ຫ​ວນ​ຄືນ​ໄລ​ຍະເວ​ລາ​ທີ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ລາວ ເຄື່ອນ​ໄຫວ​ຢູ່ ດິນ​ແດນ ຫວຽດ​ນາມ

(VOVWORLD) -ມີວິທະຍຸກະຈາຍສຽງຂອງລັດຖະບານລາວຕໍ່ຕ້ານ ເຄີຍເຄື່ອນໄຫວຢູ່ດິນແດນ ຫວຽດນາມ ໃນເວລາເກືອບ 10 ປີ. ນັ້ນແມ່ວິທະຍຸກະຈາຍສຽງ ປະເທດລາວ, ຫຼັງຈາກທີ່ມີການຍົກຍ້າຍພົນ ໄດ້ເອີ້ນວ່າ ວິທະຍຸ B1. ໃນຊຸມປີທີ່ຜູກພັນກັບວິທະຍຸ B1 ແມ່ນໄລຍະເວລາທີ່ມີອະນຸສອນຫຼາຍຢ່າງ ສຳລັບຜູ້ເຮັດວຽກງານກະຈາຍສຽງຢູ່ວິທະຍຸ B1 ເພາະວ່າພວກເພິ່ນໄດ້ດຳລົງຊີວິດ ແລະ ເຮັດວຽກໃນຄວາມຮັກແພງ, ການອຸ້ມຊູຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງການນຳ ແລະ ພະນັກງານ, ນັກເຕັກນິກຂອງ ວິທະຍຸກະຈາຍສຽງ ຫວຽດນາມ.
ຫ​ວນ​ຄືນ​ໄລ​ຍະເວ​ລາ​ທີ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ລາວ ເຄື່ອນ​ໄຫວ​ຢູ່ ດິນ​ແດນ ຫວຽດ​ນາມ - ảnh 1ສຳລັບ ທ່ານ ອຸໄດ ສີສະແຫວນ, ຊຸມວັນຝຶກງານຢູ່ວິທະຍຸກະຈາຍສຽງ ຫວຽດນາມ ແລ້ວໄປເຮັດວຽກຢູ່ວິທະຍຸກະຈາຍສຽງປະເທດລາວ ແມ່ນໄລຍະເວລາທີ່ບໍ່ອາດຈະຫຼົງລືມໄດ້

ເບິ່ງທ່າທີວ່ອງໄວມີໄຫວພິບ, ນ້ຳສຽງໃສທີ່ເຂັ້ມແຂງ, ຈະແຈ້ງຂອງ ທ່ານ ອຸໄດ ສີສະແຫວນ ເມື່ອເພິ່ນມາເຮັດລາຍການກະຈາຍສຽງ 30 ນາທີ ຢູ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໃນມື້ວັນພະຫັດຂອງທຸກໆອາທິດ ບໍ່ມີຜູ້ໃດຄິດເລີຍວ່າ ເພິ່ນມີອາຍຸ 80 ກວ່າປີແລ້ວ ແລະ ເຄີຍມີໄລຍະເວລາເຮັດລາຍການກະຈາຍສຽງປິດລັບໃນຖ້ຳຫີນ ຢູ່ເຂດພູຜາ ຍໍກວານ, ແຂວງນິງບິ່ງ ຫວຽດນາມ ຢ່າງລຳບາກຍາກເຂັນ. ເມື່ອກ່ອນນີ້, ເມື່ອເພິ່ນກຳລັງຮຽນຢູ່ແຂວງ ທາຍງວຽນ ແລ້ວໄດ້ຮັບຄຳສັ່ງຈາກທ່ານ ຄຳໄຕ ສີພັນດອນ, ເພິ່ນພ້ອມກັບໝູ່ 3 ຄົນ ໄດ້ກັບມາຮ່າໂນ້ຍ ເພື່ອເຂົ້າຮ່ວມການສ້າງຕັ້ງວິທະຍຸກະຈາຍສຽງ ປະເທດລາວ ຮັບໃຊ້ການຕໍ່ຕ້ານຂອງ ແນວລາວຮັກຊາດ. ສຳລັບເພິ່ນແລ້ວ, ຊຸມວັນຝຶກງານຢູ່ວິທະຍຸກະຈາຍສຽງ ຫວຽດນາມ ແລ້ວໄປເຮັດວຽກຢູ່ວິທະຍຸກະຈາຍສຽງປະເທດລາວ, ເຊິ່ງຫຼັງຈາກນັ້ນເອີ້ນວ່າ ວິທະຍຸ B1 ເມື່ອຕ້ອງຍ້າຍຈາກ ຫົວພັນ ໄປຍັງແຂວງ ນິງບິ່ງ ຫວຽດນາມ ນັ້ນ ແມ່ນໄລຍະເວລາທີ່ບໍ່ອາດຈະຫຼົງລືມໄດ້, ໂດຍສະເພາະແມ່ນບັນດາອະນຸສອນທີ່ມີຕໍ່ເພື່ອນຮ່ວມງານ ແລະ ອ້າຍນ້ອງ ຫວຽດນາມ.

