ຫວຽດ​ນາມ - ປາຍທາງ​ທຳ​ອິດໃນ​ວິວັດການ mobile game ອິນ​ໂດ​ເນ​ເຊຍ ພິ​ຊິດ​ຕະຫຼາດ ອາ​ຊຽນ

(VOVWORLD) -Games MOBA (Multiplayer Online Battie Area)ນັບມື້ນັບໄດ້ຮັບຄວານິຍົມຊົມຊອບໃນບັນດາປະເທດອາຊີພິເສດແມ່ນຕະຫຼາດອາຊີເວັນອອກສ່ຽງໃຕ້ຕະຫຼາດgames MOBAຢູ່ບັນດາປະເທດທີ່ມີປະຊາກອນເປັນຈຳນວນຫຼາຍຄືອິນໂດເນເຊຍແລະຫວຽດນາມແມ່ນເປົ້າໝາຍຂອງຫຼາຍບໍລິສັດgames MOBAມຸ່ງໄປເຖິງນັ້ນກໍ່ແມ່ນຕະຫຼາດທຳອິດເຊິ່ງບໍລິສັດAnantarupa Studiosມຸ່ງໄປເຖິງເມື່ອເປີດຕົວGame MOBA “Lokapala” mobile gameສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນລາຍການຊາຍຄາອາຊຽນມມື້ນີ້ຂໍເຊີນທ່ານຜູ້ຟັງຮັບຟັງບົດຽນຫວຽດນາມ - ປາຍທາງທຳອິດໃນວິວັດການmobile gameອິນ
ຫວຽດ​ນາມ - ປາຍທາງ​ທຳ​ອິດໃນ​ວິວັດການ mobile game ອິນ​ໂດ​ເນ​ເຊຍ ພິ​ຊິດ​ຕະຫຼາດ ອາ​ຊຽນ - ảnh 1ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi (ພາບ: KBRI)

Lokapala ແມ່ນໂຄງການ game ໂດຍໄດ້ອອກແບບທີ່ມີສີສັນວັດທະນະທຳ ອິນໂດເນເຊຍ ເຊິ່ງສົມທົບກັບວັດທະນະທຳທີ່ຄ້າຍຄືກັນຂອງບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດໃນແຜນການພັດທະນາຂອງພວກຂ້າພະເຈົ້າ ທີ່ສົ່ງໄປຍັງບັນດາປະເທດໃນພາກພື້ນ.

ນັ້ນແມ່ນການແບ່ງປັນຂອງທ່ານ Ivan Chen, ຜູ້ປະດິດສ້າງ, CEO ບໍລິສັດ Anantarupa Studios ໃນພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງບໍລິສັດ Anantarupa Studios (ອິນໂດເນເຊຍ) ແລະ ບໍລິສັດ VTC Intecom (ຫວຽດນາມ) ທີ່ໄດ້ຈັດຂຶ້ນຢູ່ສະຖານທູດ ສ.ອິນໂດເນເຊຍ ປະຈຳ ຫວຽດນາມ (KBRI) ຫວ່າງມໍ່ໆມານີ້. ດ້ວຍການລົງນາມຮ່ວມມືຄັ້ງນີ້, ບໍລິສັດ Anantarupa Studios ຈະຜ່ານບໍລິສັດ VTC Intecom ເພື່ອເປີດເຄື່ອນໄຫວ mobile game “Lokapala” ຢູ່ຕະຫຼາດ ຫວຽດນາມ ໃນເດືອນເມສາ ປີ 2023.

