ສຽງເພງ ອາຊຽນ + 3: ຂີດໝາຍ​ແຫ່ງຄວາມສາມັກຄີ ແລະ ມິດຕະພາບ

(VOVWORLD) -ນັກຮ້ອງ 22 ຄົນ ທີ່ມາຈາກ 10 ປະເທດ ອາຊຽນ, ພ້ອມດ້ວຍ ນັກຮ້ອງຖືກເຊີນ  04 ຄົນ ທີ່ມາຈາກ ຈີນ, ຍີ່ປຸ່ນ  ແລະ ສ.ເກົາຫຼີ, ໄດ້ພ້ອມກັນປະກອບສ່ວນໃຫ້ແກ່ງານປະກວດສຽງເພງ ອາຊຽນ + 3 ທີ່ເຕັມໄປດ້ວຍສີສັນ ໂດຍ ວິທະຍຸກະຈາຍສຽງຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໃນລະຫວ່າງວັນທີ 26  28 ກໍລະກົດ ຜ່ານມາ ຢູ່ນະຄອນ ຮ້າລອງ ທີ່ສວຍງາມຂອງຫວຽດນາມ. ນອກຈາກລາຍການສິລະປະຕ່າງໆທີ່ໜ້າປະທັບໃຈໃນງານປະກວດສຽງເພງແລ້ວ, ນີ້ຍັງແມ່ນເຫດການວັດທະນະທໍາ ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາປະເທດໃນພາກພື້ນ ກໍຄື ໂຄສະນາກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມ.

        ດ້ວຍນໍ້າສຽງທີ່ດີ ແລະ ເຕັມໄປດ້ວຍພະລັງຊີວິດ, ນັກຮ້ອງຍິງໜຸ່ມ Rosario Ninih Chammini Bianis ມາຈາກ ມາເລເຊຍ ຍາດໄດ້ລາງວັນທີ 1 ໃນງານປະກວດສຽງເພງ ອາຊຽນ + 3 ຄັ້ງທີ 2. ກໍຄືກັນກັບບັນດານັກຮ້ອງໜຸ່ມອື່ນໆຂອງ ອາຊຽນ, ງານປະກວດຄັ້ງນີ້ ແມ່ນກາລະໂອກາດທີ່ດີ ເພື່ອໃຫ້ ນັກຮ້ອງຄົນນີ້ທົດສອບຄວາມອາດສາມາດຂອງຕົນເອງ.

        “ຂ້າພະເຈົ້າ ເຂົ້າຮ່ວມງານປະກວດສຽງເພງພາຍໃນປະເທດ 02 ຄັ້ງແລ້ວ ແລະ ໂຊກດີ ໃນງານປະກວດສອງຄັ້ງນັ້ນ ລ້ວນແຕ່ຍາດໄດ້ໄຊຊະນະ. ຈາກຜົນງານນັ້ນ, ຂ້າພະເຈົ້າ ຄິດວ່າ ຕົນເອງຄວນທົດສອບສິ່ງໃໝ່ຢູ່ລະດັບສາກົນ. ນັ້ນແມ່ນສາເຫດທີ່ຂ້າພະເຈົ້າຕັດສິນໃຈເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ປີນີ້. ຂໍຂອບພະຄຸນພະເຈົ້າ ທີ່ໄດ້ດົນບັນດາຄວາມໂຊກດີຄັ້ງທີ 3 ມາໃຫ້ຂ້າພະເຈົ້າ. ນອກຈາກລາງວັນແລ້ວ, ສ່ິງທີ່ລໍ້າຄ່າກວ່ານັ້ນແມ່ນ ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກບັນດານັກຮ້ອງອື່ນໆໃນພາກພື້ນ, ກໍຄືມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທໍາຂອງເຂົາເຈົ້າ”.

ສຽງເພງ ອາຊຽນ + 3: ຂີດໝາຍ​ແຫ່ງຄວາມສາມັກຄີ ແລະ ມິດຕະພາບ - ảnh 1ນັກຮ້ອງຍິງໜຸ່ມ Rosario Ninih Chammini Bianis ມາຈາກ ມາເລເຊຍ 

