ຫໍ​ພິ​ພິ​ທະ​ພັນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ບ່ອນ​ເຊື່ອມ​ຕໍ່​ບັນ​ດາ​ພື້ນ​ຖານ​ວັດ​ນະ​ທະ​ທຳ​ໃນ ອາ​ຊຽນ

(VOVWORLD) -ໂດຍນອນໃນບໍລິເວນຂອງ ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ຫໍພິພິທະພັນອາຊີຕາເວັນອອກສ່ຽງໃຕ້ ແມ່ນກິດຈະກຳໄດ້ຮັບການກໍ່ສ້າງຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ສະຖາບັນບັນດິດວິທະຍາສາດ - ສັງຄົມ ຫວຽດນາມ ຄົບຮອບ 60 ປີ. ດ້ວຍຊື່ເອີ້ນທີ່ວ່າ “ວ່າວ”, ຫໍພິພິທະພັນ ອາຊີຕາເວັນອອກສ່ຽງໃຕ້ ແມ່ນບ່ອນເຊື່ອມຕໍ່ວັດທະນະທຳຂອງບັນດາປະເທດ ອາຊຽນ, ແມ່ນບ່ອນວາງສະແດງວັດຖຸພັນ ແລະ ຮູບພາບກ່ຽວກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ທີ່ມີວັດທະນະທຳ ແລະ ສິປະລະພື້ນເມືອງຫຼາຍຮູບຫຼາຍແບບ.
ຫໍ​ພິ​ພິ​ທະ​ພັນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ບ່ອນ​ເຊື່ອມ​ຕໍ່​ບັນ​ດາ​ພື້ນ​ຖານ​ວັດ​ນະ​ທະ​ທຳ​ໃນ ອາ​ຊຽນ - ảnh 1ຫໍພິພິທະພັນ ອາຊີຕາເວັນອອກສ່ຽງໃຕ້ ມີຊື່ວ່າ “ວ່າວ” 

ຫໍພິພິທະພັນ ອາຊີຕາເວັນອອກສ່ຽງໃຕ້ ມີຊື່ວ່າ “ວ່າວ” ແມ່ນຕຶກອາຄານລວມມີ 4 ຊັ້ນ ດ້ວຍເນື້ອທີ່ເກືອບ 5 ເຮັກຕາ. ຫໍພິພິທະພັນດັ່ງກ່າວໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການໃນປີ 2013 ພາຍຫຼັງການກໍ່ສ້າງພາຍໃຕ້ການສົມທົບ ແລະ ຮ່ວມມືກັນກໍ່ສ້າງຂອງບັນດານັກຊ່ຽວຊານ ຫວຽດນາມ ແລະ ຝລັ່ງ ມາເປັນເວລາ 6 ປີ ແລະ ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກວົງການນັກຄົ້ນຄວ້າ ກໍຄື ແຂກທີ່ມາຢ້ຽມຊົມ. ເມື່ອເວົ້າກ່ຽວກັບສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຂອງຫໍພິພິທະພັນແຫ່ງນີ້, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຢຸຍທ້ຽວ, ອະດີດຮອງຜູ້ອຳນວຍການຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ໃຫ້ຮູ້ວ່າ:

ຫໍ​ພິ​ພິ​ທະ​ພັນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ບ່ອນ​ເຊື່ອມ​ຕໍ່​ບັນ​ດາ​ພື້ນ​ຖານ​ວັດ​ນະ​ທະ​ທຳ​ໃນ ອາ​ຊຽນ - ảnh 2ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນຢຸຍທ້ຽວ

