ຫວຽດນາມ ຈະ​ປະສົບ​ຜົນ​ສໍາ​ເລັດ​ໃນ​ບົດບາ​ດ​ເປັນ​ປະທານ ອາຊຽນ 2020 ​ແລະ ກໍາມະການ​ບໍ່​ປະ​ຈໍາ​ການ​ສະພາ​ຄວາມໝັ້ນຄົງ ສປຊ ອາຍຸ​ການ 2020 – 2021

(VOVWORLD) -ປີ 2020 ແມ່ນປີມີຄວາມໝາຍສໍາຄັນທີ່ສຸດສໍາລັບຫວຽດນາມ ເມື່ອຫວຽດນາມຮັບດໍາລົງສອງບົດບາດສໍາຄັນ ນັ້ນຄື ເປັນປະທານ ອາຊຽນ ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020  2021. ເນື່ອງໃນໂອກາດນີ້, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ໄດ້ສໍາພາດທ່ານ ທານີ ແສງຣັດ ເອກອັກຄະລັດຖະທູດ ໄທ ປະຈໍາ ຫວຽດນາມ  ເພື່ອຫວນຄືນບັນດາການປະກອບສ່ວນທີ່ພົ້ນເດັ່ນຂອງຫວຽດນາມ ກໍຄືບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງຫວຽດນາມຈະປະເຊີນໜ້າ ເມື່ອຮັບດໍາລົງສອງບົດບາດສໍາຄັນນີ້.

 

        ຂໍຮຽນທ່ານ, ປີ 1995 ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ຢ່າງເປັນທາງການ, 25 ປີ ໄດ້ຜ່ານພົ້ນໄປແລ້ວ, ທ່ານຕີລາຄາແນວໃດຕໍ່ບັນດາການປະກອບສ່ວນພົ້ນເດັ່ນຂອງຫວຽດນາມ ສໍາລັບການພັດທະນາຂອງປະຊາຄົມ ອາຊຽນ?

        “ຂ້າພະເຈົ້າຍັງຈື່ໄດ້ວ່າ ຕອນທີ່ຫວຽດນາມເຂົ້າຮ່ວມປະຊາຄົມ ອາຊຽນ, ຫວຽດນາມ ໄດ້ມີການປຶກສາຫາລືຫຼາຍຢ່າງກັບບັນດາປະເທດ ອາຊຽນ ແລະ ໃນທີ່ສຸດ ເຮົາກໍໄດ້ຕ້ອນຮັບຫວຽດນາມ ກາຍເປັນສະມາຊິກຂອງ ອາຊຽນ ໃນປີ 1995. ຫຼັງຈາກນັ້ນ 3 ປີ ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດຜູ້ນໍາ ອາຊຽນຄັ້ງທີ 6. ທີ່ກອງປະຊຸມຄັ້ງນັ້ນ ໄດ້ຮັບຮອງເອົາແຜນປະຕິບັດງານຮ່າໂນ້ຍ, ໃນນັ້ນໄດ້ເຫັນດີເປັນເອກະພາບດໍາເນີນຕາມວິໄສທັດຂອງບັນດາການນໍາອາຊຽນ 2020. ແຜນປະຕິບັດງານຮ່າໂນ້ຍ ໄດ້ເນັ້ນໜັກເຖິງ 5 ບັນຫາ. ເຊິ່ງຕອນນັ້ນ, ຂ້າພະເຈົ້າຍັງຈື່ໄດ້ວ່າ ບັນດາປະເທດ ອາຊຽນ ພ້ອມດ້ວຍປະເທດ ໄທ ກໍມີວິກິດການດ້ານເສດຖະກິດເມື່ອປີ 1997. ຈຸດເວລານັ້ນ, ວິໄສທັດ ແລະ ແຜນການປະຕິບັດງານຮ່າໂນ້ຍ ໄດ້ເນັ້ນໜັກຄວາມເປັນເອກະພາບຂອງ ອາຊຽນ. ນີ້ແມ່ນພື້ນຖານເພື່ອມຸ່ງໄປເຖິງການສ້າງຕັ້ງປະຊາຄົມ ອາຊຽນ. ຂ້າພະເຈົ້າຄິດວ່າ ເລື່ອງສ້າງຕັ້ງປະຊາຄົມວັດທະນະທໍາ, ສັງຄົມອາຊຽນ ແມ່ນໄດ້ເລີ່ມມາຈາກແຜນການປະຕິບັດງານຮ່າໂນ້ຍ, ໃນນັ້ນລວມທັງການຮັບຮອງເອົາວິໄສທັດ ອາຊຽນ 2020”.

