ສະມາຄົມມິດຕະພາບ ຫວຽດນາມ -ອິນໂດເນເຊຍ, ຂົວຕໍ່ການພົວພັນ ລະຫວ່າງສອງປະເທດ


(vovworld)- ໃນ​ 60 ປີ​ຜ່ານ​ມາ, ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໄດ້​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ແລະ ຍົກ​ຂຶ້ນ​ສູ່​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ໃນ​ນັ້ນ​ມີ​ການ​ປະ​ກອບ​ສ່ວນບໍ່​ແມ່ນ​ຫນ້ອຍ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ. ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງ 60 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ (30/12/1955-30/12/2015), ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ ຄັ້ງ​ທີ 3 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ ຫາ​ກໍ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ໄດ​້​ກຳ​ນົດ​ຫນ້າ​ທີ່​ຈຸດ​ສຸມ ແມ່ນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຜ່ານ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ຫລາຍ​ຮູບ​ການ.

 

ສະມາຄົມມິດຕະພາບ ຫວຽດນາມ -ອິນໂດເນເຊຍ, ຂົວຕໍ່ການພົວພັນ ລະຫວ່າງສອງປະເທດ - ảnh 1
ທ່ານ​ຫງວຽນ​ດັງ​ຕຽນຜູ້​ອຳ​ນວຍ​ຫານ​ໃຫຍ່ ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ​ຫວຽດ​ນາມ
ແລະ​ມອບ​ຂອງ​ຂວັນ​ໃຫ້​ທ່ານMayerfar, ເອກ​ອັກ​ຄະ​ລັດ​ຖະ​ທູດ
 ອິນ​ໂດ​ເນ​ເຊຍ ປະ​ຈຳ ຫວຽດ​ນາມ
ພາບ:vov

        ສະ​ມາ​ຊິກ​ຄະ​ນະ​ບໍ​ລິ​ຫານ​ງານສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ ອາ​ຍຸ​ການ​ໃຫມ່ 2015-2020 17 ຄົນ ໄດ້​ຮັບ​ການ​ເລືອກ​ຕັ້ງ​ແມ່ນ​ບັນ​ດາ​ຜ​ູ້​ສຸດ​ຈິດ​ສຸດ​ໃຈ, ມີ​ຄວາມ​ຮັ​ກ​ແພງ​ປະ​ເທດ​ຊາດ ແລະ ຊາວ​ອິນ​ໂດ​ເນ​ເຊຍ ໄດ້​ຈັດ​ການ​ປະ​ຊຸມ, ຂຶ້ນ​ແຜນ​ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ປ່ຽນ​ໃຫມ່, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ. ປະ​ທານ​ສະ​ມາ​ຄົມ ແມ່ນ​ທ່ານ ຫງວຽນ​ດັງ​ຕຽນ, ຜູ້​ອຳ​ນວຍ​ຫານ​ໃຫຍ່ ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ​ຫວຽດ​ນາມ, ຊື່ງ​ແມ່ນອົງ​ການ​ສື່​ສານ​ໃຫຍ່​ຂອງ​ຫວຽດ​ນາມ ແລະ ມີ​ທີ່​ຕັ້​ງ​ສຳ​ຄັນ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເປັນ​ການ​ເຊື່ອ​ມ​ຕໍ່​​ຢ່າງ​ມີ​ປະ​ສິດ​ທິ​ຜົນຜ່ານພາ​ຫະ​ນະ​ສື່ມວນ​ຊົນ. ທ່ານ ຫງວຽນ​ດັງ​ຕຽນ ແບ່ງ​ປັນ​ວ່າ:

        “ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ມີ​ສາຍ​ພົວ​ພັນ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ແມ່ນ​ຄ້າຍ​ຄື​ກັນ. ພິ​ເສດ ໃນ​ການ​ພັດ​ທະ​ນາ​ທາງ​ດານ​ທູດ, ປີນີ້ ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ, ພວກ​ຂ້າ​ພະ​ເຈົ້າ ໄດ້​ກຳ​ນົດ​ຫນ້າ​ທີ່​ຈຸດ​ສຸມ​ແມ່ນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ການ​ພັດ​ທະ​ນານັ້ນ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ​ກວ່າ. ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ຈະ​ຊຸກ​ຍູ້​ບາງ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳທີ່​ເປັນ​ມູນ​ເຊື້ອ​ຄື: ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 60 ປ​ີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ​ແລກ​ປ່ຽນ​ການ​ຮ່ວມ​ມື​ລະ​ຫວ່າງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ.”

        ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ມູນ​ເຊື້ອ ແລະ ການ​ເຄື່ອນ​ໄຫວ​ໃນ​ຕະ​ຫລອດ 10 ປ​ີ​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ ອາ​ຍຸ​ການ 3 ມີ​ຄຳ​ໝັ້​ນ​ສັນ​ຍາ ຈະ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ແນະ​ນຳ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ ກ່ຽວ​ກັບ​ປະ​ຫວັດ​ສາດ, ປະ​ເທດ​ຊາດ ແລະ ຊາວ​ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ, ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກໍ​ຄື​ກາ​ນ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ຫນູນ​ຊ່ວຍ, ເປັນ​ຂົວ​ຕໍ່​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ, ສາ​ທາ​ລະ​ນະ​ສຸກ ແລະ ຊອກ​ຫາ​ບັນ​ດາ​ການ​ເຄື່ອນ​ໄຫວຢ່າງ​ມີ​ຫົ​ວ​ຄິດ​​ປະ​ດິດ​ສ້າງກວ່າ ເພື່ອ​ພັດ​ທະ​ນາ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ອົກເຂົ້າ​ໃຈລະ​ຫວ່າງ​ປະ​ຊາ​ຊົນ, ປັບ​ປຸງ​ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ. ໂດ​ຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ວັນ​ທີ 19/5/2005, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ ກາຍ​ເປັນ ອົງ​ການ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

        ທ່ານ Mayerfar, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ ຫວຽດ​ນາມ ຖື​ວ່າ : ບົດ​ບາດ​ຂອງ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ແມ່ນ​ສຳ​ຄັນ​ທີ່​ສຸດ, ​ແມ່ນ​ສິ່ງ​ທີ່ຂາດບໍ່​ໄດ້​ໃນ​ກ​ານ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຊາດ.

        “ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ແມ່ນ​ສຳ​ຄັນ​ທີ່​ສຸດ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ສະ​ຫະ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ. ສະ​ມາ​ຄົມ ມິດ​ຕະ​ພາບ ຫວຽດ​ນາມ ອິນ​ໂດ​ເນ​ເຊຍ ມີ​ບົດ​ບາດ​ເປັນ​ຂົວ​ຕໍ່​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ. ສະ​ມາ​ຄົມ ໄດ້​ຕັ້ງ​ຫ​ນ້າ​ຈັດ​ຕັ້ງ​ການ​ພົບ​ປະ​, ເວ​ທີ​ປາ​ໄສ​ປະ​ຊາ​ຊົນ, ລາຍ​ການ​ສະ​ແດງ​ສິ​ລະ​ປະ​ເປັນ​ຫລາຍ​ຄັ້ງ. ຜ່ານນັ້ນ ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ພົບ​ປະແລ​ກ​ປ່ຽນ, ຮ່ວ​ມ​ມື​ໃນ​ຫລາຍ​ຂົງ​ເຂດ.”

        ໂດຍ​ເຫັນ​ໄດ້​ປະ​ສິດ​ທິ​ຜົນ​ຈາກ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອິນ​ໂດ​ເນ​ເຊ, ຝ່າຍ ອິນ​ໂດ​ເນ​ເຊຍ ຕົກ​ລົງ​ສ້າງ​ຕັ້ງ​ສະ​ມາ​ຄົມ​ມິດ​ຕະ​ພາບ ອິນ​ໂດ​ເນ​ເຊຍ ຫວຽດ​ນາມ. ທ່ານ ຫງວຽນ​ດັງ​ຕຽນ ຜູ້​ອຳ​ນວຍ​ການ​ໃຫ​ຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ສະ​ມາ​ຄົມ​ມິດ​ຕະ​ພາບ ອິນ​ໂດ​ເນ​ເຊຍ ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ໂດຍ​ທ່ານ Budiasa Sastrawinata, ຜູ້​ອຳ​ນວຍ​ການ​ໃຫ​ຍ່ ກຸ່ມ​ບໍ​ລິ​ສັດ Ciputra, ຊື່ງ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ມີ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ຫວຽດ​ນາມ​ມາ​ເປັນ​ເວ​ລາ 20 ປີ ​ໄດ້​ເລືອກ​ຕັ້ງເປັນ​ປະ​ທານ. ດ້ວຍ​ທ່າ​ພັດ​ທະ​ນາ​ສະ​ດວກ​ຄື​ແນວນັ້ນ, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ສະ​ມາ​ຄົມ​ມິດ​ຕະ​ພາບ 2 ປະ​ເທດ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ ແລະ ຈະ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊ​າ​ຊົນ​ສອງ​ປະ​ເທດ, ຈາກນັ້ນ ພັດ​ທະ​ນາ​ບັນ​ດາ​ຂົງ​ເຂດ​ອື່ນ​ຄື: ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສື່​ສານ.”

        ​ໃນ​ບັນ​ຍາ​ກາດ​ກະ​ກຽມ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ ແລະ ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນໃນ​ທ້າຍ​ປີ​ນີ້, ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ ອິນ​ໂດ​ເນ​ເຊຍ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ ອິນ​ໂດ​ເນ​ເຊຍ ຫວຽດ​ນາມ ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາກວ່າ ໃນ​ໄລ​ຍະ​ຕໍ່​ໄປ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