“ຕາມທິດສະດີແລ້ວ, ສ້າງຫໍພິພິທະພັນແມ່ນການສ້າງບ່ອນວາງສະແດງທີ່ໜ້າຈັບໃຈ. ເພື່ອສ້າງໄດ້ຮູບຊົງ, ສ້າງໄດ້ຄວາມປະທັບໃຈນັ້ນ ແມ່ນຕ້ອງອີງໃສ່ວັດນະທະນະທຳຂອງປະຊາຄົມ. ພວກເຮົາກຳລັງດຳລົງຊີວິດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ແມ່ນພາກພື້ນທີ່ມີອະລິຍາທຳກ່ຽວກັບການເຮັດກະສິກຳ ຕິດພັນກັບພິທີຂໍຝົນ ເພື່ອປູກຕົ້ນໄມ້, ເມື່ອຝົນຕົກຫຼາຍຈົນຖ້ວມ ກໍຈະເຮັດພິທີຂໍໃຫ້ຝົນເອື້ອນ, ເວລານັ້ນ ເຂົາຈະປ່ອຍວ່າວຂຶ້ນທ້ອງຟ້າ ເຊິ່ງເປັນສັນຍະລັກໃຫ້ເຈົ້າຟ້າແລ້ງ, ເນື່ອງຈາກທັດສະນະຄະຕິຄືແນວນັ້ນ, ພວກຂ້າພະເຈົ້າໄດ້ອອກແບບ ແລະ ກໍ່ສ້າງຫໍພິພິທະພັນຕາມຮູບວ່າວ”.

