ສາຍທາງລົດໄຟຄວາມໄວສູງເຊື່ອມຕໍ່ ມາເລເຊຍ ແລະ ສິງກະໂປ


(vovworld)- ໂຄງ​ການ​ຫນຶ່ງ​ມີ​ຄວາມ​ເປັນ​ໄປ​ໄດ້, ນັ້ນ​ແມ່ນ​ໂຄງ​ການກໍ່​ສ້າງ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ ພວມ​ໄດ້​ຮັບ​ການ​ກະ​ກຽມ​ຈາກ​​ລັດ​ຖະ​ບານສອງ​​ປະ​ເທດເພື່ອ​ເລີ່ມ​ລົງ​ມືກໍ່​ສ້າງ​ໃນ​ປີ 2017. ຄາດ​ວ່າ ພາຍ​ຫລັງ​ໄດ້​ຮັບ​ການກໍ່​ສ້າງ​ສຳ​ເລັດ​ເມື່​ອ​ປີ 2022, ນີ້​ຈະ​ແມ່ນ​ສາຍ​ທາ​ງ​ລົດ​ໄຟ​ຄວາມ​ໄວ​ສູງ​ຍາວ​ກ່​ວາ​ໝູ່​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ຈະ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ​ສອງ​ປະ​ເທດ​ພັດ​ທະ​ນາ.

 

ສາຍທາງລົດໄຟຄວາມໄວສູງເຊື່ອມຕໍ່ ມາເລເຊຍ ແລະ ສິງກະໂປ - ảnh 1
ສ​ະ​ພາບ​ລົດ​ຕິດ​ຢູ່​ຂົວ Second Link ໃກ້​ກັບ​ຊາຍ​ແດນ
ມາ​ເລ​ເຊຍ ແລະ ສິງ​ກະ​ໂປ
ພາບ:baogiaothong

        ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ ມີ​ຄວາມ​ຍາວ​ 350 ກິ​ໂລ​ແມັດ ດ້ວຍ​ສະ​ຖາ​ນີ​ລົດ​ໄຟ 7 ແຫ່ງ, ໃນ​ນັ້ນ ຢູ່ ມາ​ເລ​ເຊຍ ແມ່ນ ສະ​ຖາ​ນີ​ລົດ​ໄຟ Bandar Malaysia, Seremban, Ayer Keroh, Muar, Batu Pahat Nusajaya, ສ່ວນ​ຢູ່ ສິງ​ກະ​ໂປ ມີ​ສະ​ຖາ​ນີ​ລົດ​ໄຟ Jurong East.  ຄາດ​ວ່າ ຖ້າ​ໄປ​ຈາກ​ສະ​ຖາ​ນີ​ລົດ​ໄຟ​​ທຳ​ອິດ​ຮອດ​ສະ​ຖາ​ນີ​ລົດ​ໄຟ​ສຸດ​ທ້າຍ ເສຍ​ເວ​ລາ​ພຽງ 90 ນາ​ທີ. ຊາວ​ມາ​ເລ​ເຊຍ ຜູ້​ຫນຶ່ງ​ໄດ້​ແບ່ງ​ປັນ​ຄວາມ​ຄິດ​ຂອງ​ຕົນ​ກ່ຽວ​ກັບ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງກວ່າ​ໝູ່​ຢູ່ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ວ່າ.

        “ຈະ​ມີ​ຄວາມສະ​ດວກກວ່າ. ພວກຂ້າ​ພະ​ເຈົ້າ ບໍ່​ຕ້ອງ​ເສຍ​ເວ​ລາ 1 ຫລື 2 ຊົ່ວ​ໂມງ​ເພື່ອ​ໄປ​ມາ​ລະ​ຫວ່າງ​ສອງ​ປະ​ເທດ​ອີກ. ຂ້າ​ພະ​ເຈົ້າ​ເສຍ​ເວ​ລາ​ພຽງ 30 ນາ​ທີ​. ລົດ​ໄຟ​ຍາມ​ໃດ​ກໍ​ມາ​ທັນກັບ​ເວ​ລາກຳ​ນົດ. ສິ່ງ​ດັ່ງ​ກ່າວໄດ້ຊ່ວຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າຮູ້​ສຶກ​​ວ່າ​ພວມຢູ່​ໃກ້​ກັບ​ນະ​ຄອນ​, ຄ້າຍ​ຄື​ວ່າ​ໄດ້ຂີ່​ຍົນ​ແທ້.”

