ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ

(VOVWORLD) - ໃນການກວດພະຍາດຄັ້ງນີ້, ຄະນະແພດໝໍ ຫວຽດນາມ ໄດ້ນຳເອົາເຄື່ອງຈັກ, ອຸປະກອນທີ່ທັນສະໄໝ ໄປນຳເພື່ອຮັບໃຊ້ວຽກງານກວດພະຍາດຄື: ເຄື່ອງເອໂກ, ເຄື່ອງຊ່ອງລັງສີ, ເຄື່ອງຖ່າຍຮູບເອັກສະເລ, ກ້ອງຈຸລະທັດ
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ - ảnh 1ບັນດາແມ່ຍິງໄດ້ຈົດທະບຽນເຂົ້າຮ່ວມການກວດພະຍາດ 

ຄະນະແພດໝໍລວມມີ 21 ຄົນຂອງໂຮງໝໍ K ແລະ ສະຖາບັນຄົ້ນຄ້ວາໂລກມະເຮັງແຫ່ງຊາດ ຫວຽດນາມ ໂດຍທ່ານໝໍ ຫງວຽນບ໋າຕິ້ງ, ຮອງປະທານສະມາຄົມທ່ານໝໍໜຸ່ມ ຫວຽດນາມ ນຳໜ້າ ໄດ້ໄປຍັງໂຮງໝໍແມ່ ແລະ ເດັກ ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ ເພື່ອປະຕິບັດການກວດພະຍາດໂດຍບໍ່ເສຍຄ່າສຳລັບພະຍາດໂລກມະເຮັງເຕົ້ານົມ ແລະ ໂລກມະເຮັງປາກມົດລູກໃຫ້ແມ່ຍິງລາວ. ນີ້ແມ່ນຄັ້ງທຳອິດທີ່ໂຮງໝໍ K ຈັດຕັ້ງລາຍການເຄື່ອນໄຫວຄືແນວນີ້ ເຊິ່ງໄດ້ຮັບການຈັດຕັ້ງໃນທ້າຍປີ 2017 ທີ່ຜ່ານມາ.

        ໃນການກວດພະຍາດຄັ້ງນີ້, ຄະນະແພດໝໍ ຫວຽດນາມ ໄດ້ນຳເອົາເຄື່ອງຈັກ, ອຸປະກອນທີ່ທັນສະໄໝ ໄປນຳເພື່ອຮັບໃຊ້ວຽກງານກວດພະຍາດຄື: ເຄື່ອງເອໂກ, ເຄື່ອງຊ່ອງລັງສີ, ເຄື່ອງຖ່າຍຮູບເອັກສະເລ, ກ້ອງຈຸລະທັດ,… ທ່ານໝໍ ຫງວຽນບ໋າຕິ້ງ, ຮອງປະທານສະມາຄົມທ່ານໝໍໜຸ່ມ ຫວຽດນາມ, ຫົວໜ້າຄະນະປະຕິບັດງານໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄປກວດພະຍາດດ້ວຍເປົ້າໝາຍໂຄສະນາຂົນຂວາຍໃຫ້ແມ່ຍິງຂອງປະເທດລາວ ໄປກວດພະຍາດຢ່າງເປັນປະຈຳຕາມກຳນົດເວລາ, ພິເສດ, ການກວດພະຍາດໃນເບື້ອງຕົ້ນໂດຍບໍ່ເສຍຄ່າສຳລັບພະຍາດໂລກມະເຮັງຕົ້ນນົມ ແລະ ໂລກມະເຮັງປາກມົດລູກ ເພື່ອພົບເຫັນໄວ ແລະ ປິ່ນປົວຢ່າງທັນການ. ຄືພວກເຮົາໄດ້ຮູ້ແລ້ວວ່າ, ອັດຕາຜູ້ຕິດໂລກມະເຮັງເຕົ້ານົມ ແລະ ໂລກມະເຮັງປາກມົດລູກ ໃນໂລກ ກໍ່ຄືຢູ່ ຫວຽດນາມ ແລະ ລາວ ແມ່ນຫຼາຍພໍສົມຄວນ, ການກວດພະຍາດເພື່ອພົບເຫັນໄວແມ່ນສຳຄັນທີ່ສຸດ ແລະ ສຳລັບໂລກມະເຮັງເຕົ້ານົມນັ້ນ, ຖ້າຫາກພົບເຫັນໄວອາດສາມາດປິ່ນປົວໄດ້. ໃນການໄປເຮັດວຽກຄັ້ງນີ້, ແມ່ຍິງລາວແຕ່ລະຄົນມານີ້ລ້ວນແຕ່ໄດ້ກວດ, ຊ່ອງເອໂກໂດຍບໍ່ເສຍຄ່າ. ບັນດາກໍລະນີທີ່ຖືກສົງໄສຈະໄດ້ຮັບການຜ່າຕັດ ແລະ ວິໃຈຢ່າງລະອຽດກ່ວາ”

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດສາທາລະນະສຸກ - ảnh 2 ຄະນະແພດໝໍ ຫວຽດນາມ ເຂົ້າຮ່ວມການກວດພະຍາດ

        ທ່ານໝໍ ຫງວຽນບ໋າຕິ້ງ ໃຫ້ຮູ້ຕື່ມອີກວ່າ: ໃນເວລາບົ່ງມະຕິພະຍາດ, ສຳລັບບັນດາກໍລະນີຕ້ອງໄດ້ຮັບການປິ່ນປົວໃນທັນທີນັ້ນ, ບັນດາທ່ານໝໍ ຫວຽດນາມ ອາດສາມາດດຳເນີນການຜ່າຕັດຢູ່ນະຄອນຫຼວງ ວຽງຈັນ ເລີຍ ຫຼື ແລກປ່ຽນດ້ານວິຊາການກັບບັນດາທ່ານໝໍ ລາວ ກ່ຽວກັບວິທີການປິ່ນປົວດີທີ່ສຸດໃຫ້ຄົນເຈັບ.    

