ສະ​ຫະສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ບົດ​ບາດ​ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ

(VOVWORLD) - ດ້ວຍບັນດາວິທີເຮັດທີ່ໜ້າຈັບໃຈ, ມີຫົວຄິດປະດິດສ້າງ, ໃນຫຼາຍປີຜ່ານມາ, ສະຫະສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຍາມໃດກໍແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນການປັບປຸງ ແລະ ເສີມຂະຫຍາຍວຽກງານການທູດປະຊາຊົນ ລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນ ຂະບວນການ “ຫຼໍ່ລ້ຽງໄມຕີຈິດມິດຕະພາບ” - ອຸປະກະລະນັກສຶກສາ ກຳປູເຈຍ ທີ່ຮ່ຳຮຽນຢູ່ ຫວຽດນາມ, ລາຍການກວດສຸຂະພາບ, ແຈກຢາຍຢຸກຢາຟຼີໃຫ້ແກ່ປະຊາຊົນ ກຳປູເຈຍ ຫຼື ຫວ່າງມໍ່ໆມານີ້ ແມ່ນຮຽກຮ້ອງການປະກອບ ແລະ ຊ່ວຍເຫຼືອຢ່າງທັນການ, ອັນໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນ ກໍາປູເຈຍ ຮັບມືກັບໂລກລະບາດໂຄວິດ - 19… ຜ່ານນັ້ນ, ໄດ້ເຮັດໃຫ້ຄວາມສາມັກຄີອັນສະໜິດແໜ້ນ ແລະ ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງສອງປະເທດ ຮ່ວມແມ່ນ້ຳຂອງ ຫວຽດນາມ - ກຳປູເຈຍ ເລິກເຊິ່ງຂຶ້ນຕື່ມ.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 21 ກໍລະກົດປີ 1975, ມາຮອດປັດຈຸບັນ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ມີທັງໝົດ 55 ສະມາຄົມໃນທົ່ວປະເທດ, ໃນນັ້ນ ມີ 43 ສະມາຄົມຂັ້ນແຂວງ, ນະຄອນ ສັງກັດສູນກາງ ແລະ 8 ສະມາຄົມມິດຕະພາບຂອງກອງທັບ, ແນວໂຮມນັກຊ່ຽວຊານ, ທະຫານອາສາສະໝັກ, 1 ສະໂມສອນວິສາຫະກິດ ແລະ 2 ຮາກຖານບຳລຸງສ້າງ ແລະ ສະມາຄົມ ຈົ່ວທາບ, ດ້ວຍສະມາຊິກກວ່າ 4 ໝື່ນຄົນ. ໃນສະພາບການທີ່ໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງແຮງ ຢູ່ ກຳປູເຈຍ ໃນໄລຍະຜ່ານມາ, ພ້ອມກັບພັກ, ລັດຖະບານ, ສະຫະສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ກໍໄດ້ຮຽກຮ້ອງ, ປຸກລະດົມການຊ່ວຍເຫຼືອທັງເງິນສົດ ແລະ ວັດຖຸອຸປະກອນການແພດເປັນຫຼາຍຄັ້ງ ເພື່ອຊ່ວຍເຫຼືອປະເທດເພື່ອນບ້ານຍູ້ໂລກລະບາດໃຫ້ຖອຍໄປ. ທ່ານ ຫວູເວືອງຫວຽດ, ຮອງປະທານຜູ້ປະຈຳການສູນກາງສະມາຄົມ ມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ຮູ້ວ່າ:

“ທ້າຍປີ 2020, ພວກຂ້າພະເຈົ້າລະດົມເງິນຊ່ວຍເຫຼືອໄດ້ຈຳນວນ 50 ລ້ານດົ່ງ ພ້ອມດ້ວຍຜ້າອັດປາກ 12.500 ອັນ ແລະ ນ້ຳຢາຂ້າເຊື້ອ 500 ຕຸກ. ຮອດຕົ້ນປີ 2021, ພວກຂ້າພະເຈົ້າໄດ້ປຸກລະດົມຢູ່ພາກເໜືອ ໄດ້ຜ້າອັດປາກກວ່າ 267.000 ອັນ, ຊຸດປ້ອງກັນພະຍາດ 100 ຊຸດ, ສ່ວນຢູ່ພາກໃຕ້ລະດົມໄດ້ຜ້າອັດປາກກວ່າ 137.000 ອັນ, ນ້ຳຢາຂ້າເຊື້ອ 220 ຕຸກ, ນອກຈາກນັ້ນ ຍັງໄດ້ຮັບການຊ່ວຍເຫຼືອຈາກແຂວງອື່ນໆອີກດ້ວຍ. ໃນການລະດົມຄັ້ງທີ 3 ທີ່ໄດ້ເລີ່ມແຕ່ທ້າຍເດືອນເມສາຜ່ານມາ, ທາງສູນກາງສະມາຄົມກໍໄດ້ສົ່ງຈົດໝາຍໄປຍັງສະມາຄົມສະມາຊີກ, ບັນດາຜູ້ໃຈບຸນໃຈກຸສົນ, ຮຽກຮ້ອງການຊ່ວຍເຫຼືອດ້ວຍເງິນສົດ ແລະ ລະດົມມາໄດ້ 500 ລ້ານດົ່ງ ແລ້ວມອບໃຫ້ສະຖານທູດເພື່ອສົ່ງໄປໃຫ້ປະຊາຊົນ ກຳປູເຈຍ.”

ສະ​ຫະສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ບົດ​ບາດ​ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 1ສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ກຳປູເຈຍ 500 ລ້ານດົ່ງ ເພື່ອປ້ອງກັນ, ຕ້ານໂລກລະບາດ 
ໃນວຽກງານການທູດປະຊາຊົນ ລະຫວ່າງ ຫວຽດນາມ - ກຳປູເຈຍ, ການໂຄສະນາເຜີຍແຜ່, ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບໃນໝູ່ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນໃນຄົນລຸ້ນໜຸ່ມ, ນັກຮຽນ, ນັກສຶກສາສອງປະເທດໄດ້ຮັບການກຳນົດວ່າ ແມ່ນໜ້າທີ່ສຳຄັນແຖວໜ້າ. ນັບແຕ່ປີ 2012 ມານີ້, ຂະບວນການ “ຫຼໍ່ລ້ຽງໄມຕີຈິດມິດຕະພາບ” - ອຸປະກະລະນັກສຶກສາກຳປູເຈຍ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ, ໂດຍສູນກາງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໄດ້ປຸກລະດົມ ກໍ່ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າ. ມາຮອດປັດຈຸບັນ, ຂະບວນການດັ່ງກ່າວ ໄດ້ອຸປະກະລະນັກສຶກສາ ກຳປູເຈຍ ທັງໝົດ ເກືອບ 450 ຄົນ ແລ້ວ. ໂດຍເປັນອະດີດນັກຊ່ຽວຊານ ທີ່ມີການຜູກພັນເປັນເວລາຍາວນານ ແລະ ມີອາລົມຈິດພິເສດຕໍ່ປະເທດແຫ່ງວັດວາອາຮາມນີ້, ທ່ານ ຟ້າມຕວ໊ຽນ ແມ່ນບຸກຄົນທຳອິດທີ່ເຂົ້າຮ່ວມຂະບວນການທີ່ເຕັມໄປດ້ວຍຄວາມໝາຍນີ້. ມາຮອດປັດຈຸບັນ, ທ່ານໄດ້ເປັນຜູ້ອຸປະກະລະໃຫ້ແກ່ນັກສຶກສາກຳປູເຈຍ ທັງໝົດ 9 ຄົນ ແລ້ວ. ທ່ານແບ່ງປັນສູ່ຟັງວ່າ:

“ໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ແມ່ນຕ້ອງກໍ່ສ້າງໃຫ້ພັດທະນາຍິ່ງໆຂຶ້ນ. ດ້ວຍທ່າໄດ້ປຽບທີ່ເຄີຍເປັນນັກຊ່ຽວຊານໄປຊ່ວຍເຫຼືອ ກຳປູເຈຍ ສ້າງສາປະເທດຄືນໃໝ່, ໂດຍມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ວັດທະນທຳ ແລະ ຊາວກຳປູເຈຍ, ສະນັ້ນ, ຂ້າພະເຈົ້າສະໝັກໃຈເຂົ້າຮ່ວມຂະບວນການນີ້ນັບແຕ່ຫົວທີ. ການຮັບອຸປະກະລະນັກສຶກສາເປັນລູກເປັນຫຼານ, ເບິ່ງແຍງດູແລນັບທັງທາງດ້ານວັດຖຸ ແລະ ຈິດໃຈ ແມ່ນເພື່ອເຮັດແນວໃດໃຫ້ພວກຫຼານຮຽນໃຫ້ເກັ່ງ ແລະ ບັນລຸໝາກຜົນທີ່ດີເມື່ອກັບຄືນເມືອປະເທດ ແລະ ຮັກສາໄດ້ໄມຕີຈິດມິດຕະພາບ, ມີຄວາມເຂົ້າໃຈກ່ຽວກັບປະຊາຊົນ ຫວຽດນາມ”.

ສະ​ຫະສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ບົດ​ບາດ​ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 2ລາຍການສະແດງສິລະປະຂອງນັກສຶກສາກຳປູເຈຍ ໃນງານ ຫຼໍ່ລ້ຽງໄມຕີຈິດມິດຕະພາບ
ໜຶ່ງໃນບັນດານັກສຶກສາທີ່ໄດ້ຮັບການອຸປະກະລະນັ້ນ, ຫຼາຍຄົນໄດ້ຈົບການສຶກສາ, ກັບຄືນເມືອ ກຳປູເຈຍ ເຮັດວຽກ, ແຕ່ສ່ວນຫຼາຍແມ່ນຍັງຕິດຕໍ່ພົວພັນ, ຢື້ຢາມຖາມຂ່າວບັນດາຄອບຄົວທີ່ໄດ້ໃຫ້ການຊ່ວຍເຫຼືອເຂົາເຈົ້າເປັນປະຈຳ, ຊ້ຳບໍ່ໜຳ ຍັງເຊີນພໍ່ແມ່ອຸປະກະລະໄປ ກຳປູເຈຍ ເພື່ອເຂົ້າຮ່ວມງານດອງຂອງຕົນ. Rattana, ໜຶ່ງໃນບັນດານັກສຶກສາກຳປູເຈຍ ທີ່ພວມຮຽນຢູ່ ຮ່າໂນ້ຍ, ແບ່ງປັນວ່າ:

“ພໍ່ແມ່ອຸປະກະລະໄດ້ຊ່ວຍເຫຼືອພວກນ້ອງຫຼາຍສິ່ງຫຼາຍຢ່າງ. ແຕ່ລະເທື່ອພົບປະກັນ, ເພີ່ນລ້ວນແຕ່ຖາມວ່າ ການກິນດື່ມຂອງພວກນ້ອງເປັນແນວໃດ, ການຮຽນເປັນຈັ່ງໃດ, ຂາດເຂີນຫຍັງບໍ ແລ້ວດົນໆກໍຈັດໃຫ້ພວກນ້ອງໄປຫຼີ້ນໄປທ່ຽວ ແລະ ເລົ່າເລື່ອງແຕ່ສະໄໝແຕ່ກີ້ ເມື່ອພ້ອມກັບປະຊາຊົນ ກຳປູເຈຍ ຕໍ່ສູ້ຕ້ານພວກ Pol Pot ແລະ ສ້າງສາປະເທດກຳປູເຈຍ ຄືນໃໝ່ ຄືແນວໃດ. ໃນໂອກາດວັນບຸນ ຕົວຢ່າງຄື ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ຫຼື ບຸນປີໃໝ່ຂອງ ກຳປູເຈຍ, ພໍ່ແມ່ມາຢາມພວກນ້ອງ ແລະ ໃຫ້ອັ່ງເປົ່າອີກດ້ວຍ, ຍາມໃດເພິ່ນກໍສ້າງບັນຍາກາດທີ່ໃກ້ຊິດສະໜິດສະໜົມນຳພວກຂ້າພະເຈົ້າ”.

