ສະ​ມາ​ຄ​ົມ ໄທ - ຫວຽດ​ນາມ ຢູ່​ແຂວງ ນະ​ຄອນ ພະ​ນົມ - ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ໄທ

(VOVWORLD) -        ແຂວງ ນະຄອນ ພະນົມ ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງ ໄທ ເຊິ່ງແມ່ນບ່ອນທີ່ມີຊາວ ໄທ ເຊື້ອຊາດ ຫວຽດນາມ ດຳລົງຊີວິດເປັນຈຳນວນຫຼວງຫຼາຍ. ປະຊາຄົມ ຊາວ ໄທ ເຊື້ອຊາດ ຫວຽດນາມ ຢູ່ແຂວງ ນະຄອນ ພະນົມ ໄດ້ດຳລົງຊີວິດຢ່າງປອງດອງ ແລະ ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ອັນໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ແລະ ອວ່າຍໜ້າເມືອຫາປະເທດຊາດ. ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ ແມ່ນຕ້ອງເວົ້າເຖິງການປະກອບສ່ວນຂອງ ສະມາຄົມ ໄທ - ຫວຽດນາມ ແຂວງ ນະຄອນ ພະນົມ ດ້ວຍບົດບາດເປັນບ່ອນອີງທາງດ້ານຈິດໃຈ ແລະ ເປັນສາຍໃຍຜູກພັນພໍ່ແມ່ພີ່ນ້ອງ ຊາວ ຫວຽດນາມ ອາໄສຢູ່ ໄທ.
 
ສະ​ມາ​ຄ​ົມ ໄທ - ຫວຽດ​ນາມ ຢູ່​ແຂວງ ນະ​ຄອນ ພະ​ນົມ - ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ໄທ - ảnh 1ພິທີສະເຫຼີມສະຫຼອງວັນກໍ່ສ້າງຫໍໂມງ ອະນຸສອນຂອງຊາວ ຫວຽດນາມ ອາໄສຢູ່ແຂວງ ນະຄອນ ພະນົມ ຄົບຮອບ 60 ປີ

ໃນເວທີຂອງພິທີສະເຫຼີມສະຫຼອງວັນກໍ່ສ້າງຫໍໂມງ ອະນຸສອນຂອງຊາວ ຫວຽດນາມ ອາໄສຢູ່ແຂວງ ນະຄອນ ພະນົມ ຄົບຮອບ 60 ປີ, ບັນດາສະມາຊິກໃນສະມາຄົມ ລ້ວນແຕ່ນຸ່ງຊຸດເສື້ອຍາວປະຈຳຊາດ ແລະ ເມົາມົວຂັບຮ້ອງບັນດາບົດເພງຂອງ ຫວຽດນາມ, ຟ້ອນບັນດາວາດຟ້ອນທີ່ເປັນມູນເຊື້ອຂອງ ຫວຽດນາມ. ໃນສາຍຕາຂອງເຂົາເຈົ້າ ຕ່າງກໍສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈ ແລະ ຕື້ນຕັນໃຈ ເມື່ອໄດ້ຂັບຮ້ອງບັນດາບົດເພງກ່ຽວກັບບ້ານເກີດເມືອງນອນຂອງຕົນ. ນີ້ແມ່ນວິທີຮັກສາຈຸດຄວາມງາມທາງດ້ານວັດທະນະທຳຂອງຊາດໄວ້ ເຊິ່ງບັນດາສະມາຊິກໃນສະມາຄົມ ໄທ - ຫວຽດນາມ ຢູ່ແຂວງນະຄອນ ພະນົມ ປະຕິບັດ ໃນໂອກາດມີເຫດການ ຫຼື ວັນບຸນສຳຄັນຂອງ ຫວຽດນາມ ເປັນຕົ້ນແມ່ນ ວັນຊາດທີ 2 ກັນຍາ, ການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານໂຮ່ຈີມິນ ວັນທີ 19 ພຶດສະພາ… ທ່ານ ເວືອງວັນຈິ໊ງ, ທີ່ປຶກສາຂອງສະມາຄົມ ໃຫ້ຮູ້ວ່າ:

        “ໃນວັນບຸນໃຫຍ່ຫຼືສຳຄັນ, ເອື້ອຍນ້ອງແມ່ຍິງກໍພາກັນນຸ່ງຊຸດເສື້ອຍາວ ແລ້ວໄປແຫ່ຂະບວນ, ສະແດງສິລະປະ, ຟ້ອນ, ຮ້ອງລຳທຳເພງບັນດາບົດເພງກ່ຽວກັບ ຫວຽດນາມ. ໃນບັນດາໂອກາດຄືແນວນີ້, ພໍ່ແມ່ພີ່ນ້ອງໃນທຸກເພດທຸກໄວຈະມີໂອກາດໄດ້ໂອ້ລົມສົນທະນານຳກັນ, ຄົນລຸ້ນກ່ອນສຶກສາໃຫ້ຄົນລຸ້ນໜຸ່ມມີິຈິດສຳນຶກອວ່າຍໜ້າເມືອຫາບ້ານເກີດເມືອງນອນ ຫຼື ໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ທີ່ນີ້ ຍັງຮັກສາຮີດຄອງປະເພນີຂອງຊາດ ຫວຽດນາມ ໄວ້ໄດ້ ເປັນຕົ້ນແມ່ນການຫໍ່ເຂົ້າຕົ້ມ, ກະກຽມພາໝາກໄມ້ 5 ຊະນິດ. ທາງສະມາຄົມ ກໍໄປອວຍພອນປີໃໝ່ ແລະ ຈັດພິທີອວຍພອນໃຫ້ແກ່ຜູ້ອາຍຸສູງ.”

        ໜຶ່ງໃນບັນດາປັດໄຈ ເພື່ອຮັກສາສີສັນວັດທະນະທຳ ຫວຽດນາມ ນັ້ນແມ່ນການສອນພາສາແມ່ - ນີ້ແມ່ນວຽກງານ ທີ່ທາງສະມາຄົມ ໄທ - ຫວຽດນາມ ແຂວງ ນະຄອນ ພະນົມ ມີຄວາມເອົາໃຈໃສ່ເປັນພິເສດ. ດ້ວຍຄວາມປາດຖະໜາວ່າ ຄົນລຸ້ນຫຼັງຈະຮູ້ພາສາ ຫວຽດ, ສະນັ້ນ, ທາງສະມາຄົມ ໄດ້ມານະພະຍາຍາມຈັດຕັ້ງຫ້ອງສອນພາສາ ຫວຽດ ໃຫ້ແກ່ເດັກອາຍຸແຕ່ 10 – 15 ປີ ແລະ ປຸກລະດົມໃຫ້ພໍ່ແມ່ພາລູກໄປຮຽນພາສາ ຫວຽດ ອາທິດລະສອງຕອນ ໂດຍອ້າຍຄູ, ເອື້ອຍຄູຄົນ ໄທ ເຊື້ອຊາດ ຫວຽດນາມ ສອນ.  ທ່ານ ເຈິ່ນວັນເຊົ໊າ, ປະທານສະມາຄົມ ໄທ - ຫວຽດນາມ ແຂວງ ນະຄອນ ພະນົມ ໃຫ້ຮູ້ວ່າ:

ສະ​ມາ​ຄ​ົມ ໄທ - ຫວຽດ​ນາມ ຢູ່​ແຂວງ ນະ​ຄອນ ພະ​ນົມ - ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ໄທ - ảnh 2ທ່ານ ເຈິ່ນວັນເຊົ໊າ ມອບຂອງຂວັນໃຫ້ແກ່ຜູ້ເຂົ້າຮ່ວມການຮຽນພາສາ ຫວຽດ

 “ມີຫຼານນ້ອຍຫຼາຍຄົນມັກຮຽນ ເພາະວ່າໄດ້ພົບປະກັບໝູ່ຫຼາຍຄົນ ແລະ ຮູ້ພາສາ ຫວຽດ ຕື່ມອີກ. ການຮຽນທັງໝົດແມ່ນບໍ່ເສຍຄ່າ, ເມື່ອມາຮຽນ, ພວກຫຼານຈະໄດ້ຮັບປຶ້ມ ແລະ ບິກ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍຍັງກະກຽມຂອງຂວັນ, ເຂົ້າໜົມ ເພື່ອສົ່ງເສີມພວກຫຼານ ຮຽນພາສາ ຫວຽດ ອີກດ້ວຍ”.

