຊຽນ ​ພິ​ເສດ​ແມ່ນ​ໃນ​ສະພາບກ້າວ​ໄປ​ເຖິງ​ການສ້າງ​ປະຊາ​ຄົມ​ ອາ​ຊຽນ ​ໃນ​ປີ 2015.

 

ຕອບກັບ

ຂ່າວ/ບົດ​ອື່ນ