 

        ໂຄງ​ການ​ສາຍ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ ໂດຍ​ລັດ​ຖະ​ບານ​ສອງ​ປະ​ເທດ​ປຶກ​ສາ​ຫາ​ລື​ເມື່ອ​ເດືອນ 2/2013. ກ່ອນ​ຫນ້ານັ້ນ, ເດືອນ 10/2015, ການ​ສຳ​ຫລວດ​ຮ່ວມ​ໄດ້​​​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເພື່ອ​ຕີ​ລ​າ​ຄາ​ຄືນ​ອັດ​ຕາກ​ຳ​ໄລ​ກໍ​ຄື​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ປັດ​ໄຈ​ການ​ຄ້າ ແລະ ເຕັກ​ນິກ​ຂອງ​ໂຄງ​ການ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ສິງ​ກະ​ໂປ - ມາ​ເລ​ເຊຍ. ວັນ​ທີ 19/7/2016, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫລີ​ຊຽນ​ຫລົງ ແລະ ຄູ​່​ຕຳ​ແຫນ່ງ ມາ​ເລ​ຊຍ Najib Razak ໄດ້​ພ້ອມ​ກັນ​ເປັນ​ສັກ​ຂິ​ພິ​ຍານ​ພິ​ທ​ີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ໂຄງ​ການ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາ​ກົນ​ເຊື່ອມ​ຕໍ່​ລະ​ຫວ່າງ​ສອງ​ປະ​ເທດ. ຄາດ​ວ່າ ໂຄງ​ການນີ້​ເລີ່ມ​ລົງ​ມືກໍ່​ສ້າງ​ໃນ​ປີ 2017 ແລະ ຈະ​ກໍ່​ສ້າງ​ສຳ​ເລັດ​ໃນ​ປີ 2022. ດ້ວຍ​ບ້​ວງລາຍ​ຈ່າຍລົງ​ທຶນ ຄາດ​ວ່າ​ຂຶ້ນ​ເຖິງກວ່າ 10 ຕື້ USD, ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງນີ້​ຈະ​ເຊື່ອມ​ຕໍ່ ສອງ​ເຂດ​ເສດ​ຖະ​ກິດ ພ້ອມ​ທັງ​ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ນາງ Fui Soong, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ສູນ​ເຂົ້າ​ຮ່ວມ​ຍຸດ​ທະ​ສາດ​ຂອງ ມາ​ເລ​ເຊຍ ໃຫ້​ຂໍ້​ສັງ​ເກດ​ວ່າ: ສາຍ​ທາງ​ລົດ​ໄຟ​ຄວາ​ມ​ໄວ​ສູງ​ເຊື່ອມ​ຕໍ່ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ ຄື​ດັ່ງ​ສາຍ​ທາງ​ລົດ​ໄຟ​​ເຫນືອ​ລົງ​ໃຕ້ ຂອງ ມາ​ເລ​ເຊຍ ໃນ​ປີ 1980,1990, ຊ່ວຍ​ໃຫ້​ໂສມ​ຫນ້າ​ເສດ​ຖະ​ກິດ​ຂອງ ມາ​ເລ​ເຊຍ ມີ​ການ​ປ່ຽນ​ແປງ.