ສະມາຄົມ ໄທ - ຫວຽດນາມ ແຂວງ ນະຄອນ ພະນົມ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 27 ມິຖຸນາ 2008. ໃນເບື້ອງຕົ້ນ, ສະມາຄົມມີສະມາຊິກ 10 ຄົນ ໂດຍເປັນຊາວ ຫວຽດນາມ ອາໄສ ຢູ່ ໄທ ແຕ່ຊຸມປີ 1945, 1946. ພາຍຫຼັງເຄື່ອນໄຫວມາ 11 ປີ, ມາຮອດປັດຈຸບັນ, ຈຳນວນສະມາຊິກໃນສະມາຄົມ ໄດ້ເພີ່ມຂຶ້ນເປັນ 1.643 ຄົນ . ສະມາຊິກມີອາຍຸສູງສຸດແມ່ນ 102 ປີ ແລະ ໜຸ່ມທີ່ສຸດແມ່ນ 18 ປີ. ແຕ່ລະເດືອນ, ສະມາຄົມຈະຈັດການພົບປະເທື່ອໜຶ່ງ ເພື່ອໃຫ້ບັນດາສະມາຊິກມີໂອກາດໄດ້ໂອ້ລົມກັນດ້ວຍພາສາ ຫວຽດ. ສະມາຊິກລຸ້ນຕ່າງໆ ລ້ວນແຕ່ບອກສອນກັນໃຫ້ປະຕິບັດຕາມຂໍ້ກຳນົດກົດໝາຍຂອງປະເທດປະຈຳຖິ່ນ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ. ຄົນລຸ້ນລູກລຸ້ນຫຼານຂອງຊາວ ຫວຽດນາມ ອາໄສ ຢູ່ ນະຄນະຄອນ ພະນົມ ກໍ່ລ້ວນແຕ່ເປັນຄົນຮູ້ຜູ້ດີ, ດຸໝັ່ນຂະຫຍັນພຽນ ແລະ ສາມາດເສັງເຂົ້າມະຫາວິທະຍາໄລໃຫຍ່ແຫ່ງຕ່າງໆຂອງ ໄທ. ມີຫຼາຍຄົນກາຍເປັນທ່ານໝໍ, ທະນາຍຄວາມ, ນັກວິສະວະກອນທີ່ເກັ່ງ ແລະ ເຮັດວຽກຢູ່ໂຮງໝໍ ແລະ ບໍລິສັດໃຫຍ່ແຫ່ງຕ່າງໆ. ບໍ່ພຽງແຕ່ແມ່ນບ່ອນອີງທາງດ້ານຈິດໃຈ, ແມ່ນສາຍໃຍຜູກພັນປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ໄທ ເທົ່ານັ້ນ, ສະມາຄົມ ໄທ - ຫວຽດນາມ ຢູ່ນະຄອນ ພະນົມ ຍັງຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອອວ່າຍໜ້າເມືອຫາບ້ານເກີດເມືອງນອນ ເປັນຕົ້ນແມ່ນ ໃນໄລຍະເກີດໄພນ້ຳຖ້ວມເມື່ອເດືອນຕຸລາ ປີ 2020 ຜ່ານມາ, ສະມາຄົມ ໄທ - ຫວຽດນາມ ຢູ່ແຂວງ ນະຄອນ ພະນົມ ຍັງລະດົມເງິນໄດ້ກວ່າ 1 ລ້ານ ບາດ (ສະກູນເງິນໄທ) ເພື່ອຊ່ວຍເຫຼືອພໍ່ແມ່ພີ່ນ້ອງຢູ່ບັນດາແຂວງພາກກາງ ຫວຽດນາມ. ເພື່ອແນໃສ່ຮ່ວມແຮງຮວ່ມໃຈກັບພໍ່ແມ່ປະຊາຊົນຢູ່ພາຍໃນປະເທດໃນການຮັບມືກັບໂລກລະບາດໂຄວິດ - 19, ສະມາຄົມ ໄທ - ຫວຽດນາມ ແຂວງ ນະຄອນ ພະນົມ ກໍໄດ້ຂົນຂວາຍພໍ່ແມ່ປະຊາຊົນພາຍໃນແຂວງໃຫ້ການຊ່ວຍເຫຼືອ ດ້ວຍຈຳນວນເງິນ 200.000 ບາດ. ພິເສດ, ສະມາຄົມ ໄທ - ຫວຽດນາມ ຢູ່ແຂວງ ນະຄອນ ພະນົມ ຍັງຊ່ວຍເຫຼືອກຳມະກອນ ຫວຽດນາມ ເກືອບ 100 ຄົນ ທີ່ຖືກຕິດຄ້າງຢູ່ ໄທ ຍ້ອນໂລກລະບາດໂຄວິດ - 19 ອີກດ້ວຍ. ທ່ານ ເຈິ່ນວັນເຊົ໊າ, ປະທານສະມາຄົມ ໄທ - ຫວຽດນາມ ຢູ່ແຂວງ ນະຄອນ ພະນົມ ໃຫ້ຮູ້ວ່າ:

