ຫວຽດນາມ - ລາວ ແລະ ກຳປູເຈຍ ສູ້ຊົນເພື່ອຈຸດໝາຍປະຊາຄົມ ອາຊຽນ ປອດຢາເສບຕິດ

(vovworld) - ​​ໃນ​ວິວັດທະ​ນາ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ວາງ​ຈຸດໝາຍ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ ອາ​ຊຽນ ປອດ​ຢາ​ເສບ​ຕິດ​ໃນ​ປີ 2015. ທີ່​ກອງ​ປະຊຸມ​ ​ຂັ້ນ​ລັດຖະມົນຕີ​ສາມຝ່າຍຄັ້ງ​ທີ 12 ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ ລະຫວ່າງ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ເ​ຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ຫວ່າງ​ແລ້ວ​ນີ້, ການ​ນຳ​ບັນດາ​ກະຊວງ, ອົງການ​ກ່ຽວຂ້ອງ​ຂອງ​ສາມ​ປະ​ເທດ​ໄດ້​ສະ​ແດງ​​ໃຫ​້​ເຫັນ​ຄວາມ​ຕັດສິນ​ໃຈ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ.

        ຢາ​ເສບ​ຕິດ ​ໄດ້ ​ແລະ ພວມ​ແມ່ນ​ໄພ​ນາບ​ຂູ່​ຕໍ່​ປະເທດ​ຕ່າງໆ​ໃນ​ໂລກ ​ແລະ ພິ​ເສດ ​ແມ່ນຢູ່ພາກ​ພື້ນອາ​ຊຽນ. ​ໂດຍ​ຮັບ​ຮູ້​​ໄພພິບ​ັດດັ່ງກ່າວຢ່າງ​ຈະ​ແຈ້ງ, ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ລວມ ​ແລະ ຫວຽດນາມ, ລາວ ​ແລະ​ ກຳປູ​ເຈຍ ​ເວົ້າ​ສ​ະ​ເພາະ ພວມ​ສະ​ແດງ​​ໃຫ້​ເຫັນຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ຈະ​ແຈ້ງ​ໃນ​ການ​ສຸມ​ທຸກ​ແຫ​ລ່ງກຳລັງ ​ແລະ ຖື​ການ​ລົງທຶນ​​ໃຫ້ແກ່​ວຽກ​ງານ​ປ້ອງ​ກັນ,​ຕ້ານ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ແມ່ນ​ວຽກ​ງານປະກອບສ່ວນ​ໃຫ້​ແກ່ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ​ໃນ​ຊຸມ​ປີຜ່ານມາ, ດ້ວຍ​ແຫ​ລ່ງ​ກຳລັງ​ພາຍ​ໃນ​ຂອງ​ຕົນ ພ້ອມ​ກັບ​ການ​ຊ່ວຍ​ເຫລືອ, ການ​ປະສານ​ສົມທົບ​ຈາກ​ປະຊາ​ຄົມ​ໂລກ, ລັດຖະບານ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ​ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍ​​ແຜນ​ນະ​ໂຍບາຍຢ່າງ​ຄົບ​ຊຸດ, ຮອບດ້ານ, ມີມາດ​ຕະການ​ຕ່າງໆ​ຢ່າງຕັ້ງຫນ້າ​ເພື່ອ​ປ້ອງ​ກັນ, ຕ້ານ​ອາດຊະ​ຍາ​