ຫວຽດນາມ ຈະ​ປະສົບ​ຜົນ​ສໍາ​ເລັດ​ໃນ​ບົດບາ​ດ​ເປັນ​ປະທານ ອາຊຽນ 2020 ​ແລະ ກໍາມະການ​ບໍ່​ປະ​ຈໍາ​ການ​ສະພາ​ຄວາມໝັ້ນຄົງ ສປຊ ອາຍຸ​ການ 2020 – 2021 - ảnh 1 ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ສໍາພາດທ່ານ ທານີ ແສງຣັດ ເອກອັກຄະລັດຖະທູດ ໄທ ປະຈໍາ ຫວຽດນາມ 

        ຮຽນທ່ານເອກອັກຄະລັດຖະທູດ, ບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເມື່ອຫວຽດນາມຮັບດໍາລົງບົດບາດເປັນປະທານ ອາຊຽນ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ 2020 2021 ມີຫຍັງແດ່?

        “ຂ້າພະເຈົ້າຄິດວ່າ ຫວຽດນາມ ຮັບໜ້າທີ່ສໍາຄັນຢ່າງຍິ່ງໃນການເປັນປະທານ ອາຊຽນ 2020 ແລະ ປະທານ ສະພາຄວາມໝັ້ນຄົງ ສປຊ ໃນ 2 ເດືອນຂອງ ອາຍຸການນີ້. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ ຫວຽດນາມ ຈະເປັນປະເທດມີບົດບາດເຊື່ອມໂຍງສໍາຄັນ ບໍ່ພຽງແຕ່ໃຫ້ບັນດາປະເທດໃນພາກພື້ນຂອງພວກເຮົາກັບເວທີປາໄສໃຫຍ່ຂອງໂລກ ຄື ສະພາຄວາມໝັ້ນຄົງ ສປຊ ເທົ່ານັ້ນ ຫາກ ຫວຽດນາມ ຍັງສາມາດແມ່ນຂົວຕໍ່ໃຫ້ບັນດາປະເທດ ອາຊຽນ, ປະຊາຄົມ ອາຊຽນກັບເວທີລະດັບໂລກໄດ້. ໃນເວທີປາໄສຄວາມໝັ້ນຄົງຂອງ ສປຊ ກໍໄດ້ເຕື້ອງເຖິງຫຼາຍບັນຫາສໍາຄັນກ່ຽວກັບຄວາມໝັ້ນຄົງ, ສະຖຽນລະພາບຢູ່ຫຼາຍພາກພື້ນໃນໂລກ, ພິເສດແມ່ນ ພາກພື້ນຕາເວັນອອກກາງ. ແຕ່ວ່າ, ຢູ່ພາກພື້ນ ອາຊີ - ປາຊີຟິກ, ອາຊີຕາເວັນອອກສ່ຽງໃຕ້, ຂ້າພະເຈົ້າຄິດວ່າ, ດ້ວຍບົດບາດຂອງຫວຽດນາມ, ສະພາຄວາມໝັ້ນຄົງ ສປຊ ອາດຈະໃຫ້ຄວາມສໍາຄັນຫຼາຍກວ່າ. ນອກຈາກນັ້ນ, ໃນບັນຫາການຮ່ວມມື, ເຊື່ອມຕໍ່ລະຫວ່າງ ສະພາຄວາມໝັ້ນຄົງ ສປຊ ແລະ ອາຊຽນ, ຂ້າພະເຈົ້າຄິດວ່່າ ຫວຽດນາມ ຈະມີບົດບາດສໍາຄັນໃນການຊຸກຍູ້ບັນດາບັນຫານີ້ອີກດ້ວຍ”.  