        “ນອກຈາກການໂຄສະນາໃຫ້ພໍ່ແມ່ພີ່ນ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕາມການແນະນຳຂອງອຳນາດການປົກຄອງ ໄທ ແລ້ວ, ທາງສະມາຄົມ ກໍ່ສ້າງເງື່ອນໄຂ, ຊ່ວຍເຫຼືອເຂົາເຈົ້າເຮັດລະບຽບການຢູ່ພະແນກຄຸ້ມຄອງຄົນເຂົ້າ - ອອກເມືອງ, ຂົນຂວາຍພໍ່ແມ່ພີ່ນ້ອງ, ອຳນາດການປົກຄອງສ້າງເງື່ອນໄຂ ແລະ ຮັບປະກັນການກິນການຢູ່ໃຫ້ແກ່ເຂົາເຈົ້າ ອີກດ້ວຍ.”

ສະ​ມາ​ຄ​ົມ ໄທ - ຫວຽດ​ນາມ ຢູ່​ແຂວງ ນະ​ຄອນ ພະ​ນົມ - ບ່ອນ​ອີງ​ທາງ​ດ້ານ​ຈິດ​ໃຈ​ຂອງ​ພໍ່​ແມ່​ພີ່​ນ້ອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ໄທ - ảnh 3ະມາຄົມ ໄທ - ຫວຽດນາມ ຢູ່ ແຂວງ ນະຄອນ ພະນົມ ມອບນ້ຳຢາຂ້າເຊື້ອ 4000 ລິດ ຮັບໃຊ້ແກ່ການສີດຢາຂ້າເຊື້ອ ຕ້ານໂລກລະບາດໂຄວິດ - 19 ຂອງແຂວງ

        ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງແຂວງ ນະຄອນ ພະນົມ, ສະມາຄົມ ໄທ - ຫວຽດນາມ ຢູ່ ແຂວງ ນະຄອນ ພະນົມ ໄດ້ມອບນ້ຳຢາຂ້າເຊື້ອ 4000 ລິດ, ມີມູນຄ່າ 150.000 ບາດ ເພື່ອຮັບໃຊ້ແກ່ການສີດຢາຂ້າເຊື້ອ ຕ້ານໂລກລະບາດໂຄວິດ - 19 ຂອງແຂວງ, ໜູນຊ່ວຍໃນການຕິດແຜ່ນກັ້ງບັງ, ເຄື່ອງວັດແທກອຸນຫະພຸມຮ່າງກາຍ ຢູ່ພະແນກ ຄຸ້ມຄອງຄົນເຂົ້າ - ອອກເມືອງຂອງແຂວງ. ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງສະມາຄົມຄົນ ໄທ ເຊື້ອຊາດ ຫວຽດນາມ, ທ່ານ ນິວັດ ເຈຍວິຣິຍະບຸນຊາ ເຈົ້າຄອງ ນະຄອນ ພະນົມ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ປະຊາຄົມຄົນ ໄທ ເຊື້ອຊາດ ຫວຽດນາມ ທີ່ໄດ້ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນທ້ອງຖິ່ນ ປະກອບສ່ວນເຂົ້າໃນການພັດທະນາຂອງແຂວງ ນະຄອນ ພະນົມ. ອຳນາດການປົກຄອງແຂວງ ນະຄອນ ພະນົມ ຍາມໃດກໍຮ່ວມເດີນທາງພ້ອມກັບ ປະຊາຄົມຄົນ ໄທ ເຊື້ອຊາດ ຫວຽດນາມ”.

        ບັນດາການເຄື່ອນໄຫວຂອງ ສະມາຄົມ ໄທ - ຫວຽດນາມ ຢູ່ແຂວງ ນະຄອນ ພະນົມ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ໄທ, ແມ່ນບ່ອນອີງທາງດ້ານຈິດໃຈໃຫ້ແກ່ປະຊາຄົມຄົນ ໄທ ເຊື້ອຊາດ ຫວຽດນາມ ມີຄວາມອຸ່ນອ່ຽນໃຈດຳລົງຊີວິດ ແລະ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