ກຳ ​ແລະ ​ໄພ​ຢາ​ເສບ​ຕິດ ​ແລະ ບັນລຸ​ໝາກຜົນ​ດີ​ພໍ​ສົມຄວນ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ. ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ​ແມ່ນ​ເວທີ​ປາ​ໄສ​ທີ່​ມີ​ຄວາມ​ສຳຄັນ​ຍິ່ງ​ເພື່ອ​ໃຫ້​ສາມ​ປະ​ເທດ​ແລກປ່ຽນ, ປຶກສາ​ຫາລື, ຕີ​ລາຄາ​ສະພາບ​ການ, ວາງ​ອອກ​ບັນດາ​ມາດ​ຕະການ​ປະສານ​ສົມທົບກັນ ​ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ​ກັນ, ສ້າງ​ກຳລັງ​ແຮງ​ເພື່ອ​ຍູ້​ໄພ​ຢາ​ເສບ​ຕິດ​ໃຫ້​ຖອຍ​ໄປ, ກ້າວ​ໄປ​ເຖິງ​ຍາດ​ໄຊຊະນະ​​ໃນ​ການ​ຕໍ່ສູ້​ຕ້ານ​ຢາ​ເສບ​ຕິດ. ພົນ​ໂທ ດັ້ງ​ວັນ​ຮຽວ, ຮອງ​ລັດຖະມົນຕີ​ຜູ້​ປະຈຳ​ກະຊວງ​ຕຳຫລວດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໄດ້​ສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ເນື້ອ​ໃນ​ຜ່ານ 4 ຂົງ​ເຂດ. ທີ​ຫນຶ່ງ ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ສາມ​ປະ​ເທດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ. ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ​ເພາະວ່າ ປະຈຸ​ບັນ ອາດຊະຍາ​ກຳ​ຢາ​ເສບ​ຕິດ​ເຄື່ອ​ນ​ໄຫວ​ຂ້າມ​ຊາດ ​ແລະ ມີ​ລັກສະນະ​ສັບ​ສົນ​ທີ່​ສຸດ. ທີ​ສອງ ​ແມ່ນສືບ​ຕໍ່ການປະສານ​ສົມທົບ​ລະຫວ່າງ​ສາມ​ປະ​ເທດ​ໃນບັນດາ​ແຜນການ​ລະອຽດ​ເພື່ອ​ຊ​ອກ​ຈັບ​ອາດຊະຍາ​ກຳ​ຢາ​ເສບ​ຕິດ. ບັນຫາ​ທີ​ສາມ ​ແມ່ນ​ສືບ​ຕໍ່​ຊ່ວຍ​ເຫລືອ​ບຳລຸງ​ສ້າງ​ພະນັກງານ ​ແລະ ປະກອບ​ພາຫະນະ​ອຸປະກອນ​​ຮັບ​ໃຊ້​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຢາ​ເສບ​ຕິດ. ບັນຫາ​ສຸດ​ທ້າຍ​ແມ່ນ ພວກ​ເຮົາ​ຈະ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ລະຫວ່າງ​ຕຳຫລວດ​ສອງ​ຝ່າຍ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ກຳປູ​ເຈຍ ກໍ່​ຄື ກັບ​ລາວ​.”

ຫວຽດນາມ - ລາວ ແລະ ກຳປູເຈຍ ສູ້ຊົນເພື່ອຈຸດໝາຍປະຊາຄົມ ອາຊຽນ ປອດຢາເສບຕິດ - ảnh 1
ບັນດາຜູ້ແທນສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ເຂົ້າຮ່ວມ
ກອງປະຊຸມ
ພາບ:internet

