ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳປູ​ເຈຍ ຍາມ​ໃດ​ກໍ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພໍ່​ແມ່ພີ່​ນ້ອງຊາວ ຫວຽດ​ນາມ ​ອາ​ໄສ​ຢູ່ ກຳ​ປູ​ເຈຍ ໃນ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ ໂຄວິດ - 19

(VOVWORLD) -ກຳປູເຈຍ ພວມປະເຊີໜ້າກັບໄລຍະທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນຜົນກະທົບຫຍໍ້ທໍ້ຂອງການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໃນຊຸມຊົນ ເຊິ່ງແກ່ຍາວແຕ່ວັນທີ 20 ກຸພາມານີ້ຊີວິດການເປັນຢູ່ຂອງປະຊາຊົນ ກຳປູເຈຍ ຢູ່ເຂດເກີດໂລກລະບາດສ່ວນຫຼາຍລ້ວນແຕ່ຖືກຜົນສະທ້ອນໃນນັ້ນ ມີປະຊາຄົມຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມເພື່່ວມແຮງຮ່ວມໃຈພ້ອມກັບ ລັດຖະບານ ກຳປູເຈຍ ຕ້ານໂລກລະບາດໂຄວິດ - 19, ໃນໄລຍະຜ່ານມາສະຖານູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ເພີ່ມທະວີການໜູນຊ່ວຍທາງດ້ານວັດຖຸອຸປະກອນການແພດ ແລະລະບຽບການນິຕິກຳ ໃຫ້ແກ່ພໍ່ແມ່ປະຊາຊົນ ພ້ອມທັງໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນ

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ ວູກວາງມິນ, ທ່ານຕີລາຄາແນວໃດກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ ກຳປູເຈຍ ເວົ້າລວມ ແລະ ສຳລັບປະຊາຄົມຊາວ ຫວຽດນາມ ເວົ້າສະເພາະ?

