ຫົວຫີນຂອງ​​ໄທ ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວທີ່​ດູດ​ດື່ມ​ສໍາລັບ​ນັກ​ທ່ອງ​ທ່ຽວຫວຽດນາມ

(VOVWORLD) - ຖ້າຫາກວ່າ ພູເກັດ, ພັດທະຍາ ແມ່ນບັນດາແຄມທະເລທ່ອງທ່ຽວທີ່ຮູ້ຈັກກັນດີພໍສົມຄວນສໍາລັບນັກທ່ອງທ່ຽວຫວຽດນາມນັ້ນ, ຫົວຫີນ ພັດແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ໃໝ່ອ່ຽມ ສໍາລັບເຂົາເຈົ້າ ເມື່ອໄປຢ້ຽມຢາມປະເທດ ໄທ.  ເມື່ອກ່ອນນີ້, ສະຖານທີ່ແຫ່ງນີ້ ແມ່ນໝູ່ບ້ານປະມົງ ແລະ ແມ່ນບ່ອນຜັກຜ່ອນບໍາລຸງສຸຂະພາບຂອງພະລາດສະວົງ ໄທ ໃນໂອກາດພັກແລ້ງ. ມາຢາມ ຫົວຫີນ, ທ່ານບໍ່ພຽງແຕ່ໄດ້ອາບນໍ້າທະເລທີ່ຂຽວໃສເທົ່ານັ້ນ ຫາກຍັງໄດ້ຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຄື: ອຸທິຍານ ຣາຊະພັກ, ວິຫານ ຫ້ວຍ ມົງຄົນ, ຕະຫຼາດກາງຄືນ ຫົວຫີນ, ສະຖານີລົດໄຟທີ່ເກົ່າແກ່ຕະຫຼອດຮອດ ຟາມລ້ຽງແກະ ແລະ ອື່ນໆ.

 

        ໂດຍຫ່າງຈາກນະຄອນຫຼວງ ບາງກອກ ພຽງແຕ່ປະມານ 3 ຊົ່ວໂມງເມື່ອຂີ່່ລົດໂອໂຕໄປ, ຫົວຫີນ ແມ່ນນະຄອນໜ້ອຍ, ດ້ວຍເນື້ອທີ່ກວ້າງປະມານ  900 km2. ນອກຈາກແຄມທະເລທີ່ໄດ້ຮັບການຂະໜາມນາມວ່າ ແມ່່ນໜຶ່ງໃນບັນດາຫາດຊາຍແຄມທະເລທີ່ສວຍງາມທີ່ສຸດຂອງໄທ ດ້ວຍຫາດຊາຍຂາວທີ່ມີຄວາມຍາວກວ່າ  5 km ແລະ ນໍ້າທະເລຂຽວໃສແລ້ວ, ຫົວຫີນ ຍັງມີຫຼາຍສະຖານທ່ີ່ທ່ອງທ່ຽວທີ່ດູດດື່ມ ແລະ ເຂັ້ມຂຸ້ນໄປດ້ວຍຈຸດທີ່ເປັນເອກະລັກສະເພາະກ່ຽວກັບວັດທະນະທໍາ, ປະຫວັດສາດ ແລະ ຊາວໄທອີກດ້ວຍ.

ຫົວຫີນຂອງ​​ໄທ ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວທີ່​ດູດ​ດື່ມ​ສໍາລັບ​ນັກ​ທ່ອງ​ທ່ຽວຫວຽດນາມ - ảnh 1ສວນອຸທິຍານປະຫວັດສາດຣາຊະພັກ 

        ການໄປຄົ້ນຫາເທດສະບານເມືອງຫົວຫີນຂອງຄະນະນັກຂ່າວ VOV ໄດ້ເລີ່ມແຕ່ສວນອຸທິຍານປະຫວັດສາດຣາຊະພັກ  ເຊິ່ງເປັນບ່ອນຕັ້ງຮູບປັ້ນພະມະຫາກະສັດ 7 ອົງໃນປະຫວັດສາດ ໄທ. ສວນອຸທິຍານດັ່ງກ່າວ ມີເນື້ອທີ່ກວ້າງປະມານ 36 ha, ໂດຍກອງທັບ ໄທ ກໍ່ສ້າງສໍາເລັດເມື່ອເດືອນກັນຍາ 2015. ຮູບປັ້ນທັງໝົດນີ້ລ້ວນແຕ່ໄດ້ເຮັດດ້ວຍທອງສໍາເລັດ, ໂດຍໄດ້ເຈຍລະໄນຢ່າງພິຖິພິຖັນຖືກຕ້ອງຕາມອັດຕາສ່ວນຂອງຄົນ ດ້ວຍຄວາມສູງສະເລ່ຍແມ່ນ 13,9 ແມັດ.