        ປີ 2019, ໄທ ຮັບດໍາລົງບົດບາດເປັນປະທານ ອາຊຽນ. ໄທ ຈະແບ່ງປັນບັນດາປະສົບການຫຍັງແດ່່ເພື່ອຊ່ວຍຫວຽດນາມ ປະຕິບັດບົດບາດເປັນປະທານ ອາຊຽນ 2020 ໄດ້ເປັນຢ່າງດີ?

        “ຂ້າພະເຈົ້າຄິດວ່າ ທັງໄທ ແລະ ບັນດາປະເທດ ສະມາຊິກ ອາຊຽນ ແລະ ຫວຽດນາມ ໄດ້ພ້ອມກັນຊຸກຍູ້ຫຼາຍບັນຫາໃນໄລຍະ ໄທເປັນປະທານ ອາຊຽນ. ຕ້ອງສະແດງຄວາມຂອບອົກຂອບໃຈນໍາຫວຽດນາມ ແລະ ບັນດາປະເທດສະມາຊິກຂອງພວກເຮົາກ່ຽວກັບບັນຫາ ເຊິ່ງພວກເຮົາໄດ້ພ້ອມກັນສະໜັບສະໜູນ, ພ້ອມກັນມານະພະຍາຍາມເພື່ອກ້າວເດີນໄປໄກກວ່າ. ພວກເຮົາໄດ້ປຶກສາຫາລືກ່ຽວກັບຫຼາຍບັນຫາ: ສະຖຽນລະພາບ, ສະພາບແວດລ້ອມ, ບັນດາແນວຄິດ ເຊິ່ງ ອາຊຽນ ຢາກປະຕິບັດ. ຂ້າພະເຈົ້າຄິດວ່າ ການເຊ່ືອມໂຍງນີ້ ອາດຈະສົ່ງຕໍ່ໃຫ້ປະທານ ອາຊຽນ ປັດຈຸບັນ ນັ້ນແມ່ນ ຫວຽດນາມ ໄດ້. ມີຜົນສໍາເລັດອັນໜຶ່ງ ທີ່ຕ້ອງເຕື້ອງເຖິງນັ້ນແມ່ນ ໄປຄຽງຄູ່ເລື່ອງ ຫຼາຍສູນ ອາຊຽນ ໄດ້ຮັບການສ້າງຕັ້ງ ແລະ ເປີດກວ້າງໃນໄລຍະ ໄທເປັນປະທານ ອາຊຽນ, ນັ້ນແມ່ນເລື່ອງສະຫຼຸບບັນດາການເຈລະຈາ, ປຶກສາຫາລືຫາລືສັນຍາ RCEP ເພາະວ່າ ສັນຍາ RCEP ໄດ້ຊ່ວຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈສໍາລັບການຄ້າຫຼາຍຝ່າຍ. ເພາະວ່າ ບັນດາປະເທດໃນພາກພື້ນ ຖືກຜົນສະທ້ອນຫຼາຍຢ່າງຈາກສົງຄາມການຄ້າ. ດັ່ງນັ້ນ, ຂ້າພະເຈົ້າໄດ້ຝາກຄວາມຫວັງຂອງປະຊາຄົມ ອາຊຽນ ໄວ້ພາຍໃຕ້ການນໍາພາຊັກຈູງຂອງປະເທດ ຫວຽດນາມ ຫວັງວ່າ ຈະພ້ອມກັນປຶກສາຫາລືກັບ ອິນເດຍ ເພື່ອໃຫ້ ອິນເດຍ ເຂົ້າຮ່ວມສັນຍາ RCEP.