ທ່ານເອກອັກຄະລັດຖະທູດ: ຄືດັ່ງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ກ່າວມາວ່າ: ກຳປູເຈຍ ພວມຢືນຢູ່ໜ້າປາກເຫວຂອງວິກິດການ, ຖ້າຫາກວ່າ ປະຊາຊົນ ແລະ ລັດຖະບານ ບໍ່ຮ່ວມແຮງຮ່ວມໃຈກັນຕ້ານໂລກລະບາດໂຄວິດ - 19 ນັ້ນ, ຜົນຕາມມາແມ່ນຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ກ່ອນນີ້ໜຶ່ງປີກວ່າ ນັບແຕ່ເມື່ອໂລກລະບາດເລີ່ມປະກົດມີໃນຕົ້ນປີ 2020 ແລະ ຮອດເດືອນ ກຸມພາ ປີ 2021, ກຳປູເຈຍ ຕ້ານໂລກລະບາດໄດ້ຢ່າງສຳເລັດຜົນ, ເຊິ່ງແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີຈຳນວນຜູ້ຕິດເຊື້ອຕ່ຳທີ່ສຸດໃນໂລກ ແລະ ບໍ່ມີກໍລະນີເສຍຊີວິດ. ເຖິງຢ່າງໃດກໍຕາມ, ນັບແຕ່ການແຜ່ລະບາດຮອບໃໝ່ໃນວັນທີ 20 ກຸມພາ, ເຊື້ອໄວຣັດສາຍພັນໃໝ່ມີລະດັບການແຜ່ລາມໃນຊຸມຊົນຢ່າງໄວວາ ອັນໄດ້ເຮັດໃຫ້ລັດຖະບານ ກຳປູເຈຍ ຈຳເປັນຕ້ອງນຳໃຊ້ບັນດາມາດຕະການທີ່ຂ້ຽວຂາດກວ່າ ເປັນຕົ້ນແມ່ນ ເປັນຄັ້ງທຳອິດທີ່ລອັກດາວທົ່ວນະຄອນຫຼວງ ພະນົມເປັນ ແລະ ນະຄອນ Khmao ທີ່ຢູ່ອ້ອມຂ້າງ, ອອກຄຳສັ່ງຫ້າມ, ຫ້າມການໄປມາລະຫວ່າງທ້ອງຖິ່ນ ແລະ ກຳນົດເຂດທີ່ມີຄວາມສ່ຽງຕິດເຊື້ອສູງໃນນະຄອນຫຼວງ ເພື່ອສະກັດກັ້ນແຫຼ່ງແຜ່ລາມ. ໄລ່ມາຮອດປັດຈຸບັນ, ກຳປູເຈຍ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 8.193 ຄົນ ແລະ ມີ 59 ຄົນເສຍຊີວິດ. ສະເພາະໃນໜຶ່ງເດືອນຜ່ານມາ ມີຜູ້ຕິດເຊື້ອຕື່ມອີກປະມານ 4.700 ຄົນ. ສິ່ງທີ່ໜ້າເປັນຫ່ວງນັ້ນແມ່ນ ກຳມະກອນຢູ່ບັນດາໂຮງງານຕຳ່ແຜ່ນຕັດຫຍິບ, ເກີບໜັງ… ແລະ ພໍ່ຄ້າແມ່ຄ້າຢູ່ຕະຫຼາດແຫ່ງຕ່າງໆໃນນະຄອນຫຼວງ ແລະ ບາງແຂວງ, ນະຄອນອື່ນໆ ຖືກຕິດເຊື້ອແລ້ວ. ໃນນັ້ນ ມີທັງຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ແລະ ກຳມະກອນ ຫວຽດນາມ ທີ່ທຳມາຫາກິນຢູ່ທີ່ນັ້ນ ຫຼື ນັກທ່ອງທ່ຽວ ຫວຽດນາມ ທີ່ຕິດຄ້າງຢູ່ ກຳປູເຈຍ, ໄລ່ມາຮອດປັດຈຸບັນ ແມ່ນລວມປະມານຫຼາຍກວ່າ 100 ຄົນແລ້ວ. ບັນດາແຂວງຄື Kandal, Svay Rieng, Preh Sihanouk ແລະ ນະຄອນຫຼວງພະນົມເປັນ ເຊິ່ງແມ່ນບັນດາທ້ອງຖິ່ນທີ່ມີຊາວ ຫວຽດນາມ ດຳລົງຊີວິດ ເປັນຈຳນວນຫຼາຍ ( ປະມານ 80.000 ຄົນ) ກໍແມ່ນບັນດາທ້ອງຖິ່ນທີ່ຖືກຜົນກະທົບຢ່າງໜັກໜ່ວງ.

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳປູ​ເຈຍ ຍາມ​ໃດ​ກໍ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພໍ່​ແມ່ພີ່​ນ້ອງຊາວ ຫວຽດ​ນາມ  ​ອາ​ໄສ​ຢູ່ ກຳ​ປູ​ເຈຍ ໃນ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ ໂຄວິດ - 19 - ảnh 1ສະຖານທູດ ສົມທົບກັບ ສະມາຄົມຂະແມ - ຫວຽດນາມ ຫາມາດຕະການໜູນຊ່ວຍພໍ່ແມ່ພີ່ນ້ອງໃນໄລຍະເກີດໂລກລະບາດ

ນັກຂ່າວ: ຂໍຮຽນທ່ານ, ວຽກງານປົກ້ອງພົນລະເມືອງ ຂອງສະຖານທູດ ຫວຽດນາມ ສຳລັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ກຳປູເຈຍ, ໂດຍສະເພາະ ແມ່ນຢູ່ບັນດາຈຸດຮ້ອນຂອງໂລກລະບາດ ໄດ້ດຳເນີນຄືແນວໃດ?

