ສະຖາບັນຄົ້ນຄ້ວາອາຊີຕາເວັນອອກສຽງໃຕ້ ແລະ ໄລຍະ 40 ປີແຫ່ງການພັດທະນາ

(vovworld)- ​ໂດຍ​ມີຕົ້ນ​ກຳ​ເນີດ​ແມ່ນ​ຄະ​ນະ​ຄົ້ນ​ຄ້​ວາ​ອາ​ຊ​ີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຂຶ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ, ປະ​ຈຸ​ບັນ ແມ່ນ​ສະ​ພາບັນ​ດີດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ ໄດ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ກາຍ​ເປັນ​ສະ​ຖາ​ບັນ​ຄົ້​ນ​ຄ​ວ້າ​ຕົ້​ນ​ຕໍ​ກ່ຽວ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຫວຽດ​ນາມ. ໃນ​ຕະ​ຫລອດ 40 ປີ​ແຫ່ງ​ການ​ພັດ​ທະ​ນາ​, ສະ​ຖາ​ບັນ​ຄົ້​ນ​ຄ້​ວາ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ ໄດ້​ມີ​ການ​ ​ຄົ້ນ​ຄ້​ວາ​ຫລາຍ​ຢ່າງ ປະ​ກອບ​ສ່ວນໃຫ້​ແກ່​ການ​ພັດ​ທະ​ນາ​ລວມ​ຂອງ​ຫວຽດ​ນາມ ແລະ ພາກ​ພື້ນ. ຍ້ອນ​ເຫດນັ້ນ, ເດືອນ 11/2013 ຜ່ານ​ມາ, ສະ​ຖາ​ບັນ​​ເປັນ​ກຽດ​​ໄດ້ຮັບ​ຫລຽນ​ໄຊ​ເອ​ກະ​ລາດ​ຊັ້ນ 3 ໂດຍ​ລັດ​ມອບ​ໃຫ້.

     “ຄະ​ນະ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ກ່ອນນີ້​ມີ​ພະ​ນັກ​ງານ​ພຽງ​ແຕ່ 18 ຄົນ, ມາ​ຮອດ​ປະ​ຈຸ​ບັນ ສະ​ຖາ​ບັນ​ຄົ້​ນ​ຄ້​ວາ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ ປະ​ກອບດ້ວຍ 8 ພະ​ແນກ ແລະ ສູນ​ຄົ້​ນ​ຄ້​ວາ, ພະ​ນັກ​ງານມີ 52 ຄົນ​, ໃນ​ນັ້ນ 19 ຄົນ​ແມ່ນ​ສາດ​ສະ​ດາ​ຈານ, ຮອງ​ສາດ​ສະ​ດາ​ຈານ, ດ​ຣ​ ວິ​ທະ​ຍາ​ສາດ ແລະ ດ​ຣ, ພະ​ນັກ​ງານ 20 ຄົນ ແມ່ນ​ປະ​ລິ​ຍາ​ເອກ ມີ​ຄວາມສາ​ມາດຢ່າງ​ພຽງພໍ​ເພື່ອ​ຮັບ​​ຜິດ​ຊອບບັນ​ດາ​ຫ​ນ້າ​ທີ​ຄົ້​ນ​ຄ້​ວາ​ວິ​ທະ​ຍາ​ສາດ. ໃນ 40 ປີ​ຜ່ານ​ມາ, ສະ​ຖາ​ບັນ​ໄດ້​ມີ​ບາດກ້າວ​ເຕີບ​ໂຕ​ກະ​ໂດດ​ຂັ້ນ, ທັງ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ ແລະ ກຳ​ລັງ​ຄົ້ນ​ຄ້​ວາ.”

ສະຖາບັນຄົ້ນຄ້ວາອາຊີຕາເວັນອອກສຽງໃຕ້ ແລະ ໄລຍະ 40 ປີແຫ່ງການພັດທະນາ - ảnh 1
ສຳນັກງານຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ

ຕາມຮອງ​ສາດ​ສະ​ດາ​ຈານ. ດ​ຣ ຫງວຽນ​ຢູຍ​ຢູງ, ຫົວ​ຫ​ນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລ້ວ, ປີ 2013 ແມ່ນ​ປີ​ທີ່​ເປັນ​ຂີດ​ໝາຍ​ຂອງ​ສະ​ຖາ​ບັນ. ໃນ​ໄລ​ຍະ​ 4 ທົດ​ສະ​ວັດແຫ່ງ​ການ​ສູ້​ຊົນ ແລະ ພັດ​ທະ​ນາ, ສະ​ຖາ​ບັນ ໄດ້​​ເຕີບ​ໃຫ​ຍ່​ໃນ​ທຸກ​ດ້ານ. ນັບ​ແຕ່​ຊຸມມື້​ຫາກໍ່​ສ້າງ​ຕັ້ງ​ຂຶ້ນ​ມາ​ຮອດ​ປະ​ຈຸ​ບັນ, ສະ​ຖາ​ບັນ ໄດ້​ມີ​ຫລາຍ​ກິດ​ຈະ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ​ກ່ຽວ​ກັບ​ເສດ​ຖະ​ກິດ ສັງ​ຄົມ ພາກ​ພື້ນ, ບົນ​ພື້ນ​ຖານນັ້ນ ສະ​ເຫ​ນີ​ຕໍ່​ພັກ, ລັດ​ວາງ​ແຜນ​ກຳ​ນົດ​ບັນ​ດາ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ສຳ​ລັບ​ພາກ​ພື້ນ ແລະ ໂລກ.

