ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ບັນ​ດາ​ຜົນ​ງານ​ການ​ຮ່ວມ​ມື​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ

(VOVWORLD) - ວັນທີ 30 ທັນວາ ປີ 1955, ການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ, ເປັນຂີດໝາຍສຳຄັນໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ພາຍຫຼັງເກືອບ 6 ທົດສະວັດ, ປີ 2013, ສາຍພົວພັນ ຫວຽດນາມ - ອິນໂດເນເຊຍ ໄດ້ຍົກຂຶ້ນ ກາຍເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດ. ໂດຍຫວນຄືນໄລຍະທາງຜ່ານມາ, ສອງປະເທດໄດ້ບັນລຸຫຼາຍຜົນງານສຳຄັນໃນທຸກຂົງເຂດ. ບົດຂຽນຂອງນັກຂ່າວ ງວຽນຮ່າ.

 

ນັບແຕ່ເມື່ອສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນທາງດ້ານການເມືອງ - ການປ້ອງກັນຄວາມສະຫງົບອັນດີງາມລະຫວ່າງສອງປະເທດ ຍາມໃດກໍແມ່ນຊັບສົມບັດອັນລ້ຳຄ່າ ເຊິ່ງການນຳຂັ້ນສູງ ກໍຄືປະຊາຊົນສອງປະເທດຖືເປັນສຳຄັນທີ່ສຸດ, ຖະໜຸຖະໜອມ ແລະ ເສີມຂະຫຍາຍ. ການນຳຂັ້ນສູງສອງປະເທດ ຍາມໃດກໍຮັກສາການຢ້ຽມຢາມທາງການ, ການພົບປະ, ແລກປ່ຽນ,… ຫວ່າງມໍ່ໆມານີ້, ການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44, ນັບແຕ່ວັນທີ 4 – 10 ສິງຫາ 2023 ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ; ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແຕ່ວັນທີ 4 – 7 ກັນຍາ ໄດ້ດຳເນີນໃນຈຸດເວລາສອງປະເທດສະເຫຼີມສະຫຼອງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ. ສິ່ງດັ່ງກ່າວແມ່ນ “ມີຄວາມໝາຍສຳຄັນຍິ່ງ ແລະ ມີລັກສະນະຍຸດທະສາດ”, ອັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມເອົາໃຈໃສ່ຂອງບັນດາການນຳ ຫວຽດນາມ ເຂົ້າໃນການຊຸກຍູ້ການພົວພັນກັບ ອິນໂດເນເຊຍ.

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ບັນ​ດາ​ຜົນ​ງານ​ການ​ຮ່ວມ​ມື​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ - ảnh 1ພິທີເປີດສາຍການບິນໂດຍກົງ ຮ່າໂນ້ຍ - ຈາກາຕາ

ການຮ່ວມມືດ້ານເສດຖະກິດ - ການຄ້າ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ. ໂດຍບໍ່ສົນໃຈຕໍ່ສະພາບການເສດຖະກິດໂລກທີ່ມີການຜັນແປທີ່ບໍ່ຕັ້ງໜ້າປານໃດ ແລະ ຜົນກະທົບຈາກໂລກລະບາດໂຄວິດ - 19, ການພົວພັນດ້ານການຄ້າລະຫວ່າງສອງປະເທດ ຍັງຄົງພັດທະນາເປັນປົກກະຕິ, ບັນລຸໄດ້ຫຼາຍໝາກຜົນທີ່ພົ້ນເດັ່ນ. ປັດຈຸບັນ, ອິນໂດເນເຊຍ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 27 ແລະ ຢືນອັນດັບທີ 5 ໃນ ອາຊຽນ ຂອງ ຫວຽດນາມ, ມີຫຼາຍນັກລົງທຶນໃຫຍ່ເຊັ່ນ: Ciputra, Traveloka, Gojek… ເມື່ອຕີລາຄາກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ, Denny Abdi ເນັ້ນໜັກວ່າ:

“ເມື່ອເບິ່ງວົງເງິການຄ້າສອງຝ່າຍລະຫວ່າງ 2 ປະເທດ, ພວກເຮົາຈຶ່ງເຫັນໄດ້ບາດກ້າວກະໂດດຂັ້ນ. ຖ້າຫາກວ່າ ໃນປີ 2013 ແມ່ນ 4,8 ຕື້ USD ນັ້ນ, ຮອດປີ 2022, ໄດ້ບັນລຸກວ່າ 14 ຕື້ USD, ເພີ່ມຂຶ້ນທົບ 3 ເທົ່າ. ນີ້ແມ່ນສິ່ງີ່ໜ້າປະເອີບໃຈໃນຜົນງານຂອງ ອິນໂດເນເຊຍ ແລະ ຫວຽດນາມ, ເຊິ່ງຊີ້ໃຫ້ເຫັນວ່າ ອິນໂດເນເຊຍ ແລະ ຫວຽດນາມ ໄດ້ສຸມກຳລັງເຂົ້າໃນການສ້າງສາຍພົວພັນດ້ານເສດຖະກິດ ໃນສາຍພົພັນມິດຕະພາບອັນດີງາມລະຫວ່າງສອງປະເທດຢ່າງແທ້ຈິງ”.

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ບັນ​ດາ​ຜົນ​ງານ​ການ​ຮ່ວມ​ມື​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ - ảnh 2ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ, Denny Abdi 

ການທ່ອງທ່ຽວກໍແມ່ນໜຶ່ງໃນບັນດາຂົງເຂດທີ່ມີຫຼາຍໂອກາດຮ່ວມມືຂອງທັງສອງປະເທດ. ພິເສດ, ພາຍຫຼັງໂລກລະບາດໂຄວິດ - 19, ຄວາມຕ້ອງການໄປ - ມາ ແລະ ການທ່ອງທ່ຽວຂອງປະຊາຊົນແມ່ນຫຼາຍທີ່ສຸດ. ປັດຈຸບັນ, ແຕ່ລະອາທິດ, ມີຖ້ຽວບິນໂດຍກົງລະຫວ່າງສອງປະເທດປະມານ 100 ຖ້ຽວ, ອັນໄດ້ສ້າງສິ່ງອຳນວຍຄວາມສະດວກໃຫ້ຜູ້ໂດຍສານ, ນັກຮຽນ, ນັກສຶກສາເກືອບ 90.000 ຄົນ ໄດ້ໄປມາຢ່າງສະດວກສະບາຍ. ຕົ້ນເດືອນ ທັນວາ ຜ່ານມາ, ບໍລິສັດການບິນ Vietjet ຂອງ ຫວຽດນາມ ໄດ້ເປີດສາຍການບິນເຊື່ອມຈອດ ຮ່າໂນ້ຍ ກັບ ຈາກາຕາ ຢ່າງເປັນທາງການ. ກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການທ່ອງທ່ຽວ, ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ, Denny Abdi ໃຫ້ຮູ້ວ່າ:

“ຈຳນວນຖ້ຽວບິນໂດຍກົງລະຫວ່າງນະຄອນຕ່າງໆຢູ່ ອິນໂດເນເຊຍ ກັບ ຫວຽດນາມ ນັບມື້ນັບເພີ່ມຂຶ້ນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະພັດທະນາບັນດາຖ້ຽວບິນໂດຍກົງໄປຍັງບັນດານະຄອນອື່ນຂອງສອງປະເທດ. ຍ້ອນວ່າ ອິນໂດເນເຊຍ ແລະ ຫວຽດນາມ ບໍ່ມີຊາຍແດນທາງບົກ ສະນັ້ນ ພວກເຮົາຕ້ອງເພີ່ມທະວີບັນດາຖ້ຽວບິນໂດຍກົງລະຫວ່າງບັນດານະຄອນຂອງ ອິນໂດເນເຊຍ ກັບ ຫວຽດນາມ ຂຶ້ນຫຼາຍກວ່າອີກ ແນໃສ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ”.

ຕາມນັກການທູດ ອິນໂດເນເຊຍ ແລ້ວ, ການຮ່ວມມືດ້ານການເມືອງ - ການປ້ອງກັນຄວາມສະຫງົບ ແລະ ເສດຖະກິດ - ການຄ້າ ລ້ວນແຕ່ມີຄວາມສຳຄັນທີ່ສຸດ, ແມ່ນພື້ນຖານແກ່ການພົວພັນອັນດີງາມອື່ນໆ. ໃນຂະນະນັ້ນ, ການຮ່ວມມືດ້ານວັດທະນະທຳ - ສັງຄົມ ກໍ່ສວມບົດບາດສຳຄັນໃນການສ້າງຄວາມປອງດອງລະຫວ່າງປະຊາຊົນ. ຕາມທ່ານແລ້ວ, ທຸກການຮ່ວມມືລ້ວນແຕ່ເລີ່ມຈາກການເຊື່ອມຕໍ່ທີ່ດີງາມລະຫວ່າງຄົນກັບຄົນ. ຫວນຄືນປີ 2023 ຜ່ານມາ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສິລະປະ, ການຮ່ວມມືດ້ານການສຶກສາ, ພົບປະປະຊາຊົນ… ລະຫວ່າງສອງປະເທດ ໄດ້ດຳເນີນໄປຢ່າງຄຶກຄື້ນ.

