ສະ​ຖາ​ບັນ​ຍຸ​ຕິ​ທຳ​ຫວຽດ​ນາມ ຊ່ວຍ​ຍົກ​ລະ​ດັບ​ກຳ​ລັງ​ຄວາມ​ສາ​ມາດ​​ໃຫ້ຖັນ​ແຖວ​ພະ​ນັກ​ງານ​ຍຸ​ຕິ​ທຳ​ລ​າວ

(VOVWORLD) -ດ້ວຍຄວາມປາດຖະໜາຢາກເພີ່ມທະວີປະສົບການໃນວຽກງານພິພາກສາ, ວຽກງານໄອຍະການ, ວຽກງານດຳເນີນຄະດີແພງ.... ໃຫ້ແກ່ພະນັກງານຂະແໜງຍຸຕິທຳຂອງ ສປປ.ລາວ, ໃນໄລຍະຜ່ານມາ, ສະຖາບັນຍຸຕິທຳຫວຽດນາມ ໄດ້ຈັດຕັ້ງຊຸດຝຶກອົບຮົມຫຼາຍຊຸດໃຫ້ແກ່ພະນັກງານຂະແໜງຍຸຕິທຳຂອງລາວ. ບັນດາຊຸດຝຶກອົບຮົມເຫຼົ່ານັ້ນ ນອນໃນໂຄງການ “ໜູນຊ່ວຍສະຖາບັນຍຸຕິທຳແຫ່ງຊາດລາວ” ໂດຍໃຊ້ແຫຼ່ງທຶນ ODA ຂອງລັດຖະບານຫວຽດນາມ ເຊິ່ງແມ່ນໂຄງການທີ່ສຳຄັນໃນຂົງເຂດກົດໝາຍຂອງ ສປປ.ລາວ ຮອດປີ 2020.

 

        ສະຖາບັນຍຸຕິທຳຫວຽດນາມ ແມ່ນບ່ອນກໍ່ສ້າງ, ຄົ້ນຄວ້າ, ໝູນໃຊ້ອາຊີບກົດໝາຍ ແລະ ບຳລຸງສ້າງຊັບພະຍາກອນມະນຸດດ້ານກົດໝາຍ, ຍຸຕິທຳທີ່ມີຄຸນນະພາບສູງຂອງຫວຽດນາມ. ໃນໄລຍະ ແຕ່ປີ 2001 – 2010, ສະຖາບັນຍຸຕິທຳ ໄດ້ຕ້ອນຮັບພະນັກງານສັງກັດກະຊວງຍຸຕິທຳລາວຈຳນວນ 44 ຄົນ ມາອົບຮົມວິຊາສະເພາະກ່ຽວກັບຕຳແໜ່ງຜູ້ພິພາກສາ, ພະນັກງານທະບຽນເອກະສານ ແລະ ການດຳເນີນຄະດີ. ນັບແຕ່ປີ 2018, ສະຖາບັນຍຸຕິທຳຫວຽດນາມ ໄດ້ ແລະ ກຳລັງບຳລຸງສ້າງຖັນແຖວພະນັກງານ, ລັດຖະກອນຂອງຂະແໜງຍຸຕິທຳລາວ ໃນໂຄງການ ODA“ໜູນຊ່ວຍສະຖາບັນຍຸຕິທຳລາວ” ຈຳນວນ 90 ຄົນ, ດ້ວຍຍອດເງິນທຶນທັງໝົດຂອງໂຄງການດັ່ງກ່າວ ແມ່ນກວ່າ 37 ຕື້ ດົ່ງ. ທ່ານປະລິນຍາເອກ ຫງວຽນຊວັນທູ, ຮອງຜູ້ອຳນວຍການສະຖາບັນຍຸຕິທຳ ຫວຽດນາມ ໃຫ້ຮູ້ວ່າ:

“ໂຄງການ “ໜູນຊ່ວຍສະຖາບັນຍຸຕິທຳແຫ່ງຊາດລາວ ແມ່ນເພື່ອແນໃສ່ປະກອບສ່ວນປະຕິບັດຍຸດທະສາດສັງລວມ ກ່ຽວກັບຂົງເຂດຍຸຕິທຳ ຮອດປີ 2020 ຂອງ ສປປ.ລາວ. ພິເສດ, ແມ່ນເສົາຄ້ຳທີ 3 ກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານຂອງບັນດາອົງການກົດໝາຍ ແລະ ຍຸຕິທຳ ຮອດປີ 2020, ປະກອບສ່ວນກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດຂອງລາວ. ໂຄງການດັ່ງກ່າວ ໄດ້ເລີ່ມຜັນຂະຫຍາຍແຕ່ຕົ້ນປີ 2018 ຢູ່ນະຄອນຫຼວງວຽງຈັນ, ລາວ. ຕາມແຜນການສັງລວມແລ້ວ, ໄລຍະປະຕິບັດໂຄງການແມ່ນ 3 ປີ (ແຕ່ປີ 2018  2020)”.

