ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ອົງການບຳ​ລຸງ​ສ້າງ​ບັນ​ດາ​ພະ​ນັກ​ງານ​ຊາວ​ໜຸ່ມ​ດີ​ເດັ່ນ​​ໃຫ້​ລາວ

(VOVWORLD) -ໃນຊຸມປີທີ່ຜ່ານມາ, ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ຍາມໃດກໍແມ່ນຊາຍຄາທີ່ອົບອຸ່ນຂອງພະນັກງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຫຼາຍລຸ້ນຄົນ. ນີ້ແມ່ນສະຖານທີ່ທີ່ມີຄວາມໄວ້ເນື້ອເຊື່ອໃຈ ເຊິ່ງຄະນະເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຄັດເລືອກ ເພື່ອຊ່ວຍບຳລຸງສ້າງວິຊາສະເພາະໃຫ້ແກ່ພະນັກງານຊາວໜຸ່ມ, ເຍົາວະຊົນຫຼັກແຫຼ່ງຂອງລາວ. ປັດຈຸບັນ, ພະນັກງານຫຼັກແຫຼ່ງຂອງລາວຫຼາຍຄົນ, ໃນນັ້ນມີທ່ານເລຂຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ເຕີບໃຫຍ່ຈາກຊາຍຄາໂຮງຮຽນແຫ່ງນີ້. ເຂົາເຈົ້າໄດ້ໝູນໃຊ້ບັນດາຄວາມຮູ້ທີ່ໄດ້ຮຽນມາ ແລະ ຈັດຕັ້ງຂະບວນການຕ່າງໆຢູ່ລາວຢ່າງມີປະສິດທິຜົນ.
ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ອົງການບຳ​ລຸງ​ສ້າງ​ບັນ​ດາ​ພະ​ນັກ​ງານ​ຊາວ​ໜຸ່ມ​ດີ​ເດັ່ນ​​ໃຫ້​ລາວ - ảnh 1ນັກສໍາມະນາກອນ 49 ຄົນ ຖ່າຍຮູບນໍາອາຈານ ຫງວຽນດົ່ງລິງ ພາຍຫຼັງຊົ່ວໂມງຮຽນກ່ຽວກັບວຽກງານຊາວໜຸ່ມ 

ໃນຫ້ອງຮຽນ ທີ່ມີເນື້ອທີ່ກວ້າງຊໍ່າເດີ່ນເຕະບານຂະໜາດນ້ອຍຢູ່ ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ, ສຳມະນາກອນ 49 ຄົນ ຂອງຊຸດບຳລຸງວິຊາສະເພາະກ່ຽວກັບຊາວໜຸ່ມ, ເຍົາວະຊົນຊຸດທີ 25 ປີ 2019 ພວມເມົາມົວກັບການຮຽນຟ້ອນ ບົດ “ຊາວໜຸ່ມປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ” ພາຍໃຕ້ການແນະນຳຂອງອາຈານ. ບົດຟ້ອນດັ່ງກ່າວ ກໍແມ່ນການເປີດສາກໃຫ້ແກ່ຊົ່ວໂມງຮຽນກ່ຽວກັບວຽກງານຊາວໜຸ່ມ - ເຊິ່ງເປັນໜຶ່ງໃນບັນດາເນື້ອໃນຕົ້ນຕໍຂອງຊຸດບຳລຸງ. ທ່ານປະລິນຍາເອກ ຫງວຽນຫາຍດັງ, ຜູ້ອຳນວຍການສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ກ່າວວ່າ:

ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ອົງການບຳ​ລຸງ​ສ້າງ​ບັນ​ດາ​ພະ​ນັກ​ງານ​ຊາວ​ໜຸ່ມ​ດີ​ເດັ່ນ​​ໃຫ້​ລາວ - ảnh 2 ທ່ານປະລິນຍາເອກ ຫງວຽນຫາຍດັງ, ຜູ້ອຳນວຍການສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ

“ເພື່ອຮັບປະກັນຄຸນນະພາບ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງບັນດາສຳມະນາກອນ, ລາຍການບຳລຸງສ້າງຄັ້ງນີ້ກໍມີການປ່ຽນແປງຫຼາຍພໍສົມຄວນ ເມື່ອທຽບໃສ່ບັນດາຊຸດກ່ອນ, ບັນດາສຳມະນາກອນຈະໄດ້ບຳລຸງສ້າງຕາມ 4 ກຸ່ມເນື້ອໃນຄື: ທິດສະດີການເມືອງ; ວິຊາສະເພາະກ່ຽວກັບວຽກງານຊາວໜຸ່ມ, ວຽກງານເຍົາວະຊົນ; ທັສະໃນການຈັດຕັ້ງບັນດາການເຄື່ອນໄຫວຂອງຊາວໜຸ່ມ, ເຍົາວະຊົນ ແລະ ສຸດທ້າຍ ແມ່ນໄປທັດສະນະສຶກສາຊອກຮູ້ບັນດາຮູບແບບ, ແບບວິທີຊາວໜຸ່ມສ້າງເສດຖະກິດເກັ່ງ”.

          ຄວາມມັກຮໍ່າມັກຮຽນ ແລະ ຄວາມດຸໝັ່ນຂະຫຍັນພຽນຂອງບັນດາສຳມະນາກອນ ລາວ ແມ່ນມູນເຊື້ອອັນດີງາມ ເຊິ່ງບັນດາຄູອາຈານໃນສະຖາບັນບໍ່ອາດປະຕິເສດໄດ້ນັບແຕ່ປີ 1973, ເມື່ອບັນດາພະນັກງານຊາວໜຸ່ມລາວເຂົ້າຮ່ວມຊຸດບຳລຸງສ້າງວິຊາສະເພາະກ່ຽວກັບວຽກງານຊາວໜຸ່ມຊຸດທຳອິດ.  ອາຈານ ຫງວຽນດົ່ງລິງ - ອາຈານສັງກັດພາກວິຊາວຽກງານຊາວໜຸ່ມ, ຜູ້ທີ່ມີຄວາມຜູກພັນກັບສຳມະນາກອນລາວ ນັບແຕ່ປີ 1988 ມາຮອດປັດຈຸບັນ ຍາມໃດກໍມີຄວາມພາກພູມໃຈຕໍ່ບັນດາສຳມະນາກອນຂອງຕົນ. ອາຈານ ຫງວຽນດົ່ງລິງ ແບ່ງປັນວ່າ:

          “ຜ່ານຊຸດບໍາລຸງສ້າງຂອງນັກສຶກສາລາວມາເປັນຫຼາຍຊຸດ ຂ້າພະເຈົ້າເຫັນໄດ້ວ່າ ເຂົາເຈົ້າມີຄວາມມັກຮໍ່າມັກຮຽນ ແລະ ມາຫວຽດນາມ ດ້ວຍຄວາມປາດຖະໜາຢາກຮ່ຳຮຽນຢ່າງຈິງໃຈ. ພວກເພື່ອນມີສະຕິປະຕິບັດລະບຽບວິໄນດີ, ມີຄວາມສາມັກຄີ ແລະ ມີຫຼາຍຄົນມີພອນສະຫວັນ. ເວລາໃນຊົ່ວໂມງຮຽນຂອງຂ້າພະເຈົ້າ ບໍ່ພໍຈັກເທື່ອ, ເພາະວ່າ ຂ້າພະເຈົ້າເຫັນໄດ້ວ່າພວກເພື່ອນມີພະລັງແຮງເຕັມທີ່ ແລະ ສຸດຈິດສຸດໃຈຕໍ່ການຮ່ຳຮຽນ”.