“ເວລາທີ່ຢູ່ ຮ່າໂນ້ຍ, ຂ້າພະເຈົ້າໄດ້ຮຽນຮູ້ນຳສະຫາຍ ງິ, ສະຫາຍ ລິງ. ເມື່ອຍ້າຍໄປເຮັດວຽກຢູ່ວິທະຍຸ B1 ກໍໄດ້ມີໂອກາດໄດ້ຮ່ວມມືກັບສະຫາຍ ໂຮ້ຍ, ສະຫາຍ ທ້ຽວ, ນັບທັງນາງພະຍາບານ, ພະນັກງານ Teletip… ຕ້ອງເວົ້າວ່າ ການຮ່ວມມືລະຫວ່າງ ລາວ - ຫວຽດນາມ ແລະ ຄວາມສາມັກຄີ ລະຫວ່າງ ລາວ - ຫວຽດນາມ ແມ່ນສະໜິດສະໜົມ ແລະ ມີຄວາມຜູກພັນຢ່າງໜຽວແໜ້ນທີ່ສຸດ”.

ຫ​ວນ​ຄືນ​ໄລ​ຍະເວ​ລາ​ທີ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ລາວ ເຄື່ອນ​ໄຫວ​ຢູ່ ດິນ​ແດນ ຫວຽດ​ນາມ - ảnh 2ພະນັກງານວິທະຍຸກະຈາຍສຽງປະເທດ ລາວ ເຮັດລາຍການກະຈາຍສຽງໃນຖໍ້າຫີນຢູ່ ຍໍກວານ, ນິງບິ່ງ, ຫວຽດນາມ (ພາບເອກະສານ)

ສົງຄາມຢູ່ທັງສອງປະເທດ ລາວ ແລະ ຫວຽດນາມ ນັບມື້ນັບດຸເດືອດ. ທະຫານ, ນັກຊ່ຽວຊານ ຫວຽດນາມ ໄປຊ່ວຍເຫຼືອກອງທັບປະເທດລາວ ນັບມື້ນັບຫຼາຍ ແລະ ມີຄວາມຕ້ອງການຢາກຮູ້ຂ່າວ, ສະພາບການສົງຄາມຢູ່ ລາວ. ເດືອນພຶດສະພາ 1966, ວິທະຍຸກະຈາຍສຽງ ປະເທດລາວ ກໍເລີ່ມກະຈາຍສຽງລາຍການສະຖານະການການເມືອງ ດ້ວຍພາສາ ຫວຽດ ເພື່ອຕອບສະໜອງຄວາມຕ້ອງການດັ່ງກ່າວ, ພ້ອມດຽວກັນນັ້ນ ກໍຊ່ວຍໃຫ້ທ່ານຜູ້ຟັງ ຫວຽດນາມ ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບບັ້ນຕໍ່ຕ້ານຂອງປະຊາຊົນລາວ. ຍ້ອນເກັ່ງພາສາ ຫວຽດ ແລະ ມີພອນສະຫວັນໃນການຂຽນບົດ, ເຖິງວ່າຫາກໍຮຽນຈົບມັດທະຍົມຕອນຕົ້ນກໍຕາມ, ແຕ່ທ່ານ ຄຳໄພ ສຸພາວົງໄຕ ກໍໄດ້ຮັບການຄັດເລືອກເປັນໂຄສົກລາຍການກະຈາຍສຽງພາກພາສາ ຫວຽດ. ນັບແຕ່ເມື່ອວິທະຍຸ ຍັງຕັ້ງຢູ່ ດົງດາ - ຮ່າໂນ້ຍ ຫຼື ຫຼັງຈາກນັ້ນຖືກຍົກຍ້າຍໄປ ນິງບິ່ງ, ບັນດາເພື່ອນຮ່ວມງານຂອງ ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍຮຽງບ່າຮຽງໄຫຼ່ພ້ອມກັບພະນັກງານ, ນັກຂ່າວຂອງວິທະຍຸ ລາວ. ທ່ານ ຄຳໄພ ເລົ່າສູ່ຟັງວ່າ ຖ້າຫາກວ່າບໍ່ມີການຊ່ວຍເຫຼືອເຫຼົ່ານັ້ນ, ພວກຂ້າພະເຈົ້າ ກໍຍາກທີ່ຈະປະຕິບັດສຳເລັດໜ້າທີ່ອັນສຳຄັນເຊິ່ງ ການປະຕິວັດລາວ ມອບໝາຍໃຫ້:

ຫ​ວນ​ຄືນ​ໄລ​ຍະເວ​ລາ​ທີ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ລາວ ເຄື່ອນ​ໄຫວ​ຢູ່ ດິນ​ແດນ ຫວຽດ​ນາມ - ảnh 3ທ່ານ ຄຳໄພ ສຸພາວົງໄຕ

ຖ້າຫາກວ່າບໍ່ມີການຊ່ວຍເຫຼືອຂອງນັກຊ່ຽວຊານ ຫວຽດນາມ ໃນຄາວນັ້ນ, ພວກຂ້າພະເຈົ້າຄືຊິບໍ່ມີຊີວິດຢູ່ໄດ້. ທີໜຶ່ງແມ່ນການກິນການຢູ່, ທີສອງແມ່ນການເຄື່ອນໄຫວຢູ່ ວິທະຍຸກະຈາຍສຽງ. ເພາະວ່າພະນັກງານຂອງພວກຂ້າພະເຈົ້າມີໜ້ອຍຄົນ ໂດຍສະເພາະແມ່ນກ່ຽວກັບດ້ານເຕັກນິກ, ຕອນນັ້ນຫາກໍມີພະນັກງານເຕັກນິກໜ້ອຍຄົນທີ່ໄປຝຶກງານຢູ່ ຫວຽດນາມ ເທົ່ານັ້ນ. ນັກຊ່ຽວຊານຂອງພາກສ່ວນຕ່າງໆກໍໄດ້ໃຫ້ການຊ່ວຍເຫຼືອ, ແນະນຳພວກຂ້າພະເຈົ້າເຊັ່ນດຽວກັນ. ຖ້າບໍ່ມີການຊ່ວຍເຫຼືອຂອງ ວິທະຍຸກະຈາຍສຽງ ຫວຽດນາມ, ພວກຂ້າພະເຈົ້າບໍ່ສາມາດປະຕິບັດສຳເລັດໜ້າທີ່ຂອງຕົນໄດ້.”

ໂດຍເປັນໂຄສົກພາສາລາວ ຂອງລາຍການກະຈາຍສຽງກອງທັບ, ທ່ານນາງ ຄຳພາບ ແກ້ວມູນຕີ ກໍໄດ້ມາຊ່ວຍເຫຼືອລາຍການກະຈາຍສຽງພາກພາສາຫວຽດ ເປັນໄລຍະໜຶ່ງ. ໃນຄວາມຊົງຈຳຂອງທ່ານນາງແລ້ວ, ຊຸມປີທີ່ເຮັດວຽກຢູ່ວິທະຍຸ B1 ຢູ່ ຍໍກວານ - ນິງບິ່ງ ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກອ້າຍນ້ອງເພື່ອນຮ່ວມງານຢູ່                               ວິທະຍຸກະຈາຍສຽງ ຫວຽດນາມ. ໂດຍສະເພາະແມ່ນ ທ່ານຫົວໜ້າຄະນະກຳມະການກະຈາຍສຽງ - ໂທລະພາບ ເຈິ່ນເລີມ ແລະ ຄວາມຮູ້ສຶກເມື່ອໄດ້ຮັບຂ່າວປະທານ ໂຮ່ຈີມິນ ເຖິງແກ່ມໍລະນະກຳ  ຍ້ອນມີນ້ຳສຽງທີ່ອົບອຸ່ນ, ທ່ານນາງໄດ້ມອບໝາຍໃຫ້ອ່ານບົດໄວ້ອາໄລຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ຂອງທ່ານເລຂາທິການໃຫຍ່ ເລຢວນ.  ທ່ານນາງ ເລົ່າສູ່ຟັງວ່າ:

“ຕອນນັ້ນ, ສະພາບການສົງຄາມດຸເດືອດ ແລະ ຂ້ຽວຂາດຫຼາຍ, ຂ້າພະເຈົ້າໄດ້ປະກອບສ່ວນເຂົ້າໃນການລະດົມກຳລັງໃຈໃຫ້ທະຫານ ແລະ ປະຊາຊົນລາວ ສູ້ຮົບ, ຂ້າພະເຈົ້າຮູ້ສຶກມີຄວາມເປັນກຽດ ແລະ ພາກພູມໃຈທີ່ສຸດ. ເມື່ອໄດ້ຮັບຂ່າວກ່ຽວກັບການຈາກໄປຂອງ ລຸງໂຮ່, ພະນັກງານ, ນັກຮົບຢູ່ໃສກໍໂສກເສົ້າຫງ່ວມເຫງົາ ແລະ ຄິດຮອດລຸງໂຮ່ຫຼາຍ, ຜູ້ໃດກໍຮ້ອງໄຫ້, ກັ້ນນ້ຳຕາໄວ້ບໍ່ໄດ້. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ຮັບການມອບໝາຍໃຫ້ອ່ານບົດໄວ້ອາໄລຂອງສູນກາງພັກ ປະຊາຊົນປະຕິວັດລາວ, ນັບທັງຂອງທ່ານເລຂາທິການໃຫຍ່ ເລຢວນ ດ້ວຍທັງພາສາລາວ ແລະ ພາສາຫວຽດ ອີກດ້ວຍ. ຂ້າພະເຈົ້າຊາບຊຶ້ງໃຈຫຼາຍ ຈົນອ່ານໄປອ່ານມາສອງສາມເທື່ອຈຶ່ງໄດ້.”

ຍ້ອນມີການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງເພື່ອນຮ່ວມງານຢູ່ ວິທະຍຸກະຈາຍສຽງ ຫວຽດນາມ ນັ້ນ, ຖັນແຖວພະນັກງານ, ນັກຂ່າວ, ນັກເຕັກນິກຂອງວິທະຍຸ B1 ຈຶ່ງລ້ວນແຕ່ເຕີບໃຫຍ່ຂະຫຍາຍຕົວ ແລະ ຖັນແຖວພະນັກງານມີກຳລັງພຽງພໍສາມາດບໍລິຫານວິທະຍຸເຄື່ອນໄຫວ ໂດຍສະເພາະແມ່ນຮອດປີ 1974, ເມື່ອວິທະຍຸກະຈາຍສຽງ ຍ້າຍມາ ຊຳເໜືອ. ປີ 1975, ປະເທດລາວ ໄດ້ຮັບການປົດປ່ອຍ, ເຂົາເຈົ້າສາມາດເປັນເຈົ້າຕໍ່ການເຄື່ອນໄຫວວິທະຍຸ ວຽງຈັນ ໄດ້ຢ່າງສິ້ນເຊິງ, ຮັບໃຊ້ແກ່ວຽກງານໂຄສະນາເຜີຍ ແກ່ການສ້າງອຳນາດການປົກຄອງປະຕິວັດ. 60 ປີໄດ້ຜ່ານພົ້ນໄປ, ຜູ້ຄົນທີ່ເຄີຍເຮັດວຽກງານກະຈາຍສຽງຢູ່ວິທະຍຸກະຈາຍສຽງປະເທດ ລາວ ໃນຄາວນັ້ນ ລ້ວນແຕ່ມີອາຍຸສູງແລ້ວ. ແຕ່ເຖິງຢ່າງໃດກໍຕາມ, ບັນດາຄວາມຊົງຈຳກ່ຽວກັບໄລຍະເວລາເຮັດວຽກງານກະຈາຍສຽງໃນສະໄໝຕໍ່ຕ້ານຢູ່ ຫວຽດນາມ ແມ່ນຍາກທີ່ຈະຫຼົງລືມໄດ້. ຜູ້ໃດກໍມີຄວາມປາດຖະໜາວ່າ ຈະມີໂອກາດໄດ້ກັບມາຢ້ຽມຢາມສະຖານທີ່ແຫ່ງຕ່າງໆທີ່ຕົນເຄີຍຜູກພັນ ແລະ ອຸທິດທັງກຳລັງແຮງໜຸ່ມຂອງຕົນແກ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວ, ໄດ້ກັບມາຢ້ຽມຢາມ ວິທະຍຸກະຈາຍສຽງ ຫວຽດນາມ - ອູ່ໃຫ້ຄວາມຮູ້ ແລະ ບຳລຸງສ້າງຕົນເອງ, ໄດ້ພົບປະກັບເພື່ອນຮ່ວມງານ, ລຸ້ນອ້າຍລຸ້ນເອື້ອຍທີ່ເຄີຍຈັບມືຊີ້ວຽກໃຫ້ແກ່ຕົນເອງ ຈົນເຕີບໃຫຍ່ ແລະ ເຮັດລ້ອນໜ້າທີ່ເຊິ່ງພັກ ແລະ ປະຊາຊົນລາວ ມອບໝາຍໃຫ້, ປະກອບສ່ວນເຂົ້າໃນໄຊຊະນະແຫ່ງການຕໍ່ສູ້, ຕ້ານສັດຕູໂຕດຽວກັນຂອງທັງສອງຊາດ ຫວຽດນາມ - ລາວ./.

ຕອບກັບ

ຂ່າວ/ບົດ​ອື່ນ