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ: ບັນ​ດາ​ຜົນ​ງານ​ການ​ຮ່ວມ​ມື​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ - ảnh 3ລາຍການສະແດງຂອງກອງປະສານສຽງ Timutiwa 

ການສົມທົບລາຍການສະແດງຂອງກອງປະສານສຽງ Timutiwa (ອິນໂດເນເຊຍ) ແລະ ບັນດານັກສິລະປິນ ຫວຽດນາມ ທີ່ມີຫົວຂໍ້ “ຫຼົງຮັກ” (See tinh) ສິ້ນສຸດຄ່ຳຄືນແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນຊຍ ພ້ອມກັບສຽງຕົບມືຢ່າງສຸດໃຈຂອງຜູ້ຊົມນັ້ນ ໄດ້ພິສູດໃຫ້ແກ່ລາຍການພົບປະປະຊາຊົນອັນດີງາມລະຫວ່າງສອງຝ່າຍ. ລາຍການນີ້ ນອນໃນຂອບເຂດລາຍການພິເສດ ສະເຫຼີມສະຫຼອງ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ໃນປີນີ້. ໃນໄລຍະແຕ່ປີ 2018 – 2023 ຍັງຢັ້ງຢືນການພັດທະນາໃນການພົວພັນດ້ານການສຶກສາ ເມື່ອມີຂໍ້ຕົກລົງ 24 ສະບັບໄດ້ລົງນາມລະຫວ່າງມະຫາວິທະຍາໄລແຫ່ງຕ່າງໆຂອງ ຫຽດນາມ ກັບບັນດາອົງການ, ມະຫາວິທະຍາໄລຢູ່ ອິນໂດເນເຊຍ.

ໂດຍແມ່ນສະມາຊິກທີ່ຕັ້ງໜ້າຂອງ ອາຊຽນ ແລະ ບັນດາປະເທດ ຮັກຫອມສັນຕິພາບ, ອິນໂດເນເຊຍ ແລະ ຫວຽດນາມ ລ້ວນແຕ່ມີບົດບາດຕັ້ງໜ້າໃນການຮັກສາສະຖຽນລະພາບດ້ານການເມືອງ, ຮັກສາສັນຕິພາບຢູ່ພາກພື້ນ ແລະ ໂລກ. ເມື່ອໃຫ້ຂໍ້ສັງເກດກ່ຽວກັບບັນຫານີ້, ທ່ານເອກອັກຄະລັດຖະທູດ Denny Abdi ແບ່ງປັນວ່າ:

ສິ່ງສຳຄັນສຳລັບ ອາຊຽນ ແມ່ນຮັກສາບົດບາດເປັນໃຈກາງ ແລະ ຄວາມສາມັກຄີຂອງຕົນ. ສິ່ງດັ່ງກ່າວໝາຍຄວາມວ່າ, ຖ້າມີບັນຫາເກີດຂຶ້ນ, ພວກເຮົາຈະແກ້ໄຂບັນຫານັ້ນຄືດັ່ງໃນຄອບຄົວ ອາຊຽນ ດຽວກັນ. ໃນການພົວພັນກັບບັນດາປະເທດອື່ນ, ການກຳນົດທິດຂອງພວກເຮົາແມ່ນຮ່ວມມື”.

ຍັງມີເວລາບໍ່ຮອດ 2 ປີ, ກໍຮອດຂີດໝາຍສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 70 ປີ. ໂດຍແມ່ນບັນດາພື້ນຖານເສດຖະກິດ ແລະ ປະຊາກອນຫຼາຍໃນພາກພື້ນ ແລະ ດ້ວຍທ່າອ່ຽງການເຕີບໂຕທີ່ຕັ້ງໜ້າຂອງທັງສອງປະເທດ, ອິນໂດເນເຊຍ ແລະ ຫວຽດນາມ ຈະພ້ອມກັນແມ່ນແຫຼ່ງກຳລັງໜູນສຳຄັນເພື່ອປະຊາຄົມ ອາຊຽນ ທີ່ໝັ້ນຄົງເຂັ້ມແຂງກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