ປີ 2019 ໄດ້ຮັບຖືວ່າ ແມ່ນປີພິເສດສຳລັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເມື່ອໄດ້ຮັບທຶນການສຶກສາຈຳນວນ 100 ທຶນ ແລະ ໄດ້ຈັດຕັ້ງເປັນ 2 ຊຸດຢ່າງຕໍ່ເນື່ອງກັນ. ອາຈານ ເຈິ່ນຈ້ອງດ້າຍ - ຮອງຫົວໜ້າຄະນະຈັດຕັ້ງສູນກາງຊາວໜຸ່ມ, ຜູ້ຮັບຜິດຊອບວຽກງານແລກປ່ຽນກ່ຽວກັບຫົວຂໍ້ ວຽກງານກໍ່ສ້າງຄະນະຊາວໜຸ່ມ, ວຽກງານກວດກາຂອງ ຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ ໃນຊຸດບໍາລຸງຊຸດທີ 25 ແບ່ງປັນວ່າ:

ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ອົງການບຳ​ລຸງ​ສ້າງ​ບັນ​ດາ​ພະ​ນັກ​ງານ​ຊາວ​ໜຸ່ມ​ດີ​ເດັ່ນ​​ໃຫ້​ລາວ - ảnh 3 ອາຈານ ເຈິ່ນຈ້ອງດ້າຍ

“ຂ້າພະເຈົ້າເຫັນວ່າ ພວກເພື່ອນມີຄວາມສົນໃຈ ແລະ ຢາກຊອກຮູ້ລົງເລິກກ່ຽວກັບວຽກງານການຈັດຕັ້ງຄະນະຊາວໜຸ່ມ ແລະ ວຽກງານຕິດຕາມກວດກາຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຂໍ້ກຳນົດຂອງຊາວໜຸ່ມ, ວຽກງານຈັດຕັ້ງພະນັກງານຊາວໜຸ່ມ, ລະບອບນະໂຍບາຍຂອງພະນັກງານຊາວໜຸ່ມ, ລາຍການແຂ່ງຂັນຝຶກຝົນຫຼໍ່ຫຼອມ, ວຽກທີ່ພະນັກງານຊາວໜຸ່ມຄວນເຮັດ ແລະ ບໍ່ຄວນເຮັດ ຫຼືບັນດາແຜນນະໂຍບາຍໃໝ່ຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ. ນອກຈາກນັ້ນ, ພວກເພື່ອນກໍມີຄວາມສົນໃຈເຖິງການປ່ຽນແປງຮູບແບບ, ເນື້ອໃນການການເຄື່ອນໄຫວ ແລະ ວິທີດຶງດູດ, ເຕົ້ໂຮມຊາວໜຸ່ມໃນເຂດຊຸມຊົນ. ຂ້າພະເຈົ້າຕີລາຄາສູງຄວາມຮັກມັກໃນການຊອກຮູ້ຮ່ຳຮຽນຂອງພວກເພື່ອນ”.

