ຫວຽດນາມ - ປັດໄຈສຳຄັນໃນການສ້າງປະຊາຄົມ ການເມືອງ- ຄວາມໝັ້ນຄົງ ອາຊຽນ


(vovworld)- ວັນ​ທີ 31/12/2015 ຈະ​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ໂດຍ​ອີງ​ໃສ່ 3 ເສົາ​ຄ້ຳ ຕົ້​ນ​ຕໍ ນັ້ນ​ແມ່ນ ການ​ເມືອງ ຄວາມ​ໝັ້​ນ​ຄົງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສັງ​ຄົມ. ໃນ​ນັ້ນ ປະ​ຊາ​ຄົມ​ການ​ເມືອງ ຄວາມ​ໝັ້​ນ​ຄົງ (APSC) ສວມ​ບົດ​ບາດ​ສຳ​ຄັນ​ໃນ​ສະ​ພາບ​​ຄວາມ​ໝັ້​ນ​ຄົງ​ການ​ເມືອງ​ຢູ່​ພາກ​ພື້ນ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ. ວັນ​ທີ 28/7/1995 ຊື່ງ​ແມ່ນຈຸດ​ເວ​ລາ​ທີ່​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ ອາດ​​ຖື​ວ່າ​ ນີ້ແມ່ນ​ບາດ​ລ້ຽວ​ໃນ​ວິ​ວັດ​ການ​ເປີດ​ປະ​ຕູ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ​ສາ​ກົນຂອງ​ປະ​ເທດ​ຊາດ. ພາຍ​ຫລັງ 20 ປີ​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ, ຍາມ​ໃດ​ຫວຽດ​ນາມ ກ​ໍ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ຫ​ນ້າ ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ​ມີ​ລັກ​ສະ​ນະ​ສ້າງ​ສັນ​ກໍ​ຄ​ື​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ການ​ເມືອງ ຄວາມ​ໝັ້ນ​ຄົງ.


ຫວຽດນາມ - ປັດໄຈສຳຄັນໃນການສ້າງປະຊາຄົມ ການເມືອງ- ຄວາມໝັ້ນຄົງ ອາຊຽນ - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂອງ​ອາ​ຊຽນ
ພາບ​ປະ​ກອບ:thanhtra.com.vn

        ປີ 1998, ພາຍ​ຫລັງ 3 ປີ​ທີ່​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ, ຫວຽດ​ນາມ ໄດ້​ຮັບ​ຫ​ນ້າ​ທີ່​ທຳ​ອິດ​ຂອງ​ປະ​ເທດສະ​ມາ​ຊິກ​ ດ້ວຍ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 6, ເປັນ​ເຈົ້າ​ພາບ​ສ້າງ ແລະ ຮັບ​ຮອງ​ເອົາ​ໂຄງ​ການ​ດຳ​ເນີນ​ງານ​ຮ່າ​ໂນ້ຍ ຜັນ​ຂະ​ຫ​ຍາຍ​ວິ​ໄສ​ທັດ ອາ​ຊຽນ ປີ 2020 ກໍ​ຄືວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ພາ​ຍ​ຫລັງ​ວິ​ກິດ​ການ​ການ​ເງິນ​ພາກ​ພື້ນ. 3 ປີ​ຕໍ່​ໄປ, ຫວຽດ​ນາມ ສືບ​ຕໍ່ ຮັບ​ບົດ​ບາດ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ ອາ​ຊຽນ 2000-2001 ຊຸດ​ທີ 34, ເປັນ​​ເຈົ້າ​ພາບ​ຈັດ​ບັນ​ດາ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຢູ່ ຮ່າ​ໂນ້ຍ ເມື່ອ​ເດືອນ 7/2001 ສຳ​ເລັດ​ຜົນ, ສະ​ເຫ​ນີ ແລະ ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ.

        ຫ​ນຶ່ງ​ໃນ​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ ນັ້ນ​ແມ່ນ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ໃນ​ປີ 2010 ຊື່ງ​ແມ່ນ​ປີ​ບານ​ພັບ​ທີ່​ສ​ຳ​ຄັນ​ສຳ​ລັບ​ອາ​ຊຽນ​ໃນ​ແຜນ​ການ 5 ປີ ແຫ່ງ​ການ​ປ​ະ​ຕິ​ບັດ​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃນ​ປີ 2015 ນຳ​ກົດ​ບັດ ອາ​ຊຽນ ເຂົ້າ​ສູ່ຊີ​ວິດ ດ້ວຍ​ການ​ຈັດ​ຕັ້ງ​ກົງ​ຈັກ ແລະ ​ຮູບການ​ເຄື່ອນ​ໄຫວ​ໃຫມ່. ເມື່ອ​ຕີ​ລາ​ຄາກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ໃນ 20 ປີ​ທີ່​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ ໃນ​ຂົງ​ເຂດ​ການ​ເມືອງ​ການ​ປ້ອງ​ກັນ​ຄ​ວາມ​ສະ​ຫງົບ, ທ່ານ ເລ​ກົງ​ຟຸ້ງ, ອະ​ດີດ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

