ສະ​ມາ​ຄົມ​ຊາວ​ມຸດ​ສະ​ລິມ ອິນ​ໂດ​ເນ​ເຊຍ ອາ​ໄສ ຢູ່ ຮ່າ​ໂນ້ຍ ຕ້ອນ​ຮັບ​ງານບຸນ Ramadan ໃນ​ທ່າ​ມ​ກາງ​ໄລ​ຍະ​ເກີດ​ໂລ​ກະ​ບາດ​ໂຄວິດ - 19

(VOVWORLD) -ເດືອນກິນເຈ Ramadan  ແມ່ນໜຶ່ງໂອກາດວັນບຸນສຳຄັນທີ່ສຸດຂອງຊາວ ມຸດສະລິມ ຫຼາຍກວ່າ 1,8 ຕື້ຄົນ ໃນທົ່ວໂລກ. ປີ 2021, ເດືອນກິນເຈ Ramadan  ໄດ້ເລີ່ມແຕ່ວັນທີ 13 ເມສາ ແລະ ສິ້ນສຸດລົງໃນວັນທີ 13 ພືດສະພາ. ເຖິງວ່າ ໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນ, ຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຖືກຕ້ອງ ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ ກໍຕາມ, ແຕ່ສະມາຄົມຊາວ ມຸດສະລິມ ອິນໂດເນເຊຍ ທີ່ອາໄສຢູ່ ຫວຽດນາມ ຍັງໄດ້ຕ້ອນຮັບບຸນ Ramadan  ຢ່າງຄົບຖ້ວນ ແລະ ສົມບູນ.

   “Ramadan  ແມ່ນໄລຍະເວລາອັນສັກສິດ ແມ່ນໜຶ່ງໃນ 12 ເດືອນຂອງປີ ເພື່ອໃຫ້ຊາວ ມຸດສະລິມ ເບິ່ງຄືນຕົນເອງ. ພາຍຫຼັງປະຕິບັດເດືອນ Ramadan  ນີ້, ຈິດໃຈພວກຂ້າພະເຈົ້າໄດ້ມີການປ່ຽນແປງຢ່າງແທ້ຈິງ, ເບິ່ງຄືວ່າ ໄດ້ກຳເນີດໃໝ່ ດ້ວຍຄວາມຫວັງ ຈະສືບຕໍ່ມີບັນດາການປະພຶດ, ການກະທຳ ແລະ ຄຳວາຈາທີ່ດີງາມໃນຕະຫຼອດ 11 ເດືອນຕໍ່ໄປ. ການກິນເຈ ບໍ່ພຽງແຕ່ຊ່ວຍໃຫ້ພວກຂ້າພະເຈົ້າ ໄດ້ດຳລົງຊີວິດແບບບໍລິສຸດຜຸດຜ່ອງ ແລະ ອະນຸລັກຮັກສາຄຸນຄ່າທາງດ້ານສາສະໜາໄດ້ຢ່າງຮອບດ້ານເທົ່ານັ້ນ ຫາກຍັງຊ່ວຍໃຫ້ພວກຂ້າພະເຈົ້າ ມີສຸຂະພາບທີ່ແຂງແຮງກວ່າອີກດ້ວຍ”.

ສະ​ມາ​ຄົມ​ຊາວ​ມຸດ​ສະ​ລິມ ອິນ​ໂດ​ເນ​ເຊຍ ອາ​ໄສ ຢູ່ ຮ່າ​ໂນ້ຍ ຕ້ອນ​ຮັບ​ງານບຸນ Ramadan  ໃນ​ທ່າ​ມ​ກາງ​ໄລ​ຍະ​ເກີດ​ໂລ​ກະ​ບາດ​ໂຄວິດ - 19 - ảnh 1ຊາວ ມຸດສະລິມ ອິນໂດເນເຊຍ ອາໄສຢູ່ ຮ່າໂນ້ຍ ໃສ່ຜ້າອັດປາກອັດດັງ ເມື່ອເຂົ້າຮ່ວມພິທີກຳຢູ່ ໂບດ Al – Noor
   ໃນວັນສຸກຂອງແຕ່ລະອາທິດ, ທ່ານ Husni Pratama, ຊາວ ອິນໂດເນເຊຍ ເຊິ່ງແມ່ນໜຶ່ງໃນບັນດາຜູ້ເຊື່ອຖືສາສະໜາ ອິດສະລາມ ໄດ້ຍັງໄປໂບດ Al – Noor ທີ່ຕັ້ງຢູ່ຖະໜົນ ຮ່າງເລືອກ, ຮ່າໂນ້ຍ ເພື່ອອະທິຖານ ພາວະນາຢ່າງສະໝ່ຳສະເໝີ. ບັນດາພິທີກຳຢູ່ໂບດແຫ່ງນີ້ ລ້ວນແຕ່ຮັບປະກັນປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.  ທ່ານ Husen Iman ເຊິ່ງເປັນຜູ້ດຳເນີນພິທີກຳ ຢູ່ໂບດ Al – Noor ໃຫ້ຮູ້ວ່າ, ພາຍຫຼັງໂລກລະບາດໂຄວິດ - 19 ແຜ່ລະບາດ, ຈຳນວນຜູ້ມາທີ່ນີ້ກໍຫຼຸດລົງຫຼາຍພໍສົມຄວນ:

        “ຕາມປົກກະຕິແລ້ວ, ກ່ອນທີ່ຈະເກີດໂລກລະບາດໂຄວິດ - 19, ໃນວັນສຸກຂອງແຕ່ລະອາທິດ ຈະມີຜູ້ຖືສະສະໜາມ ອິດສະລາມ ປະມານ 200 ຄົນ ມາເຂົ້າຮ່ວມພິທີກຳ, ແຕ່ໃນໄລຍະເກີດໂລກລະບາດນີ້ ຈຳນວນຜູ້ມາເຂົ້າຮ່ວມກໍຫຼຸດລົງຫຼາຍ. ໂບດ Al Noor ກໍໄດ້ປະຕິບັດຕາມຂໍ້ກຳນົດ 5 ຫຼັກການຂອງກະຊວງສາທາລະນະສຸກຫວຽດນາມ. ເມື່ອມາແຫ່ງນີ້ຜູ້ໃດກໍໃຊ້ຜ້າອັດປາກອັດດັງ, ລ້າງມືດ້ວຍຢາຂ້າເຊື້ອ ແລະ ຈຳກັດການເຕົ້າໂຮມກັນຫຼາຍຄົນ. ພາຍຫຼັງພິທີກຳດຳເນີນສຳເລັດແລ້ວ, ເຂົາເຈົ້າກໍຈະກັບເມືອເລີຍ, ບໍ່ເຕົ້າໂຮມກັນມ່ວນຊື່ນຄືເມື່ອກ່ອນ”.

        ໂດຍຕ່າງກັບປີແລ້ວນີ້, ເມື່ອໂລກລະບາດໂຄວິດ - 19 ເລີ່ມແຜ່ລະບາດຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນຈຸດເວລາທີ່ໂລກລະບາດມີການຜັນແປຢ່າງຮ້າຍແຮງນັ້ນ, ສະມາຄົມຊາວ ມຸດສະລິມ ອິນໂດເນເຊຍ ອາໄສ ຢູ່ ຮ່າໂນ້ຍ ຕ້ອງປະຕິບັດບັນດາພິທີກຳພາວະນາຢູ່ກັບເຮືອນ.