        “ເມື່ອມາຫົວຫີນ, ພວກຂ້າພະເຈົ້າໄດ້ແນະນໍາໃຫ້ແຂກທ່ອງທ່ຽວໄປຢ້ຽມຢາມສວນອຸທິຍານ ຣາຊະພັກ ເຊິ່ງເປັນບ່ອນຕັ້ງຮູບປັ້ນບັນດາພະມະຫາກະສັດຂອງໄທ. ສະຖານທີ່ນີ້ຄັກຫຼາຍ. ເມື່ອອ່ານປະຫວັດການອຸທິດສ່ວນຂອງເພິ່ນຢູ່ທີ່ນີ້ ຈຶ່ງເຂ້ົາໃຈວ່າ ເປັນຫຍັງປະເທດ ໄທ ຈຶ່ງມີການພັດທະນາຄືໃນປັດຈຸບັນ”.

        ໂດຍຫ່າງຈາກສວນອຸທິຍານ ຣາຊະພັກ ໄປປະມານ 30 ກິໂລແມັດ, ມີສະຖານທີ່ທ່ອງທ່ຽວໜຶ່ງອີກ ກໍ່ມີຄວາມດູດດື່ມແຂກທ່ອງທ່ຽວ ເມື່ອມາຫົວຫີນ ນັ້ນແມ່ນ ວິຫານ ຫ້ວຍມົງຄົນ. ນີ້ແມ່ນວິຫານບູຊານັກບວດ ຫຼວງພໍ່ທວດ ເຊິ່ງເປັນນັກບວດທີ່ມີຊື່ສຽງຂອງ ໄທ. ນີ້ແມ່ນວິຫານຜູ້ທີ່ມີຊື່ສຽງ ແລະ ສັກກະລະບູຊາສໍາລັບປະຊາຊົນໄທ.  ເມື່ອມາຢ້ຽມຢາມສະຖານທີ່ແຫ່ງນີ້ ບໍ່ວ່າເວລາໃດທ່ານກໍສາມາດພົບເຫັນຫຼາຍຄົນມາອະທິຖານຂໍໃຫ້ມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ. ນອກຈາກນັ້ນ, ຕາມຮີດຄອງປະເພນີແລ້ວ, ປະຊາຊົນຍັງຖືເຈ້ຍຄໍາມາຕິດໃສ່ຮູບປັ້ນນ້ອຍຮູບຕ່າງໆເພື່ອເອົາໂຊກເອົາໄຊ.

        “ຂ້າພະເຈົ້າໄດ້ຕິດເຈັ້ຍຄໍາໃສ່ຮູບປັ້ນເພື່ອພາວະນາຂໍໃຫ້ມີໂຊກມີລາບ. ເພາະວ່າ, ຕາມຂ້າພະເຈົ້າໄດ້ຮູ້ມາ ນີ້ແມ່ນຮູບປັ້ນຂອງນັກບວດອົງໜຶ່ງທີ່ມີຊື່ສຽງຢູ່ພາກໃຕ້ ຂອງໄທ ເຊິ່ງເປັນຄົນທີ່ມີຄວາມສາມາດປະຕິບັດບັນດາອະພິນິຫານທີ່ມະຫັດສະຈັນ ຄື ສາມາດປ່ຽນນໍ້າທະເລເປັນນໍ້າຈືດເພື່ອກູູ້ຄົນໄດ້, ສາມາດສະກັດກັ້ນການເກີດອຸປະຕິເຫດໃນເຫດໄຟໄໝ້... ດັ່ງນັ້ນ ຂ້າພະເຈົ້າຈຶ່ງມາທີ່ນີ້, ກ່ອນອື່ນໝົດແມ່ນເພື່ອບູຊາ, ຫຼັງຈາກນັ້ນແມ່ນເພື່ອພາວະນາຂໍໃຫ້ຕົນເອງພ້ອມດ້ວຍຄອບຄົວ ຈຶ່ງມີແຕ່່ຄວາມສະຫງົບສຸກ.”

        ສະຖານທີ່ checkin ຕໍ່ໄປ ເຊິ່ງພວກຂ້າພະເຈົ້າໄດ້ຮັບການແນະນໍາວ່າບໍ່ຄວນພາດ ນັ້ນແມ່ນສະຖານີລົດໄຟ ດ້ວຍຈຸດເນັ້ນຕົ້ນຕໍແມ່ນ ຫ້ອງລໍຖ້າພະລາດຊະວົງ. ນີ້ແມ່ນອາຄານໄດ້ເຮັດດ້ວຍໄມ້ທາສີແດງ ແລະ ສີເຫຼືອງແຈ້ງ, ເຊິ່ງໄດ້ອອກແບບຕາມສະຖາປັດຕະຍາກໍາເກົ່າແກ່ ເໝືອນດັ່ງການອອກແບບໃນສະໄໝ Victoria ຂອງຊຸມປີ 1920. ຢູ່ທີ່ນີ້, ແຂກທ່ອງທ່ຽວຈະໄດ້ພົບເຫັນບັນດາດອກໄຟແບບເກົ່າ ພ້ອມດ້ວຍບັນດາຮູບໂຕນົກແກະຄວັດສະຫຼັກທີ່ໄດ້ປະດັບປະດາຢູ່ຕໍ່ໜ້າລາງລົດໄຟ.  ທິວທັດທໍາມະຊາດ ບວກກັບ ວັດຖຸເຄື່ອງຂອງຕ່າງໆຢູ່ທີ່ນີ້ ປະສົມກັບສະຖານີລົດໄຟ ຫົວຫີນ ທີ່ເປັນເອກະລັກ ໄດ້ເຮັດໃຫ້ທິວທັດຢູ່ທີ່ນີ້ງາມ ເໝືອນດັ່ງພາບແຕ້ມ, ເຊິ່ງເປັນສະຖານທີ່ຖ່າຍຮູບທີ່ຈັບອົບຈັບໃຈສໍາລັບແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມຫົວຫີນ. ທ່ານຍ່າງຕໍ່ປະມານ 5 – 10 ນາທີ, ກໍຈະຮອດຕະຫຼາດກາງຄືນ ຫົວຫີນ, ເຊິ່ງເປັນສະຖານທີ່ເໝາະສົມກັບແຂກທ່ອງທ່ຽວທຸກເພດທຸກໄວ.

