ຫວຽດນາມ ພ້ອມແລ້ວເພື່ອປະຊາຄົມ ອາຊຽນ

(vovworld) - “ພວກ​ຂ້າພະ​ເຈົ້າ​ອາດຈະ​ເວົ້າ​​ໄດ້ວ່າ ຫວຽດນາມ ​ໄດ້​ພ້ອມ​ແລ້ວ​​ເພື່ອປະຊາ​ຄົມ ອາ​ຊຽນ - ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ Nguyen Tien Minh, ຫົວຫນ້າ​ກົມ​ອາ​ຊຽນ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃນ​ການ​ພົບ​ປະ​ກັບ​ບັນດາ​ນັກ​ຂ່າວ​ໄທ ຫວ່າງ​ແລ້ວ​ນີ້ ຢູ່ ຮ່າ​ໂນ້ຍ. ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນພາກ​ນີ້, ​ພວກ​ເຮົາ​ຂໍຂັດສ​ະ​ເຫ​ນີ​ເນື້ອ​ໃນການ​ຕອບ​ສຳພາດຕໍ່ນັກ​ຂ່າວ​ໄທ​ຂອງ​ທ່ານ Nguyen Tien Minh  ກ່ຽວ​ກັບ​ການ​ກຽມພ້ອມ​ຂອງ ຫວຽດນາມ ​ເພື່ອມຸ່ງ​ໄປ​ເຖິງ​ຈຸດໝາຍ​ປະຊາ​ຄົມ​ອາ​ຊຽນ. ​    

   

ຫວຽດນາມ ພ້ອມແລ້ວເພື່ອປະຊາຄົມ ອາຊຽນ - ảnh 1
ຫວຽດນາມ ຈັດພິທີສະເຫລີມສະຫລອງ 45 ປີ ແຫ່ງວັນສ້າງຕັ້ງ ອາຊຽນ
ພາບ: internet

ຫວຽດນາມ ຖື​ບົດບາດ​ຂອງອາ​ຊຽນ ​ເປັນ​ສຳຄັນ ​ແລະ ຍາມ​ໃດ​ກໍ​ພະຍາຍາມ​ເພື່ອ​ກາຍ​ເປັນ​ສະມາຊິກ​ຕັ້ງຫນ້າ​ຂອງ ອາ​ຊຽນ. ດ້ວຍ​ຄວາມ​ປາດ​ຖະຫນາ​ຢາກ​ກຳລັງ​​ເລັກ​ນ້ອຍ​ຂອງ​ຕົນ​ຮ່ວມ​ກັບ​ຄວາມ​ມານະ​ພະຍາຍາມ​ລວມຂອງ ບັນດາ​ປະ​ເທດ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ລວມ, ພາຍຫລັງ​ກົດ​ບັດ​ຂອງ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ທີ່ປະຕິບັດ​ການ​ໃຫ້​ສັດ​ຕະຍາ​ບັນ​ກົດ​ບັດ ອາ​ຊຽນ ​​​ແລະ ບັນດາ​ກະຊວງ, ຂະ​ແຫນງ​ການ​ຂອງ ຫວຽດນາມ ​ໄດ້​ຮີ​ບ​ເຮັ່ງ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ກົດ​ບັດ​ອາ​ຊຽນນັ້ນ. ຫວຽດນາມ ກໍ​ສ້າງ​ກົງຈັກ​ການເຄື່ອນ​ໄຫ​ວ​ຜັນ​ຂະຫຍາຍ 3 ​ເສົາ​ຄ້ຳ​ຂອງ​ປະຊາ​ຄົມ ອາ​ຊຽນ ​ໂດຍ​ໄວ​ເພື່ອ​ປະຕິບັດ​ຫນ້າ​ທີ່ຕ່າງໆ. ທ່ານ Nguyen Tien Minh ​ໃຫ້​ຮູ້​ວ່າ:

        “​ໂດຍລະອຽດແມ່ນ ທ່ານ​ນາຍົກລັດຖະມົນຕີ​ໄດ້​ອອກ​ຂໍ້​ຕົກລົງ, ​ໃນ​ນັ້ນ ​ໄດ້ກຳນົດ​ວ່າ: ກະຊວງ​ການ​ຕ່າງປະ​ເທດ​ຮັບຜິດຊອບ​ເສົາຄ້ຳ​ປະຊາ​ຄົມ​ການ​ເມືອງ​ຄວາມ​ໝັ້ນຄົງ; ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແມ່ນ​ຮັບຜິດຊອບ​ເສົາ​ຄ້ຳ​ເສດ​ຖະກິດ ​ແລະ ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ​ ​ຮັບຜິດຊອບ​ ເສົາ​ຄ້ຳ​ວັດທະນະ​ທຳ​ສັງຄົມ​ຂອງ ອາ​ຊຽນ. ບັນດາ​ກະຊວງ​ຕ້ອງ​ແຈ້ງ​ຂໍ້​ມູນ​ຂ່າວສານ​​ໃຫ້​ກັນເປັນ​ປະຈຳ ​ເພື່ອ​ຮັບປະກັນ​ຂໍ້​ມູນຂ່າວ​ກ່ຽວ​ກັບ​ອາ​ຊຽນ ລະຫວ່າງ​ບັນດາ​ກະຊວງ​ຂອງ​ຫວຽດນາມ.”

        ກຳນົດ​​​ເວລາ​ການ​ສ້າງ​ໝູ່ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015 ​ໃກ້​ຈະ​ຮອດ​ແລ້ວ, ນອກຈາກ​ການ​ຜັນ​ຂະຫຍາຍບັນດາ​ບັນຫາ​ດັ່ງກ່າວ, ຫວຽດນາມ ກໍ​​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ອາ​ຊຽນ. ປະຈຸ​ບັນ ຫວຽດນາມ ຕັ້ງຫນ້າ​ຍູ້​ແຮງ​ການ​ໂຄສະນາ​ທາງ​ພາຫະນະ​ສື່​ມວນ​ຊົນ ​ແລະ ​​ໂຄສະນາ​​ໂດຍ​ກົງ​ຜ່າ​ນບັນດາ​ການ​ເຄື່ອນ​ໄຫວ​ລະອຽດ. ​ແລະ ການ​ໂຄສະນາ​ກ່ຽວ​ກັບ​ອາ​ຊຽນ ​ເວົ້າ​ລວມ​ແມ່ນມີ​ຄວາມ​ສະດວກ​. ບັນດາ​ພາຫະນະ​ສື່​ມວນ​ຊົນ​ແມ່ນ​ສ່ວນ​ຫນຶ່ງ​ໃນ​ຊີວິດ​ຂອງ​ປະຊາຊົນ ​ແລະ ພວກ​ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ການ​ສະຫນັບສະຫນູນ​ຂອງ​ຫນັງສືພິມ​ໃນ​ການ​ໂຄສະນາ​ກ່ຽວ​ກັບ ອາ​ຊຽນ, ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວກັບ​ອາ​ຊຽນ​ໃນໝູ່​ປະຊາຊົນ.

        “​ເລື່ອງ​ໂຄສະນາ​ໃນ​ປະຊາຊົນ​ແມ່ນ​ວິວັດ​ການ​ໄດ້​ຮັບ​ການ​ປະຕິບັດ​​ໃນ​ໄລຍະ​ຍາວ​ ສະ​ນັ້ນ ທຸກ​ຄົນ​ລ້ວນ​ແຕ່​ຮັບ​ຮູ້​ໄດ້​ບົດບາດ​ສຳຄັນ​ຂອງ ອາ​ຊຽນ ທີ່​ມີ​ຕໍ່​ປະ​ເທດ​ຊາດ ​ແລະ ຮັບ​ເອົາ​ຂໍ້​ມູນ​ຂ່າວສານ​ຢ່າງ​ຕັ້ງຫນ້າ. ມາ​ຮອດ​ປະຈຸ​ບັນ ບັນດາ​ລາຍການ​ສະ​ຫງວນ​ໃຫ້​ແກ່​ໝູ່​ມະຫາຊົນ​ເຊິ່ງພວກ​ຂ້າພະ​ເຈົ້າ​ປຸກລະດົມ​ລ້ວນ​ແຕ່​ໄດ້​ຮັບ​ການ​ຕອບ​ສະຫນອງຢ່າງຕັ້ງຫນ້າ, ຕົວຢ່າງ​ຄື: ລາຍການ​ຍ່າງ​ເພື່ອ​ສັນຕິພາບ​ຂອງ ອາ​ຊຽນ, ລາຍການ​ແຂ່ງຂັນ​ແຕ້ມ​ຮູບ​ກ່ຽວ​ກັບ ອາ​ຊຽນ, ລາຍການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ອາ​ຊຽນ…”

ຫວຽດນາມ ພ້ອມແລ້ວເພື່ອປະຊາຄົມ ອາຊຽນ - ảnh 2
ທ່ານ Nguyen Tien Minh ຕອບສຳພາດຕໍ່ນັກຂ່າວໄທ

        ທ່ານ Nguyen Tien Minh ​ເນັ້ນ​ຫນັກ​ວ່າ: ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ເຖິງ ອາ​ຊຽນ, ຫວຽດນາມ ຢາກ​ຢືນຢັນ​ວ່າ ການ​ຕ່າງປະ​ເທດ​ປະຊາຊົນ​ຍາມ​ໃດ​ກໍ​ແມ່ນ​ຊ່ອງ​ສຳຄັນ​ໃນ​ຈຸດ​ໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ເປັນ​ອົງການຫນຶ່ງດຽວ.

