ຫວຽດ​ນາມ - ສະ​ຖານ​ທີ່​ລົງ​ທຶນ​ທີ່​ດຶງ​ດູດ​ໃຈ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ແໜງ​ການ​ຢາ​ຂອງ​ອິນ​ໂດ​ເນ​ເຊຍ

(VOVWORLD) -ປັດຈຸບັນ, ຫວຽດນາມ ແມ່ນຕະຫຼາດການຢາໃຫຍ່ອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນໜຶ່ງໃນ 17 ປະເທດນອນໃນກຸ່ມມີລະດັບການເຕີບໂຕຂະແໜງການຢາສູງທີ່ສຸດ. ຄວາມສາມາດບົ່ມຊ້ອນໃນການເຕີບໂຕຂະແໜງການຢາ ໄດ້ຮັບການຕີລາຄາແມ່ນສູງຍ້ອນວ່າ ປະຊາກອນ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະທີ່ມີຜູ້ອາຍຸສູງຫຼາຍຂຶ້ນ ແລະ ປະຊາຊົນເລີ່ມໄດ້ເອົາໃຈໃສ່ເປັນພິເສດຕໍ່ບັນຫາສຸຂະພາບ. ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ຮັບຖືວ່າແມ່ນສະຖານທີ່ລົງທຶນທີ່ດຶງດູດໃຈສຳລັບບັນດາວິສາຫະກິດການຢາຕ່າງປະເທດ ໃນນັ້ນມີອິນໂດເນເຊຍ.

ຫວຽດ​ນາມ - ສະ​ຖານ​ທີ່​ລົງ​ທຶນ​ທີ່​ດຶງ​ດູດ​ໃຈ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ແໜງ​ການ​ຢາ​ຂອງ​ອິນ​ໂດ​ເນ​ເຊຍ - ảnh 1ທ່ານເອກອັກຄະລັດຖະທູດ Denny Abdi ຖ່າຍຮູບນຳກັນກັບບັນດາຜູ້ຕາງໜ້າບໍລິສັດການຢາ ອິນໂດເນເຊຍ ຢູ່ງານວາງສະແດງສາກົນສະເພາະກິດການຢາ 2022 ຢູ່ຮ່າໂນ້ຍ 

ຕາມການຄາດຄະເນຂອງກົມໃຫຍ່ສະຖິຕິແລ້ວ,  ຈຳນວນຜູ້ອາຍຸສູງຢູ່ ຫວຽດນາມ ສືບຕໍ່ເພີ່ມຂຶ້ນໂດຍໄວ ໃນຊຸມປີມໍ່ໆມານີ້, ປັດຈຸບັນຫວຽດນາມ ມີຜູ້ອາຍຸສູງ ປະມານ 11,4 ລ້ານຄົນ ກວມເອົາ ປະມານ 11,86%ປະຊາກອນ. ປີ 2022, ຫວຽດນາມ ມີອັດຕາປະຊາຊົນມີອາຍຸກ່ວາ 60 ປີ ແມ່ນ 12% ແລະ ໃນປີ 2050 ແມ່ນ 28%. ດັ່ງນັ້ນ ໝາຍຄວາມວ່າ ເມື່ອອັດຕາຜູ້ມີອາຍຸສູງເພີ່ມຂຶ້ນນັ້ນ ຄວາມຕ້ອງການໃນການເບິ່ງແຍງດູແລສຸຂະພາບກໍ່ເພີ່ມຂຶ້ນ, ອັດຕາສ່ວນູ້ມີບັດປະກັນສຸຂະພາບ ແລະ ຜູ້ສູງອາຍຸ ກໍ່ເພີ່ມຂຶ້ນ, ດັ່ງນັ້ນຂະແໜງການຢາກໍ່ແມ່ນກາລະໂອກາດພັດທະນາໄວກ່ວາ. ຄ່າໃຊ້ຈ່າຍໃຫ້ແກ່ການແພດຂອງ ຫວຽດນາມ ຄາດວ່າຈະບັນລຸ 23,3 ຕື້ USD ໃນປີ 2025 ແລະ 33,8 ຕື້ USD ໃນປີ 2030. ໃນຂະນະນັ້ນ, ອິນໂດເນເຊຍ ແມ່ນປະເທດມີປະຊາຊົນເປັນຈຳນວນຫຼາຍ, ຄາດວ່າ ປະຊາກອນບັນລຸກ່ວາ 279 ລ້ານຄົນ (ໃນປີ 2022), ຢືນຢູ່ອັນດັບທີ 4 ໃນໂລກ ແລະ ອັນດັບທີ 3 ຢູ່ອາຊີ. ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ຄາດວ່າ ລາຍຮັບຂອງຂະແໜງການຢາຂອງປະເທດນີ້ອາດຈະບັນລຸ 32 ຕື້ USD ໃນແຕ່ລະປີ ຖ້າວ່າການໃຊ້ຈ່າຍທາງການແພດໄລ່ສະເລ່ຍຂອງຂະແໜງການຢາປະເທດນີ້ເພີ່ມຂຶ້ນ 300 USD ຈາກລະດັບ 112 USD ໃນປັດຈຸບັນ. ດ້ວຍ 40% ເປັນຄ່າໃຊ້ຈາຍໃຫ້ແກ່ການແພດ, ລາຍຮັບທີ່ມີຄວາມສາມາດບົ່ມຊ້ອນຂອງຂະແໜງການຢາ ອິນໂດເນເຊຍ ຄາດວ່າບັນລຸ 32 ຕື້ USD. ທ່ານ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ອິນໂດເນເຊຍ ປະຈຳ ຫວຽດນາມ Denny Abdi ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຂະແໜງການຢາຫຼາຍທີ່ສຸດ:

ຂ້າພະເຈົ້າເຫັນ່າການພັດທະນາຂອງຂະແໜງການຢາ ລະຫວ່າງສອງປະເທດ ມີຄວາມສາມາດບົ່ມຊ້ອນທີ່ສຸດ. ໂດຍແມ່ນສອງປະເທດໃນກຸ່ມ ອາຊຽນ, ອິນໂດເນເຊຍ ແລະ ຫວຽດນາມ ບໍ່ພຽງແຕ່ຮ່ວມມືສອງຝ່າຍເທົ່ານັ້ນ ຫາກຍັງພ້ອມກັນສ້າງກຳລັງແຮງວມຂອງ ອາຊຽນ ອີກດ້ວຍ ຍ້ອນວ່າ ພວກເຮົາມີປະຊາຊົນ 640 ລ້ານຄົນຮ່ວມດຳລົງຊີວິດຢູ່ອາຊີເວັນອອກສ່ຽງໃຕ້, ພວກເຮົາແມ່ນຄອບຄົວອາຊຽນ, ພວກເຮົາມີພັນທະໃຫຍ່ແມ່ນປົກປ້ອງສຸຂະພາບຂອງປະຊາຄົມດ້ວຍຂະແໜງການຢາທີ່ມີການພັດທະນາຢ່າງແຮງ.

ດ້ວຍທ່າໄດ້ປຽບຫຼາຍຢ່າງໃນຂະແໜງທາດເຄມີ, ບໍລິສັດ Trimitra Garmedindo Interbuana (TGI) ໄດ້ສ້າງຕັ້ງນັບແຕ່ປີ 1992, ໂດຍແມ່ນບໍລິສັດຜະລິດບັນດາຜະລິດຕະພັນເພື່ອເບິ່ງແຍງດູແລສຸຂະພາບ ໄດ້ເຄີຍມາ ຫວຽດນາມ ເປັນຫຼາຍຄັ້ງເພື່ອເຂົ້າຮ່ວມງານວາງສະແດງສາກົນ ສະເພາະຂະແໜງການຢາ ເຊິ່ງໄດ້ຈັດຂຶ້ນໃນທຸກປີ. ບໍລິສັດດັ່ງກ່າວໄດ້ຊອກຫາກາລະໂອກາດເປີດກວ້າງການພົວພັນຮ່ວມມືກັບຕະຫຼາດທີ່ມີຄວາມສາມາບົ່ມຊ້ອນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານ Anggie Gustiar ຜູ້ອຳນວຍການຮັບຜິດຊອບ Marketing TGI ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ມາຫວຽດນາມແລ້ວ ແຕ່ໃນຄັ້ງນີ້ ພວກຂ້າພະເຈົ້າກັບມາຫວຽດນາມ ຍ້ອນເຫັນຕະຫຼາດ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ແລະ ແນະນຳຜະລິດຕະພັນຂອງພວກຂ້ພະເຈົ້າຢູ່ທີ່ນີ້. ຕະຫຼາດການແພດຢູ່ ຫວຽດນາມ ແລະ ອິນໂດເນເຊຍ ຄ້າຍຄືກັນ, ພວກຂ້າພະເຈົ້າ ພວມຂາຍເຄື່ອງອຸປະກອນການແພດນັ້ນຈຶ່ງມີຄວາມຫວັງອາດຈະສະໜອງຜະລິດຕະພັນຫຼາຍກ່ວາອີກໃຫ້ແກ່ ຫວຽດນາມ. ພວກຂ້າພະເຈົ້າຢາກເປີດກວ້າງຕະຫຼາດຂອງຕົນຢູ່ີ່ນີ້, ນອກຈາກການຊອກຫາບັນດາຜູ້ຈຳໜ່າຍຜະລິດຕະພັນ, ພວກຂ້າພະເຈົ້າຍັງຢາກສຳຜັດກັບຜູ້ຊົມໃຊ້ ຫວຽດນາມ ເພື່ອໃຫ້ເຂົາເຈົ້າບໍ່ພຽງແຕ່ນຳໃຊ້ທ່ອດຽວເທົ່ານັ້ນ ຫາກຍັງໃຊ້ຜະລິດຕະພັນຂອງພວກຂ້າພະເຈົ້າໃນໄລຍະຍາວອີກດ້ວຍ.