ທ່ານເອກອັກຄະລັດຖະທູດ: ໃນໄລຍະຜ່ານມາ, ສະຖານທູດ ແລະ ສະຖານກົງສູນຂອງ ຫວຽດນາມ ປະຈຳ ຢູ່ Sihanoukville ແລະ Battambang ສົມທົບກັບສະຫະສະມາຄົມຂະແມ - ຫວຽດນາມ ແລະ ສະມາຄົມ ຂະແມ ຫວຽດນາມ ຢູ່ບັນດາແຂວງ, ນະຄອນຂອງ ກຳປູເຈຍ ໄດ້ມານະພະຍາຍາມຢ່າງສຸດຂີດເພື່ອຊ່ວຍເຫຼືອ ແລະ ໜູນຊ່ວຍຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ຢູ່ບ່ອນທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຈາກໂລກລະບາດໂຄວິດ - 19, ໂດຍຜ່ານການຮຽກຮ້ອງການຊ່ວຍເຫຼືອ ແລະ ອຸປະຖຳເຄື່ອງບັນເທົາທຸກ, ອຸປະກອນການແພດ, ເງິນສົດ… ຈາກບັນດາອົງການຈັດຕັ້ງ, ວິສາຫະກິດ, ທ້ອງຖິ່ນ, ໝູ່ຄະນະ ແລະ ຜູ້ໃຈບຸນໃຈກຸສົນຢູ່່ ຫວຽດນາມ ກໍຄື ຢູ່ ກຳປູເຈຍ, ເພື່ອແຈກຢາຍເຖິງມືພໍ່ແມ່ປະຊາຊົນໄດ້ຢ່າງທັນການ. ບັນດາການເຄື່ອນໄຫວໜູນຊ່ວຍ ໄດ້ສຸມໃສ່ 3 ທິດຕົ້ນຕໍ. ທີໜຶ່ງແມ່ນໂຄສະນາ, ແນະນຳໃຫ້ແກ່ພໍ່ແມ່ປະຊາຊົນ ຍົກສູງສະຕິປ້ອງກັນຕົນເອງ, ປະຕິບັດບັນດາຂໍ້ກຳນົດຂອງອຳນາດການປົກຄອງປະຈຳຖິ່ນ, ພ້ອມທັງຕິດຕາມສະຖານະການຢູ່ບັນດາຈຸດຮ້ອນເຮັ່ງທີ່ສຸດ ເພື່ອໃຫ້ມີການຊ່ວຍເຫຼືອຢ່າງທັນການ ແລະ ແທດຈິງ, ບໍ່ປະໃຫ້ພໍ່ແມ່ປະຊາຊົນອຶດຫິວ, ຂົນຂວາຍພໍ່ແມ່ປະຊາຊົນບໍ່ຍົກຍ້າຍຖິ່ນຖານແບບຊະຊາຍ ຫຼື ຫາວິທີເຂົ້າເມືອງ ຫວຽດນາມ ຢ່າງຜິດກົດໝາຍ. ສະມາຄົມ ຂະແມ - ຫວຽດນາມ ອອກຂ່າວຫຼາຍກວ່າ 50 ລາຍການຜ່ານສື່ສັງຄົມອອນລາຍ ເພື່ອອັບເດດຂໍ້ມູນຂ່າວໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ກ່າວເຕືອນກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ. ພວກຂ້າພະເຈົ້າເຂົ້າໃຈວ່າ ພໍ່ແມ່ປະຊາຊົນເປັນຫ່ວງກັງວົນ ເພາະວ່ານີ້ເປັນຄັ້ງທຳອິດ ທີ່ກຳປູເຈຍ ຕ້ອງປະຕິບັດບັນດາມາດຕະການທີ່ຂ້ຽວຂາດ ຄືແນວນີ້ ໃນເມື່ອບັນດາເງື່ອນໄຂ ແລະ ມາດຕະການຂອງອຳນາດການປົກຄອງແນໃສ່ໜູນຊ່ວຍ, ສະໜອງສະບຽງອາຫານ, ເຄື່ອງຂອງທີ່ຈຳເປັນ… ແມ່ນຍັງບໍ່ທັນສົມບູນເທື່ອ. ທີສອງແມ່ນ ຂົນຂວາຍ, ປຸກລະດົມຜູ້ໃຈບຸນໃຈກຸສົນ, ບັນດາວິສາຫະກິດ ຫວຽດນາມ ແລະ ເຊື້ອຊາດ ຫວຽດນາມ ໃຫ້ການໜູນຊ່ວຍຢູ່ກັບບ່ອນ, ໃນນັ້ນ ມີສະມາຄົມວິສາຫະກິດ ຫວຽດນາມ VBCC ແລະ ບັນດານັກທຸລະກິດຢູ່ທ້ອງຖິ່ນຕ່າງໆຂອງ ກຳປູເຈຍ ກໍໃຫ້ການຊ່ວຍເຫຼືອເຊັ່ນດຽວກັນ. ທີສາມແມ່ນ ລະດົມການຊ່ວຍເຫຼືອຈາກ ຫວຽດນາມ.