ສະ​ມາ​ຄົມ​ຊາວ​ມຸດ​ສະ​ລິມ ອິນ​ໂດ​ເນ​ເຊຍ ອາ​ໄສ ຢູ່ ຮ່າ​ໂນ້ຍ ຕ້ອນ​ຮັບ​ງານບຸນ Ramadan  ໃນ​ທ່າ​ມ​ກາງ​ໄລ​ຍະ​ເກີດ​ໂລ​ກະ​ບາດ​ໂຄວິດ - 19 - ảnh 2ລ້າງມືດ້ວຍນໍ້າຢາຂ້າເຊື້ອກ່ອນເຂົ້າໂບດ

ປີນີ້, ເດືອນກິນເຈ Ramadan ຖືກດຳເນີນກົງກັບຈຸດເວລາທີ່ໂລກລະບາດໄດ້ຮັບການຄວບຄຸມສ່ວນໃດສ່ວນໜຶ່ງແລ້ວ, ສະນັ້ນ, ຊາວ ມຸດສະລິມ ອິນໂດເນຊຍ ຢູ່ ຮ່າໂນ້ຍ ສາມາດໄປໂບດ Al – Noor ສວດມົນພາວະນາ ແລະ ສາມາດຈັດຕັ້ງເທດສະການ “iftar Ramadan” ເຊິ່ງເປັນພິທີສິ້ນສຸດການຖືສິນອົດ ພາຍຫຼັງປະຕິບັດມາໝົດມື້ ຢູ່ໂບດ ໃນຕອນຄ່ຳວັນສຸກ ຫຼື ຢູ່ສະຖານທູດ ອິນໂດເນເຊຍ ໃນຕອນຄ່ຳວັນເສົາຂອງທຸກໆອາທິດ. ນອກຈາກນັ້ນ, ເຂົາເຈົ້າຍັງໄປຢາມເຮືອນໝູ່ເພື່ອນ, ຍາດຕິພີ່ນ້ອງ ເພື່ອປະຕິບັດພິທີ “iftar Ramadan” ໃນບັນຍາກາດອັນອົບອຸ່ນ ແຕ່ກໍບໍ່ລືມຕັກເຕືອນກັນ ຕ້ອງປະຕິບັດຕາມຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

        “ປີແລ້ວນີ້, ພວກຂ້າພະເຈົ້າບໍ່ໄດ້ຈັດກິດຈະກຳຕ້ອນຮັບງານບຸນ Ramadan ນຳກັນ ເພາະວ່າ ງານບຸນ Ramadan  ຖືກກົງກັບຈຸດເວລາທີ່ໂລກລະບາດພວມແຜ່ລະບາດຢ່າງແຮງ. ສະຖານທູດ ອິນໂດເນເຊຍ ຢາກຈັດເທດສະການ Idul Fitri - ພິທີສິ້ນສຸດເດືອນ Ramadan   ແຕ່ກໍຕ້ອງຍົກເລີກ ຍ້ອນໂລກລະບາດໂຄວິດ - 19. ປີນີ້, ໃນຕອນຄໍ່າວັນເສົາຂອງແຕ່ລະອາທິດ, ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດເທດສະການ “iftar Ramadan” ຮ່ວມກັນ, ສະນັ້ນ ທຸກຢ່າງມັນກໍດີກວ່າ. ເດັກນ້ອຍສາມາດຮຽນສວດມົນ Koran ຫຼັງຈາກນັ້ນ ກໍເຂົ້າຮ່ວມເທດສະການ  “iftar Ramadan” ແລະ ພິທີພາວະນາ Tarawih ນຳກັນ, ສິ່ງດັ່ງກ່າວແມ່ນສຸດຍອດທີ່ສຸດ”.