        ຕາມ​ທ່ານ​ນາງ ດ​ຣ ເລ​ທິ​ແທງ​ເຮືອງ, ຫົວ​ຫ​ນ້າ​ພະ​ແນກ​ຄົ້ນ​ຄ້​ວາ​ບັນ​ດາ​ທະ​ເລ​ໝູ່​ເກາະ ແບ່ງ​ປັນ​ວ່າ, ​ບັນ​ດາ​ຜົນ​ງານ​ຂອງ​ສະ​ຖາ​ບັນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ​ແມ່ນ​ມີ​ການປະ​ກອບ​ສ່ວນຂອງບັນ​ດາ​ພະ​ນັກ​ງານ​ຄື​ເອື້ອຍ ​:

    ພວກ​ຂ້າ​ພະ​ເຈົ້​າ​ໄດ້​ມີ​ບາງ​ກິດ​ຈະ​ການ​ພົ້ນ​ເດັ່ນ​ຄື: ຄົ້​ນ​ຄວ້າ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ຂອງ​ຟິ​ລີບ​ປີນ, ມາ​ເລ​ເຊຍ, ຄົ້ນ​ຄ້​ວາ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະຫວ່າງ​ເຊື້ອ​ຊາດ​ຜີວ​ພັນ​ສາດ​ສະ​ຫ​ນາ​ຢູ່​ບັນ​ດາ​ປະ​ເທດ​ອາ​ຊ​ີ​ຕາ​ເວັນ​ອອກ​ສຽງ​ໃຕ້, ກ່ຽວ​ກັບ​ສັງ​ຄົມ​ພົນ​ລະ​ເຮືອນ ຢູ່ ມາ​ເລ​ເຊຍ, ໄທ… ປະ​ຈຸ​ບັນ ພ​ວກ​ຂ້າ​ພະ​ເຈົ້າ​ພວມ​ຄົ້ນ​ຄ້​ວາ, ໄຈ້​ແຍກ​ບັນ​ດາ​ບັນ​ຫາ​​ໃນ​ປະຈຸ​ບັນ, ​ທີ່ມີ​ຄວາມຈຳ​ເປັນ​ຂອງ​ພາກ​ພື້ນ​ຄື: ການ​ພິ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສິ່ງ​ທ້າ​ທາຍ​ ແລະ ມາດ​ຕະ​ການ​ແກ້​ໄຂ.”

          ປີ 1973, ໂດຍ​ເລີ່ມ​ມາ​ຈາກ​ຄວາມ​ຈິງ​ທີ່​ວ່າ ບັນ​ດາ​ຄວາມ​ເຂົ້າ​ໃຈ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຍັງ​ຈຳ​ກັດ​ຢູ່ ໃນ​ຂະ​ນະ​ທີ່​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ ມີ​ການ​ຜັນ​ແປ​ຫລາຍ​ຢ່າງ, ຄວນມ​ີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຕໍ່​ສູ້​ປົກ​ປ່ອຍ​ຊາດ, ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຕົກ​ລົງ​ສ້າງ​ຕັ້ງ​ອົງ​ການ​ຄົ້ນ​ຄ້​ວາ​ແຫ່ງ​ຫ​ນຶ່ງ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ອາ​ຊ​ີ​ຕາ​ເວັນ​ອອກ​ສຽງ​ໃຕ້​. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຊີ້​ຕວນ, ອະ​ດີດ​ຫົວ​ຫ​ນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄລ​ຍະ 2007-2011 ໃຫ້​ຮູ້​ວ່າ: ໂດຍ​​ໄດ້​ຮັບ​ການ​ສ້າງ​ຕັ້ງຈາກ​ສະ​ຖາ​ບັນ ປະ​ຫວັດ​ສາດ. ໄລ​ຍະ​ທຳ​ອິດ ສະ​ຖາບັນ ມ​ີ​ຊື່​ວ່າ ຄະ​ນະ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້,

  ໄລ​ຍະ​ນັ້ນ ຄະ​ນະ ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແມ່ນຂຶ້ນ​ກັບ​ຄະ​ນະກຳ​ມະ​ການ​ວິ​ທະ​ຍາ​ສາດ​ສັງ​ຄົມ, ພື້ນ​ຖານ​ດ້ານ​ວັດ​ຖຸ​ແມ່ນ​ຫ​ຍຸ້ງ​ຍາກ​ຂາດ​ເຂີນ​ຫລາຍ,  ແຕ່​ຜູ້​ໃດ​ກໍ​ຕັ້ງ​ໃຈຫ້າວ​ຫ​ັນໃນ​ການ​ຄົ້ນ​ຄ້​ວາ.”

