ສະຖານທີ່ເພື່ອຊອກຮູ້ວັດທະນະທຳອາຊີຕາເວັນອອກສຽງໃຕ້ຢູ່ ຮ່າໂນ້ຍ

(vovworld)-​ເມື່ອ​ເຂົ້າ​ປະຕູ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ພວກ​ເຮົາ​ຈະ​​ເຫັນຮູບປີກວ່າວພວມ​ມຸ່ງ​ໄປ​ສູ່​ທ້ອງຟ້າ​ສີຂຽວ, ​ທີ່​ເປັນສັນຍາ​ລັກ​ຂອງ​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ນັ້ນ​ແມ່ນ​ຫໍພິພິດທະພັນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ດ້ວຍ​ສະ​ຖາ​ປັດຕະຍະ​ກຳ​ທັນ​ສະ​ໄຫມ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ ​ຫາ​ກໍ່​ໄດ້​​ຮັບ​ການເປີດ​ສະຫລອງ​ໃນ​ທ້າຍ​ເດືອນ 11. ​ເມື່ອ​ມາ​ຢ້ຽມຢາ​ມສະຖານ​ທີ່​​ແຫ່ງນີ້, ນອກຈາກ​ໄດ້​ຮັບ​ຊົມ​ບັນດາ​ວັດ​ຖຸພັນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຈືອ​ຈານ​ໃນ​ສະພາບ​ແວດ​ລ້ອມ ​ວັດທະນະທຳ​ທີ່ເຕັມ​ໄປ​ດ້ວຍ​ສີສັນ​​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ອີກ​ດ້ວຍ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້, ​ພວກເຮົາຂໍແນະນຳບົດທີ່ພາດຫົວເລື່ອງວ່າ: ສະ​ຖານ​ທີ່​ເພື່ອ​ຊອກ​ຮູ້​ວັດທະນະທຳ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຢູ່ ຮ່າ​ໂນ້ຍ

ສະຖານທີ່ເພື່ອຊອກຮູ້ວັດທະນະທຳອາຊີຕາເວັນອອກສຽງໃຕ້ຢູ່ ຮ່າໂນ້ຍ - ảnh 1
ຫໍພິພິດທະພັນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້
ພາບ:internet

         ອາຄານ”ປີກ​ວ່າວ” ລວມມີ​ 4 ຊັ້ນ ດ​​້ວຍ​ເນື້ອ​ທີ່ 7000 ຕາລາງ​ແມັດ. ​ແຕ່​ປະຈຸ​ບັນ ​ພຽງນຳ​ໃຊ້ຊັ້ນ​ຫນຶ່​ງ​ ດ້ວຍ​ເນື້ອ​ທີ່​​ວາງສະ​ແດງກວ້າງ 500 ຕາລາງ​ແມັດ​ເທົ່າ​ນັ້ນ. ​ເຖິງ​ວ່າ ​ເນື້ອ​ທີ່​ບໍ່​ກວ້າງປານ​​ໃດ​ກໍ​ຕາມ ​ແຕ່​ໃນ​ນັ້ນ​​ໄດ​້ວາງສະ​ແດງ​ວັດຖຸ​ພັນ​ເກືອບ 400 ຢ່າງ ​ແລະ ຮູບ​ພາບ 130 ​ແຜ່ນ ພ​​້ອມດ​້ວຍຂໍ້​ມູນ​ຂ່າວສານອະທິ​ບາຍ,ບົດ​ຂຽນ, video.. ກ່ຽວ​ກັບ 5 ຫົວ​ເລື່ອງ​ຕົ້ນຕໍ​ໃນ​ວັດທະນະທຳ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຄື: ​ຜ້າ​ແພ, ຊີວິດປະຈຳ​ວັນ, ຊີວິດ​ສັງຄົມ, ສີ​ລະ​ປະການ​ສະ​ແດງ, ສາສະຫນາ.. ຮອງ​ສາດສະດາ​ຈານ, ດຣ ຫງວຽນ​ຢູຍທ້ຽວ, ຮອງ​ຫົວຫນ້າ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ ​ແມ່ນ​ຫນຶ່ງ​​ໃນ​ບັນດາ​ຜູ້​ເສາະ​ຫາ​ຮຽບຮຽງ​​ວັດຖຸ​ພັນ​ທີ່​ພວມ​ນຳ​ວາງສະ​ແດງ​ຢູ່​ອາ​ຄານປີກ​ວ່າວ​ໃຫ້​ຮູ້​ວ່າ:

        “​ເພື່ອ​​ມີ​ບັນດາ​ວັດ​ຖຸພັນ​ນຳ​ວາງ​ສະ​ແດງ​ໃນ​ຫໍພິພິດທະພັນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາຫວຽດນາມ​ມີ​ແຫ​ລ່ງ​ເອກະສານ ​ແລະ ວັດຖຸ​ພັນ​ຫລາຍ​ຢ່າງ. ​ແຫ​ລ່ງທຳ​ອິດ​​ແມ່ນພວກ​ຂ້າພະ​ເຈົ້າ​ຊອກ​ຫາ​ຢູ່ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ດ້ວຍ​ວັດ​ທຸພັນ​ກວ່າ 2000 ຢ່າງ, ອີກ​ແຫ​ລ່ງຫນຶ່ງ ​​ໂດຍອົງການ Rokerfeller ຂອງ​ອາ​ເມ​ລິ​ກາ ມອບ​ໃຫ້. ນອກ​ນັ້ນ ຫໍ​ພິພິດ​ທະ​ພັນ​ຍັງ​ມີວັດຖຸ​ພັນຈຳນວນ​ຫນຶ່ງ​​ໂດຍສ່​ວນບຸກຄົນມອບ​​ໃຫ້. ”

        ​ເມື່ອ​ເຂົ້າ​ອາຄານ​, ບໍລິ​ເວນ​ທຳ​ອິດ​ທີ່ທ່ານ​ຈະ​ເຫັນ​ນັ້ນ​ແມ່ນ​ເຂດວາງສະ​ແດງ​ ຜ້າ​ແພ ​ແລະ ຊີວິດ​ປະຈຳ​ວັນ​ຄື: ໝວກ ຂອງ​​ແມ່ຍິງ​ຊາວ​ເຜົ່າ ອາ​ຄາ ຢູ່ ລາວ, ກະພາ​ເຮັດ​ດ້ວຍ ​ໄມ້​ໄຜ່​ສູງ​ເຖິງ 1,5 ​ແມັດ​ຂອງ​ຊາວ ຟິລີບ​ປີນຫລືຫີບ​ສີ​ຂັດ​ມັນ​ຂອງ​ ມຽນມາ.  ດ້ວຍແຖວ​ຫນັງສື​ອະທິບາຍ​ເປັນພາສາ​ຫວຽດ, ພາສາ​ອັງກິດ ​ແລະ ພາສາ ຝລັ່ງ. ນອກ​ນັ້ນ ຜູ້​ຊົມຍັງ​ຍັງ​ເຫັນ​ຜ້າ​ແພ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫລາຍ​ປະ​ເທດ​ຄື: ​ຜ້າ​ແພ​​ເຮັດ​ດ້ວຍ​ໃຍ​ກ້ວຍ ຂອງ ຟິລິບ​ປີນ, ວິທີ​ພິມລວດລາຍ​​ໃສ່​ຜ້າ​ແພດ້ວຍຂີ້​ເຜິ້ງຂອງມາ​ເລ​ເຊຍ, ກີ່​ຕຳ່​ຫຸກຂອງ​ຫວຽດນາມ, ລາວ, ​ໄທ ພ້ອມ​ກັບ​ເຄື່ອງປຸງ​ແຕ່ງອາຫານ. ນາງ ​ໄດ​ມອນ ວິລະ​ນົນ, ນັກ​ສຶກສາ​ລາວ ຮຽນປີ​ທີ 3 ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດເມື່ອ​ເຫັນ​ ​ຜ້າແພ​ຂອງ​ປະ​ເທດ​ຕົນ​ໄດ້​ນຳ​ມາ​ວາງສະ​ແດງ​ຢູ່​ທີ​່ນີ້.

ສຽງ​ເພື່ອນໄດ​ມອນ

        ​ຕິດ​ກັບ​ເຂດ​ວາງສະ​ແດງ​ຜ້າ​ແພ ​ແມ່ນ​​ເຂດ​ວາງສະ​ແດງ​ອຸປະກອນ​ຮັບ​ໃຊ້​ການສະ​ແດງ​ສິລະ​ປະ​ຂອງ​ບັນດາ​ປະ​ເທດ​ຄື: ​ເຄື່ອງ​ດົນຕີ​ພື້ນ​ເມືອງຂອງ​ກຳປູ​ເຈຍ, ມຽນມາ, ບຣູ​ໄນ, ຟີ​ລິບ​ປີນ. ນອກ​ນັ້ນຍັງ​ມີ​ບໍລິ​ເວນ​ສະ​ແດງລະຄອນ​ຕຸກກະຕາເງົາ, ​ຟ້ອນ​ໜ້າ​ກາກຂອງ Java ອິນ​ໂດ​ເນ​ເຊຍ.