Lokapala - ໂດຍແມ່ນຜະລິດຕະພັນ game ຂອງ ບໍລິສັດ Anantarupa Studios ໄດ້ພັດທະນາຕາມຮູບແບບ MOBA 5v5, ເຊິ່ງແມ່ນ game ບູລິມະສິດຍຸດທະສາດ ແລະ ຈິດໃຈສາມັກຄີກັນລະຫວ່າງບັນດາສະມາຊິກໃນທີມ. ເພື່ອໃຫ້ເໝາະສົມກັບຄວາມນິຍົມຊົມຊອບຂອງຜູ້ຫຼິ້ນ, ຖັນແຖວນັກອອກແບບຂອງ Anantarupa ໄດ້ສ້າງ ແລະ ປະຕິຮູບບັນດາຕົວລະຄອນໃຫ້ເໝາະສົມກັບສະພາບການໃນປັດຈຸບັນ. ຈຳນວນ 3,6 ລ້ານຄົນໄດ້ ດາວໂຫຼດ ແລະ ຫຼິ້ນ game Lokapala ຢູ່ອິນໂດເນເຊຍ ເປັນການພິສຸດໃຫ້ເຫັນຜົນສຳເລັດຂອງ game ນີ້. ແລະເພື່ອໃຫ້ Lokapala ບືນຕົວອອກສູ່ລະດັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຖັນແຖວນັກອອກແບບ game ຂອງ Anantarupa Studios ໄດ້ສົມທົບດ້ານວັດທະນະທຳທີ່ຄ້າຍຄືກັນຂອງບັນດາປະເທດ ອາຊຽນ ເພື່ອເຮັດແນວໃດໃຫ້ເໝາະສົມທີ່ສຸດ.

ໃນຈຸດເວລາພັດທະນາ game Lokapala ພວກຂ້າພະເຈົ້າກໍ່ຄິດໄລ່ເຖິງປັດໄຈທາງດ້ານວັດທະນະທຳທີ່ຄ້າຍຄືກັນຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ແຕ່ດົນນານແລ້ວ. ເພາະສະນັ້ນ, game ຂອງພວກຂ້າພະເຈົ້າຈະເໝາະສົມກັບຕະຫຼາດ ອິນໂດເນເຊຍ, ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ. ພວກຂ້າພະເຈົ້າຫວັງວ່າຈະກາຍເປັນ “menu” ທີ່ດີກ່ຽວກັບວັດທະນະທຳ ຫວຽດນາມ ກໍ່ຄືບັນດາປະເທດຕ່າງໆ. ນັ້ນກໍ່ແມ່ນ ຄຳຂວັນຂອງ ພວກຂ້າພະເຈົ້າ: ຊຸກຍູ້ວັດທະນະທຳ.

ເພື່ອໃຫ້ Lokapala ເປີດຕົວ ຢູ່ຕະຫຼາດ ຫວຽດນາມ,  ບໍລິສັດ Anantarupa Studios ໄດ້ເລືອກເອົາບໍລິສັດ VTC Intecom ເປັນຄູ່ຮ່ວມມື. ປີ 2014, ບໍລິສັດ VTC Intecom ໄດ້ເປີດຫຼິ້ນ game Audition ຢູ່ຕະຫຼາດ ອິນໂດເນເຊຍ, ມາຮອດປັດຈຸບັນ game Audition ຍັງມີການເຄື່ອນໄຫວເປັນຢ່າງດີ. ເພາະສະນັ້ນໃນແຜນການຮ່ວມມືຄັ້ງນີ້ ຈະແມ່ນໂອກາດໃຫ້ແກ່ຄູ່ຮ່ວມມືອິນໂດເນເຊຍ ບໍລິສັດ Anantarupa Studios ແຊກແຊງເຂົ້າຕະຫຼາດ ຫວຽດນາມ. ດ້ວຍຖານະເປັນຄູ່ຮ່ວມມື, ບໍລິສັດ VTC Intecom ຈະສຸມໃສ່ເຂົ້າບັນດາປະຕູຊຳລະ ແລະ ຫັນ game Lokapala ເປັນເກມປະຈຳເຂດ ເໝາະສົມກັບຜູ້ຊົມໃຊ້ຢູ່ຕະຫຼາດ ຫວຽດນາມ. ທ່ານ ເຈິ່ນເຟືອງຮູຍ CEO VTC Intecom ໃຫ້ຮູ້ວ່າ:

ຫວຽດນາມຍາມໃດກໍ່ນອນໃນ Top 10 ຕະຫຼາດທີ່ມີຈຳນວນການດາວໂຫຼດ  mobile game ຫຼາຍທີ່ສຸດໃນຫຼາຍປີຜ່ານມາ. ການລົງທຶນ ແລະ ເປີດເຄື່ອນໄຫວ mobile game ຢູ່ຕະຫຼາດໂລກ ກໍ່ຄືຫວຽດນາມ ຕ້ອງມີການລົງທຶນເປັນເວລາຍາວນານ ແລະ ມີຄຳໝັ້ນສັນຍາຮ່ວມເດີນທາງຂອງບໍລິສັດເປີດການເຄື່ອນໄຫວ. ພວກຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ເຊັນສັນຍາຮ່ວມມືກັບບໍລິສັດ ອິນໂດເນເຊຍ. ພວກຂ້າພະເຈົ້າຫວັງວ່າ, ຈະບໍ່ພຽງແຕ່ຮ່ວມມືກັບບໍລິສັດແຫ່ງໜຶ່ງຂອງອິນໂດເນເຊຍ ເທົ່ານັ້ນ ຫາກຍັງມີການຮ່ວມມືກັບຫຼາຍບໍລິສັດຕ່າງໆຢູ່ອິນໂດເນເຊຍ, ສິງກະໂປ ຫຼືປະເທດອື່ນໆໃນພາກພື້ນອີກດ້ວຍ.

ໂດຍຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ອິນໂດເນເຊຍ ແລະ ຫວຽດນາມ ໃນການພັດທະນາພື້ນຖານເສດຖະກິດປະດິດຄິດສ້າງຜ່ານ mobile game, ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ແບ່ງປັນວ່າ:

ຂ້າພະເຈົ້າຫວັງວ່າການຮ່ວມມືຄັ້ງນີ້ຈະພັດທະນາ ແລະ ນຳຜົນປະໂຫຍດດ້ານເສດຖະກິດ ມາໃຫ້ທັງສອງປະເທດ. ໄວໜຸ່ມອາດຈະເຮັດວຽກ, ປະດິດຄິດສ້າງເພື່ອເສີມຂະຫຍາຍຄວາມສາມາດ, ຄວາມເກັ່ງກ້າສາມາດ ແລະ ທັກສະຂອງຕົນ. ກ່ຽວກັບດ້ານເສດຖະກິດ, ຈະຊ່ວຍບັນດາບໍລິສັດເຄື່ອນໄຫວໃນຂົງເຂດນີ້ເພີ່ມຜົນກຳໄລ. ໄປຄຽງຄູ່ກັນນັ້ນແມ່ນຊຸກຍູ້ຄວາມສະໜິດຕິດພັນດ້ານວັດທະນະທຳ. ເມື່ອເຂົ້າຮ່ວມ game ນີ້, ຜູ້ຫຼິ້ນຈະຄົ້ນຫາອະດີດຕະການ - ເຊິ່ງແມ່ນສະຖານທີ່ປະສົມປະສານລະຫວ່າງພື້ນຖານວັດທະນະທຳທີ່ອຸດົມສົມບູນຂອງ ຫວຽດນາມ ແລະ ອິນໂດເນເຊຍ. ຂ້າພະເຈົ້າຮູ້ສຶກປະເອີບໃຈວ່າ mobile game ຈະມີການພັດທະນາໃນອະນາຄົດ.

ດ້ວຍຄວາມມານະພະຍາຍາມລວມ ພ້ອມກັບຄູ່ຮ່ວມມື VTC Intecom, ບໍລິສັດ Anantarupa  ພວມມຸ່ງໄປເຖິງເປົ້າໝາຍຈະມີຜູ້ຫຼິ້ນ Lokapala 3 ລ້ານຄົນຢູ່ຕະຫຼາດ ຫວຽດນາມ ໃນທ້າຍປີ 2023. ໂດຍເລືອກເອົາ ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຂອງຂົງເຂດ game online ດ້ວຍລັກສະນະພິເສດແມ່ນປະຊາກອນໜຸ່ມ ແລະ ອັດຕາຜູ້ຫຼິ້ນ game online ສູງທີ່ສຸດໃນພາກພື້ນ ເຊິ່ງແມ່ນຈຸດປາຍທາງທຳອິດໃນຂະບວນການພິຊິດ ອາຊຽນ, ບໍລິສັດ Anantarupa ພວມຫັນຄວາມມຸ່ງຫວັງຂອງຕົນໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