        “ພວກ​ຂ້າພະ​ເຈົ້າ​ຈະ​ຍູ້​ແຮງ​ວຽກ​ງານ​ໂຄສະນາກ່ຽວ​ກັບ​ອາ​ຊຽນ ​ມາສູ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ເປັນ​ຕົ້ນ​ໃນ​​ບັນດາໄລຍະ​ສຳຄັນ, ປີ​ນີ້​ແມ່ນ​ປີ​ສະ​ເຫລີ​ມສະຫລອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ອາ​ຊຽນ. ຂ້າພະ​ເຈົ້າ​ຄິດ​ວ່າ ​ເລື່ອງ​ໂຄສະນາ​ກ່ຽວ​ກັບ ອາ​ຊຽນ ​ໃນປີ 2014 ​ແມ່ນ​ສຳຄັນ​ທີ່​ສຸດ ​ເພາະວ່າ ​ແມ່ນ​ປີບ​ານພັບ​ກ່ອນ​ທີ່ປະຊາ​ຄົມ​ອາ​ຊຽ​ນ​ໄດ້​ຮັບ​ການ​ສ້າງ​ຕັ້ງ.”

        ​ເມື່ອ​ເວົ້າ​ເຖິງ​ການ​ກະກຽມ​ຂອງ ຫວຽດນາມ ​ໃນ​ການ​ເຮັດ​ໃຫ້​ບັນດາ​ບັນຫາ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆມີ​ຄວາມ​ກົມ​ກຽວກັນ, ຕົວຢ່າງ​ຄື: ບັນຫາພວງມາ​ໄລ​​ເບື້ອງ​ຂວາ ​ແລະ ​ເບື້ອງ​ຊ້າຍ ​ເມື່ອອາ​ຊຽນ ​ໄດ້​ກາຍ​ເປັນ​ປະຊາ​ຄົມ​ຫນຶ່ງ, ທ່ານ Minh  ​ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ດ້ານ​ຈິດ​ໃຈ​ລວມ, ຫວຽດນາມ ​ໄດ້​ກຽມພ້ອມ​ ໃຫ້​ແກ່​ການ​ເຊື່ອມ​ໂຍງ​ແລ້ວ. ​ເມື່ອ​ກາຍ​ເປັນ​ປະຊາ​ຄົມ​, ຈະ​ຕ້ອງ​ປັບປຸງ​ຫລາຍ​ບັນຫາ, ບໍ່​ພຽງ​ແຕ່​ບັນຫາ ພວງມາ​ໄລ​​ເບື້ອງ​ຂວາ ​ແລະ ​ເບື້ອງ​ຊ້າຍ​ເທົ່າ​ນັ້ນ     ຫວຽດນາມ ຈະ​ພະຍາຍາມ​ປັບປຸງ​ບັນດາບັນຫາ​ທີ່​ສາ​ມາດ​ປັບປຸງ​ໄດ້ ​ແລະ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອ​ສ້າງ​ຄວາມ​ກົມກຽວ​ໃນ​ອາ​ຊຽນ.

        ລັດຖະບານ ຫວຽດນາມ ຖື​ບົດ​ບາດ​ອາ​ຊຽນ ​ເປັນ​ສຳຄັນ ​ແລະ ອາ​ຊຽນ ກໍ​ແມ່ນ​ບັນຫາ​ສຳຄັນ​ໃນ​​ແນວທາງ​ການ​ຕ່າງປະ​ເທດ ຂອງ ຫວຽດນາມ. ​ເພາະສະ​ນັ້ນ ຫວຽດນາມ ຕັດສິນ​ໃຈ​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ສູ້​ຊົນ​ສ້າງ​ປະຊາ​ຄົມ ອາ​ຊຽນ​ໃນ​ປີ 2015 ​ແລະ ຫວຽດນາມ ພວມຕັ້ງຫນ້າ​ເຄື່ອ​ນ​ໄຫວ​ເພື່ອ​ຈຸດໝາຍ​ນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