ຫໍ​ພິ​ພິ​ທະ​ພັນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ບ່ອນ​ເຊື່ອມ​ຕໍ່​ບັນ​ດາ​ພື້ນ​ຖານ​ວັດ​ນະ​ທະ​ທຳ​ໃນ ອາ​ຊຽນ - ảnh 3ສາສະໜາພຸດນິກາຍມະຫາຍານ 
 ເພື່ອມີປະລິມານວັດຖຸພັນຫາຍາກກວ່າ 2.200 ຢ່າງ ພ້ອມດ້ວຍເທບບັນທຶກສຽງ, ພາບ, ເອກະສານສຳຄັນຈຳນວນຫຼວງຫຼາຍ ເຊິ່ງສ່ອງແສງໃຫ້ເຫັນວິຖີການດຳລົງຊີວິດ ແລະ ວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຜົ່າ, ບັນດາປະເທດໃນພາກພື້ນນັ້ນ, ບັນດານັກຄົ້ນຄວ້າຂອງຫໍພິພິທະພັນໄດ້ໄປເກັບກຳສະສົມຢູ່ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຖິງຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ກໍໄດ້ຮັບການຊ່ວຍເຫຼືອຈາກບັນດາຄູ່ຮ່ວມມື ກໍຄື ປະຊາຊົນປະຈຳຖິ່ນ. ນອກຈາກນັ້ນ, ຫໍພິພິທະພັນແຫ່ງນີ້ ຍັງໄດ້ຮັບຊຸດວັດຖຸພັນທີ່ຫາຍາກຈາກບັນດານັກສະສົມຕ່າງປະເທດມອບໃຫ້ອີກດ້ວຍ.
ຫໍ​ພິ​ພິ​ທະ​ພັນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ບ່ອນ​ເຊື່ອມ​ຕໍ່​ບັນ​ດາ​ພື້ນ​ຖານ​ວັດ​ນະ​ທະ​ທຳ​ໃນ ອາ​ຊຽນ - ảnh 4ພາບແກ້ວ ອິນໂດເນເຊຍ
   ຢູ່ຊັ້ນສອງຂອງຫໍພິພິທະພັນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ວາງສະແດງຊຸດວັດຖຸພັນພິເສດ 3 ຊຸດ ຂອງບັນດານັກວິທະຍາສາດ, ນັກຄົ້ນຄວ້າວັດທະນະທຳມອບໃຫ້. ນັ້ນແມ່ນຊຸດວັດຖຸພັນ “ຊົນເຜົ່າວິທະຍາ ອາຊີ” ຂອງສາດສະດາຈານ Kaneko Kazushige (ຍີ່ປຸ່ນ);  “ພາບແກ້ວ ອິນໂດເນເຊຍ„ ຂອງສອງຜົວເມຍ ອາຈານສອນມວຍ Pencaksilat O’ong Maryono ແລະ  Rosalia Sciortino (ອີຕາລີ); “ຊ່ວງໄລຍະເວລາໜຶ່ງຂອງວັດທະນະທຳໂລກ„ ຂອງສາດສະດາຈານ ເລແທັ່ງຄອຍ (ຊາວ ຫວຽດນາມ, ເຊື້ອຊາດ ຝລັ່ງ) ພ້ອມດ້ວຍວັດຖຸພັນກວ່າ  300 ຢ່າງ ເຊິ່ງມາຈາກຫຼາຍພື້ນຖານວັດທະນະທຳຢູ່ທະວີບອື່ນໆໃນໂລກ, ໃນຫຼາຍສະໄໝທີ່ແຕກຕ່າງກັນຂອງຫຼາຍພື້ນຖານອະລິຍາທຳ. ນອກຈາກນັ້ນ, ຫໍພິພິທະພັນແຫ່ງນີ້ ຍັງວາງສະແດງວັດຖຸພັນເກືອບ 400 ຢ່າງ ຕິດຂັດມາພ້ອມແມ່ນລະບົບຂໍ້ມູນ ລວມມີແຜນທີ່, ຄຳອະທິບາຍ, ໝາຍເຫດ, ບົດຂຽນ, ຟິມຮູບເງົາ, ຄຼິບວີດີໂອ ກ່ຽວກັບວັດທະນະທຳຂອງບັນດາເຜົ່າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງໄດ້ຈັດວາງໃນຫ້ອງທີ່ມີເນື້ອທີ່ເກືອບ 500 ຕາແມັດ ຢູ່ຊັ້ນໜຶ່ງຂອງຫໍພິພິທະພັນ.
ຫໍ​ພິ​ພິ​ທະ​ພັນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ບ່ອນ​ເຊື່ອມ​ຕໍ່​ບັນ​ດາ​ພື້ນ​ຖານ​ວັດ​ນະ​ທະ​ທຳ​ໃນ ອາ​ຊຽນ - ảnh 5ເຄື່ອງດົນຕີພື້ນເມືອງຂອງ ກຳປູເຈຍ
   ການວາງສະແດງຖືກຈັດຕາມແບບທັນສະໄໝ, ມີລັກສະນະວິທະຍາສາດ ແລະ ວິຈິດສິນສູງ ໂດຍຜ່ານ 5 ຫົວຂໍ້ຕົ້ນຕໍຄື: ປະເພດເຄື່ອງແຜ່ນແພ, ຊີວິດປະຈຳວັນ, ຊີວິດສັງຄົມ, ສິລະປະການສະແດງ ແລະ ສາສະໜາ. ມີຫຼາຍປັດໄຈວັດທະນະທຳຂອງປະຊາຊົນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ສະແດງໃຫ້ເຫັນພາກພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ມີສີສັນຫຼາກຫຼາຍ ແລະ ມີຄວາມເປັນເອກະພາບໃນພື້ນຖານວັດທະນະທຳ ແລະ ວິຖີການດຳລົງຊີວິດ ອັນໄດ້ດຶງດູດຄວາມສົນໃຈຂອງຜູ້ມາຢ້ຽມຊົມ ບໍ່ພຽງແຕ່ແມ່ນແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ ເທົ່ານັ້ນ ຫາກບັນດາຄະນະນັກການທູດ ແລະ ປະມຸກລັດຫຼາຍປະເທດ ເມື່ອມາຢ້ຽມຢາມ ຫໍພິພິທະພັນແຫ່ງນີ້ ເປັນຕົ້ນແມ່ນ ທ່ານນາງ  Hillary Clinton, ທ່ານອະດີດປະທານາທິບໍດີ ອາເມລິກາ Obama, ເຈົ້າຊາຍຍີ່ປຸ່ນ ພ້ອມດ້ວຍພັນລະຍາ....

        ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າມາຢ້ຽມຢາມຫໍພິພິທະພັນອາຊີຕາເວັນອອກສ່ຽງໃຕ້. ຂ້າພະເຈົ້າມີຄວາມແປກປະຫຼາດໃຈ ແລະ ປະທັບໃຈຕໍ່ບັນດາພື້ນຖານວັດທະນະທຳຂອງບັນດາປະເທດໃນ ອາຊຽນ ທີ່ມີຫຼາຍຮູບຫຼາຍແບບໂດຍຜ່ານບັນດາວັດຖຸພັນທີ່ໄດ້ນຳມາວາງສະແດງຢູ່ທີ່ນີ້. ຂ້າພະເຈົ້າຫວັງວ່າ ຫໍພິພິທະພັນແຫ່ງນີ້ ຈະນັບມື້ນັບພັດທະນາ ຫຼາຍກວ່າອີກໃນອະນາຄົດ.

