ຫວຽດນາມ -ອິນໂດເນເຊຍ ຫັນຍຸດທະສາດການຮ່ວມມືດ້ານປ້ອງກັນຊາດໃຫ້ປະກົດຜົນເປັນຈິງ


(Vovworld)- ຫວຽດ​ນາມ ແມ່ນ​​ປະ​ເທດຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ທຳ​ອິດ​ຂອງ ອິນ​ໂດ​ເນ​ເຊຍ ໃນ​ພາກ​ພື້ນ ແລະ ກົງ​ກັນ​ຂ້າມ ອິນ​ໂດ​ເນ​ເຊຍ ແມ່ນ​ປະ​ເທດ​ທີ 3 ໃນ​ອາ​ຊຽນ (ຖັດ​ຈາກ​ມາ​ເລ​ເຊຍ ແລະ ໄທ) ຍົກ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ຂຶ້ນ​ສູ່​ລະ​ດັບ​ຍຸດ​ທະ​ສາດ​ ເມື່ອ​ເດືອນ 6/2013. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​ຊຸກ​ຍູ້ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ, ໃນ​ນັ້ນ ການ​ຮ່ວມມ​ື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ພວມ​ກາຍ​ເປັນ​ແບບ​ຢ່າງ​ສຳ​ລັບ​ບັນ​ດາ​ປະ​ເທດ​ໃນ​ພ​າກ​ພື້ນ.

        ພ້ອມ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອື່ນ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ໂຄງ​ການ​ດຳ​ເນີນ​ງານ ລະ​ຫວ່າງ​ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ. ອິນ​ໂດ​ເນ​ເຊຍ ແມ່ນ​ປະ​ເທດ ອາ​ຊຽນ ທຳ​ອິດ​ສ້າງ​ຕັ້ງ​ ​ອົງ​ການທູ​ດ​ທະ​ຫານ ປະ​ຈຳ ຫວຽດ​ນາມ ເມື່ອ​ປີ 1964. ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ໄປ ການ​ພົວ​ພັນ​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ເປັນ​ຕົ້ນ​ພາຍ​ຫລັງ​ສອງ​ຝ່າຍ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ເຈົ້າ​ຫ​ນ້າ​ທີ່​ປ້ອງ​ກັນ​ປະ​ເທດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ ເມື່ອ​ເດືອນ 10/2010. ພົນ​ເຮືອ​ໂທ ຟ້າມງອກ​ມີງ, ຮອງ​ເສ​ນາ​ທິ​ການ​ໃຫ​ຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ຫວຽດນາມ -ອິນໂດເນເຊຍ ຫັນຍຸດທະສາດການຮ່ວມມືດ້ານປ້ອງກັນຊາດໃຫ້ປະກົດຜົນເປັນຈິງ - ảnh 1
ກາ​ນ​ເຈ​ລະ​ຈາ​ລະ​ຫວ່າງ​ພົນ​ໂທ ໂດ໋​ບາ​ຕີ້ ແລະ ພົນ​ເຮືອ​ເອກ
ອິນ​ໂດ​ເນ​ເຊຍ
Agus Suhartono.
ພາບ:baodatviet

        “ສອງ​ຝ່າຍ​ໄດ້​ເຫັນ​ດີ​ສ້າງ​ຕັ້ງ​ກົນ​ໄກ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ການ​ທະ​ຫານ ການ​ປ້ອງ​ກັນ​ຊາດ​ຂັ້ນ​ສູງ ແລະ ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ເຫຼົ່າ​ທັບ-ເຫຼົ່າ​ຮົບ, ເຮັດ​ໃຫ້​ການ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ​ເທື່ອ​ລະ​ກ້າວ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ.”

        ໂດຍ​ແມ່ນ​ສອງ​ປະ​ເທດ​ຕັ້ງ​ຫ​ນ້າ​ໃນ​ກຸ່ມ ອ​າ​ຊຽນ, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ໄດ້​ຖື​ວ່າ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ປ້ອງ​ກັນ​ຊາດ​ສອງ​ຝ່າຍ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ທຳ​ອິດ​ໃຫ້​ບັນ​ດາ​ການພົວ​ພັນສອງ​ຝ່າຍ, ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ກວ່າ. ນັ້ນ​ແມ່ນ​ຈຸດ​ໝາຍ​ຂອງ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ຄັ້ງ​ຕ່າງ​ຂອງ​ບັນ​ດາ​ເຈົ້າ​ຫ​ນ້າ​ທີ່​ການ​ທະ​ຫານ​ສອງ​ປະ​ເທດ​ໃນ​ປີ 2015 ນີ້. ພົນ​ເຮືອ​ໂທ ຟ້າມງອກ​ມີງ, ຮອງ​ເສ​ນາ​ທິ​ການ​ໃຫ​ຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເວົ້າ​ວ່າ:

        “ໃນ​ປີ 2015 ມີ​ການ​ເຄື່ອນ​ໄຫວ​ພົວ​ພັນແລກ​ປ່ຽນດ້ານ​ປ້ອງ​ກັນ​ຊາດ​ຫລາຍ​ຢ່າງ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ, ພົ້ນ​ເດັ່ນ​ແມ່ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ພົນ​ເອກ Agus Supriatna, ເສ​ນາ​ທິ​ການ​ໃຫ​ຍ່ ກອງ​ທັບ​ອາ​ກາດ ອິນ​ໂດ​ເນ​ເຊຍ ແຕ່​ວັນ​ທີ 11-13/10 ຜ່ານ​ມາ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ, ເຈດ​ຕະ​ນາ​ດີ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ​ສອງ​ຝ່າຍ, ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຈະ​ສືບ​ຕໍ່​ມ​ີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສົມ​ກັບ​ເສົາ​ຄ້ຳ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ.”

ດ້ວຍ​ຈຸດ​ໝາຍ​ລວມ​ນັ້ນ, ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຮ່ວມ​ມື​ປ້ອງ​ກັນ ແລະ ຕໍ່​ສູ້​ຕ້ານ​ອາດ​ຊະ​ຍາ​ກຳ (2005), ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືລະ​ຫວ່າງ​ບັນ​ດາ​ເຈົ້າ​ຫ​ນ້າ​ທີ່​ປ້ອງ​ກັນ​ຊາດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ (2010) ແລະ​ຫ​ນັງ​ສື​ທາບ​ທາມ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກົນ​ໄກ​ເຈ​ລະ​ຈາ​ລະ​ຫວ່າງ ກອງ​ທັບເຮືອ​ສອງ​ປະ​ເທດ (2012). ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເອ​ກະ​ສານ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຫວຽດ​ນາມ ໄດ້​ສົ່ງ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ຫລາຍ​ຄະ​ນະ​ໄປ​ອິນ​ໂດ​ເນ​ເຊຍ ເພື່ອ​ພົບ​ປະ ແລະ ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ເຈົ້າ​ຫ​ນ້າ​ທີ່​ປ້ອງ​ກັນ​ປະ​ເທດ ອິນ​ໂດ​ເນ​ເຊຍ. ພັນ​ເອກ Susilo Adi Purwantoto, ​ຫົວ​ຫ​ນ້າ ທູດ​ທະ​ຫານ ອິນ​ໂດ​ເນ​ເຊຍ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫ​ນາ​ວ່າ ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ຫວຽດ​ນາມ ຫວ່າງ​ແລ້ວນີ້ ຈະ​ເຮັດ​ໃຫ້​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ, ຂໍ້​ຕົກ​ລົງ​ຮ່ວມ​ມື​ສອງ​ຝ່າຍ​ປະ​ກົດ​ຜົນ​ເປັນ​ຈິງ. ບົນ​ພື້ນ​ຖານນັ້ນ, ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ເວົ້າ​ສະ​ເພາະ, ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ມີ​ຄຸນ​ຄ່າ​ຍຸດ​ທະ​ສາດ​ລະ​ຫວ່າງ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ເວົ້າ​ລວມ ຈະ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ແລະ ເຕີບ​ໃຫ​ຍ່​ເຂັ້ມ​ແຂງ​ໃນ​ອະ​ນາ​ຄົດ.”

        ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລຽນ​ຕິດ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ພວມ​ຄ່ອຍໆ​ກາຍ​ເປັນ​ແບ​ບ​ຢ່າງ​ສຳ​ລັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ໂດຍ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນ​ດາ​ບາດ​ກ້າວ​ເດີນ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ລະ​ຫວ່າງ ອິນ​ໂດ​ເນ​ເຊຍ ແລະ ຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ມຸ້ງ​ໄປ​ເຖິງ​ການ​ສ້າງ​ເສົາ​ຄ້ຳ​ຄວາມ​ໝັ້ນ​ຄົງ, ປ້ອງ​ກັນ​ຊາດ ອາ​ຊຽນ ເປັນ​ເອ​ກະ​ພາບ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