         “ນັບ​ແຕ່​ເມື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ, ພວກ​ເຮົາ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ສ​ຳ​ຄັນ​ຫລາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​​ດ້ານການ​ເມືອງ​ໃນ​ພາກ​ພື້ນ. ພວກ​ເຮົາ​ລົບ​ລ້າງ​ການ​ສູ້​ຢັນ​ກັນ​ລະ​ຫວ່າງ​ສອງ​ເຂດ​ຂອງ​ອາ​ຊຽນ, ພ້ອມ​ທັງ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ (COC), ຖະ​ແຫລງ​ການກ່ຽວ​ກັບ​ການ​ປະ​ພ​ຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ປີ 2010, ໃນ​ຖາ​ນະ​ເປັນ​ປະ​ທານ​ຜັດ​ປ່ຽນ​ຂອງ ອາ​ຊຽນ, ຫວຽດ​ນາມ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ ສຳ​ເລັດ​ຜົນ. ພິ​ເສດ, ຫວຽດ​ນາມ ເປັນ​ເຈົ້າ​ການ ນຳ​ຂໍ້​ລິ​ເລິ່ມ​ໃນ​ການ​ສ້າງ​ຕັ້ງ​ບັນ​ດາ​ກົນ​ໄກ​ໃຫມ່​ຄື: ກອງ​ປະ​ຊຸມ​ລັດຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ +8 (ADMM +), ກອງ​ປະ​ຊຸມ​ບັນ​ດາ​ຫົວ​ຫນ້າ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອາ​ຊຽນ (MACOSA), ກອງ​ປະ​ຊຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS) ໄດ້​ຮັບ​ການເປີດກວ້າງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ. ແລະ ບັນ​ດາ​ປະ​ເທດ ໃນ​ອາ​ຊຽນ ກໍ​ຄື​ຄູ່​ເຈ​ລະ​ຈາ​ໄດ້​​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ຫານີ້.”

        ຜ່ານ​ການ​ຮ່ວມ​ມື​ຫລາຍ​ຝ່າຍ​ໃນ​ຂອບ​ເຂດ APSC ໂດຍ​ອີງ​ໃສ່​ຫລັກ​ການ “ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຄວາມ​ສະ​ເຫມີ​ພາ​ບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ສີ​ສັນ​​ຊາດຂອງ​ທຸກ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ເພື່ອ​ສ້າງ​ພື້ນ​ຖານ​ຄວາມ​ໝັ້ນ​ຄົງ​ຮອບ​ດ້ານ​ຢູ່​ພາກ​ພື້ນ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ອາດ​ຊະ​ຍາ​ກຳ​ປະ​ເພດໃຫມ່ຄື: ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ການກໍ່​ການ​ຮ້າຍ, ໄພ​ທຳ​ມະ​ຊາດ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ຫວຽດ​ນາມ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ສຳ​ລັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ທ່ານ H.M. Mayerfas, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ບໍ່​ແມ່ນ​ປະ​ເທດ​ໃດ ພວກ​ຂ້າ​ພະ​ເຈົ້າ​ກໍ​ລົງ​ນາມ​ໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເພາະ​ວ່າ​ແຕ່​ລະ​ການ​ພົວ​ພັນ​ສອງ​ຝ່າຍ​ຕ້ອງ​ບັນ​ລຸ​ລະ​ດັບ​ໃດ​ຫນ​ຶ່ງ​ແນ່ນອນ​ກ່ອນ​ທີ່​ບັນ​ລຸ​ໄດ້​ສິ່ງ​ດັ່​ງ​ກ່າວ. ປະ​ຈຸ​ບັນ ອິນ​ໂດ​ເນ​ເຊຍ ມີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 14 ປະ​ເທດ​ໃນ​ໂລກ, ໃນ​ນັ້ນ ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ມີພຽງ​ແຕ່​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​​ອິນ​ໂດ​ເນ​ເຊຍ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ນັ້ນ​ແມ່ນ​ໝາກ​ຜົນ​ເປັ​ນ​ຫນ້າ​ຮັບ​ຮູ້. ການ​ປຶກ​ສາ​ຫາ​ລື​ທັງ​ໝົດ​ນັ້ນ​ແມ່ນ​ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ​ສອງ​ຝ່າຍ​ກັບ​ຫວຽດ​ນາມ ລ້ວນ​ແຕ່​ດຳ​ເນີນ​ໄປ​ຢ່າງວ່ອງ​ໄວ ແລະ ບັນ​ລຸ​ໝາກ​ຜົນ.”

