ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດ ລາວ.

ສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃຫມ່ປະຈຳຊາດ ລາວ. - ảnh 1
ທ່ານສົມພອນ ສີຈະເລີນ​ ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ​ກ່າວຄຳເຫັນນະພິທີຕ້ອນຮັບປີໃຫມ່
ພາບ:internet

(vovworld)- ຕອນ​ຄຳ່​ວັນ​ທີ 11/4 ຢູ່ ຮ່າ​ໂນ້ຍ, ສະຖານທູດ ລາວ ປະຈຳ ຫວຽດນາມ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່ ລາວ ພສ 2555. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ສົມ​ພອນ       ສີ​ຈະ​ເລີ​ນ ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ການຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່ ລາວ ຢູ່ ຮ່າ​ໂນ້ຍ ​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ ທົບ​ທວນ​ຄືນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ລະຫວ່າງ ລາວ ​ແລະ ຫວຽດນາມ ​ໃນ​ຫນຶ່ງ​ປີຜ່ານມາ. ພິ​ເສດ ​ແມ່ນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ ລາວ ກັດ້ວຍ​ຫລາຍ​ເຫດການ​ທີ່ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ພັກ ​ແລະ ລັດ ລາວ ຮັບ​ຮູ້​ໄດ້​ວ່າ: ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​​ນັບ​ໄດ້ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາຢ່າງ​​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ.

 

 

 

ຂ່າວ/ບົດ​ອື່ນ