        ຫວຽດນາມ ແລະ ໄທ ລ້ວນແຕ່ມີບັນດາການປະກອບສ່ວນອັນແທດຈິງເຂົ້າໃນການພັດທະນາຂອງ ປະຊາຄົມລວມ ອາຊຽນ. ສອງປະເທດ ຈະຮ່ວມກັນແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງ ອາຊຽນ ຄືແນວໃດ, ລວມທັງບັນຫາທະເລຕາເວັນອອກ?

        “ຂ້າພະເຈົ້າຄິດວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງໃນຂ້າງໜ້າ ເຊັ່ນເລື່ອງສະພາບການຂອງພາກພື້ນ, ການຜັນແປຂອງສົງຄາມການຄ້າ... ເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ປັດຈຸບັນ, ພວກເຮົາໄດ້ເວົ້າກ່ຽວກັບບັນຫາຄວາມໝັ້ນຄົງໃນພາກພື້ນຕາເວັນອອກກາງ ຫຼື ເຂດອ່າວເປີເຊຍ. ຂ້າພະເຈົ້າກໍ່ຫວັງວ່າ, ບັນດາປະເທດ ອາຊຽນ ນໍາໂດຍຫວຽດນາມ ຈະສາມາດແກ້ໄຂ, ຈັດບັນດາບັນຫາເຫຼົ່ານີ້ໃຫ້ຖືກຜົນກະທົບໜ້ອຍທີ່ສຸດ. ພ້ອມກັນນັ້ນ, ກໍເປີດກວ້າງການຮ່ວມມື ນອກຈາກທາງດ້ານເສດຖະກິດແລ້ວ, ສິ່ງທີ່ຫວຽດນາມຄວນໃຫ້ຄວາມສໍາຄັນກໍຄື ເລື່ອງຂອງການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ເລື່ອງຂອງການເສີມສ້າງການແກ້ໄຂຈັດການຂອງອາຊຽນ, ຄະນະເລຂາອາຊຽນ, ຄວາມເປັນອັນໜ່ຶ່ງອັນດຽວກັນຂອງ ອາຊຽນ ໃນການຕັດສິນໃຈບັນດາບັນຫາພາຍໃນອາຊຽນ, ລວມໄປເຖິງການເສີມສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບອາຊຽນ ໃນໝູ່ປະຊາຊົນ ອາຊຽນ. ສໍາລັບດ້ານຄວາມໝັ້ນຄົງ ຢູ່ທະເລຕາເວັນອອກ ກໍແມ່ນບັນຫາທີ່ສໍາຄັນທີ່ສຸດ. ໃນໄລຍະທີ່ເປັນປະທານອາຊຽນ, ປະເທດ ໄທ ກໍສາມາດລວບລວມບັນດາຄໍາເຫັນໃນການສ້າງ COC ຄັ້ງທໍາອິດອອກມາໄດ້. ຂ້າພະເຈົ້າຄິດວ່າ ການລວບລວມຄໍາເຫັນໃນຄ້ັງທີ 2 ນີ້ ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງ ແຕ່ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ໃນການເຈລະຈາຄັ້ງ 2 ນີ້ ຈະບັນລຸຜົນສໍາເລັດໃນອາຍຸການ ຫວຽດນາມ ເປັນປະທານ ອາຊຽນ 2020. ຂ້າພະເຈົ້າຄິດວ່າບັນດາປະເທດສະມາຊິກ ອາຊຽນ ໜ້າຈະສະໜັບສະໜູນຫວຽດນາມ, ບໍ່ພຽງແຕ່ ຟີລິບປິນ, ບຣູໄນ, ມາເລເຊຍ, ອິນໂດເນເຊຍ, ລາວ, ກໍາປູເຈຍ ເທົ່ານັ້ນ ປະເທດ ໄທ ກໍຈະສະໜັບສະໜູນຫວຽດນາມ ເພື່ອໃຫ້ບັນລຸໄດ້ຄວາມຄືບໜ້າທີ່ດີໃນບັນຫານີ້”.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ./.

ຕອບກັບ

ຂ່າວ/ບົດ​ອື່ນ