        ສຽງ​ທີ່​ທ່ານ​ຮັບ​ຟັງຜ່ານ​ໄປ​ແລ້ວ​ນັ້ນ​ແມ່ນ​ຕອນ​ຫນຶ່ງ​ໃນ​ພິທີ​ງານ​ບຸນຂອງ​ຜູ້ເຊື່ອ​ຖື​ສາສະຫນາ​ອິດສະ​ລາມ​ຢູ່ ອິນ​ໂດ​ເນ​ເຊຍ. ​ເມື່ອ​ເຂົ້າ​ຢ້ຽມ​ຊົມ​​ຫໍພິພິດທະພັນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ນອກຈາກ​ໄດ້​ຮັບ​ຊົມ​ບັນດາ​ວັດຖຸ​ພັນ​ແລ້ວ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຊົມຮູບ​ພາບວັດທະນະທຳ​​ປະ​ເທດຕ່າງໆ. ນີ້​ກໍ່​ແມ່ນ​ສະຖານ​ທີ່​ຊື່​ງ​ເພື່ອນ ຟ້າ​ມທິ​ແອ​ງງວຽດ, ນັກ​ສຶກສາ​ປີ​ທີ 4, ມະຫາວິທະຍາ​ໄລ​ແທງ​​ເຄີຍ​​ມາ​ຢ້ຽມຢາມ, ຊອກ​ຮູ້​. ເພື່ອນ ຟ້າ​ມທິ​ແອ​ງງວຽດ, ​ໃຫ້​ຮູ້​ວ່າ:

        “​ໄປ​ຢ້ຽມ​ຊົມ​ຫໍພິພິດທະພັນ​ຢູ່​ທີ່​ນີ້​ແມ່ນ​ມີ​ປະ​ໂຫຍ​ດສຳລັບ​ນ້ອງ​ຫລາຍ, ​ພິ​ເສດ​ແມ່ນ​ບັນດາ​ເພື່ອນ​ນັກ​ສຶກສາ​ພະ​ແນ​ກຄົ້ນ​ຄ້ວາ​ກ່ຽວ​ກັບຝ່າຍ​ຕາ​ເວັນ​ອອກ​ວິທະຍາ. ຕາມທຳ​ມະ​ດາ ພວກ​ນ້ອງ​​ເຄີຍຊອກ​ຮູ້​ຂໍ​​້ມູນ​ຂ່າວກ່ຽວ​ກັບ​ຊົນ​ເຜົ່າ, ວັດທະນະທຳ​ບັນດາ​ປະ​ເທດທາງ​ອິນ​ເຕີ​ແນັດ, ​ແຕ່​ມາ​ຢ້ຽມ​ຊົມ​ແຫ່ງ​ນີ້ ​ໄດ້​ເຫັນ​ປະຈັກ​ຕາຫຼາຍ​ສິ່ງຫຼາຍ​ຢ່າງ, ​ມັນມີ​ຜົນ​ປະ​ໂຫຍ​ດ​ທີ່​ສຸດໃຫ້​ແກ່ກາ​ນຮຳ່ຮຽນຂອງ​ພວກ​ນ້ອງ.”

        ຕາມ​ຮອງ​ສາດສະດາຈານ,​ ດຣ ຫງວຽນ​ຢູຍທ້ຽວ, ຮອງ​ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ ​ແລ້ວ,  ຕົ້ນ​ປີ 2014, ຊັ້ນ 2 ​ຂອງ​ອາຄານ​ນີ້​ຈະ​ໃຊ້​ເຂົ້າ​ໃນ​ການວາງສະ​ແດງກ່ຽວ​ກັບຊົນ​ເຜົ່າ​ວິທະຍາ​ອາຊີ​ຂອງ ສາດສະດາຈານ Kaneko Kazushige, ​ພາບ​​ແກ້ວ​ ​ອິນ​ໂດ​ເນ​ເຊຍ​ຂອງ​ຜົວ​ເມຍ ດຣ Rosalia Sciortino, ​ວັດທະນະທຳ​ໂລກ​ຂອງ ສາດສະ​ດາ​ຈານ ​ເລ​ແທ່ນ​ຄູຍ. ສ່ວນ​ຢູ່​ຊັ້ນ 3 ​ຈະວາງສະ​ແດງ​ຫົວ​ເລື່ອງ​​ໃດ​ໜຶ່ງ ກໍ​ຄື​ ​ວາງສະ​ແດງ​ບັນດາ​ວັດຖຸພັນ​ຂອງ​ຫໍພິພິດທະພັນ​ແຫ່ງ​ຕ່າງໆຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ໂລກ. ສະ​ນັ້ນ ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຈະ​ແມ່ນ​ສະຖານ​ທີ່​ດູດ​ດື່ມ​ສຳລັບ​ບັນດາ​ຜູ້​ນິຍົມ​ຊອກ​ຮູ້​ວັດທະນະທຳ​ອາຊີ​ຕ

ຕອບກັບ

ຂ່າວ/ບົດ​ອື່ນ