        ​ໃນ​ຂອບ​ເຂດ​ສາມ​ປະ​ເທດ, ອາດຊະຍາ​ກຳ​ຢາ​ເສບ​ຕິດ​ໄດ້​ສວຍ​​ໃຊ້​ເງື່ອ​ນ​ໄຂ​ພູມີ​ປະ​ເທດ, ຄວາມ​ຊີ​ນ​ເຄີຍ​ໃນ​ກາ​ນ​ເຄື່ອນ​​ໄຫວພົວພັນ​ແລກປ່ຽນ​ດ້ານ​ເສດຖະກິດ, ການ​ໄປມາ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ປະຊາຊົນ​ 3 ປະ​ເທດ ​ເພື່ອ​ຂົນ​ສົ່ງ, ຄ້າຂາຍ​ຢາ​ເສບ​ຕິດ​ຜ່າ​ນຊາຍ​ແດນ. ​ເພາະສະ​ນັ້ນ, ລັດຖະບານ 3 ປະ​ເທດ ຖື​ວ່າ: ລົບ​ລ້າງ​ໄພ​ຢາ​ເສບ​ຕິດ ​ແມ່ນການ​ຕໍ່ສູ້​ຮ່ວມກັນ, ​ໃນ​ນັ້ນ ຜົນສຳ​ເລັດ​ຂອງ​ແຕ່ລະ​ປະ​ເທດ​ແມ່ນ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນນຳ​ກັນ ​ແລະ ກໍ​ແມ່ນ​ໄຊຊະນະ​ລວມຂອງ​ທັງ​ສາມ​ປະ​ເທດ. ທ່ານ It Sam Heng ລັດຖະມົນຕີ​ກະຊວງ​ສັງຄົມ ນັກຮົບ​ເກົ່າ ​ແລະ ຟື້ນ​ຟູ ຊາວ​ຫນຸ່ມ, ຮອງ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2011 - 2012 ຜ່ານ​ມາ, ​ໃນ​ການ​ປາ​ບປາມ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ລະຫວ່າງ​ສາມ​ປະ​ເທດ​ກໍ​ຄື​ການ​ສົມທົບ​ລະຫວ່າງ​ອຳນາດ​ການ​ປົກຄອງ​ສາມ​ປະ​ເທດ, ອຳນາດ​ການ​ປົກຄອງ​ບັນດາ​ແຂວງ​ມີ​ຊາຍ​ແດນ​ຕິດ​ຈອດກັນ. ສາມ​ປະ​ເທດ​ໄດ້​ແກ້​ໄຂ​ຢ່າງ​ທັນ​ການ ​ແລະ ບັນລຸ​ຜົນງານ​ຫລາຍ​ຢ່າງ​ໃນ​ການ​ປາບ​ປາມ​ອາດຊະຍາ​ກຳ​ຢາ​ເສບ​ຕິດ. ​ໃນ​ນັ້ນ ມີ​ຫລາຍ​ກໍລະນີ​ອັນ​ຕະລາຍທີ່​ສຸດ. ທ່ານ It Sam Heng ໄດ້ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ແຂວງ​ຊາຍ​ແດນ.

        “ຄວາມ​ຈິງ ຍັງ​ມີ​ຫລາຍ​ບັນຫາ​ກ່ຽວຂ້ອງ​ເຖິງ​ຢາ​ເສບ​ຕິດ. ​ເພາະວ່າ ເມື່ອພວກ​ເຮົາ​ປາບ​ປາມ, ອາດຊະຍາ​ກຳ​ຢາ​ເສບ​ຕິດ​ເຄີຍ​ໃຊ້​ກົນອຸບາຍ​ໃຫມ່. ບັນດາ​ກົນອຸບາຍ​ຂອງ​ພວກ​ເຂົານັ້ນ​ແມ່ນ: ຂົນ​ສົ່ງ​ຢາ​ເສບ​ຕິດ​ຂ້າມ​ຊາຍ​ແດນ, ທີ​ສອງຢາກ​​ຖືປະ​ເທດ​ເຮົາ​ແມ່ນ​ບ່ອນ​ຜະລິດ ​ແລະ ​ແຈກ​ຢາ​ຍຢາ​ເສບ​ຕິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ບັນລຸ​ຜົນງານ​ໄດ້​ຫລາຍ​ຢ່າງ​ແລ້ວ ​ແຕ່​ຫນ້າ​ທີ່​ຂອງ​ພວກ​ເຮົາ​ຍັງ​ຄົງ​ຫນັກຫນ່ວງ​ທີ່​ສຸດ.”