        ນ້ອງເຫັນວ່າ ການວາງສະແດງຢູ່ຫໍພິທີທະພັນນີ້ ມີຄວາມຈັບອົກຈັບໃຈພໍສົມຄວນ, ຊ່ວຍດຶງດູດຄວາມສົນໃຈຂອງຜູ້ຊົມ. ເມື່ອມາທີ່ນີ້, ນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະຫວັດສາດວັດທະນະທຳຂອງ ຫວຽດນາມ ກໍຄືຂອງບັນດາປະເທດ ອາຊຽນ. ນ້ອງເຫັນວ່າ ການມາຢ້ຽມຢາມຫໍພິພິທະພັນຄັ້ງນີ້ ນຳມາເຊິ່ງປະໂຫຍດຫຼາຍຢ່າງສຳລັບນ້ອງ.

ຫໍ​ພິ​ພິ​ທະ​ພັນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ບ່ອນ​ເຊື່ອມ​ຕໍ່​ບັນ​ດາ​ພື້ນ​ຖານ​ວັດ​ນະ​ທະ​ທຳ​ໃນ ອາ​ຊຽນ - ảnh 6ສິລະປະຟ້ອນຕຸກກະຕາ ຂອງ ມາເລເຊຍ
  ໃນວິວັດການເຄື່ອນໄຫວ, ຫໍພິພິທະພັນ ອາຊີຕາເວັນອອກສ່ຽງໃຕ້ ກໍໄດ້ສົມທົບກັບສະຖານທູດບັນດາປະເທດປະຈຳ ຫວຽດນາມ ຈັດກິດຈະກຳຕ່າງໆຕາມເຫດການ ແລະ ເຊື້ອເຊີນບັນດາປະເທດໃນພາກພື້ນເຂົ້າຮ່ວມການວາງສະແດງ, ການສະແດງສິລະປະ, ສົມທົບກັນແນະນຳກ່ຽວກັບວັດນະທະທຳ, ເປັນຕົ້ນແມ່ນ: ສະແດງລາຍການສິລະປະຈາກບັນດານັກສິລະປິນທີ່ມາຈາກ ໄທ, ລາວ; ການຄົ້ນຫາກ່ຽວກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້… ເຖິງຢ່າງໃດກໍຕາມ, ນັບແຕ່ຕົ້ນປີ 2020 ມານີ້, ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ສະນັ້ນ, ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຫໍພິພິທະພັນກໍຖືກຫຼຸດລົງຫຼາຍ. ເພາະສະນັ້ນ, ທາງຫໍພິພິທະພັນກໍໄດ້ວາງອອກມາດຕະການຕ່າງໆໃຫ້ເໝາະສົມກັບສະພາບການ ເປັນຕົ້ນແມ່ນ ຈັດລາຍການເຄື່ອນໄຫວຢູ່ໂຮງຮຽນແຫ່ງຕ່າງໆ ເພື່ອຮັບໃຊ້ແກ່ການຄົ້ນຫາມໍລະດົກ, ວັດທະນະທຳ ໃນສະພາບການປົກກະຕິໃໝ່. ພ້ອມດຽວກັນນັ້ນ, ກໍເພີ່ມທະວີບັນດາມາຕະການໂຄສະນາເຜີຍແຜ່ຜ່ານສື່ສັງຄົມອອນລາຍ, ແນະນຳວັດຖຸພັນ ແລະ ເລື່ອງລາວ, ການເຄື່ອນໄຫວຕ່າງໆຂອງຫໍພິພິທະພັນ ແລະ ສະຖານທີ່ຄົ້ນຫາຂອງຫໍພິພິທະພັນຜ່ານບັນດາສື່ສັງຄົມອອນລາຍ ຄື ເຟັດບຸກ, ຢູທູບ… ເພື່ອໃຫ້ມວນຊົນມີເງື່ອນໄຂໄດ້ເຊື່ອມຕໍ່ວັດທະນະທຳ ຫວຽດນາມ ກັບວັດທະນະທຳຂອງບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້./.

ຕອບກັບ

ຂ່າວ/ບົດ​ອື່ນ