ສະ​ຫະສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ແລະ ບົດ​ບາດ​ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 3ກວດພະຍາດຟຣີ ໃຫ້ແກ່ປະຊາຊົນ ກຳປູເຈຍ 
ໄປຄຽງຄູ່ກັບຂະບວນການ “ຫຼໍ່ລ້ຽງໄມຕີຈິດມິດຕະພາບ”, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຍັງຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອການກຸສົນ ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນ ກຳປູເຈຍ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍຫຼາຍຮູບຫຼາຍແບບ, ເປັນຕົ້ນແມ່ນ ການບໍລິຈາກຊ່ວຍເຫຼືອປະຊາຊົນ ກຳປູເຈຍ ທີ່ຖືກຜົນກະທົບຈາກໄພທຳມະຊາດ, ໄຟໄໝ້, ຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ຫຼື ກວດພະຍາດ, ແຈກຢາຍຢຸກຢາຟຼີໃຫ້ແກ່ປະຊາຊົນ ກຳປູເຈຍ ເປັນປະຈຳ… ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ ລະຫວ່າງ ສອງປະເທດ, ທາງສະມາຄົມກໍໄດ້ສ້າງຕັ້ງສະໂມສອນວິສາຫະກິດ ເພື່ອໜູນຊ່ວຍ ແລະ ໃຫ້ຄຳປຶກສາສຳລັບບັນດາວິສາຫະກິດ ຫວຽດນາມ ທີ່ຊອກຫາໂອກາດໄປດໍາເນີນທຸລະກິດ, ຮ່ວມມືກັບບັນດາວິສາຫະກິດຂອງ ກຳປູເຈຍ. ປັດຈຸບັນ, ມີວິສາຫະກິດ ຫວຽດນາມ ຫຼາຍກວ່າ 100 ແຫ່ງນັບແຕ່ເໜືອຮອດໃຕ້ ໄດ້ເຂົ້າຮ່ວມສະໂມສອນ ວິສາຫະກິດ ຫວຽດນາມ - ກຳປູເຈຍ, ໃນນັ້ນ ມີຫຼາຍເຄື່ອງໝາຍການຄ້າ ໄດ້ເສີມຂະຫຍາຍການດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ປະເທດແຫ່ງວັດວາອາຮາມນີ້ ເປັນຕົ້ນແມ່ນ ບໍລິສັດໃຫຍ່ ຢາງພາລາ ຫວຽດນາມ, ກຸ່ມບໍລິສັດ Viettel, ບໍລິສັດໃຫຍ່ການບິນ, ທະນາຄານ BIDV…
ຄາດວ່າ, ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ສະມາຄົມມິດຕະພາບ ສອງປະເທດ ຫວຽດນາມ - ກຳປູເຈຍ ຈະດຳເນີນກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວໃນໄລຍະ 2 ປີ ຜ່ານມາ ແລະ ວາງອອກທິດທາງການຮ່ວມມືໃໝ່. ດ້ວຍທ່າແຮງສະເພາະຂອງຕົນ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ຈະສືບຕໍ່ສວມບົດບາດເປັນຂົວຕໍ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ./. 

ຕອບກັບ

ຂ່າວ/ບົດ​ອື່ນ