        ປະ​ຈຸ​ບັນ, ສະ​ຖາ​ບັນ ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຖືກ​ຕັ້ງ​ຢູ່​ຊັ້ນ 8 ຂອງ​ຕືກ​ອາ​ຄານ​ໃຫ​ຍ່​ຂອງ​ສະ​ຖາ​ບັນ​ດີດ ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ ຢູ່ ຖະ​ຫ​ນົນ ຫລຽວ​ຢາຍ ບາ​ດີງ ຮ່າ​ໂນ້ຍ ດ້ວຍ​ຫ້ອງ​ເຮັດ​ວຽກ​ກວ້າງ​ຂວາງ, ​ພະ​ນັກ​ງານ​​ແຕ່ລະຄົນລ​້ວນ​ແຕ່​ໄດ້​ປະ​ກອບ​ອຸ​ປະ​ກອນ​​ເຮັດ​ວຽກທັນ​ສະ​ໄຫມ.

          ໃນ​ຕະ​ຫລອດ​ໄລຍະ 40 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ເຕີບ​ໃຫ​ຍ່, ສະ​ຖາ​ບັນ​ ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໄດ້​ພິມ​ຈຳ​ຫ​ນ່າຍ​ປື້ມ​ຄົ້ນ​ຄ້​ວາ 100 ຫົວ​ ແລະ 1000 ກິດ​ຈະ​ກຳ​ຮັບ​ໃຊ້​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຟ້າມ​ດືກ​ແທ່ງ, ອະ​ດີດ​ສະ​ຖາ​ບັນ​ ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ໄລ​ຍະ 1991-2006 ຖື​ວ່າ: ໃນ​ໄລ​ຍະ​ປະ​ຈຸ​ບັນ, ສະ​ຖາ​ບັນ ​ຄົ້ນ​ຄ້​ວາລົງ​ເລິກ​ບັນ​ດາ​ບັນ​ຫາ​ພົ້ນ​ເດັ່ນ​.

    ພວກ​ເຮົ​າ​ຄົ້ນ​ຄ້​ວາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ເຮັດ​ແນວ​ໃດ​ເພື່​ອ​ຖອດ​ຖອນ​ບົດ​ຮຽນ​ຕົວ​ຈິງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ເພື່ອ ໝູນ​ໃຊ້​ບັນ​ດາ​ບົດ​ຮຽນ​ນັ້ນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ . ຜ່ານ​ນັ້ນ​ກຳ​ນົດ​ທິດ​ໃຫ້​ຫວຽດ​ນາມ ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ອາ​ຊຽນໃນ​ທ່າ​ອ່ຽງ​ເຊ​ື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ປະ​ຈຸ​ບັນ.”

          ການ​ກຳ​ນົດ​ທິດ​ຂອງ​ສະ​ຖາ​ບັນ​ໃນ​ຊຸມ​ປີ​ຕໍ່​ໄປ​ນັ້ນ​ແມ່ນ: ສຸມ​ໃສ່​ຄົ້ນ​ຄ້​ວາ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ​ສັງ​ຄົມ​ຂອງບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ​ລົງ​ເລິກຄົ້​ນ​ຄ້​ວາມ​ການ​ເຊ​ື່ອມ​ໂຍງ​, ການ​ຮ່ວມມ​ື​ພາຍ​ໃນ​ກຸ່ມ, ພິ​ເສດ​ແມ່ນ​ປະ​ຊາ​ຄົມ​ອາ​ຊຽນ ດ້ວຍ​ສາມ​ເສົາ​ຄ້ຳ​ຄື: ປະ​ຊາ​ຄົມ​ການ​ເມືອງ​ຄວາມ​ໝັ້​ນ​ຄົງ, ປະ​ຊາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ​ສັງ​ຄົມ ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫວຽດ​ນາມ. ພິ​ເສດ ສອງ​ກິດ​ຈະ​ການ​ທີ່​ສະ​ຖາ​ບັນ​ໃກ້​ສຳ​ເລັດ​ນັ້ນ​ແມ່ນ “ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ” ແລະ “ການພັດ​ທະ​ນາ​ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ”

ຕອບກັບ

ຂ່າວ/ບົດ​ອື່ນ