        ໃນ​ວິ​ວັດ​ການ​ສ້າງ​ຕັ້ງ APSC, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຕ້ອງ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ພິ​ເສດ ໃນ​ສະ​ພາບ​ການ​ເຄື່ອນ​ໄຫວ​ຖົມ​ດິນກໍ່​ສ້າງ​ເກາະ​ຂະ​ຫນາດ​ໃຫຍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ, ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ. ໂດຍ​ແມ່ນ​ສະ​ມາ​ຊິກ​ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ບັນ​ຫານີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ຊີ້​ແຈ້ງວ່າ:

         “ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄຳ​ຖະ​ແຫລງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ໃນ​ນັ້ນ ສືບ​ຕໍ່​ສົມ​ທ​ົບ​ກັບຈີນ ເພ່​ືອ​ສ້າງ​ປະ​ມວນ​ຂ​ໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ຄວາມ​ຈິງ, ເມື່ອ​ຫວຽດ​ນາມ ​ຮັບ​ພາ​ລະບົດ​ບາດ​ເປັນ​ປະ​ເທດປະ​ສານ​ງານ​ຂອງ ອາ​ຊຽນ - ຈີນ ແຕ່​ປີ 2009-2012, ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສ້າງຮ່າງ​ປະ​ມວນ​ຂໍ້​ກຳ​ນົດ​ດັ່ງ​ກ່າວ ແລະ ໄດ້​ຮັບ​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ. ປະ​ຈຸ​ບັນ ອາ​ຊຽນ ແລະ ຈີນ ພວມ​ເລີ່ມ​ຕົ້ນ​ວິ​ວັດ​ການ​ທາບ​ທາມ​ຄ​ຳ​ເຫັນ​ກ່ຽວ​ກັບ COC. ນີ້​ແມ່ນ​ບາດ​ກ້າວ​​ສຳ​ຄັນ. ເຖິງວ່າ ຈາກ​ການ​ທາບ​ທາມ​ຄຳ​ເຫັນ​ເຫັນ​​ຕະ​ຫລອດ​ຮອດ​ການ​ລົງ​ນາມໃນ​ສັນ​ຍາ ແມ່ນ​ວິ​ວັດ​ການ​ຍາວ​ນານ ແລະ ຫຍຸ້ງ​ຍາກ​ ຮຽກ​ຮ້ອງ​ຕ້ອງ​ມີຄວາມ​ມາ​ນະ​ພະ​ຍາ​ຍາມ​ຈາກ​ບັນ​ດາ​ຝ່າຍ.”

        ປະ​ຊາ​ຄົມ​ອາ​ຊຽນ ເຂັ້ມ​ແຂງ, ຮ່ວມ​ສຳ​ພັນນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ ນັ້ນ​ແມ່ນ​ການ​ບຸ​ລິ​ມະ​ສິດ ແລະ ຜົນ​ປະ​ໂຫຍດ ຊື່ງ​ຫວຽດ​ນາ​ມ​ພວມ​ມຸ່ງ​ໄປ​ເຖິງ. ບົນ​ເສັ້ນ​ທາງ​ກ້າວ​ໄປ​ເຖິງຂອງ ອາຊຽນ, ຫວຽດ​ນາມ​ຈະ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ, ຍູ້​ແຮງ​ຄວາມ​ສາ​ມັກ​ຄີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫັນວິ​ໄສ​ທັດ​ກ່ຽວ​ກັບ​ປະ​ຊາ​ຄົມ ອາ​ຊຽນ “ສະ​ຫນິດ​ຕິດ​ພັນ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ຮ່ວມ​ສຳ​ພັນ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ” ໃຫ້ປະ​ກົດ​ຜົນ​ເປັນ​ຈິງ, ຊື່ງ​ແມ່ນ​ອົງ​ການ​ທີ່​ປະ​ຊາ​ຊົ​ນ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ ແລະ ສ​ະ​ຖຽນ​ລະ​ພາບ​ແບບ​ຍືນ​ຍົງ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຍາວ​ນານ, ວັດ​ທະ​ນາ​ຖາ​ວອນ ແລະ ຄວາມ​ກ້າວ​ຫນ້າ​ຂອງ​ສັງ​ຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