        “ສຳລັບຊາວ ມຸດສະລິມ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ແລ້ວ, ພວກຂ້າພະເຈົ້ານັ່ງພາວະນາ Tarawih ຢູ່ສະຖານທູດ ອິນໂດເນເຊຍ, ຢູ່ທີ່ນັ້ນກໍຕ້ອງປະຕິບັດການຮັກສາໄລຍະຫ່າງ. ໄປຄຽງຄູ່ກັນນັ້ນ, ສະຖານທູດ ອິນໂດເນເຊຍ ກໍຈັດເທດສະການ iftar Ramadan ເພື່ອໃຫ້ຊາວມຸດສະລິມ ໄດ້ເຂົ້າຮ່ວມນຳກັນ. ເດັກນ້ອຍຈະຮຽນສວດມົນ Koran, ຮຽນວິທີພາວະນາ, ຮຽນວິທີຖືສິນອົດ. ແຕ່ປັດຈຸບັນ, ໂລກລະບາດມີສັນຍາແຜ່ລະບາດຄືນໃໝ່ ສະນັ້ນ, ຊາວມຸດສະລິມ ພວກຂ້າພະເຈົ້າ ຈະປະຕິບັດການພາວະນາ Tarawih ຫຼື ພິທີພາວະນາທີ່ຈັດຂຶ້ນໃນມື້ວັນສຸກຂອງແຕ່ລະທິດນັ້ນ ຢູ່ກັບເຮືອນ ແລະ ພວກຂ້າພະເຈົ້າກໍຈະຕ້ອນຮັບເທດສະການ Idu Fitri ດ້ວຍຮູບການທີ່ເໝາະສົມ, ຕາມສະພາບການຂອງໂລກລະບາດ”.

ສະ​ມາ​ຄົມ​ຊາວ​ມຸດ​ສະ​ລິມ ອິນ​ໂດ​ເນ​ເຊຍ ອາ​ໄສ ຢູ່ ຮ່າ​ໂນ້ຍ ຕ້ອນ​ຮັບ​ງານບຸນ Ramadan  ໃນ​ທ່າ​ມ​ກາງ​ໄລ​ຍະ​ເກີດ​ໂລ​ກະ​ບາດ​ໂຄວິດ - 19 - ảnh 3ການຮຽນສວດມົນ Koran 
  ຊາວ ມຸດສະລິມ ອິນໂດເນເຊຍ ຈະສິ້ນສຸດເດືອນກິນເຈ Ramadan ດ້ວຍການຕ້ອນຮັບເທດສະການ Idul Fitri, ນີ້ກໍແມ່ນພິທີກຳໜຶ່ງທີ່ສຳຄັນທີ່ສຸດໃນປີຂອງຊາວ ມຸດສະລິມ ອິນໂດເນເຊຍ. ປີນີ້, ຍ້ອນໂລກລະບາດມີການຜັນແປຢ່າງສັບສົນໃນຊຸມວັນສຸດທ້າຍຂອງເດືອນກິນເຈ Ramadan   ສະນັ້ນ, ໂດຍປະຕິບັດການຄຳສັ່ງຂອງນາຍົກລັດຖະມົນຕີ ຫວຽດນາມ, ໂບດ Al – Noor ຈະບໍ່ສາມາດຈັດເທດສະການ Idul Fitri ຄືທຸກປີໄດ້. ເຖິງຢ່າງໃດກໍຕາມ, ສະມາຄົມຊາວມຸດສະລິມ ອິນໂດເນເຊຍ ອາໄສຢູ່ ຫວຽດນາມ ຈະປະຕິບັດບັນດາການເຄື່ອນໄຫວສາສະໜາຕາມວິທີສະເພາະຂອງຕົນ ເພື່ອຮັບປະກັນຄວາມປອດໄພ ແລະ ກໍເປັນການພາວະນາຂໍໃຫ້ໂລກລະບາດເຊົາໂດຍໄວ, ເພື່ອໃຫ້ເຂົາເຈົ້າສາມາດຕ້ອນຮັບງານບຸນ Ramadan ທີ່ມີຄວາມໝາຍນີ້ ໄດ້ຖືກຕ້ອງຕາມຮີດຄອງປະເພນີຂອງ ອິນໂດເນເຊຍ./.  

ຕອບກັບ

ຂ່າວ/ບົດ​ອື່ນ