ໄລ່ມາຮອດຊຸດທີ 25 ນີ້, ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ໄດ້ໜູນຊ່ວຍລາວ ບຳລຸງສ້າງພະນັກງານຊາວໜຸ່ມ, ເຍົາວະຊົນກວ່າ 900 ຄົນ ອັນໄດ້ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການກໍ່ສ້າງກຳລັງຊາວໜຸ່ມໝັ້ນຄົງເຂັ້ມແຂງ - ເຈົ້າຂອງອະນາຄົດຂອງປະເທດລາວສວຍງາມ, ກໍຄືເພີ່ມພູນຄູນສ້າງໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານ ຄຳເລ້ ໄຊຍະວົງສີ, ຮອງເລຂາຄະນະຊາວໜຸ່ມແຂວງວຽງຈັນ ໃຫ້ຮູ້ວ່າ: ບັນດາພະນັກງານຊາວໜຸ່ມລາວ ເມື່ອເຂົ້າຮ່ວມຊຸດບຳລຸງສ້າງຕ່າງໆກ່ຽວກັບວຽກງານຊາວໜຸ່ມຢູ່ ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ແມ່່ນມີການເຕີບໃຫຍ່ຂຶ້ນຫຼາຍ ແລະ ກາຍເປັນການນຳຫຼັກແຫຼ່ງຂອງລາວຄື: ສະຫາຍນາງ ຄຳພັນ ສິດທິດຳພາ - ກໍາມະການສູນກາງພັກ, ເຈົ້າແຂວງໆ ວຽງຈັນ; ສະຫາຍ ອາລຸນໄຊ ສູນນະລາດ - ກໍາມະການສຳຮອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ. ໂດຍເຫັນດີຕໍ່ຄໍາເຫັນຂອງທ່ານ ຄໍາເລ້ ໄຊຍະວົງສີ, ທ່ານນາງ ສຸມາລີ ທໍາມະວົງ ເລຂາຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ທ່ານປະລິນຍາໂທ ຫງວຽນຈ້ອງຕ໊ຽນ - ອະດີດຫົວໜ້າຫ້ອງກໍ່ສ້າງ ແລະ ກິດຈະກໍານັກສຶກສາ, ສະຖາບັນຊາວໜຸ່ມເຍົາວະຊົນຫວຽດນາມ ເຊິ່ງເປັນຜູ້ຮັບຜິດຊອບບັນດາຊຸດບໍາລຸງ ໃຫ້ແກ່ພະນັກງານຊາວໜຸ່ມ ຂອງລາວ ແລະ ກໍາປູເຈຍ ແຕ່ຊຸດທີ 9 ຫາຊຸດທີ 17 ແບ່ງປັນວ່າ:

ເວົ້າລວມແລ້ວ ສໍາລັບບັນດາເພື່ອນລາວ ແມ່ນມີສິ່ງໃດສິ່ງໜຶ່ງທີ່ສະໜິດສະໜົມ ແລະ ມີຄວາມຊົງຈໍາຫຼາຍຢ່າງ. ຄາວນັ້ນ ສະຖາບັນຍັງທຸກຍາກຫຼາຍ ແຕ່ທຸກສິ່ງທຸກຢ່າງແມ່ນ ຈັດໃຫ້ພວກເພື່ອນລາວໝົດ. ແຕ່ລະເທື່ອສໍາມະນາກອນລາວມາ ແມ່ນພວກຂ້າພະເຈົ້າໄດ້ຟ້າວຟັ່ງຂະຫຍັນພຽນກະກຽມເຄື່ອງຂອງຢ່າງເບີກບານມ່ວນຊື່ນຄືກັນກັບຕ້ອນຮັບອ້າຍນ້ອງທີ່ມາຈາກສະໜາມຮົບ. ຄວາມມັກຮໍ່າມັກຮຽນ ແລະ ຄວາມດຸໝັ່ນຂະຫຍັນພຽຂອງບັນດາເພື່ອນລາວ ໄດ້ກາຍເປັນທີ່ຍອມຮັບ ແລະ ນິຍົມນັບຖື ຈາກຄູອາຈານໜຸ່ມຫຼາຍຄົນ. ພາຍຫຼັງການຮຽນເປັນເວລາ 3 ເດືອນ ເຂົາເຈົ້າກໍເຂົ້າໃຈອາຈານ, ເຂົ້າໃຈວິຖີຊີວິດ ແລະ ໂຮງຮຽນແຫ່ງນີ້ຫຼາຍກວ່າເກົ່າ. ສະນັ້ນ ຄວາມຮັກແພງທີ່ເຂົາເຈົ້າມີຕໍ່ສະຖາບັນແຫ່ງນີ້ ໄດ້ຊ່ວຍໃຫ້ພະນັກງານ ໂດຍສະເພາະແມ່ນພະນັກງານໜຸ່ມມີຄວາມສະໜິດສະໜົມກວ່າ, ມີຄວາມຮັບຜິດຊອບກວ່າຕໍ່ວຽງານຂອງຕົນ ແລະ ຕໍ່ການຮັກສາໄມຕີຈິດມິດຕະພາບລະຫວ່າງຫວຽດນາມ - ລາວ”.

 

ຕອບກັບ

ຂ່າວ/ບົດ​ອື່ນ