ສະ​ຖາ​ບັນ​ຍຸ​ຕິ​ທຳ​ຫວຽດ​ນາມ ຊ່ວຍ​ຍົກ​ລະ​ດັບ​ກຳ​ລັງ​ຄວາມ​ສາ​ມາດ​​ໃຫ້ຖັນ​ແຖວ​ພະ​ນັກ​ງານ​ຍຸ​ຕິ​ທຳ​ລ​າວ - ảnh 1ທ່ານປະລິນຍາເອກ ຫງວຽນຊວັນທູ, ຮອງຜູ້ອຳນວຍການສະຖາບັນຍຸຕິທຳ ຫວຽດນາມ 

        ໂຄງການ “ໜູນຊ່ວຍສະຖາບັນຍຸຕິທຳແຫ່ງຊາດລາວ ສ້າງຫຼັກສູດ, ຕຳລາຮຽນ, ເອກະສານບຳລຸງສ້າງໃນ 6 ຂົງເຂດ, ໃນນັ້ນ ມີ 3 ຂົງເຂດກໍ່ສ້າງ ແລະ 3 ຂົງເຂດບຳລຸງສ້າງ. ບັນດາຂົງເຂດກໍ່ສ້າງລວມມີ: ກໍ່ສ້າງລວມບັນດາຕຳແໜ່ງຜູ້ພິພາກສາ, ນັກໄອຍະການ, ທະນາຍຄວາມ, ກໍ່ສ້າງວິຊາສະເພາະໃນການດຳເນີນຄະດີ ແລະ ກໍ່ສ້າງວິຊາຊີບທະບຽນເອກະສານ. ສຳລັບຂົງເຂດບໍາລຸງສ້າງລວມມີ: ທັກສະໃນການສ້າງກົດໝາຍເວົ້າລວມ ແລະເອກະສານທາງດ້ານນິຕິກຳເວົ້າສະເພາະ; ທັກສະໃນການເຜີຍແຜ່ ແລະ ໂຄສະນາສຶກສາກົດໝາຍ ແລະ ອື່ນໆ; ນີ້ແມ່ນໂອກາດເພື່ອໃຫ້ບັນດາພະນັກງານ, ຄູອາຈານລາວ ໄດ້ຄົ້ນຄວ້າ, ຮຽນທັກສະສ້າງເອກະສານທາງດ້ານນິຕິກຳ, ກໍຄືແລກປ່ຽນ, ແບ່ງປັນປະສົບການຈາກພຶດຕິກຳຕົວຈິງກ່ຽວກັບວຽກງານສ້າງກົດໝາຍຢູ່ຫວຽດນາມ. ທ່ານ ດາວຈັນ ວົງຈັນຄຳ, ຮອງຫົວໜ້າສະຖາບັນຍຸຕິທຳພາກກາງ, ສະຫວັນນະເຂດ, ເຊິ່ງແມ່ນໜຶ່ງໃນນັກສຳມະນາກອນ 30 ຄົນ ທີ່ເຂົ້າຮ່ວມຊຸດບຳລຸງສ້າງໃນໂຄງການ ODA ໃຫ້ແກ່ຝ່າຍລາວ, ແບ່ງປັນວ່າ:

ສະ​ຖາ​ບັນ​ຍຸ​ຕິ​ທຳ​ຫວຽດ​ນາມ ຊ່ວຍ​ຍົກ​ລະ​ດັບ​ກຳ​ລັງ​ຄວາມ​ສາ​ມາດ​​ໃຫ້ຖັນ​ແຖວ​ພະ​ນັກ​ງານ​ຍຸ​ຕິ​ທຳ​ລ​າວ - ảnh 2

ໂຄງການ ODA “ໜູນຊ່ວຍສະຖາບັນຍຸຕິທຳແຫ່ງຊາດລາວ” ແມ່ນໜ້າທີ່ສຳຄັນ ແລະ ມີຄວາມດຶງດູດ ບໍ່ພຽງແຕ່ສຳລັບສະຖາບັນຍຸຕິທຳແຫ່ງຊາດລາວເທົ່ານັ້ນ, ຫາກຍັງມີຕໍ່ສະຖາບັນຍຸຕິທຳແຫ່ງຕ່າງໆ ແລະ ຫຼາຍຫົວໜ່ວຍອື່ນໆທີ່ມີສ່ວນກ່ຽວຂ້ອງຂອງລາວ ອີກດ້ວຍ. ໂຄງການດັ່ງກ່າວໄດ້ປະກອບສ່ວນໂດຍກົງເຂົ້າໃນການເພີ່ມທະວີ ແລະ ຍົກສູງກຳລັງຄວາມສາມາດຂອງຖັນແຖວພະນັກງານລາວ, ເພື່ອແນໃສ່ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການ ເຊິ່ງສະພາບການໃໝ່ພວມວາງອອກ. ທ່ານປະລິນຍາເອກ ອຸໄທ ບັນນະວົງ, ເລຂານຸການເອກ, ສະຖານທູດລາວ ປະຈຳ ຫວຽດນາມ, ແບ່ງປັນວ່າ:

ປັດຈຸບັນ, ບັນດານັກຊ່ຽວຊານຂອງສອງປະເທດພວມສືບຕໍ່ປະຕິບັດວຽກງານຮຽບຮຽງຫຼັກສູດ ແລະ ເອກະສານໂດຍດ່ວນ ເພື່ອຮັບໃຊ້ໃຫ້ແກ່ບັນດາຊຸດຝຶກອົບຮົມ ແລະບຳລຸງສ້າງໃນອະນາຄົດ. 

ຕອບກັບ

ຂ່າວ/ບົດ​ອື່ນ