Pharma Group - ສະມາຊິກຂຶ້ນກັບສະຫະສະມາຄົມບັນດາວິສາຫະກິດ ເອີລົບ ຢູ່ ຫວຽດນາມ (EuroCham) ເນັ້ນໜັກວ່າ ຫວຽດນາມ ມີຄວາມສາມາດບັນລຸໄດ້ລະດັບສູງກ່ວາໃນລະບົບມູນຄ່າຂອງຂົງເຂດວິທະຍາສາດ ແລະ ການດຳລົງຊີວິດເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ອາຊຽນ. ທ່ານນາງ Febie Yuriza Poetri ຜູ້ອຳນວຍການຝ່າຍ Marketing ບໍລິສັດ PT Graha Teknomedika ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຢາກຊອກຄູ່ຮ່ວມມື ແລະ ນັກຈຳໜ່າຍຢູ່ ຫວຽດນາມ ແລະ ອາຊີເວັນອອກສ່ຽງໃຕ້ ເພື່ອໃຫ້ຜະລິດຕະພັນຂອງພວກຂ້າພະເຈົ້າຢູ່ ອິນໂດເນເຊຍ ອາດຈະແຊກຊືມເຂົ້າຕະຫຼາດອາຊີຕາເວັນອອກສ່ຽໃຕ້. ພ້ອມທັງ ກໍ່ຢາກເປີດກວ້າງກາລະໂອກາດຮ່ວມມື ກັບບັນດານັກຜະລິດຢູ່ ຫວຽດນາມ ແລະ ບັນດາປະເທດຢູ່ອາຊີເວັນອອກສ່ຽງໃຕ້, ເພື່ອພ້ອມກັນພັດທະນາບັນດາຜະລິດຕະພັນຄື່ອງຖຸອຸປະກອນການແພດ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາບໍລິສັດ ອິນໂດເນເຊຍ ຜະລິດເຄື່ອງອຸປະກອນການແພດ, ຕຽງຄົນເຈັບ ແລະ ບັນດາຜະລິດຕະພັນການຢາອື່ນ ເພື່ອສືບຕໍ່ເຂົ້າຮ່ວມງານວາງສະແດງສາກົນສະເພາະການຢາ ທີ່ໄດ້ຮັບການຈັດຂຶ້ນໃນທຸກປີ. ສະຖານທູດ ກໍ່ຈະໜູນຊ່ວຍການເຊື່ອມຕໍ່ກັບບັນດາວິສາຫະກິດການແພດ ອິນໂດເນເຊຍ, ສ້າງກາລະໂອກາດສຳຜັດ ແລະ ແລກປ່ຽນຮ່ວມມືກັບບັນດາຄູ່ຮ່ວມມືການແພດ, ການຢາ ທີ່ມີຄວາມສາມາດບົ່ມຊ້ອນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