        ສຽງຕົບມືຢ່າງຟົດຟື້ນຂອງຜູ້ຊົມ ພາຍຫຼັງບົດເພງ ຊຶ່ງຜູ້ເຂົ້າຮ່ວມງານປະກວດສຽງເພງ ແຕ່ລະຄົນຈົບລົງນັ້ນ ກໍເປັນສ່ວນໃດສ່ວນໜຶ່ງສະແດງໃຫ້ເຫັນຜົນສໍາເລັດກ່ຽວກັບດ້ານວິຊາສະເພາະຂອງງານປະກວດ ສຽງເພງ ອາຊຽນ + 3 ປີນີ້. ຖ້າຫາກວ່າ ງານປະກວດສຽງເພງ ອາຊຽນ + 3 ຈັດຂຶ້ນຄັ້ງທໍາອິດໃນປີ 2017, ມີການເຂົ້າຮ່ວມຂອງຜູ້ເຂົ້າປະກວດຮ້ອງເພງພຽງແຕ່ມາຈາກ 7 ໃນຈໍານວນ 10 ປະເທດ ອາຊຽນ ເທົ່ານັ້ນ, ມາຮອດປີນີ້, 10 ປະເທດ ລ້ວນແຕ່ສົ່ງນັກຮ້ອງມາເຂົ້າຮ່ວມ ແລະ ແຕ່ລະປະເທດມີນັກຮ້ອງຢ່າງໜ້ອຍສຸດ 02 ຄົນ. ນອກຈາກຜົນສໍາເລັດກ່ຽວກັບດ້ານວິຊາສະເພາະແລ້ວ, ຂອດຈັດຕັ້ງກໍມີການປັບປ່ຽນຫຼາຍຢ່າງທີ່ດີ. ທ່ານນາງ ເຢືອງບ໋າວງອກ, ຮອງຜູ້ອໍານວຍການຊ່ອງໂທລະພາບຫວຽດນາມ Journey, ເຊິ່ງເປັນຫົວໜ່ວຍຮັບຜິດຊອບການຈັດຕັ້ງການສະແດງບົນເວທີ ແລະ ຖ່າຍທອດສົດງານປະກວດຄັ້ງນີ້ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ລະດົມແຫຼ່ງຊັບພະຍາກອນມະນຸດ ແລະ ເຄື່ອງຈັກ 100% ເພື່ອຮັບປະກັນໃຫ້ຂອດຈັດຕັ້ງບັນລຸໝາກຜົນດີທີ່ສຸດ. ຄະນະຜູ້ເຂົ້າຮ່ວມງານປະກວດສຽງເພງ ແຕ່່ລະປະເທດເມື່ອມາຫວຽດນາມ ລ້ວນແຕ່ມີທິມງານນັກຂ່າວໄປບັນທຶກພາບໃຫ້. ໃນຕະຫຼອດໄລຍະດໍາເນີນງານປະກວດ ແລະ ບັນດາເຫດການຢູ່ນອກງານປະກວດ ພວກຂ້າພະເຈົ້າລ້ວນແຕ່ນໍາໃຊ້ flycam ຫຼື ເຄື່ອງຖ່າຍຮູບທີ່ທັນສະໄໝ ເພື່ອໃຫ້ຮູບຖ່າຍອອກມາມີຄຸນນະພາບດີທີ່ສຸດ. ນອກຈາກການຖ່າຍທອດສົດອອກໂທລະພາບແລ້ວ, ພວກຂ້າພະເຈົ້າຍັງສະໜອງເນື້ອໃນລາຍການປະກວດນີ້ຜ່ານສື່ຕ່າງໆຄື youtube, facebook ຫຼື ສື່ສັງຄົມອອນລາຍອື່ນໆອີກດ້ວຍ.”

ສຽງເພງ ອາຊຽນ + 3: ຂີດໝາຍ​ແຫ່ງຄວາມສາມັກຄີ ແລະ ມິດຕະພາບ - ảnh 2 ຜູ່້ປະກວດ 10 ຄົນ ເຂົ້າຮອບຊີງຊະນະເລີດ 