        “ໃນ​ທົດ​ສະ​ວັດ​ກ່ອນ, ມາ​ເລ​ເຊຍ ບໍ່​ມີ​ໂຄງ​ການ​ໃດ​ມີ​ຂອບ​ຂະ​ຫນາດ​ໃຫຍ່ ເພື່ອ​ສາ​ມາດ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ. ໃນ 8 ປີ​ຜ່ານ​ມາ, ​ດ້ານ​ການ​ເມືອງໄດ້​​ເກີດການ​ຜັນ​ແປ​ຫລາຍ​ຢ່າງ ແຕ່​ກໍ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງເພື່ອ​​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ປະ​ຊາ​ຊົນ. ແລະ ໂຄງ​ການ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ ຈະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈໃຫ້​ປະ​ຊາ​ຊົນ. ພ້ອມ​ກັບ​ການ​ຫນູນ​ຊ່ວຍ​ຈາ​ກ​ລັດ​ຖະ​ບານ, ໂຄງ​ການນີ້ ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ.”

ສາຍທາງລົດໄຟຄວາມໄວສູງເຊື່ອມຕໍ່ ມາເລເຊຍ ແລະ ສິງກະໂປ - ảnh 2
ທາງ​ລົດ​ໄຟ​ຄວາມ​ໄວ​ສູງ
ພາບ​ປະ​ກອບ

        ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ​ສອງ​ປະ​ເທດ, ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ ພວມ​ດຶງ​ດູດ​ບັນ​ດາ​ບໍ​ລິ​ສັດ​ກໍ່​ສ້າງ ແລະ ຕໍ່​ກຳ​ປັ່ນ​ສາ​ກົນ​ເຂົ້າ​ຮ່ວມ. ມີ 3 ບໍ​ລິ​ສັດ​ຂອງ ຍີ່​ປຸ່ນ, ຈີນ ແລະ ສ​ເກົາ​ຫລີ ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ປະ​ມູນ​ລົງ​ທຶນກໍ່​ສ້າງ​ໂຄ​ງ​ການນີ້. ກ່ອນນັ້ນ, ໃນ​ເດືອນ 5 ຜ່ານ​ມາ,  ຍີ່​ປຸ່ນ ໄດ້​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ຂະ​ແຫນງ​ສາຍ​ທາງ​ລົດ​ໄຟ​ຍີ່​ປຸ່ນ, ເພື່ອ​ແນ​ໃສ່​ແນະ​ນຳ ໃຫ້​ ມາ​ເລ​ເຊຍ ບັນ​ດາ​ເຕັກ​ໂນ​ໂລ​ຊີ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທັນ​ສະ​ໄຫມ​ຂອງ ຍີ່​ປຸ່ນ. ດ​ຣ Makio Miyagawa, ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ມາ​ເລ​ເຊຍ ຢືນ​ຢັນ​ວ່າ:

        “ການ​ເລືອກ​ເຟັ້ນ​ແມ່ນ​ຂຶ້ນ​ກັບ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ. ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ສອງ​ປະ​ເທດ ຈະ​ເລືອກ​ເຟັ້ນ​ລະ​ບົບ​ດີ​ສຸດ, ປອດ​ໄພ​ທີ່​ສຸດ. ເພື່ອ​ໃຫ້​ສາຍ​ທາງ​ລົດ​ໄຟ​ນີ້​ຈະ​ກາຍ​ເປັນ​ຮ​ູບ​ແບບ​ດີ​ເດັ່ນ​ໃຫ້​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ອື່ນ ກໍ​ຄື​ໃຫ້​ທົ່ວ​ໂລກ.”

        ໃນ​ສະ​ພາບ​ປະ​ຊາ​ຄົມ ອາ​ຊຽນ ຫາກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແມ່ນ​ສວມ​ບົດ​ບາດ​ສຳ​ຄັນ. ສະ​ນັ້ນ ໂຄງ​ການ​ສາຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງເຊື່ອມ​ຕໍ່ ມາ​ເລ​ເຊຍ ແລະ ສິງກະ​ໂປ ຈະ​ກາຍ​ເປັນຮູບ​ແບບ​ດີ​ເດັ່ນ​​ເພື່ອໃຫ້​ຫລາຍ​ປະ​ເທດ ອາ​ຊຽນ ທາບ​ທາມ.

ຕອບກັບ

ຂ່າວ/ບົດ​ອື່ນ