        ຕັ້ງຫນ້າ​ຊຸກຍູ້​ການ​ປະຕິບັດ​ແຜນການ​ດຳ​ເນີນ​ງານ ອາ​ຊຽນ ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ​ການ​ຜະລິດ, ຂົນ​ສົ່ງ ​ແລະ ນຳ​ໃຊ້​ຢາ​ເສບ​ຕິດ​ບໍ່​ຖື​ກກັບ​ກົດໝາຍ​ໄລຍະ 2009 - 2015 ​ແລະ ວິວັດທະນາ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ປອດ​ຢາ​ເສບ​ຕິດ​ໃນ​ປີ 2015 ​ແມ່ນ​ຈຸດໝາຍ​ສູງ​ສຸດ​ຂອງ​ທັງ​ສາມ​ປະ​ເທດ ຫວຽດນາມ, ກຳ​ປູ​ເຈຍ ​ແລະ ລາວ. ລັດຖະບານ​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​ຍົກ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ປະຕິບັດ​ຈຸດໝາຍ​ດັ່ງກ່າວ​ໃນ​ໄລຍະ​ໄວ​ທີ່​ສຸດ. ທ່ານ It Sam Heng ຮອງ​ປະທານ​ຄະ​ນະ​ກຳມະການ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ບັນຫາ​ນີ້ ລັດຖະບານ ກຳປູ​ເຈຍ ມີ​ຄວາມ​ຕັດສິນ​ໃຈ​ສູງ. ລັດຖະບານ​ ກຳປູ​ເຈຍ ​ໄດ້​ສ້າງ​ກົດໝາຍ​ສະບັບ​ໃຫມ່​ກ່ຽວ​ກັບ​ການ​ຕໍ່ສູ້ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ, ຜ່ານ​ການ​ປະຕິບັດ​ກົດໝາຍ​ສະບັບ​ນີ້, ພວກ​ເຮົາ​ຈະ​ເພີ່ມ​ທະວີ​ກາ​ນຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ. ພວກ​ເຮົາ​ເພີ່ມ​ທະວີ​ການ​ແຊກ​ແຊງ​ກໍ​ຄື​ການ​ປາບ​ປາມ​ອາດຊະຍາ​ກຳ​ຢາ​ເສບ​ຕິດ. ບັນຫາ​ຫນຶ່ງ​ອີກ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ສຶກສາ​ໃນ​ແຕ່ລະ​ປະ​ເທດ. ​ເພື່ອ​ໃຫ້​ສັງຄົມ​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ຄວາມ​ອັນຕະລາຍ​ຂອງ​​ໄພຢາ​ເສບ​ຕິດ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ, ສາມ​ປະ​ເທດ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ກໍ​ຄື​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊຽນ ຈະ​ກາຍ​ເປັນ​​ເຂດ​ປອດ​ຢາ​ເສບ​ຕິດ​ຢ່າງ​ວ່ອງ​ໄວ.”

ຫວຽດນາມ - ລາວ ແລະ ກຳປູເຈຍ ສູ້ຊົນເພື່ອຈຸດໝາຍປະຊາຄົມ ອາຊຽນ ປອດຢາເສບຕິດ - ảnh 2
ການເຄື່ອນໄຫວໂຄສະນາວຽກງານປ້ອງກັນ ແລະ ຕ້ານຢາເສບຕິດ ຢູ່ ຫວຽດນາມ
ພາບ:baothainguyen.org.vn

        ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ບາດກ້າວ​ຮ່ວມ​ມື​ຢ່າງ​ລະອຽດ, ​ເພື່ອ​ຍູ້​ແຮ​ງການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ສາມ​ປະ​ເທດ ​ແລະ ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນອື່ນ. ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ກ່ຽວ​ກັບ​ການປ້ອງກັນ ​ແລະ ຕ້ານ​ຢາ​ເສບ​ຕິດ​ລະຫວ່າງ ຫວຽດນາມ, ກຳປູ​ເຈຍ ​ແລະ ລາວ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ປ້ອງ​ກັນ ​ແລະ ຕ້ານ​ຢາ​ເສບ​ຕິດ​​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ປະກອບສ່ວນ​ຫັນ​ຈຸດໝາຍ​ປະຊາ​ຄົມ ອາ​ຊຽນ ປອດ​ຢາ​ເສບ​ຕິດ​ໃນ​ປີ 2015 ​ຈະປະກົດ​ຜົນ​ເປັນ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