        ຢູ່ນອກງານປະກວດ, ຄະນະຈັດຕັ້ງກໍໄດ້ຈັດຕັ້ງບັນດາການເຄື່ອນໄຫວຄົ້ນຫາວັດທະນະທໍາ, ການທ່ອງທ່ຽວ ເພື່ອຊ່ວຍບັນດາຜູ້ເຂົ້າຮ່ວມງານປະກວດສຽງເພງຢ່ອນອາລົມ, ມີໂອກາດໄດ້ພົບປະແລກປ່ຽນນໍາກັນຫຼາຍກວ່າ, ກໍຄືໂຄສະນາກ່ຽວກັບຄວາມງາມຂອງປະເທດຊາດ ແລະ ຊາວຫວຽດນາມ. ໃນ 02 ມື້ຢູ່ຮ້າລອງ, ຜູ້ເຂົ້າຮ່ວມງານປະກວດ ແລະ ນັກຮອ້ງຖືກເຊີນ ໄດ້ພ້ອມກັນຂີ່ເຮືອໄປຢ້ຽມຊົມອ່າວຮ້າລອງ, ເຊິ່ງເປັນມໍລະດົກທໍາມະຊາດໂລກໂດຍ ຢູແນດໂກ ຮັບຮອງ ແລະ ຢ້ຽມຊົມຫໍພິພິທະພັນກວ໋າງນິງ, ເຊິ່ງເປັນບ່ອນວາງສະແດງບັນດາວັດຖຸພັນ, ເອກະສານທີ່ມີຄ່າທາງດ້ານວັດທະນະທໍາ, ປະຫວັດສາດຂອງຫວຽດນາມ. ບັນດາການເຄື່ອນໄຫວເຫຼົ່ານີ້ ໄດ້ສ້າງຄວາມຊົງຈໍາທີ່ດີໃຫ້ຜູ້ເຂົ້າຮ່ວມງານປະກວດສຽງເພງໃນການເດີນທາງມາຫວຽດນາມຄັ້ງນີ້.

        “ສະບາຍດີ ຫວຽດນາມ. ຂ້າພະເຈົ້າ ຊື່ວ່າ Ma Chanpanha, ມາຈາກປະເທດ ກໍາປູເຈຍ. ສຸດຍອດຫຼາຍ ເມື່ອໄດ້ທໍາຄວາມລຶ້ງເຄີຍກັບເພື່ອນໃໝ່ຫຼາຍຄົນໃນການແຂ່ງຂັນຄັ້ງນີ້. ບໍ່ສໍາຄັນວ່າ ຜົນອອກມາຈະເປັນແນວໃດ, ແຕ່ຂ້າພະເຈົ້າຮູ້ສຶກມີຄວາມພາກພູມໃຈ ເມື່ອໄດ້ເປັນຜູ້ຕາງໜ້າໃຫ້ແກ່ລຸ້ນໜຸ່ມຂອງກໍາປູເຈຍ ນໍາເອົາສຽງເວົ້າ, ສຽງເພງຂອງປະເທດຕົນ ມາສູ່່ເພື່ອນມິດໃນພາກພື້ນ”.

        “ຂ້າພະເຈົ້າ ຊື່ວ່າ Mohammad Syafiq Abdillad Bin Soony, ເຊິ່ງເປັນຜູ້ຕາງໜ້າ ປະເທດ ບຣູໄນ. ນີ້ແມ່ນຄັ້ງທໍາອິດທີ່ຂ້າພະເຈົ້າມາຫວຽດນາມ ແລະ ເປັນການເດີນທາງທີ່ໜ້າຈື່ຈໍາທີີ່ສຸດ. ຂອບໃຈພວກເພື່ອນ, ປະເທດສວຍງາມກັບພື້ນຖານວັດທະນະທໍາທີ່ມີຫຼາກຫຼາຍສີສັນ”.

        “ສະບາຍດີ, ຂ້າພະເຂົ້າ ຊື່ວ່າ Yohei Hamanbata, ມາຈາກປະເທດ ຍີ່ປຸ່ນ. ຍີ່ປຸ່ນ ກັບ ຫວຽດນາມ ກໍຄື ອາຊຽນ ເປັນເພື່ອນທີ່ສະໜິດສະໜົມຂອງກັນ. ຂ້າພະເຈົ້າຫວັງວ່າ ຜ່ານສຽງເພງຂອງຕົນ ຈະປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນດັ່ງກ່າວ”.

ສຽງເພງ ອາຊຽນ + 3: ຂີດໝາຍ​ແຫ່ງຄວາມສາມັກຄີ ແລະ ມິດຕະພາບ - ảnh 3ບັນດານັກຮ້ອງພ້ອມກັນຮ້ອງບົດເພງ ມີຫົວຂໍ້ “ບົດເພງ ອາຊຽນ”

        ງານປະກວດ “ສຽງເພງ ອາຊຽນ + 3” ຖືກຈັດຂຶ້ນສອງປີເທື່ອໜຶ່ງ ແມ່ນຈຸດພົ້ນເດັ່ນໃນການເຄື່ອນໄຫວຕ່າງໆຂອງ ວິທະຍຸກະຈາຍສຽງຫວຽດນາມ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ, ພິເສດໃນສະພາບ ທີ່ຫວຽດນາມ ຈະຮັບບົດບາດຕໍາແໜ່ງເປັນປະທານ ອາຊຽນໃນປີ 2020./.

ຕອບກັບ

ຂ່າວ/ບົດ​ອື່ນ