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳປູ​ເຈຍ ຍາມ​ໃດ​ກໍ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພໍ່​ແມ່ພີ່​ນ້ອງຊາວ ຫວຽດ​ນາມ  ​ອາ​ໄສ​ຢູ່ ກຳ​ປູ​ເຈຍ ໃນ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ ໂຄວິດ - 19 - ảnh 2ທ່ານເອກອັກຄະລັດຖະທູດ ຫວູກວາງມິນ ພົບປະກັບພໍ່ແມ່ພີ່ນ້ອງ

ນັກຂ່າວ: ສຳລັບທ່ານເອງ, ທ່ານມີຄຳບອກເຕືອນໃດແດ່ັບພໍ່ແມ່ພີ່ນ້ອງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຕໍ່ໜ້າສະພາບການທີ່ສັບສົນຄືໃນປັດຈຸບັນ?

ທ່ານເອກອັກຄະລັດຖະທູດ: ສິ່ງສຳຄັນທີ່ສຸດ ແມ່ນພໍ່ແມ່ພີ່ນ້ອງເຮົາຕ້ອງໃຈເຢັນໆ, ອຸ່ນອ່ຽນໃຈປະຕິບັດຖືກຕ້ອງຕາມບັນດານະໂຍບາຍ, ຂໍ້ກຳນົດ ແລະ ມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງອຳນາດການປົກຄອງທ້ອງຖິ່ນ. ຖ້າຫາກວ່າ ພວກເຮົາເຫັນດີເຫັນພ້ອມ, ສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັນ, ຢຶດໝັ້ນອົດທົນ, ແນ່ນອນວ່າ ພວກເຮົາຈະຜ່ານຜ່າໂລກລະບາດ ແລະ ກັບຄືນສູ່ດຳລົງຊີວິດເປັນປົກກະຕິໂດຍໄວ. ຄືດັ່ງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ຝາກມາວ່າ ຖ້າຫາກວ່າ ປະຕິບັດການລອັກດາວເປັນຢ່າງດີ ແລະ ສະກັດກັ້ນແຫຼ່ງແຜ່ລາມໄດ້ຢ່າງເດັດຂາດ, ພວກເຮົາຈະຢຸດຕິການລອັກດາວໂດຍໄວ, ຖ້າບໍ່ດັ່ງນັ້ນ ຈະຕ້ອງແກ່ຍາວເວລາໄປຕື່ມອີກ. ຄວາມຈິງແລ້ວ, ຖ້າຫາກວ່າ ທຽບໃສ່ບັນດາປະເທດອື່ນໆໃນພາກພື້ນ, ບໍ່ໄລ່ບັນດາຈຸດຮ້ອນເຮັ່ງໃນໂລກ, ກຳປູເຈຍ ຍັງມີຈຳນວນຜູ້ຕິດເຊື້ອຢູ່ໃນລະດັບຕ່ຳ. ພິເສດ, ລັດຖະບານ ກຳປູເຈຍ ໄດ້ ແລະ ກຳລັງສຸມຈິດສຸມໃຈ ແລະ ຕັດສິນໃຈຕ້ານໂລກລະບາດ, ແລະ ໄດ້ມີການສັກວັກຊິນໃຫ້ປະຊາຊົນກວ່າໜຶ່ງລ້ານໂດສ ເຊິ່ງມີລະດັບຄວາມໄວ ແລະ ອັດຕາສ່ວນສູງແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນທົ່ວໂລກ ຍ້ອນວ່າ ກຳປູເຈຍ ມີປະຊາກອນພຽງແຕ່ 16 ລ້ານຄົນ ເທົ່ານັ້ນ. ມີຂ່າວດີໜຶ່ງອີກ, ນັ້ນແມ່ນ ອຳນາດການປົກຄອງປະເທດປະຈຳຖິ່ນ ໄດ້ໃຫ້ຊາວ ກຳປະເຈຍ ເຊື້ອຊາດ ຫວຽດນາມ ຢູ່ 10 ແຂວງ, ນະຄອນ ໄດ້ຈົດທະບຽນສັກວັກຊິນ ຄືກັນກັບພົນລະເມືອງ ກຳປູເຈຍ ແລະ ໄລຍະຜ່ານມາ, ແຂວງ Kandal ເຊິ່ງເປັນແຂວງມີຊາຍແດນຕິດກັບ ຫວຽດນາມ ແລະ ນະຄອນຫຼວງພະນົມເປັນ ໄດ້ຈັດການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດໃຫ້ແກ່ຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ເກືອບ 200 ຄົນແລ້ວ. ປັດຈຸບັນ, ອຳນາດການປົກຄອງປະເທດປະຈຳຖິ່ນ ກໍມີລາຍການຊ່ວຍເຫຼືອດ້ານສະບຽງອາຫານໂດຍດ່ວນ ໃຫ້ແກ່ປະຊາຊົນຜູ້ທຸກຍາກ, ອຶດຫິວຜ່ານໂປແກຼມ Telegram ອີກດ້ວຍ. ພິເສດ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ທີ່ນີ້ ຍັງປະຕິບັດບັນດາຂໍ້ກຳນົດກ່ຽວກັບການລອັກດາວໄດ້ຢ່າງເຂັ້ມງວດ ແລະ ບໍ່ອອກຈາກບ້ານຖ້າບໍ່ມີວຽກງານທີ່ຈຳເປັນ. ພໍ່ແມ່ພີ່ນ້ອງກໍ່ບໍ່ຄວນພະຍາຍາມຫາວິທີກັບເມືອ ຫວຽດນາມ, ເພາະວ່າ ສະພາບການໂລກລະບາດຢູ່ດ່ານຕ່າງໆ ແລະ ເສັ້ນຊາຍແດນ ໄດ້ຮັບການຄວບຄຸມຢ່າງເຄັ່ງຄັດ ແລະ ຈະມີການລົງໂທດປັບໄໝຢ່າງເຂັ້ມງວດສຳລັບກໍລະນີຂ້າມຊາຍແດນຜິດກົດໝາຍ. ບາງຄອບຄົວ ໄດ້ບັງຄັບກັບຄືນ ກຳປູເຈຍ ຍ້ອນວ່າບໍ່ມີໃບຢັ້ງຢືນວ່າເປັນພົນລະເມືອງ ຫວຽດນາມ. ຖ້າຫາກວ່າ ພວກເຮົາຮ່ວມແຮງຮ່ວມໃຈກັນ ແນ່ນອນວ່າ ຈະຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້ໂດຍໄວ ແລະ ສະຖານທູດ ຫວຽດນາມ, ສະມາຄົມ ຂະແມ - ຫວຽດນາມ ຢູ່ສູນກາງ ແລະ ແຂວງຕ່າງໆ ຈະຮ່ວມແຮງຮ່ວມໃຈພ້ອມກັບພໍ່ແມ່ພີ່ນ້ອງເຮົາ.

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳປູ​ເຈຍ ຍາມ​ໃດ​ກໍ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ພໍ່​ແມ່ພີ່​ນ້ອງຊາວ ຫວຽດ​ນາມ  ​ອາ​ໄສ​ຢູ່ ກຳ​ປູ​ເຈຍ ໃນ​ໄລ​ຍະ​ເກີດ​ໂລ​ກ​ລະ​ບາດ ໂຄວິດ - 19 - ảnh 3ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ຊ່ວຍເຫຼືອນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ກຳປູເຈຍ 

ນັກຂ່າວຂໍຂອບໃຈ ທ່ານເອກອັກຄະລັດຖະທູດ ຫວູກວາງມິນ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ສຳພາດຕໍ່ນັກຂ່າວ VOV.

ຕອບກັບ

ຂ່າວ/ບົດ​ອື່ນ