ຫົວຫີນຂອງ​​ໄທ ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວທີ່​ດູດ​ດື່ມ​ສໍາລັບ​ນັກ​ທ່ອງ​ທ່ຽວຫວຽດນາມ - ảnh 2 ຫ້ອງລໍຖ້າພະລາດຊະວົງ

        ຕະຫຼາດຫົວຫີນ ໄດ້ເປີດໃນຕອນຄໍ່າ ແຕ່ 6 ໂມງແລງຮອດ 23 ໂມງຕອນກາງຄືນ, ເຊິ່ງຄ້າຍຄືກັບຕະຫຼາດກາງຄືນຢູ່ຮ່າໂນ້ຍ. ຢູ່ຕະຫຼາດແຫ່ງນີ້ ເຂົາເຈົ້າໄດ້ວາງຂາຍເຄື່ອງທີ່ລະນຶກ, ເຄື່ອງຫັດຖະກໍາ, ອາຫານການກິນຫຼາຍຢ່າງ. ຈຸດພິເສດຂອງຕະຫຼາດແຫ່ງນີ້ ແມ່່ນມີຮ້ານອາຫານທະເລຫຼາຍຮ້ານຕັ້ງຢູ່ລຽບຕາມທາງເຂົ້າຕະຫຼາດ ແລະໄດ້ວາງຂາຍອາຫານຫຼາຍເຍື່ອງທີ່ແຊບຊ້ອຍ. ນອກຈາກນັ້ນ, ຢູ່ຕະຫຼາດແຫ່ງນີ້, ທ່ານກໍສາມາດຮັບຊິມບັນດາເຍື່ອງອາຫານທີ່ເປັນເອກະລັກຂອງໄທ ຄື ຕົ້ມຍໍາ, ຕໍາໝາກຫຸ່ງ, ເຂົ້າໜຽວໝາກມ່ວງ, ນໍ້າຫວານຂອງໄທ, ຜັດໄທ ແລະ ອື່ນໆອີກດ້ວຍ.

ຫົວຫີນຂອງ​​ໄທ ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວທີ່​ດູດ​ດື່ມ​ສໍາລັບ​ນັກ​ທ່ອງ​ທ່ຽວຫວຽດນາມ - ảnh 3ຮ້ານອາຫານທະເລ ຕັ້ງຢູ່ລຽບຕາມທາງເຂົ້າຕະຫຼາດ

        “ຂ້າພະເຈົ້າໄດ້ລອງຊີມອາຫານບາງເຍື່ອງຢູ່ທີ່ນີ້ແລ້ວ. ອາຫານທະເລຢູ່ນີ້ສົດ, ແຊບ ແລະ ລາຄາຖືກຫຼາຍ. ທັງໝົດສະມາຊິກໃນຄອບຄົວຂ້າພະເຈົ້າກິນໝົດປະມານ 1000 ບາດເທົ່ານັ້ນ”.

        ຖ້າຫາກທ່ານມີແຜນຈະໄປຢ້ຽມຢາມປະເທດ ໄທ ນັ້ນ, ຂ້າພະເຈົ້າຄິດວ່າ ລາຍການທ່ອງທ່ຽວດັ່ງກ່າວ ກໍແມ່ນທາງເລືອກໜຶ່ງສໍາລັບທ່ານ. ແຕ່ນະຄອນຫຼວງ ບາງກອອກ, ທ່ານສາມາດຊື້ປີ້ລົດເມ ດ້ວຍລາຄາປະມານ 200 ກວ່າບາດສະກຸນເງິນໄທ ແລ້ວຂີີ່ລົດປະມານ 3 ຊົ່ວໂມງ ກໍສາມາດສູບອາກາດປອດໂປ່ງ ແລະ ຮັບຊົມທິດທັດທໍາມະຊາດທີ່ສວຍງາມ, ສະຫງົບງຽບຂອງໝູ່ບ້ານຊາວປະມົງນີ້ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