        ກ່ອນທີ່ດຳເນີນການກວດ, ບັນດາທ່ານໝໍຄາດວ່າຈະກວດພະຍາດໂດຍບໍ່ເສຍຄ່າໃຫ້ປະມານ 500 ຄົນ. ແຕ່ໃນສະພາບຕົວຈິງແລ້ວ, ໃນເວລາ 5 ວັນເຮັດວຽກນັ້ນ, ມີກ່ວາ 600 ຄົນໄປກວດພະຍາດ. ເອື້ອຍ ທອງຄຸນ ແສງຈະເລີນ, ບ້ານ ໜອງພະຍາ, ເມືອງ ໄຊທານີ ໄດ້ໄປຈົດທະບຽນກວດພະຍາດໃນມື້ທຳອິດໃຫ້ຮູ້ວ່າ:

        “ມື້ນີ້ໄດ້ມາກວດມະເຮັງເຕົ້ານົມ ແລະ ມະເຮັງປາກມົດລູກນີ້ຮູ້ສຶກດີຫຼາຍ. ໄປກວດເຮົາຈຶ່ງຮູ້ໄດ້ວ່າແນວໃດ ຍ້ອນເດົາເອົາເອງເຮົາກໍ່ບໍ່ຮູ້ວ່າຄືແນວໃດ, ຖືກພະຍາດບໍ່, ແຕ່ມື້ນີ້ມານີ້ກໍ່ດີໃຈ. ແຕ່ລະປີເຮົາຕ້ອງໄປກວດພະຍາດ ປີລະ 2 ເທື່ອ ຫຼືບໍ່ໄດ້ກໍ່ແມ່ນປີລະເທື່ອກໍ່ແມ່ນດີສຳລັບແມ່ຍິງລາວ”

        ບັນດາທ່ານໝໍທີ່ສົ່ງໄປລາວ ໃນຄັ້ງນີ້ລ້ວນແຕ່ແມ່ນບັນດານັກຊ່ຽວຊານເກັ່ງ ແລະ ມີປະສົບການໃນການວຽກງານຄົ້ນຄ້ວາກ່ຽວກັບໂລກມະເຮັງເຕົ້ານົມ ແລະ ໂລກມະເຮັງປາກມົດລູກ, ໃນນັ້ນ ມີທ່ານໝໍກວດພະຍາດ 6 ຄົນ, ທ່ານໝໍບົ່ງມະຕິພະຍາດ 2 ຄົນ, ທ່ານໝໍຜ່າຕັດ 1 ຄົນ ແລະ ນາງພະຍາບານ 4 ຄົນ. ທ່ານໝໍ ສະໜອງ ທອງຊະນະ, ຜູ້ອຳນວຍການໂຮງໝໍມິດຕະພາບ ລາວ, ໃຫ້ຮູ້ວ່າ:

        “ໂຄງການນີ້ມີຄວາມສຳຄັນທີ່ສຸດ ຍ້ອນວ່າພະຍາດມະເຮັງມີການແຜ່ລາມອອກກ້ວາງຂວາງຫຼາຍ ຢູ່ໃນໂລກ ແລະ ຢູ່ໃນພາກພື້ນ ອາຊີ. ແລະ ຢູ່ໃນ ສປປ ລາວ ຂອງພວກເຮົານີ້ ໂຄງການແບບນີ້ຍັງມີນ້ອຍ, ມີແມ່ຍິງເປັນຈຳນວນຫຼາຍບໍ່ທັນໄດ້ຮັບການກວດກາ, ກວດພະຍາດຊອກຫາມະເຮັງນັ້ນ. ຖ້າມີການກວດພົບປະໄດ້ໄວກໍ່ສາມາດປີ່ນປົວ, ຫລຸດຜ່ອນຄວາມເຈັບປວດຂອງແມ່ຍິງ. ດັ່ງນັ້ນ, ໂຄງການກວດຊອກຫາພະຍາດມະເຮັງມົດລູກ ແລະ ເຕົ້ານົມໃນຄັ້ງນີ້ ແມ່ນໂອກາດໃຫ້ແມ່ຍິງລາວ, ປະຊາຊົນ ລາວ ໄດ້ຊອກຫາພະຍາດແຕ່ຫົວທີ ແລະ ເມື່ອຊອກຫາແລ້ວເຮົາຈະມີການປິ່ນປົວໃຫ້ດີກ່ວາ.”

        ແຕ່ນີ້ຮອດປີ 2020, ໂຮງໝໍ K ຈະຈັດຕັ້ງບັນດາການກວດພະຍາດ, ຝືກອົບຮົມໃຫ້ບັນດາພະນັກງານການແພດ ກ່ຽວກັບບັນດາການເຄື່ອນໄຫວວິຊາສະເພາະ, ກໍ່ຄືໜູນຊ່ວຍດ້ານເຄື່ອງຈັກ, ອຸປະກອນຮັບໃຊ້ໃຫ້ແກ່ວຽກງານກວດ, ປິ່ນປົວພະຍາດຢູ່ບັນດາໂຮງໝໍຂອງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